Ray Dalio ຜູ້ກໍ່ຕັ້ງບໍລິສັດ Bridgewater Associates ເຊິ່ງເເມ່ນກອງທຶນຄຸ້ມຄອງຄວາມສ່ຽງທີ່ໃຫຍ່ສຸດໃນໂລກ. ບໍລິສັດ Bridgewater Associates ຄຸ້ມຄອງເງິນຫຼາຍກວ່າ 160 ຕື້ໂດລາທົ່ວໂລກ ລວມທັງສະຖາບັນ, ລັດຖະບານຕ່າງປະເທດ, ທະນາຄານກາງ, ກອງທຶນບໍານານ, ທຶນຊ່ວຍເຫຼືອຈາກມະຫາວິທະຍາໄລ ແລະ ມູນນິທິການກຸສົນ ແລະ​ອື່ນໆ​ອີກນັບ​ບໍ່​ຖ້ວນ. ໂດຍໃນປັດຈຸບັນ Ray Dalio ມີສິນຊັບຢູ່ທີ່ 19,000 ລ້ານໂດລາ ເເລະ ເປັນມະຫາເສດຖີອັນດັບ 79 ຂອງໂລກ (ຂໍ້ມູນຫຼ້າສຸດເມື່ອວັນທີ 11 ເດືອນມີນາ ປີ 2023).

ນອກຈາກບົດບາດຂອງການເປັນນັກລົງທຶນ ລາວຍັງເປັນນັກຂຽນທີ່ສຸດຍອດອີກດ້ວຍ. ໂດຍປຶ້ມທີ່ລາວຂຽນທັງໝົດຍັງເປັນເປັນ Best seller, ມັນໄດ້ສ້າງແຮງບັນດານໃຈ ເເລະ ປ່ຽນແປງຊີວິດຂອງຫຼາຍຄົນໃຫ້ດີຂຶ້ນ.

ເເຕ່ມື້ນີ້ເຮົາຈະມາສະຫຼຸບໃຈຄວາມສຳຄັນຂອງໜັງສື “Principles for Dealing with the Changing World Order” ຂອງ Ray Dalio ທີ່ເຊື່ອວ່າໂລກເຮົາໄດ້ມີການປ່ຽນໃນຮູບເເບບໃນຄ້າຍຄືກັນມາຕະຫຼອດ 500 ປີ. ໂດຍໃຈຄວາມສຳຄັນໃນໜັງສືທີ່ຕ້ອງການສະເເດງໃຫ້ເຮົາເຫັນຄື ສິ່ງທີ່ຂັບເຄື່ອນ “The Big Cycle” ທີ່ເວົ້າເຖິງການເຕີບໂຕໃນຊ່ວງເວລາທີ່ຮຸ່ງເຮືອງ ເເລະ ການຖົດຖອຍຂອງປະເທດຕ່າງໆ ຜ່ານການເວລາ ໃນຂະນະທີ່ທຸກຄົນກໍອາດຈະເປັນສ່ວນໜຶ່ງຢູ່ໃນວັດທະຈັກນັ້ນ.

ນອກຈາກນີ້ ຍັງສະເເດງໃຫ້ເຫັນວ່າ ໃນປະຫວັດສາດທີ່ຜ່ານມາລະບຽບຂອງໂລກ ເເລະ ການປ່ຽນເເປງຈາກການເຮັດວຽກມີຄວາມສອດຄ່ອງກັນເເນວໃດ? ສິ່ງທີ່ຜູ້ນໍາໂລກໃນປັດຈຸບັນຄືສະຫະລັດຈະຕ້ອງເຮັດຫຍັງເເນ່ ເພື່ອຍັງຄົງຄວາມເຂັ້ມເເຂງຂອງປະເທດມະຫາອຳນາດໄວ້?

  • ວັດທະຈັກ “The Big Cycle”

“The Big Cycle” ຈະປະກອບດ້ວຍ 3 ໄລຍະຄື :

