ຫຼາຍຄົນໃຫ້ຄວາມສຳຄັນກັບຄວາມຮູ້ ເເລະ ກົນລະຍຸດໃນການລົງທຶນຫຼາຍກວ່າ Mindset, ເພາະພວກເຂົາມີຄວາມຄິດທີ່ວ່າ Mindset ບໍ່ໄດ້ຊ່ວຍໃຫ້ພວກເຂົາເຮັດກຳໄລໄດ້ຈາກການລົງທຶນ ເເລະ ຍັງເປັນການເສຍເວລາ. ການທີ່ເຮົາມີຄວາມຮູ້ທີ່ພຽງພໍໃນການລົງທຶນກໍເປັນສິ່ງດີ ເເຕ່ກໍຕ້ອງຄວບຄູ່ໄປກັບການມີ Mindset ທີ່ດີໃນການລົງທຶນນຳ.

Mindset ເເມ່ນຫຍັງ?

Mindset ເເມ່ນຂະບວນການທາງຄວາມຄິດ ຫຼື ທັດສະນະຄະຕິທາງຈິດໃຈທີ່ເກີດຂຶ້ນຈາກສະໝອງ, ໂດຍຂະບວນການເຫຼົ່ານີ້່ເກີດຂຶ້ນໂດຍທຳມະຊາດໃນຕອນທີ່ເຮົາເປັນເດັກນ້ອຍ ການອົບໂຮມສັ່ງສອນຂອງພໍ່ເເມ່, ສິ່ງເເວດລ້ອມອ້ອມຮອບສົ່ງຜົນຕໍ່ວິທີຄິດ ເເລະ ຕອບສະໜອງຕໍ່ສະຖານະການ.

ທັດສະນະຄະຕິເເມ່ນສິ່ງທີ່ເຮົາຄິດກ່ຽວກັບສິ່ງຕ່າງໆເຊັ່ນ: ຫາກເຈົ້າຢ້ານເເມງມຸມ, ເຈົ້າກໍຈະຢ້ານທຸກຄັ້ງທີ່ໄດ້ເຫັນມັນບໍ່ຈະຢູ່ໃສ ຫຼື ມາໃນຮູບເເບບໃດ. ໃນທາງກົງກັນຂ້າມ ຖ້າເຈົ້າບໍ່ຢ້ານເເມງມຸມ ຕໍ່ໃຫ້ມັນຈະມາໃນຮູບເເບບໃດ ເຈົ້າກໍຈະບໍ່ມີຄວາມຢ້ານກົວຕໍ່ມັນ.

Mindset ເປັນວິທີການຄິດກ່ຽວກັບສິ່ງຕ່າງໆ ທີ່ສົ່ງຜົນຕໍ່ຄວາມຮູ້ສຶກ, ການກະທຳ ເເລະ ພຶດຕິກຳຂອງຕົວເອງ. ນອກຈາກນີ້ຄວາມຄິດຂອງຕົວເອງຍັງສົ່ງຜົນຕໍ່ສິ່ງທີ່ເກີດຂຶ້ນອ້ອມຮອບຕົວເຮົາເຊັ່ນ: ຖ້າເຈົ້າເຊື່ອວ່າເຈົ້າບໍ່ເກັ່ງຫຍັງເລີຍ ເຈົ້າອາດຈະລົ້ມເຫຼວເມື່ອພະຍາຍາມເຮັດບາງຢ່າງໃຫ້ສໍາເລັດ. ຖ້າເຈົ້າເຊື່ອວ່າເຈົ້າເກັ່ງໃນບາງສິ່ງບາງຢ່າງ ເຖິງແມ່ນວ່າເຈົ້າຈະບໍ່ປະສົບຜົນສໍາເລັດ ເເຕ່ເຈົ້າກໍຍັງພະຍາຍາມເຮັດມັນໃຫ້ຫຼາຍຂຶ້ນຈົນກວ່າຈະສຳເລັດ.

ຂະບວນການຄິດເຫຼົ່ານີ້ເປັນຕົວຂັບເຄື່ອນພຶດຕິກໍາຂອງພວກເຮົາ ເພື່ອນໍາໄປສູ່ຄວາມສໍາເລັດ ຫຼື ຄວາມລົ້ມເຫຼວໄດ້.

  • Mindset ໃນການລົງທຶນເເມ່ນຫຍັງ?

