ETH ເປັນຫຍັງຈຶ່ງເປັນ Proof of stake

ການປ່ຽນເເປງສໍາລັບ Ethereum (ETH) ໃນປີ 2022 ທີ່ຜ່ານມາ ຖືວ່າເປັນການປ່ຽນເເປງທີ່ສຳຄັນ ເເລະ ເປັນທີ່ເປັນທີ່ໜ້າສົນໃຈ. ໂດຍ Ethereum ຈະປ່ຽນເຄືອຂ່າຍຈາກການເຮັດວຽກເເບບ Proof-of-Work (PoW) ເປັນ Proof-of-Stake (PoS) ລວມໄປເຖິງການປັບປຸງອື່ນໆອີກ ທີ່ຈະຊ່ວຍເສີມສ້າງຮາກຖານຂອງ ETH ສາມາດເຂົ້າເຖິງຜູ້ໃຊ້ທົ່ວໂລກໂດຍບໍ່ສູນເສຍການກະຈາຍອຳນາດ ເເລະ ຄວາມປອດໄພຂອງເຄືອຂ່າຍ. The Merge ແມ່ນການປ່ຽນ Ethereum blockchain ຈາກກົນໄກການ Proof-of-work (PoW) ເປັນ Proof-of-stake (PoS). ເຊິ່ງລວມເເມ່ນການລວມ mainnet ໃນປັດຈຸບັນເຂົ້າກັບ Beacon chain, ມີຈຸດປະສົງເພື່ອໃຫ້ໄວຂຶ້ນ ແລະ ປະຫຍັດພະລັງງານຫຼາຍຂຶ້ນ. ເຊິ່ງການຍົກລະດັບ Beacon Chain ແມ່ນຮາກຖານທີ່ສຳຄັນຂອງໂຄງສ້າງ Ethereum 2.0 ທີ່ອີງໃສ່ກົນໄກ Proof-of-Stake. ໂດຍເຮັດວຽກເເບບຄູ່ຂະໜານໃນ Ethereum mainnet, ແຕ່ບໍ່ໄດ້ເຮັດທຸລະກໍາໃນ ເຄືອຂ່າຍຫຼັງ. […]

Exchange ອັນດັບ 1 ຂອງສະຫະລັດ “Coinbase” ປະກາດລະງັບການຊື້ຂາຍ Binance USD ຢ່າງເປັນທາງ

Brian Armstrong CEO ຂອງ Coinbase ກ່າວວ່າ ການຕັດສິນໃຈໃນຄັ້ງນີ້ເກີດຂຶ້ນຍ້ອນຄວາມກັງວົນເລື່ອງຂອງສະພາບຄ່ອງ. Coinbase (COIN) ບໍລິສັດການແລກປ່ຽນ Cryptocurrency ໄດ້ປະກາດລະງັບການຊື້ຂາຍ Stablecoin ຂອງ Binance USD (BUSD) ຢ່າງເປັນທາງການເເລ້ວ. ການຕັດສິນໃຈດັ່ງກ່າວມີຂຶ້ນຫຼັງຈາກຜູ້ Paxos ບໍລິສັດທີ່ອອກຫຼຽນ BUSD ຢຸດເຊົາການສ້າງຫຼຽນ Stablecoin ທີ່ເປັນຜົນມາຈາກການດຳເນີນການດ້ານກົດລະບຽບຂອງພະແນກການບໍລິການທາງດ້ານການເງິນຂອງນິວຢອກ ແລະ ອີງຕາມບົດລາຍງານ Federal Securities and Exchange Commission. ຢ່າງໃດກໍ່ຕາມ, ຜູ້ໃຊ້ Coinbase ທີ່ຖື BUSD ຍັງສາມາດຖອນສິນຊັບຂອງເຂົາເຈົ້າໄດ້ທຸກຕະຫຼອດເວລາ. ອີງຕາມການປະກາດຂອງ Coinbase. ທີ່ມາ : https://cutt.ly/Z86xkdA

