ການປ່ຽນເເປງສໍາລັບ Ethereum (ETH) ໃນປີ 2022 ທີ່ຜ່ານມາ ຖືວ່າເປັນການປ່ຽນເເປງທີ່ສຳຄັນ ເເລະ ເປັນທີ່ເປັນທີ່ໜ້າສົນໃຈ. ໂດຍ Ethereum ຈະປ່ຽນເຄືອຂ່າຍຈາກການເຮັດວຽກເເບບ Proof-of-Work (PoW) ເປັນ Proof-of-Stake (PoS) ລວມໄປເຖິງການປັບປຸງອື່ນໆອີກ ທີ່ຈະຊ່ວຍເສີມສ້າງຮາກຖານຂອງ ETH ສາມາດເຂົ້າເຖິງຜູ້ໃຊ້ທົ່ວໂລກໂດຍບໍ່ສູນເສຍການກະຈາຍອຳນາດ ເເລະ ຄວາມປອດໄພຂອງເຄືອຂ່າຍ.

  • The Merge

The Merge ແມ່ນການປ່ຽນ Ethereum blockchain ຈາກກົນໄກການ Proof-of-work (PoW) ເປັນ Proof-of-stake (PoS). ເຊິ່ງລວມເເມ່ນການລວມ mainnet ໃນປັດຈຸບັນເຂົ້າກັບ Beacon chain, ມີຈຸດປະສົງເພື່ອໃຫ້ໄວຂຶ້ນ ແລະ ປະຫຍັດພະລັງງານຫຼາຍຂຶ້ນ.

ເຊິ່ງການຍົກລະດັບ Beacon Chain ແມ່ນຮາກຖານທີ່ສຳຄັນຂອງໂຄງສ້າງ Ethereum 2.0 ທີ່ອີງໃສ່ກົນໄກ Proof-of-Stake. ໂດຍເຮັດວຽກເເບບຄູ່ຂະໜານໃນ Ethereum mainnet, ແຕ່ບໍ່ໄດ້ເຮັດທຸລະກໍາໃນ ເຄືອຂ່າຍຫຼັງ.

ເນື່ອງຈາກວ່າກ່ອນຫນ້ານັ້ນໃນກົນໄກ Proof-of-Work  ຜູ້ຂຸດຈະໃຊ້ Nodes ແລະ ຕ້ອງການພະລັງງານຫຼາຍເພື່ອຂຸດບລັອກຕໍ່ໄປ. ​ໂດຍ​ການມາຂອງກົນໄກ Proof-of-Stake ​ຈະເຮັດໃຫ້ສິ່ງເຫຼົ່ານີ້ຖືກແທນທີ່ດ້ວຍ Stake ເພື່ອສຸ່ມເລືອກຕົວກວດສອບຂອງ nodes. ນີ້ສົ່ງຜົນໃຫ້ພະລັງງານຫຼຸດລົງຫຼາຍກ່ວາ 99.9%.

  • Ethereum ກຳລັງຈະຂາດເເຄນ

ຈາກຜົນວິໄຈຂອງ Ethereum ທີ່ໄດ້ຈຳລອງຜົນກະທົບຈາການນຳ  EIP-1559 ເເລະ ກົນໄກ PoS ມາໃຊ້ກັບເຄືອຂ່າຍໄດ້ລະບຸວ່າ: ສິ່ງເຫຼົ່ານີ້ສົ່ງຜົນກະທົບຢ່າງຫຼວງຫຼາຍຕໍ່ການສະໜອງການໝຸນວຽນຂອງ ETH , ການເຜົາໄໝ້ ETH ອອກຈາກລະບົບຈາກ EIP-1559 ແລະ ການລັອກ ETH ສໍາລັບຜູ້ກວດສອບເຄືອຂ່າຍ ຈະເຮັດໃຫ້ຄວາມສົມດູນຂອງການສະໜອງການໝຸນວຽນຂອງ ETH ຫຼຸດລົງໃນເຫຼືອລະຫວ່າງ 27.3 ຫາ 49.5 ລ້ານໂດລາ, ເຊິ່ງຖືວ່າຫຼາຍເມື່ອທຽບກັບການສະໜອງການໝຸນວຽນໃນປະຈຸບັນ, ເຊິ່ງຢູ່ທີ່ 118 ລ້ານ ແລະ ຍົງຄົງເພິ່ມຂຶ້ນຢ່າງຕໍ່ເນື່ອງ.

  • ການອັບເດດ Ethereum 2.0

ເຖິງເເມ່ນວ່າເຄືອຂ່າຍ Ethereum ຈະມີການຍົກລະດັບໄປສູ່ກົນໄກ Pos, ຜູ້ໃຊ້ງານ ເເລະ ນັກພັດທະນາເເອັບໃນເຂືອຄ່າຍຍັງສາມາດໂຕ້ຕອບກັບເຄືອຂ່າຍ Ethereum ໄດ້ດີຄືເກົ່າ, ເນື່ອງຈາກລະບົບຕ່າງໆມີຄວາມຄ້າຍຄືກັບ Ethereum 1.0 ນັ້ນຄືຜູ້ໃຊ້ຍັງສາມາດໃຊ້ Dapps ຕ່າງໆໄດ້ຄືເກົ່າ, ເເຕ່ສິ່ງທີ່ປ່ຽນໄປກໍຄື ຈະເສຍຄ່າທຳນຽມໜ້ອຍລົງ ເເລະ ການເຮັດທຸລະກຳທີ່ວ່ອງໄວຂຶ້ນ.