Mindset ໃນການລົງທຶນເເມ່ນການກັ່ນຕອງຄວາມຄິດໃນຫົວເພື່ອໃຊ້ວາງເເຜນທຸກຢ່າງກ່ອນທີ່ເຮົາຈະລົງທຶນ, ເຊິ່ງໃນຄວາມຄິດທີ່ກັ່ນກອງມາເເລ້ວນັ້ນກໍຄວນຈະສອດຄ່ອງກັບເປົ້າໝາຍໃນການລົງທຶນຂອງເຮົາເຊັ່ນ:

  • ຖ້າການເປົ້າໝາຍການລົງທຶນຂອງເຮົາຄື ການລົງທຶນໃນໄລຍະຍາວ ເຮົາກໍຕ້ອງຊອກຫາຮຸ້ນທີ່ມີພື້ນຖານທີ່ດີ ເເລະ ຮຸ້ນຍັງມີມູນຄ່າຕໍ່າກວ່າມູນຄ່າດັ້ງເດີມຂອງມັນ, ເຖິງເເມ່ນວ່າຮຸ້ນຈະຫຼຸດລົງມາບາງຄັ້ງຄາວ ເຮົາກໍບໍ່ຄວນຕົກໃຈ ຢ່າລືມວ່າເປົ້າໝາຍຂອງເຮົາຄືການລົງທຶນໄລຍະຍາວ.
  • ຖ້າເປົ້າໝາຍຂອງເຮົາຄືການເກັງກຳໄລໄລຍະສັ້ນ ເຮົາກໍອາດຈະຕ້ອງຫາຮຸ້ນທີ່ມີກຣາຟດີ ເເລະ ມີສັນຍານການເເຈ້ງເຕືອນໃນການຊື້ ຫຼື ມີກະເເສຕອບຮັບທີ່ດີໃນໄລຍະເວລານັ້ນ.
  • Mindset ສຳລັບການລົງທຶນທີ່ນັກລົງທຶນທຸກຄົນຕ້ອງມີ.

ບໍ່ວ່າຈະເປັນສິນຊັບປະເພດໃດ, Mindset ໃນການລົງທຶນແມ່ນມີຄວາມສໍາຄັນຫຼາຍ. ຖ້າພວກເຮົາຕ້ອງການລົງທຶນຢ່າງມີກໍາໄລ ແລະ ມີປະສິດທິພາບ ມື້​ນີ້​ເຮົາ​ມາ​ເບິ່ງ​ວ່າ​ແນວ​ຄິດ​ການ​ລົງ​ທຶນ​ແນວ​ໃດ​ທີ່​ຖືກ​ຕ້ອງ. ອີງຕາມໜັງສືຂອງ Mark Minervini ນັກລົງທຶນທີ່ມີຊື່ສຽງໂດ່ງດັງໄປທົ່ວໂລກ, ເຊິ່ງຄໍາແນະຈາກໜັງສືນີ້ຈະຊ່ວຍເປັນເເນວທາງສຳລັບການລົງທຶນໃຫ້ທ່ານໄດ້.

  1. ເລີ່ມລົງທຶນຈາກຈຳນວນໜ້ອຍກ່ອນ (You Can Start Small)

ຫຼາຍຄົນຮູ້ສຶກຢ້ານໃນການລົງທຶນ, ຍ້ອນມີຄວາມຄິດທີ່ວ່າ ການລົງທຶນຈຳເປັນຕ້ອງມີເງິນຫຼາຍ ຈຶ່ງຈະ​ສາ​ມາດ​ເລີ່ມ​​ລົງ​ທຶນໄດ້.​ ເຮັດໃຫ້ຫຼາຍໆຄົນໃຊ້ເວລາເພື່ອເກັບເລັກເກັບນ້ອຍໄປເລື້ອຍໆຈົນກ່ວາຈະມີເງິນກ້ອນໃຫຍ່ ເລີຍເຮັດໃຫ້ບໍ່ໄດ້ລົງເທື່ອຈັກເທື່ອ, ເຖິງແມ່ນວ່ານັກລົງທຶນທີ່ມີເງິນທຶນຫຼາຍ ຈະມີທາງເລືອກໃນການລົງທຶນຫຼາຍຂຶ້ນ ເເລະ ການກະຈາຍຄວາມສ່ຽງໃນສິນຊັບທີ່ຫຼາຍກວ່າ. ເເຕ່ເຮົາສາມາດລົງທຶນເງິນນ້ອຍໆກ່ອນ ຫຼື ຄ່ອຍໆລົງທຶນເທື່ອລະໜ້ອຍ ການລົງທຶນປະເພດນີ້ຍັງມີປະໂຫຍດໃນການຈໍາກັດຄວາມສ່ຽງຕໍ່ການລົງທຶນ. ເມື່ອຕະຫຼາດມີການປ່ຽນແປງໂດຍບໍ່ຄາດຄິດ ຄວາມເສຍຫາຍແມ່ນຍັງຢູ່ພາຍໃຕ້ການຄວບຄຸມ ແລະ ບໍ່ມີຜົນກະທົບຕໍ່ຊີວິດທັງໝົດ. ເມື່ອໃດທີ່ພວກເຮົາມີປະສົບການຫຼາຍໃນການລົງທຶນ ກໍຄ່ອຍໆເພິ່ມເງິນລົງທຶນໃຫ້ຫຼາຍຂື້ນຕາມຄວາມໝັ້ນໃຈຂອງເຮົາເອງກໍຍັງບໍ່ສາຍ.