ລາຄາ Bitcoin ໄດ້ເພີ່ມຂຶ້ນຫຼາຍກວ່າ 13.94% ໃນ 24 ຊົ່ວໂມງທີ່ຜ່ານມາ

ສະຖານະການລົ້ມລະລາຍຂອງ Signature Bank ແລະ Silicon Valley Bank ເຮັດໃຫ້ລາຄາ Bitcoin ເລີ່ມກັບມາດີຂຶ້ນໃນມື້ວານນີ້, ຫຼຽນ Stablecoin ຍັກໃຫຍ່ຄື USDC ກໍໄດ້ກັບມາຜູກເງິນໂດລາອີກຄັ້ງ. ໃນຊ່ວງເຊົ້າມື້ວານນີ້ ລາຄາຂອງ Bitcoin ໄດ້ເພີ່ມຂຶ້ນຫຼາຍກວ່າ 14% ໃນ 24 ຊົ່ວໂມງທີ່ຜ່ານມາ ແລະ ເພີ່ມຂຶ້ນ 12% ໃນເຈັດມື້ທີ່ຜ່ານມາ, ໂດຍມີລາຄາເທົ່າກັບ 25,300ໂດລາ ເຊິ່ງສູງທີ່ສຸດໃນຮອບຫຼາຍເດືອນທີ່ຜ່ານມາ. ການລົ້ມລະລາຍຂອງທະນາຄານ Signature Bank ແລະ Silicon Valley Bank, ໄດ້ກະຕຸ້ນໃຫ້ FED ຈັດຕັ້ງກອງປະຊຸມພິເສດ ເພື່ອສ້າງຄວາມເຊື່ອໝັ້ນໃຫ້ລະບົບທະນາຄານ, ແຕ່ຄຳຖະເເຫຼງຂອງ Joe Biden ປະທານາທິບໍດີ ຂອງສະຫະລັດ ໄດ້ອອກມາກ່າວເພື່ອສ້າງຄວາມໝັ້ນໃຈໃຫ້ແກ່ຊາວອາເມຣິກັນວ່າ ລະບົບທະນາຄານຈະປອດໄພພາຍຫຼັງການລົ້ມລະລາຍຢ່າງແມ່ນແນ່ນອນ. ນອກຈາກນັ້ນ, ຫຼຽນ Stablecoin ຍັກໃຫຍ່ຄື USDC ກໍກັບມາຜູກກັບເງິນໂດລາອີກຄັ້ງ ເຮັດໃຫ້ເກີດຄວາມຮັ່ງມີໃນຕະຫຼາດ […]

Ray Dalio ເບິ່ງການປ່ຽນແປງມະຫາອໍານາດໃນໂລກແນວໃດ ໃນຮອບ 500 ປີ

Ray Dalio ຜູ້ກໍ່ຕັ້ງບໍລິສັດ Bridgewater Associates ເຊິ່ງເເມ່ນກອງທຶນຄຸ້ມຄອງຄວາມສ່ຽງທີ່ໃຫຍ່ສຸດໃນໂລກ. ບໍລິສັດ Bridgewater Associates ຄຸ້ມຄອງເງິນຫຼາຍກວ່າ 160 ຕື້ໂດລາທົ່ວໂລກ ລວມທັງສະຖາບັນ, ລັດຖະບານຕ່າງປະເທດ, ທະນາຄານກາງ, ກອງທຶນບໍານານ, ທຶນຊ່ວຍເຫຼືອຈາກມະຫາວິທະຍາໄລ ແລະ ມູນນິທິການກຸສົນ ແລະ​ອື່ນໆ​ອີກນັບ​ບໍ່​ຖ້ວນ. ໂດຍໃນປັດຈຸບັນ Ray Dalio ມີສິນຊັບຢູ່ທີ່ 19,000 ລ້ານໂດລາ ເເລະ ເປັນມະຫາເສດຖີອັນດັບ 79 ຂອງໂລກ (ຂໍ້ມູນຫຼ້າສຸດເມື່ອວັນທີ 11 ເດືອນມີນາ ປີ 2023). ນອກຈາກບົດບາດຂອງການເປັນນັກລົງທຶນ ລາວຍັງເປັນນັກຂຽນທີ່ສຸດຍອດອີກດ້ວຍ. ໂດຍປຶ້ມທີ່ລາວຂຽນທັງໝົດຍັງເປັນເປັນ Best seller, ມັນໄດ້ສ້າງແຮງບັນດານໃຈ ເເລະ ປ່ຽນແປງຊີວິດຂອງຫຼາຍຄົນໃຫ້ດີຂຶ້ນ. ເເຕ່ມື້ນີ້ເຮົາຈະມາສະຫຼຸບໃຈຄວາມສຳຄັນຂອງໜັງສື “Principles for Dealing with the Changing World Order” ຂອງ Ray Dalio […]

