Bitcoin ໃນເມື່ອກ່ອນຍັງບໍ່ເປັນທີ່ນິຍົມ ຫຼາຍໆຄົນຄິດວ່າມັນຄືການເເຊຣ໌ຕ່ອງໂສ້ຮູບເເບບໜື່ງ, ເເຕ່ໃນປັດຈຸບັນ Bitcoin ໄດ້ຮັບການຍົກຍ້ອງຢ່າງຕໍ່ເນື່ອງໃນໂລກຂອງການເງິນ ຫຼາຍຄົນຍົກໃຫ້ມັນເປັນສິນຊັບທີ່ມີມູນຄ່າຊະນິດໜຶ່ງ, ບາງຄົນກໍບອກວ່າມັນຈະກາຍເປັນທອງຄຳໃນໂລກຂອງ Cryptocurrency. ເຖິງເເມ່ນວ່າ Bitcoin ຈະພວມເກີດຂຶ້ນມາບໍ່ດົນ ເເຕ່ກະເເສຕອບຮັບໃນປັດຈຸບັນຖືວ່າດີຫຼາຍ, ເເຕ່ເຖິງຢ່າງນັ້ນ Warren Buffett CEO ຂອງບໍລິສັດ Berkshire Hathaway ເເລະ ເປັນນັກລົງທຶນທີ່ປະສົບຄວາມສຳເລັດຫຼາຍທີ່ສຸດໃນໂລກ ກໍຍັງຢຶດໝັ້ນໃນຈຸດຢືນຕົວເອງວ່າ Bitcoin ບໍ່ມີຄ່າ, ບໍ່ສາມາດສ້າງລາຍໄດ້ ເເລະ ບໍ່ຄິດຈະສົນໃນລົງທຶນໃນສະກຸນເງິນດິຈິຕອລນີ້.

Warren Buffett ກ່າວຂຶ້ນໃນກອງປະຊຸມທີ່ຈັດຂຶ້ນເມື່ອວັນທີ 30 ເດືອນເມສາ ປີ 2022 ວ່າ Bitcoin ບໍ່ເເມ່ນຊັບສິນທີ່ມີຜົນຜະລິດ ເເລະ ຈັບຕ້ອງບໍ່ໄດ້, ເຖິງເເມ່ນວ່າຈະມີການປ່ຽນໃນການຮັບຮູ້ຂອງສາທາລະນະກ່ຽວກັບ Cryptocurrency ເເຕ່ລາວກໍຍັງບໍ່ຊື້ Bitcoin.

“ບໍ່ວ່າລາຄາຂອງມັນຈະຂຶ້ນ ຫຼື ລົງໃນປີໜ້າ ຫຼືໃນອີກ 5 ປີ ຫຼື 10ປີກໍຕາມ, ສິ່ງໜຶ່ງທີ່ຂ້ອຍໝັ້ນໃຈວ່າ ມັນບໍ່ໄດ້ມີຜົນຜະລິດຫຍັງເລີຍ ມັນເກີດຂຶ້ນຈາກເວດມົນ ເເລະ ຜູ້ຄົນກໍຜູກຕິດເວດມົນເຂົ້າກັບສິ່ງຕ່າງໆກັນເອງ” Buffett ກ່າວ.

Buffett ຍັງກ່າວອີກວ່າ ເຖິງແມ່ນວ່າຜູ້ທີ່ມັກ Bitcoin ມີແນວໂນ້ມທີ່ຈະພິຈາລະນາວ່າມັນເປັນສະກຸນເງິນດິຈິຕອລ. ເປັນຊັບສິນທີ່ນັກລົງທຶນຊື້ ແລະ ຖືຄອງ ແລະ ຫວັງວ່າຈະເຫັນການເພີ່ມຂຶ້ນຂອງລາຄາໃນໄລຍະເວລາອັນຍາວນານ. ສໍາລັບນັກລົງທຶນ Crypto ທີ່ມີຄວາມຊັບຊ້ອນກວ່ານັ້ນ ຫຼຽນບາງຕົວມີວິທີການລົງທຶນເພື່ອໃຫ້ໄດ້ປະສິດທິພາບຫຼາຍສຸດເເກ່ນັກລົງທຶນ ບໍ່ວ່າຈະເປັນການໃຫ້ຢືມ ຫຼື ເປັນຫຼັກຄ້ຳປະກັນເພື່ອສ້າງຜົນປະໂຫຍດເພີ່ມເຕີມໃນຫຼັກຊັບການລົງທຶນ. ຢ່າງໃດກໍຕາມບັນດານັກລົງທຶນເຫຼົ່ານັ້ນອາຍຸຍັງນ້ອຍ ເເລະ ຍັງບໍ່ໄດ້ເຈາະເຂົ້າສູ່ກະເເສຫຼັກຂອງ Bitcoin.

