ທະນາຄານຮົງກົງ ແລະ ບໍລິສັດ Shanghai Banking Corporation (HSBC) ໄດ້ປະກາດການຊື້ກິດຈະການທະນາຄານ Silicon Valley Bank (SVB) ສາຂາສະຫະລາຊະອານາຈັກ ຫຼັງຈາກທະນາຄານໄດ້ປະກາດລົ້ມລະລາຍໃນວັນສຸກທີ່ຜ່ານມາ (ວັນທີ 10 ເດືອນມີນາ ປີ2023).

ທາງ HSBC ຢືນຢັນວ່າ ໄດ້ນໍາເອົາບໍລິສັດຍ່ອຍ HSBC UK ເຂົ້າຊື້ສາຂາຂອງ Silicon Valley Bank ຂອງສະຫະລາຊະອານາຈັກ ໃນລາຄາພຽງແຕ່ 1 ປອນ (1,21 ໂດລາ). ໂດຍຊັບສິນ ແລະ ໜີ້ສິນຂອງທະນາຄານ Silicon Valley ບໍລິສັດແມ່ ຈະບໍ່ຖືກລວມເຂົ້າໃນຂໍ້ຕົກລົງນີ້.

Noel Quinn CEO ຂອງ HSBC Group ກ່າວເຖິງຈຸດປະສົງໃນການເຂົ້າຊື້ຄັ້ງນີ້ວ່າ: “ເພື່ອເສີມສ້າງຄວາມເຂັ້ມເເຂງໃຫ້ກັບ franchise ທະນາຄານການຄ້າຂອງພວກເຮົາ ແລະ ເພີ່ມຄວາມສາມາດໃນການຮັບໃຊ້ບໍລິສັດທີ່ມີນະວັດຕະກໍາ ແລະ ການຂະຫຍາຍຕົວທີ່ວ່ອງໄວ, ລວມທັງໃນຂະແໜງເທັກໂນໂລຢີ ແລະ ວິທະຍາສາດເພື່ອຊີວິດ​ໃນສະຫະລາຊະອານາຈັກ ​ແລະ​ ນານາຊາດ”

Jeremy Hunt ລັດຖະມົນຕີກະຊວງການເງິນອັງກິດ ໄດ້​ເນັ້ນ​ໜັກ​ເຖິງ​ຜົນ​ປະ​ໂຫຍດ​ຂອງ​ຂໍ້​ຕົກ​ລົງດັ່ງກ່າວ​ວ່າ “ຮັບປະກັນໄດ້ວ່າ ເງິນຝາກຂອງລູກຄ້າຈະໄດ້ຮັບການຄຸ້ມຄອງ ແລະ ສາມາດໃຊ້ບໍລິການທະນາຄານໄດ້ເປັນປົກກະຕິ”

“ຂະ​ແໜງ​ເທັກ​ໂນ​ໂລ​ຢີ​ຂອງ​ອັງ​ກິດ​ແມ່ນ​ຜູ້​ນຳລະດັບ​​ໂລກຢ່າງ​ແທ້ຈິງ ແລະ ຍັງມີຄວາມສໍາຄັນອັນໃຫຍ່ຫຼວງຕໍ່ເສດຖະກິດອັງກິດ ເນື່ອງຈາກເປັນຂະແຫນງການທີ່ສະໜັບສະໜູນການຫາວຽກຫຼາຍກວ່າເເສນຕໍາເເໜ່ງ” Hunt ກ່າວຕື່ມ.

ທີ່ມາ : https://cutt.ly/B88DTUU

**ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.

More Videos

Video Playlist
1/10 videos
1
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
01:16:04
2
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
3
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
01:23
4
Trick and Trade EP0
Trick and Trade EP0
54
5
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
01:01:46
6
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
01:06:22
7
Fiat VS Cryptocurrency 🚀
Fiat VS Cryptocurrency 🚀
48
8
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
01:01:26
9
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
42:53
10
bitqik Academy live ep7: ສະຫຼຸບເຫດການທີ່ສຳຄັນໃນໂລກຄຣິບໂຕ
bitqik Academy live ep7: ສະຫຼຸບເຫດການທີ່ສຳຄັນໃນໂລກຄຣິບໂຕ
54:48
About Us

bitqik INSIGHT, get our latest reports, covering all sorts of topics in the digital asset industry. From finance to economics, trends, and investment.

Services

© 2022-2023 bitqik Insight – All rights reserved.