ທະນາຄານ HSBC ເຂົ້າຊື້ກິດຈະການ Silicon Valley Bank.UK ໃນລາຄາ 1 GBP

ທະນາຄານຮົງກົງ ແລະ ບໍລິສັດ Shanghai Banking Corporation (HSBC) ໄດ້ປະກາດການຊື້ກິດຈະການທະນາຄານ Silicon Valley Bank (SVB) ສາຂາສະຫະລາຊະອານາຈັກ ຫຼັງຈາກທະນາຄານໄດ້ປະກາດລົ້ມລະລາຍໃນວັນສຸກທີ່ຜ່ານມາ (ວັນທີ 10 ເດືອນມີນາ ປີ2023). ທາງ HSBC ຢືນຢັນວ່າ ໄດ້ນໍາເອົາບໍລິສັດຍ່ອຍ HSBC UK ເຂົ້າຊື້ສາຂາຂອງ Silicon Valley Bank ຂອງສະຫະລາຊະອານາຈັກ ໃນລາຄາພຽງແຕ່ 1 ປອນ (1,21 ໂດລາ). ໂດຍຊັບສິນ ແລະ ໜີ້ສິນຂອງທະນາຄານ Silicon Valley ບໍລິສັດແມ່ ຈະບໍ່ຖືກລວມເຂົ້າໃນຂໍ້ຕົກລົງນີ້. Noel Quinn CEO ຂອງ HSBC Group ກ່າວເຖິງຈຸດປະສົງໃນການເຂົ້າຊື້ຄັ້ງນີ້ວ່າ: “ເພື່ອເສີມສ້າງຄວາມເຂັ້ມເເຂງໃຫ້ກັບ franchise ທະນາຄານການຄ້າຂອງພວກເຮົາ ແລະ ເພີ່ມຄວາມສາມາດໃນການຮັບໃຊ້ບໍລິສັດທີ່ມີນະວັດຕະກໍາ ແລະ ການຂະຫຍາຍຕົວທີ່ວ່ອງໄວ, […]

ເກົາຫຼີໃຕ້ລົງທຶນໃນກອງທຶນ Metaverse ເພື່ອການເຕີບໂຕທາງດ້ານເສດຖະກິດ

ເກົາຫຼີໃຕ້ໄດ້ລົງສຸມເງິນລົງຈຳນວນຫຼາຍລົງທຶນໃນ Metaverse ການຄ້າ ດ້ວຍການລົງທຶນໃນກອງທຶນເພື່ອສະໜັບສະໜູນກິດຈະກໍາ Metaverse. ໂດຍມີເປົ້າໝາຍເພື່ອສະໜັບສະໜູນການລວມກິດຈະການ ແລະ ການມີສ່ວນຮ່ວມຂອງບໍລິສັດຕ່າງໆໃນລະບົບນີ້ ແລະ ຊ່ວຍໃຫ້ບໍລິສັດທີ່ກ່ຽວຂ້ອງກັບ Metaverse ໃນປະເທດສາມາດແຂ່ງຂັນກັບຜູ້ຫຼິ້ນລະດັບໂລກໄດ້. ລັດຖະບານເກົາຫຼີໃຕ້ໄດ້ລົງທຶນ 24 ຕື້ KRW (18.1 ລ້ານໂດລາ) ເພື່ອສ້າງກອງທຶນ Metaverse ມູນຄ່າຫຼາຍກວ່າ 40 ຕື້ KRW (30.2 ລ້ານໂດລາ) ເພື່ອສະໜັບສະໜູນການພັດທະນາຂອງ Metaverse ໃນປະເທດ. ເປົ້າໝາຍຂອງກອງທຶນແມ່ນເພື່ອຊ່ວຍໃຫ້ຜູ້ຫຼິ້ນພາຍໃນປະເທດສາມາດເພີ່ມເງິນທຶນຂອງພວກເຂົາ ແລະ ແຂ່ງຂັນກັບບໍລິສັດເທັກໂນໂລຢີໃຫຍ່ໆ ທີ່ມີຄວາມສົນໃຈເພີ່ມຂຶ້ນໃນ metaverse ລັດຖະບານຮັບຮູ້ວ່າການເພີ່ມເງິນທຶນຜ່ານການລົງທຶນສ່ວນຕົວອາດຈະມີຄວາມສ່ຽງ. ດັ່ງນັ້ນ, ກອງທຶນ Metaverse ຈຶ່ງເປັນທາງເລືອກໃໝ່ສຳລັບການລົງທຶນ ແລະ ການສະໜັບສະໜູນບໍລິສັດພາຍໃນປະເທດທີ່ຕ້ອງການຂະຫຍາຍຕົວໃນ Metaverse ການຄ້າຂອງພວກເຂົາ. ນອກເໜືອຈາກການລົງທຶນໃນກອງທຶນ Metaverse ລັດຖະບານເກົາຫຼີໃຕ້ຍັງມີແຜນທີ່ຈະສະໜັບສະໜູນບໍລິສັດທີ່ກ່ຽວຂ້ອງກັບ Metaverse ໃນປະເທດອີກດ້ວຍ. ໂດຍມີຈຸດປະສົງເພື່ອຊ່ວຍໃຫ້ບໍລິສັດເຫຼົ່ານີ້ສາມາດແຂ່ງຂັນກັບຜູ້ຫຼິ້ນທົ່ວໂລກແລະ ຊ່ວຍໃນການເຕີບໂຕ ແລະ ການພັດທະນາຂອງພວກເຂົາ. ຢ່າງໃດກໍ່ຕາມ, ໃນຂະນະທີ່ເກົາຫຼີໃຕ້ກໍາລັງລົງທຶນຢ່າງໜັກໃນ Metaverse, […]