  • ເດົາຖືກ ຫຼື ເຮັດກຳໄລ (Do You Want to Be Right or Make Money?)

ໜຶ່ງໃນ Mindset ຂອງນັກລົງທຶນທີ່ມັກໄດ້ຍິນຢູ່ເລື້ອຍໆກໍຄືການຄາດເດົາສະຖານະການຕະຫຼາດໃນອະນາຄົດ, ການທີ່ເຮົາລົງທຶນຫຍັງກໍຫວັງວ່າໃນອະນາຄົດມູນຄ່າມັນຈະເພິ່ມຂຶ້ນ ເເລະ ສ້າງຜົນຕອບເເທນໃຫ້ເຮົາໄດ້.

ດັ່ງນັ້ນ, ນັກລົງທຶນໜ້າໃໝ່ຈຶ່ງຄາດຫວັງທີ່ອ່ານອະນາຄົດໃຫ້ອອກ, ການຄາດການເກ່ງໆຈຶ່ງຈະສາມາດໄດ້ຮັບຜົນຕອບເເທນໃນການລົງທຶນ.

ເເຕ່ໃນຄວາມເປັນຈິງເເລ້ວ ການລົງທຶນທີ່ມີປະສິດທິພາບກໍຄືການທີ່ເຮົາພະຍາຍາມເຮັດກຳໄລໃຫ້ໄດ້ຫຼາຍທີ່ສຸດ ເມື່ອເຮົາຄາດການຖືກຕ້ອງ ເເລະ ຈຳກັດຄວາມເສຍຫາຍໃຫ້ໜ້ອຍທີ່ສຸດ, ເມື່ອເຮົາຄາດການຜິດ ບໍ່ຕ້ອງເດົາໃຫ້ຖືກກໍໄດ້ ເເຕ່ຕ້ອງຈັກບໍລິຫານເງິນໃຫ້ເປັນ.

  • ບໍ່ມີໃຜສາມາດເຮັດເເທນເຮົາໄດ້ (No One Is Going to Do It for You)

ບໍ່ວ່າພວກເຮົາຮຽນຮູ້ຈາກຜູ້ຊ່ຽວຊານຫຼາຍປານໃດ? ປະຕິບັດຕາມທິດສະດີຫຼາຍປານໃດ? ອ່ານໜັງສືຫຼາຍປານໃດ? ເຮົາກໍບໍ່ສາມາດເປັນນັກລົງທຶນໄດ້. ການລົງທຶນເເມ່ນເລື່ອງສ່ວນບຸກຄົນ, ລວມທັງຄວາມມັກ, ກົນລະຍຸດ, ຄວາມຖະນັດ ແລະ ເວລາທີ່ມີໃຫ້ໃນການໃຊ້ລົງທຶນ. ດັ່ງນັ້ນ, ຜົນການລົງທຶນຂອງແຕ່ລະຄົນຈຶ່ງບໍ່ຄືກັນ. ຕົວເຮົາເອງຈຶ່ງເເມ່ນຕົວແປທີ່ສໍາຄັນທີ່ສຸດໃນການລົງທຶນ.