ຖ້າ Ethereum ສາມາດຮອງຮັບການເຮັດທຸລະກໍາທີ່ຫຼາຍຂຶ້ນ (more scalability) Trillemma ຂອງ Ethereum’s ກໍຈະມີຄວາມສົມດຸນລະຫວ່າງກາງພໍດີ ແລະ ຈະຖືກພິຈາລະນາວ່າເປັນ Blockchain ທີ່ມີປະສິດທິພາບທີ່ສຸດ. ໃນຈຸດນີ້ພວກເຮົາຕ້ອງເບິ່ງວ່າ Ethereum ສາມາດເຮັດໄດ້ຫຼືບໍ່.

ເຖິງເເມ່ນວ່າຈະມີການຍົກລະດັບເປັນ Ethereum 2.0 ຄວາມເປັນໄປໄດ້ທີ່ຄ່າທຳນຽມຈະຖືກລົງ ຫຼື ເພິ່ມຂຶ້ນຍັງເທົ່າເກົ່າ, ເນື່ອງຈາກການຍົກລະດັບເຮັດໃຫ້ຫຼາຍຢ່າງໃນລະບົບດີຂຶ້ນ. ETH ຈະກາຍເຄືອຂ່າຍທີ່ໄດ້ຮັບຄວາມສົນໃຈຈາກຜູ້ໃຊ້ງານ ເເລະ ນັກລົງທຶນຊັ້ນນຳຕ່າງໆ ພາກັນຫຼັ່ງໄຫຼເຂົ້າມາໃຊ້ເທັກໂນໂລຢີ ເຊິ່ງໃນຈຸດນີ້ຈະສົ່ງຜົນໃຫ້ ຄວາມຕ້ອງການ ETH ຫຼາຍຂຶ້ນ, ດັ່ງນັ້ນ ລາຄາກໍຈະເພິ່ມຂຶ້ນຕາມ ຈຶ່ງເຮັດໃຫ້ມີເເນວໂນ້ມທີ່ວ່າຄ່າທຳນຽມຂອງເຄືອຂ່າຍອາດຈະບໍ່ຫຼຸດລົງຕາມທີ່ພວກເຮົາຄິດ.

  • ການກະຈາຍອຳນາດ ເເລະ ຄວາມສາມາດໃນການເພິ່ມຂະໜາດຂອງ Ethereum

ການປ່ຽນແທນ Hash Power ດ້ວຍຟັງຊັນ PoS ຈະເຮັດໃຫ້ຜູ້ໃຊ້ທີ່ມີຮາດແວທົ່ວໄປສາມາດເຂົ້າຮ່ວມເປັນຜູ້ຕົວກວດສອບ Ethereum ໄດ້ງ່າຍຂຶ້ນ ແລະ ນັ້ນຈຶ່ງເຮັດໃຫ້ການຮັກສາຂອງລະບົບຄວາມປອດໄພຂອງລະບົບເປັນໄປດ້ວຍດີ ເເລະ ໝັ້ນຄົງຫຼາຍຂຶ້ນ.

ນອກຈາກນັ້ນ, ພາຍໃຕ້ກົນໄກການເຮັດວຽກເເບບ PoS, ການຍົກລະດັບທີ່ກຳລັງຈະມາເຖິງເຊັ່ນ: sharding, rollups ແລະ Calldata Improvements ນັ້ນຈະເນັ້ນໃສ່ການເພີ່ມຄວາມສາມາດໃນການປັບຂະໜາດ ໂດຍບໍ່ທໍາລາຍການກະຈາຍອໍານາດ ແລະ ຄວາມປອດໄພຂອງເຄືອຂ່າຍຫຼຸດລົງ, ເຊິ່ງຈະດຶງດູດຜູ້ໃຊ້ໃໝ່ເຂົ້າມາສູ່ເຄືອຂ່າຍໄດ້ເປັນຢ່າງດີ.

ທີ່ມາ : https://cutt.ly/I86oOuD

https://cutt.ly/q86oSpj
https://cutt.ly/T86oHKq
https://cutt.ly/O86oKQz
**ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.

More Videos

Video Playlist
1/10 videos
1
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
01:16:04
2
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
3
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
01:23
4
Trick and Trade EP0
Trick and Trade EP0
54
5
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
01:01:46
6
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
01:06:22
7
Fiat VS Cryptocurrency 🚀
Fiat VS Cryptocurrency 🚀
48
8
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
01:01:26
9
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
42:53
10
bitqik Academy live ep7: ສະຫຼຸບເຫດການທີ່ສຳຄັນໃນໂລກຄຣິບໂຕ
bitqik Academy live ep7: ສະຫຼຸບເຫດການທີ່ສຳຄັນໃນໂລກຄຣິບໂຕ
54:48
About Us

bitqik INSIGHT, get our latest reports, covering all sorts of topics in the digital asset industry. From finance to economics, trends, and investment.

Services

© 2022-2023 bitqik Insight – All rights reserved.