ເປັນຫຍັງ Warren Buffett ບໍ່ມັກ Crypto

Bitcoin ໃນເມື່ອກ່ອນຍັງບໍ່ເປັນທີ່ນິຍົມ ຫຼາຍໆຄົນຄິດວ່າມັນຄືການເເຊຣ໌ຕ່ອງໂສ້ຮູບເເບບໜື່ງ, ເເຕ່ໃນປັດຈຸບັນ Bitcoin ໄດ້ຮັບການຍົກຍ້ອງຢ່າງຕໍ່ເນື່ອງໃນໂລກຂອງການເງິນ ຫຼາຍຄົນຍົກໃຫ້ມັນເປັນສິນຊັບທີ່ມີມູນຄ່າຊະນິດໜຶ່ງ, ບາງຄົນກໍບອກວ່າມັນຈະກາຍເປັນທອງຄຳໃນໂລກຂອງ Cryptocurrency. ເຖິງເເມ່ນວ່າ Bitcoin ຈະພວມເກີດຂຶ້ນມາບໍ່ດົນ ເເຕ່ກະເເສຕອບຮັບໃນປັດຈຸບັນຖືວ່າດີຫຼາຍ, ເເຕ່ເຖິງຢ່າງນັ້ນ Warren Buffett CEO ຂອງບໍລິສັດ Berkshire Hathaway ເເລະ ເປັນນັກລົງທຶນທີ່ປະສົບຄວາມສຳເລັດຫຼາຍທີ່ສຸດໃນໂລກ ກໍຍັງຢຶດໝັ້ນໃນຈຸດຢືນຕົວເອງວ່າ Bitcoin ບໍ່ມີຄ່າ, ບໍ່ສາມາດສ້າງລາຍໄດ້ ເເລະ ບໍ່ຄິດຈະສົນໃນລົງທຶນໃນສະກຸນເງິນດິຈິຕອລນີ້. Warren Buffett ກ່າວຂຶ້ນໃນກອງປະຊຸມທີ່ຈັດຂຶ້ນເມື່ອວັນທີ 30 ເດືອນເມສາ ປີ 2022 ວ່າ Bitcoin ບໍ່ເເມ່ນຊັບສິນທີ່ມີຜົນຜະລິດ ເເລະ ຈັບຕ້ອງບໍ່ໄດ້, ເຖິງເເມ່ນວ່າຈະມີການປ່ຽນໃນການຮັບຮູ້ຂອງສາທາລະນະກ່ຽວກັບ Cryptocurrency ເເຕ່ລາວກໍຍັງບໍ່ຊື້ Bitcoin. “ບໍ່ວ່າລາຄາຂອງມັນຈະຂຶ້ນ ຫຼື ລົງໃນປີໜ້າ ຫຼືໃນອີກ 5 ປີ ຫຼື 10ປີກໍຕາມ, ສິ່ງໜຶ່ງທີ່ຂ້ອຍໝັ້ນໃຈວ່າ ມັນບໍ່ໄດ້ມີຜົນຜະລິດຫຍັງເລີຍ ມັນເກີດຂຶ້ນຈາກເວດມົນ […]