ໂດຍ Warren Buffett ມັກຮູບເເບບການລົງທຶນທຸລະກິດທີ່ມີລັກສະນະຄ້າຍຄືການລົງທຶນໃນຟາມ ທີ່ມັນສາມາດຜະລິດພືດຜົນອອກມາໄດ້ໃນທຸກໆປີ ເເລະ ສາມາດຄາດການມູນຄ່າໄດ້ ໂດຍການນຳຜະລິດຕະພັນທີ່ໄດ້ຈາກຜົນຜະລິດນັ້ນໄປຂາຍ, ເຊິ່ງນີ້ເເມ່ນການເເນມເບີ່ງທີ່ຂອງຕົວທຸລະກິດນັ້ນວ່າ ເປັນສິນຊັບທີ່ມີຄຸນຄ່າໃນຕົວມັນເອງ ມີລາຍໄດ້ທີ່ໄດ້ຈາກການຂາຍຜະລິດຕະພັນທີ່ຕົວມັນຜະລິດຂຶ້ນມາເອງ. ຫຼັງຈາກນັ້ນ Buffett ກໍຈະນໍາເອົາເງິນໄປລົງທຶນໃນທຸລະກິດນັ້ນ ຍ້ອນຄວາມພໍໃຈກັບຜົນຜະລິດ ຫຼື ຜົນລັບທີ່ໄດ້ຂອງທຸລະກິດນັ້ນໆ, ໂດຍຈະເອີ້ນສິນຊັບປະເພດນີ້ວ່າ Productive Assets.

ເເຕ່ຫາກວ່າເຈົ້າຊື້ ຫຼື ລົງທຶນກັບ Non-productive Assets ຫຼື ສິນຊັບທີ່ບໍ່ມີຜົນຜະລິດເເລ້ວນັ້ນ, ການທີ່ເຈົ້າຈະເຮັດກຳໄລຈາກມັນໄດ້ກໍຄື ຈະຕ້ອງຄາດຫວັງວ່າມີຄົນທີ່ຈະມາຊື້ Asset ນັ້ນຕໍ່ຈາກເຈົ້າໃນລາຄາທີ່ສູງກວ່າທີ່ເຈົ້າຊື້ມາ. ຫຼັງຈາກທີ່ພວກເຂົາຊື້ໄປເເລ້ວ ພວກເຂົາກໍຫວັງເເບບດຽວກັນວ່າຈະມີຄົນມາຊື້ໃນລາຄາທີ່ສູງກວ່າພວກເຂົາຊື້ມາເຊັ່ນກັນ ເເລະ ຈະເປັນເເບບນີ້ຕໍ່ໄປເລື້ອຍໆ. ໂດຍສິນຊັບປະເພດນີ້ ບໍ່ໄດ້ສ້າງຜົນຜະລິດຫຍັງເລີຍຈາກຕົວມັນເອງ.