  • ຈະເປັນນັກເທຣດ ຫຼື ນັກລົງທຶນ (Trader or Investor)

ເຖິງແມ່ນວ່າໜັງສືຕ່າງໆຈະແນະນໍາໃຫ້ພວກເຮົາຕັດສິນໃຈເລືອກເເນວທາງກ່ອນທີ່ຈະລົງທຶນ. ແຕ່ຄວາມຈິງແລ້ວ, ນັກລົງທຶນໜ້າໃໝ່ສາມາດສຶກສາການລົງທຶນທຸກປະເພດ, ທຸກຮູບແບບ, ບໍ່ວ່າຈະເປັນການເກັງກໍາໄລໄລຍະສັ້ນ ຫຼື ນານລົງທຶນໄລຍະຍາວ. ການລອງຜິດລອງຖືກໃນຕະຫຼາດດ້ວຍເງິນຈໍານວນໜ້ອຍ ແລະ ເມື່ອໃດທີ່ເຮົາມີປະສົບການຫຼາຍຂຶ້ນ, ເຮົາຈະເຂົ້າໃຈຕົວເອງຫຼາຍຂຶ້ນວ່າເຮົາເໝາະສົມກັບການລົງທຶນປະເພດໃດ. ເເລ້ວຈຶ່ງຄ່ອຍມາສຸມໃສ່ໃນເເນວທາງນັ້ນ, ເພາະເສັ້ນທາງການລົງທຶນກວ້າງເກີນໄປທີ່ໃຜໆຈະກໍານົດເສັ້ນທາງໃຫ້ເຮົາໄດ້ຕັ້ງເເຕ່ຕົ້ນ.

  • ການລົງທຶນເເມ່ນການເຮັດທຸລະກິດ (Trading Is a Business)

ການລົງທຶນບໍ່ແຕກຕ່າງຫຍັງຈາກການເຮັດທຸລະກິດ. ​ບໍ່​ແມ່ນ​ວ່າ​ພຽງ​ແຕ່​ມີ​ເງິນເອົາ​ມາຊື້ຂາຍກໍ​ຈະ​ໄດ້ຮັບ​ຄວາມ​ສໍາ​ເລັດໄດ້. ແຕ່ພວກເຮົາຕ້ອງອີງໃສ່ການວາງແຜນ, ການກຽມພ້ອມທັງຕົວ ເເລະ ຈິດໃຈ, ການກະກຽມທຶນ, ການບໍລິຫານຄວາມສ່ຽງ, ມີແຜນສໍາຮອງຢູ່ສະເໝີ ເເລະ ມີກົນລະຍຸດຄືກັນກັບການເຮັດທຸລະກິດເລີຍ. ຖ້າທ່ານຕ້ອງການເປັນນັກລົງທຶນເຕັມຮູບເເບບ ຈະຕ້ອງມີ ຫ້ອງເຮັດວຽກ, ຄອມພິວເຕີ, ອິນເຕີເນັດ ເເລະອື່ນໆ ທີ່ໃຊ້ໃນການລົງທຶນ.

ດັ່ງນັ້ນ ເວລາທີ່ຈະເລີ່ມຕົ້ນການລົງທຶນ ໃຫ້ພວກເຮົາມີແນວຄວາມຄິດຄືກັບການເປີດບໍລິສັດ. ໃຜຢາກມີຍອດຂາຍເພີ່ມຂຶ້ນຢ່າງຕໍ່ເນື່ອງ ແລະ ຢູ່ໄດ້ເເບບໝັ້ນຄົງໃນໄລຍະຍາວ, ບໍ່ເເມ່ນເປີດມາເເລ້ວຈະປະສົບຜົນສໍາເລັດ ແລະ ລວຍໄວໃນໄລຍະສັ້ນແລ້ວປິດບໍລິສັດໄປ.

ທີ່ມາ : https://cutt.ly/A8ZSnmm

https://cutt.ly/b8ZSEU7
https://cutt.ly/48ZSYbD
**ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.

More Videos

Video Playlist
1/10 videos
1
bitqik Academy Live ep15
bitqik Academy Live ep15
01:04:48
2
bitqik Academy Live ep15
bitqik Academy Live ep15
3
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
01:16:04
4
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
01:23
5
Trick and Trade EP0
Trick and Trade EP0
54
6
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
01:01:46
7
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
01:06:22
8
Fiat VS Cryptocurrency 🚀
Fiat VS Cryptocurrency 🚀
48
9
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
01:01:26
10
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
42:53
About Us

bitqik INSIGHT, get our latest reports, covering all sorts of topics in the digital asset industry. From finance to economics, trends, and investment.

Services

© 2022-2023 bitqik Insight – All rights reserved.