Bill Ackman ຮຽກຮ້ອງໃຫ້ລັດຖະບານສະຫະລັດຄໍ້າປະກັນເງິນຝາກໃຫ້ກັບ Silicon Valley Bank (SVB) ພາຍໃນ 48 ຊົ່ວໂມງ

Bill Ackman ນັກລົງທຶນຫຼັກຊັບລະດັບໂລກ ໄດ້ຮຽກຮ້ອງໃຫ້ລັດຖະບານສະຫະລັດ ຄ້ຳປະກັນເງິນຝາກຂອງທະນາຄານ Silicon Valley (SVB) ພາຍໃນ 48 ຊົ່ວໂມງ, ຖ້າບໍ່ດັ່ງນັ້ນ ມັນອາດກໍໃຫ້ເກີດຄວາມເສຍຫາຍຕໍ່ສະຖາບັນການເງິນຫຼາຍເເຫ່ງໄດ້. ເນື່ອງຈາກມີການຖອນເງິນຝາກທີ່ບໍ່ໄດ້ມີການຮັບປະກັນການຖອນເງິນຈໍານວນຫຼາຍ. ນີ້ອາດຈະເຮັດໃຫ້ຄວາມເຊື່ອໝັ້ນໃນທະນາຄານອື່ນໆຫຼຸດລົງ ແລະ ເລີ່ມເຫັນເຫດການທີ່ສຳຄັນກຳລັງລົ້ມລະລາຍລາຍ. ນອກເໜືອຈາກທະນາຄານທີ່ຖືວ່າເປັນສະຖາບັນການເງິນທີ່ສໍາຄັນທີ່ມີຄວາມສຳຄັນຕໍ່ລະບົບ (SIBs) ແລະ ຈະເຮັດໃຫ້ເກີດຄວາມຂັດເເຍ່ງໃນທະນາຄານຊຸມຊົນ, ທະ​ນາ​ຄານ​ພາກ​ພື້ນ​ ແລະ ສະຖາບັນການເງິນອື່ນໆ, ເຊິ່ງອາດຈະເຮັດໃຫ້ຄວາມເຊື່ອໝັ້ນທາງດ້ານການເງິນຫຼຸດລົງ. Ackman ໄດ້ສະເໜີວິທີການທີ່ຈະປ້ອງກັນບໍ່ໃຫ້ເຫດການນີ້ເກີດຂຶ້ນຄື: ໃຫ້ບັນດາທະນາຄານໃຫຍ່ເຊັ່ນ J.P. Morgan, Citibank, ຫຼື Bank of America ເຂົ້າຊື້ SVB ກ່ອນວັນຈັນ (ເຊິ່ງເປັນເຫດການທີ່ບໍ່ໜ້າຈະເປັນໄປໄດ້). Ackman ຍັງໄດ້ສະຫຼຸບວ່າ: ເຫດການນີ້ສາມາດຫຼີກລ່ຽງໄດ້ ໄດ້ຖ້າຫາກວ່າລັດຖະບານສະຫະລັດໄດ້ຮັບປະກັນເງິນຝາກ SVB ໃນວັນສຸກທີ່ຜ່ານມາ. ເຮັດໃຫ້ບໍລິສັດທະນາຄານໃນໄລຍະຍາວ SVB ຍັງຄົງມີມູນຄ່າ ແລະ ສາມາດໂອນສິດໃຫ້ກັບເຈົ້າຂອງໃໝ່ໂດຍໄດ້ຮັບການລົງທຶນຈາກຜູ້ຖືຫຸ້ນ (equity injection). ທີ່ມາ: https://cutt.ly/y82RsZP