  • ຊ່ວງຂາຂຶ້ນ (The Rise) ແມ່ນຊ່ວງທີ່ຫຼັງຈາກຊະນະສົງຄາມ ກໍຈະມີການຈັດລະບຽບ ເເລະ ກຳນົດກົດລະບຽບເສດຖະກິດຂອງໂລກໃໝ່,​ ສ່ວນປະເທດທີ່ຊະນະສົງຄາມ ສະກຸນເງິນຂອງປະເທດນັ້ນກໍຈະກາຍເປັນReserve Currency ຂອງໂລກ.
  • ຊ່ວງທີ່ຮັ່ງມີທີ່ສຸດ (The Top) ເຊິ່ງເເມ່ນຊ່ວງທີ່ໂລກສະຫງົບສຸກທີ່ສຸດ ຫຼັງຈາກທີ່ໄດ້ຮັບຄວາມເສຍຫາຍຈາກສົງຄາມ, ຜູ້ຄົນຈະເລີ່ມຕົ້ນສ້າງຊີວິດໃໝ່ໂດຍປະສະຈາກຄວາມຂັດເເຍ່ງ, ຫຼັງຈາກນັ້ນກໍເລີ່ມຜະລິດສິນຄ້າ ເເລະ ການບໍລິການທີ່ຫຼາກຫຼາຍ, ເຮັດໃຫ້ເສດຖະກິດເລີ່ມດີຂຶ້ນ. ຕໍ່ມາຜູ້ຄົນກໍເລີ່ມກູ້ຢືມເງິນເພື່ອຂະຫຍາຍກິດຈະການ ເເລະ ນີ້ກໍຢູ່ໃນຊ່ວງທີ່ຂະຫຍາຍຕົວສຸດໆ ເຊິ່ງໃນຊ່ວງນີ້ກໍໃຫ້ເກີດຟອງສະບູ່ທາງເສດຖະກິດ, ຄົນລວຍຈະເຮັດໃຫ້ດີກວ່າຄົນຊົນຊັ້ນກາງ ເເລະ ຄົນທຸກຍາກ ຈົນເຮັດໃຫ້ເກີດຊ່ອງວ່າງລະຫວ່າງຄົນລວຍ ເເລະ ຄົນມີລາຍໄດ້ໜ້ອຍຫຼາຍຂຶ້ນເລື້ອຍໆ, ເມື່ອຊ່ອງຫວ່າງເພິ່ມຂຶ້ນຫຼາຍຈົນເກີນໄປ ຈຶ່ງກໍໃຫ້ເກີດການຂັດເເຍ່ງພາຍໃນປະເທດ. ຫຼາຍໆປະເທດທີ່ຈັບຕາເບິ່ງຢູ່ເກີດເຫັນປະເທດມະຫາອຳນາດມີຄວາມອ່ອນເເອ ເຂົາເຈົ້າກໍສວຍໂອກາດໃຊ້ຈັງຫວະນີ້ໃນການເລັ່ງພັດທະນາປະເທດຕົວເອງຂຶ້ນມາເພື່ອກາຍເປັນຄູ່ເເຂ່ງທີ່ສຳຄັນ.
  • ຊ່ວງຂາລົງ (The Decline) ເເມ່ນຊ່ວງທີ່ມີສັນຍານບົ່ງບອກວ່າ ເສດຖະກິດຢູ່ໃນຊ່ວງຂາລົງ ມີໜີ້ສິນທີ່ເພິ່ມຂຶ້ນ, ໃຊ້ຈ່າຍຫຼາຍກວ່າລາຍຮັບທີ່ຫາໄດ້ ເເລະ ເລິ່ມຜະລິດເງິນອອກມາຢ່າງມະຫາສານ ເຮັດໃຫ້ເກີດເງິນເຟີ້ຢ່າງຮຸນເເຮງ. ໃນໄລຍະນີ້ອາດຈະເກີດມີສົງຄາມ ຫຼື ຄວາມຂັດເເຍ້ງລະດັບໂລກ ທີ່ກໍໃຫ້ເກີດການປ່ຽນຂົ້ວອຳນາດໃໝ່ທາງເສດຖະກິດ.

ຍ້ອນກັບໄປໃນເວລາຫຼ້າສຸດ ທີ່ມີການປ່ຽນປະເທດມະຫາອໍານາດທີ່​ໃຫຍ່​ທີ່​ສຸດ​ໃນ​ສະ​ກຸນ​ເງິນ​ສຳຮອງ (currency reserve) ມີຢູ່ 3 ປະ​ເທດ​ຄື:

  • ປະເທດເນເທີແລນ
  • ປະເທດອັງກິດ
  • ປະເທດອາເມຣິກາ (ປະຈຸບັນເປັນ currency reserve)

ຍັງມີ 6 ອານາຈັກໃຫຍ່ທີ່ໄດ້ປ່ຽນກັນກາຍມາເປັນມະຫາອໍານາດໃນໄລຍະ 500 ປີຜ່ານມາ (ເຊັ່ນ: ເຢຍລະມັນ, ຝຣັ່ງ, ຣັດເຊຍ, ອິນເດຍ, ຍີ່ປຸ່ນ ແລະ ຈີນ) ລວມທັງບັນດາລາຊະວົງໃຫຍ່ຂອງຈີນທັງໝົດ ນັບ​ຕັ້ງ​ແຕ່​ສະ​ໄຫມ​ລາ​ຊະ​ວົງ Tang ເມື່ອປະ​ມານ 600 ປີ​ກ່ອນ​ຫນ້າ​ນີ້​

  • ການປ່ຽນແປງຂອງ “World Order ຫຼື ລະບຽບໂລກ”