ເຊິ່ງ Buffett ເຫັນວ່າມັນເເຕກຕ່າງກັນຫຼາຍລະຫວ່າງການເອົາເງິນໄປລົງທຶນໃນສິນຊັບປະເພດ  Productive Assets ທີ່ນອກຈາກຈະໄດ້ເປັນເຈົ້າຂອງສິນຊັບເເລ້ວ ຍັງໄດ້ຜົນຜະລິດໄປຂາຍເອົາກຳໄລອີກດ້ວຍ. ໃນກໍລະນີຂອງ Bitcoin ເເລະ Cryptocurrency ອື່ນໆກໍເຊັ່ນກັນ ຖ້າຫາກຊື້ມາເເລ້ວ ກໍເຮັດໄດ້ເເຕ່ນັ່ງຖ້າ ເເລະ ຫວັງວ່າມື້ໜຶ່ງຈະມີຄົນທີ່ໃຫ້ລາຄາທີ່ສູງກວ່າມາຊື້ໄປ ຖ້າຫາກເຮົາພໍໃຈຂາຍກໍປ່ອຍຂາຍ ເເລ້ວກໍຈະເປັນເເບບນີ້ວົນວຽນໄປເລື້ອຍໆ ຊື້ມາເພື່ອລໍຖ້າຄົນມາຊື້ໃນລາຄາທີ່ສູງກວ່າຢູ່ຊ້ຳໆ.

ໂດຍ Buffett ເຫັນວ່າມັນຄ້າຍຄືກັບວິກິດການດອກທິວລິປ ທີ່ຮູ້ຈັກກັນໃນຊື່ Tulip Mania ທີ່ໃນສະໄໝກ່ອນ ດອກທິວລິປໄດ້ຖືກນໍາເຂົ້າຈາກຕ່າງປະເທດ. ມັນຈຶ່ງກາຍເປັນຂອງຫາຍາກ ເເລະ ໃຜໆກໍຢາກຄອບຄອງມັນຈົນເຮັດໃຫ້ມັນມີມູນຄ່າສູງ (ກວ່າ 5,000 florins) ເຊິ່ງມີຄົນຕີມູນຄ່າມັນໃນປັດຈຸບັນສູງເຖິງ 750,000ໂດລາ.

ຈົນໃນທີ່ສຸດຜູ້ຄົນກໍເລິ່ມຄິດໄດ້ວ່າ ດອກໄມ້ມັນກໍເປັນພຽງດອກໄມ້ ມື້ໜຶ່ງມັນກໍຕ້ອງຫ່ຽວເເຫ້ງເປັນທຳມະດາ, ເມື່ອຄິດໄດ້ເເບບນີ້ຜູ້ຄົນເລີຍຢຸດໃຫ້ຄ່າມັນ.

ເມື່ອຟັງຮອດນີ້ເເລ້ວ Warren Buffett ບໍ່ໄດ້ມີປັນຫາກັບທອງຄໍາ ຫຼື Bitcoin , ພຽງເເຕ່ມັກການລົງທຶນໃນສິນຊັບປະເພດ Productive Asset ເທົ່ານັ້ນ.

ບໍ່ວ່າ Bitcoin ຈະເກີດ ຫຼື ດັບ ແຕ່ສິ່ງໜຶ່ງທີ່ໄດ້ຮຽນຮູ້ຈາກ Buffett ຄື “ຈົ່ງລົງທຶນໃນສິ່ງທີ່ພວກເຮົາຖະນັດ ແລະ ຮູ້ແທ້ໆ” ເຊິ່ງ Buffett ບໍ່ໄດ້ລົງທຶນໃນ Bitcoin, ນັ້ນອາດຈະເປັນຍ້ອນ Buffett ບໍ່ຮູ້ຫຍັງກ່ຽວກັບ Bitcoin.

ທີ່ມາ : https://cutt.ly/B8VCfZP

**ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.

More Videos

Video Playlist
1/10 videos
1
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
01:16:04
2
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
3
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
01:23
4
Trick and Trade EP0
Trick and Trade EP0
54
5
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
01:01:46
6
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
01:06:22
7
Fiat VS Cryptocurrency 🚀
Fiat VS Cryptocurrency 🚀
48
8
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
01:01:26
9
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
42:53
10
bitqik Academy live ep7: ສະຫຼຸບເຫດການທີ່ສຳຄັນໃນໂລກຄຣິບໂຕ
bitqik Academy live ep7: ສະຫຼຸບເຫດການທີ່ສຳຄັນໃນໂລກຄຣິບໂຕ
54:48
About Us

bitqik INSIGHT, get our latest reports, covering all sorts of topics in the digital asset industry. From finance to economics, trends, and investment.

Services

© 2022-2023 bitqik Insight – All rights reserved.