ທະນາຄານ Silicon Valley (SVB) ໄດ້ປະກາດ ຢຸດໃຫ້ບໍລິການບຸກຄົນ ແລະ ບໍລິສັດທີ່ກ່ຽວຂ້ອງກັບ Cryptocurrencies

ໃນສອງສາມມື້ຜ່ານມາ ຕະຫຼາດ Cryptocurrency ໄດ້ປະເຊີນກັບບັນຫາທີ່ກ່ຽວຂ້ອງກັບ Stablecoins ທີ່ຖືກຜູກໄວ້ກັບຂອບເຂດການຄຸ້ມຄອງດູເເລລາຄາທີ່ຄວາມສະຖຽນ. ໂດຍສະເພາະເເມ່ນ USDC ແລະ DAI ເຊິ່ງເປັນຫຼຽນ Stablecoins ທີ່ຖືກຜູກໄວ້ກັບຂອບເຂດການຄຸ້ມຄອງການດູເເເລ ກໍາລັງປະສົບກັບຄວາມຫຍຸ້ງຍາກໃນການດໍາເນີນງານ ແລະ ການປັບລາຄາເພື່ອຮັບມືກັບສະຖາບັນການເງິນຂອງອາເມລິກາ. ທະນາຄານ Silicon Valley (SVB) ໄດ້ປະກາດວ່າພວກເຂົາຈະຢຸດໃຫ້ບໍລິການບຸກຄົນ ແລະ ບໍລິສັດທີ່ກ່ຽວຂ້ອງກັບ Cryptocurrencies. ນີ້ສົ່ງຜົນໃຫ້ການໃຊ້ Cryptocurrency ໃນພາກພື້ນອາເມຣິກາເໜືອມີຄວາມຫຍຸ້ງຍາກຂຶ້ນ. ເຊິ່ງການປະກາດດັ່ງກ່າວໄດ້ຮັບການຍອມຮັບຈາກຜູ້ໃຊ້ ແລະ ນັກລົງທຶນໃນຕະຫຼາດ Cryptocurrency. ນອກຈາກນີ້ຫຼຽນ Stablecoin ອື່ນໆທີ່ຜູກໄວ້ກັບຂອບເຂດການຄຸ້ມຄອງດູແລເຊັ່ນ: USDD ເເມ່ນ Cryptocurrency ທີ່ຖືກຜູກໄວ້ກັບເງິນໂດລາສິງກະໂປ ກໍໄດ້ປັບຖານລາຄາ ເຊິ່ງເປັນຜົນມາຈາກບັນຫາໃນຕະຫຼາດ Crypto. ດັ່ງນັ້ນ, ມັນຈຶ່ງເປັນເລື່ອງທີ່ສໍາຄັນສໍາລັບຜູ້ໃຊ້ ແລະ ນັກລົງທຶນໃນການຕິດຕາມສະຖານະການ ແລະ ການພັດທະນາຂອງຕະຫຼາດ Cryptocurrency ຢ່າງໃກ້ຊິດ. ໂດຍ​ສະ​ເພາະ​ແມ່ນ​ຫຼຽນ Stabilitycoins ທີ່ຢູ່ພາຍໃຕ້ການລົງທຶນ​ ເພື່ອຫຼີກເວັ້ນຄວາມສ່ຽງຂອງການລົງທຶນໃນຫຼຽນເຫຼົ່ານີ້ໃນອະນາຄົດ. ທີ່ມາ : […]