ລະບຽບໂລກໃນປັດຈຸບັນທີ່ເອີ້ນທົ່ວໄປວ່າ “ລະບຽບໂລກຂອງສະຫະລັດ” ເກີດຂຶ້ນຫຼັງຈາກໄຊຊະນະຂອງພັນທະມິດໃນສົງຄາມໂລກຄັ້ງທີ 2, ເມື່ອສະຫະລັດກາຍມາເປັນມະຫາອຳນາດໂລກ ລະບຽບກໍຖືກກຳນົດໄວ້ໃນຂໍ້ຕົກລົງ ເເລະ ສົນທິສັນຍາສຳລັບການເຮັດວຽກຂອງກົດລະບຽບ ເເລະ ລະບົບການເງິນທົ່ວໂລກ. ລະບົບການເງິນໂລກໃໝ່ນີ້ ຖືກກຳນົດໄວ້ໃນຂໍ້ຕົກລົງ Bretton Woods ເຊິ່ງເປັນການກໍ່ຕັ້ງເງິນໂດລາ ໃຫ້ກາຍເປັນສະກຸນເງິນສໍາຮອງຊັ້ນນຳຂອງໂລກ ໃນປີ 1944.

ສະກຸນເງິນສຳຮອງທີ່ເປັນສະກຸນເງິນທີ່ຍອມຮັບໃນທົ່ວໂລກແມ່ນອີກປັດໄຈໜຶ່ງທີ່ສໍາຄັນ ທີ່ເຮັດໃຫ້ປະເທດນັ້ນໆ ກາຍເປັນປະເທດມະຫາອຳນາດທີ່ຮັ່ງມີ ແລະມີອໍານາດຫຼາຍທີ່ສຸດ ​ເໜືອກວ່າ​ປະ​ເທດ​ອື່ນໆ ແລະ ລະບົບການເງິນທີ່ສ້າງຂຶ້ນໃໝ່.

ການ​ປ່ຽນ​ແປງ​ທັງ​ໝົດ​ເຫຼົ່າ​ນີ້​ພາ​ໃຫ້​ມີ​ການ​ປ່ຽນ​ແປງ​ລະ​ບຽບ​ການ​ຂອງ​ແຕ່​ລະ​ປະ​ເທດ ແລະ ຂອງໂລກເກືອບທຸກເວລາ ເກີດຂື້ນເປັນວັດທະຈັກທີ່ຊໍ້າໆກັນ, ເຊິ່ງ Ray Dalio ເອີ້ນວ່າ “The Big Cycle”

  • The Big Cycle ຂອງມະຫາອຳນາດໂລກໃນແຕ່ລະຍຸກ

The Big Cycle ເກີດຂື້ນໃນຮອບວຽນຊ້ອນກັນ, ມັນ​ແກ່​ຍາວເວລາປະມານ 250 ປີ​ ໂດຍມີໄລ​ຍະ​ການ​ປ່ຽນ​ຜ່ານ 10-20 ປີ​. ການປ່ຽນຜ່ານຈະເປັນຊ່ວງທີ່ເກີດ “ຄວາມຂັດແຍ້ງທີ່ຄັ້ງໃຫຍ່ ຫຼື ສົງຄາມ” ຍ້ອນອໍານາດຂອງຜູ້ນໍານັ້ນຈະບໍ່ເສື່ອມລົງ ຫາກບໍ່ມີການຕໍ່ສູ້.

​​ເຊິ່ງການທີ່ຈະ​ວັດ​ແທກ​ວ່າ​ປະ​ເທດ​ນີ້​ຍັງ​ເປັນ​ມະຫາ​ອຳນາດຢູ່ ​ຫຼື​ບໍ່ ເກີດຈາກການຫາຄ່າສະເລ່ຍຈາກ 8 ຈຸດສໍາຄັນເຫຼົ່ານີ້ວ່າແຕ່ລະປະເທດມີຄວາມເຂັ້ມແຂງໃນອະດີດຫຼາຍຊໍ່າໃດ? ແລະ ມີການຂະຫຍາຍຕົວ ຫຼື ຫຼຸດລົງເເນວໃດ? ສາມາດເຫັນໄດ້ຈາກລໍາດັບຂອງຄ່າສະເລ່ຍໃນຫຼາຍປະເທດ ເເລ້ວນຳມາປຽບທຽບ ດ້ວຍໂດຍມີຫົວຂໍ້ດັ່ງນີ້:

  • ການສຶກສາ (Education)
  • ນະວັດຕະກໍາ ແລະ ເທັກໂນໂລຢີ (Inventiveness and Technology Development)
  • ຄວາມສາມາດໃນການແຂ່ງຂັນກັບຕະຫຼາດໂລກ (Competitiveness in Global Markets)
  • ຜົນຜະລິດທາງເສດຖະກິດ (Economic Output)
  • ສ່ວນ​ແບ່ງ​ການ​ຄ້າ​ໂລກ​ (Share of World Trade)
  • ກໍາລັງທະຫານ (Military Strength)
  • ຄວາມເຂັ້ມແຂງໃນການເປັນສູນກາງທາງດ້ານການເງິນ (The Power of their Financial Center for Capital Markets)
  • ຄວາມເຂັ້ມແຂງຂອງສະກຸນເງິນໃນຖານະເປັນສະກຸນເງິນສຳຮອງ (The Strength of their Reserve Currency)

The Big Cycle ມັກຈະເລີ່ມຕົ້ນຂຶ້ນຫຼັງຈາກຄວາມຂັດແຍ້ງຄັ້ງໃຫຍ່ ມັກເກີດຈະສົງຄາມເລື້ອຍໆ ເພື່ອເປັນຕົວກໍານົດອໍານາດຜູ້ນໍາ ແລະ ລະບຽບຂອງໂລກໃໝ່

ການຄາດ​ການອະ​ນາ​ຄົດ​ຈາກ​ອະ​ດີດ (The Future)

ປະເທດອາ​ເມ​ລິ​ກາ​ຈະ​ຄອງ​ຕຳ​ແໜ່ງ​ເປັນ​ປະ​ເທດ​ມະຫາ​ອຳນາດ​ໄດ້​ດົນ​ປານ​ໃດ? ຕ້ອງເບິ່ງ 7 ຕົວຊີ້ວັດເຫຼົ່ານີ້:

  1. ຄວາມສາມາດໃນການເປັນນຳຂອງຜູ້ບໍລິຫານ
  2. ລະ​ດັບ​ການ​ສຶກ​ສາ​ຂອງ​ປະ​ຊາ​ຊົນ​ໃນ​ປະ​ເທດ​
  3. ຄວາມຕັ້ງໃຈຂອງປະຊາຊົນໃນປະເທດ​ ແລະ ເປົ້າ​ໝາຍ​ ​
  4. ລະບຽບກົດໝາຍທີ່ເຂັ້ມແຂງແມ່ນມີປະໂຫຍດໃນການສ້າງຄວາມເປັນລະບຽບຮຽບຮ້ອຍ.
  5. ຈໍານວນການສໍ້ລາດບັງຫຼວງທີ່ພົບເຫັນຢູ່ໃນປະເທດ
  6. ປະສິດທິພາບການຈັດສັນຊັບພະຍາກອນທີ່ມີຢູ່ເໝາະສົມ ຫຼື ບໍ່.
  7. ເປີດ​ກວ້າງ​ຄວາມ​ຄິດ​ທີ່ເປັນອິດ​ສະ​ລະ​​ ດ້ວຍມາດຕະຖານທົ່ວໂລກ

ປະເທດທີ່ສາມາດກາຍເປັນມະຫາອຳນາດໄດ້ ຕ້ອງເປັນປະເທດທີ່ມີພື້ນຖານທີ່ເຂັ້ມແຂງ, ໜີ້ສິນຂ້ອນຂ້າງຕໍ່າ, ມີຊ່ອງ​ຫວ່າງ​ລະຫວ່າງ​ຊົນ​ຊັ້ນໜ້ອຍ, ປະຊາຊົນເຮັດວຽກຮ່ວມກັນຢ່າງມີປະສິດທິຜົນເພື່ອກໍໃຫ້ເກີດຄວາມຈະເລີນຮຸ່ງເຮືອງ, ມີການສຶກສາທີ່ດີ, ມີຜູ້ນຳທີ່ເຂັ້ມແຂງ ມີຄວາມສາມາດ ແລະໂລກທີ່ສະຫງົບສຸກ.

ທີ່ມາ: https://cutt.ly/u829469

https://cutt.ly/A8295ly
https://cutt.ly/e823qcP
**ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.

More Videos

Video Playlist
1/10 videos
1
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
01:16:04
2
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
3
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
01:23
4
Trick and Trade EP0
Trick and Trade EP0
54
5
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
01:01:46
6
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
01:06:22
7
Fiat VS Cryptocurrency 🚀
Fiat VS Cryptocurrency 🚀
48
8
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
01:01:26
9
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
42:53
10
bitqik Academy live ep7: ສະຫຼຸບເຫດການທີ່ສຳຄັນໃນໂລກຄຣິບໂຕ
bitqik Academy live ep7: ສະຫຼຸບເຫດການທີ່ສຳຄັນໃນໂລກຄຣິບໂຕ
54:48
About Us

bitqik INSIGHT, get our latest reports, covering all sorts of topics in the digital asset industry. From finance to economics, trends, and investment.

Services

© 2022-2023 bitqik Insight – All rights reserved.