Mindset ແມ່ນຫຍັງ? ເຮົາຄວນມີ Mindset ແນວໃດໃນການລົງທຶນ

ຫຼາຍຄົນໃຫ້ຄວາມສຳຄັນກັບຄວາມຮູ້ ເເລະ ກົນລະຍຸດໃນການລົງທຶນຫຼາຍກວ່າ Mindset, ເພາະພວກເຂົາມີຄວາມຄິດທີ່ວ່າ Mindset ບໍ່ໄດ້ຊ່ວຍໃຫ້ພວກເຂົາເຮັດກຳໄລໄດ້ຈາກການລົງທຶນ ເເລະ ຍັງເປັນການເສຍເວລາ. ການທີ່ເຮົາມີຄວາມຮູ້ທີ່ພຽງພໍໃນການລົງທຶນກໍເປັນສິ່ງດີ ເເຕ່ກໍຕ້ອງຄວບຄູ່ໄປກັບການມີ Mindset ທີ່ດີໃນການລົງທຶນນຳ. Mindset ເເມ່ນຫຍັງ? Mindset ເເມ່ນຂະບວນການທາງຄວາມຄິດ ຫຼື ທັດສະນະຄະຕິທາງຈິດໃຈທີ່ເກີດຂຶ້ນຈາກສະໝອງ, ໂດຍຂະບວນການເຫຼົ່ານີ້່ເກີດຂຶ້ນໂດຍທຳມະຊາດໃນຕອນທີ່ເຮົາເປັນເດັກນ້ອຍ ການອົບໂຮມສັ່ງສອນຂອງພໍ່ເເມ່, ສິ່ງເເວດລ້ອມອ້ອມຮອບສົ່ງຜົນຕໍ່ວິທີຄິດ ເເລະ ຕອບສະໜອງຕໍ່ສະຖານະການ. ທັດສະນະຄະຕິເເມ່ນສິ່ງທີ່ເຮົາຄິດກ່ຽວກັບສິ່ງຕ່າງໆເຊັ່ນ: ຫາກເຈົ້າຢ້ານເເມງມຸມ, ເຈົ້າກໍຈະຢ້ານທຸກຄັ້ງທີ່ໄດ້ເຫັນມັນບໍ່ຈະຢູ່ໃສ ຫຼື ມາໃນຮູບເເບບໃດ. ໃນທາງກົງກັນຂ້າມ ຖ້າເຈົ້າບໍ່ຢ້ານເເມງມຸມ ຕໍ່ໃຫ້ມັນຈະມາໃນຮູບເເບບໃດ ເຈົ້າກໍຈະບໍ່ມີຄວາມຢ້ານກົວຕໍ່ມັນ. Mindset ເປັນວິທີການຄິດກ່ຽວກັບສິ່ງຕ່າງໆ ທີ່ສົ່ງຜົນຕໍ່ຄວາມຮູ້ສຶກ, ການກະທຳ ເເລະ ພຶດຕິກຳຂອງຕົວເອງ. ນອກຈາກນີ້ຄວາມຄິດຂອງຕົວເອງຍັງສົ່ງຜົນຕໍ່ສິ່ງທີ່ເກີດຂຶ້ນອ້ອມຮອບຕົວເຮົາເຊັ່ນ: ຖ້າເຈົ້າເຊື່ອວ່າເຈົ້າບໍ່ເກັ່ງຫຍັງເລີຍ ເຈົ້າອາດຈະລົ້ມເຫຼວເມື່ອພະຍາຍາມເຮັດບາງຢ່າງໃຫ້ສໍາເລັດ. ຖ້າເຈົ້າເຊື່ອວ່າເຈົ້າເກັ່ງໃນບາງສິ່ງບາງຢ່າງ ເຖິງແມ່ນວ່າເຈົ້າຈະບໍ່ປະສົບຜົນສໍາເລັດ ເເຕ່ເຈົ້າກໍຍັງພະຍາຍາມເຮັດມັນໃຫ້ຫຼາຍຂຶ້ນຈົນກວ່າຈະສຳເລັດ. ຂະບວນການຄິດເຫຼົ່ານີ້ເປັນຕົວຂັບເຄື່ອນພຶດຕິກໍາຂອງພວກເຮົາ ເພື່ອນໍາໄປສູ່ຄວາມສໍາເລັດ ຫຼື ຄວາມລົ້ມເຫຼວໄດ້. Mindset ໃນການລົງທຶນເເມ່ນການກັ່ນຕອງຄວາມຄິດໃນຫົວເພື່ອໃຊ້ວາງເເຜນທຸກຢ່າງກ່ອນທີ່ເຮົາຈະລົງທຶນ, ເຊິ່ງໃນຄວາມຄິດທີ່ກັ່ນກອງມາເເລ້ວນັ້ນກໍຄວນຈະສອດຄ່ອງກັບເປົ້າໝາຍໃນການລົງທຶນຂອງເຮົາເຊັ່ນ: ບໍ່ວ່າຈະເປັນສິນຊັບປະເພດໃດ, Mindset ໃນການລົງທຶນແມ່ນມີຄວາມສໍາຄັນຫຼາຍ. […]