Robert F. Kennedy Jr ຜູ້ສະໝັກຊິງຕໍາແໜ່ງປະທານາທິບໍດີ ຖື Bitcoin ມູນຄ່າກວ່າ 200,000 $

Robert F. Kennedy Jr ຜູ້ສະໝັກຊິງຕໍາແໜ່ງປະທານາທິບໍດີ ມີປະຫວັດທາງການເງິນທີ່ສະແດງການຖືຄອງ bitcoin ຈໍານວນຫຼາຍ ເຊິ່ງຍ້ອນໄປໃນການປະຊຸມ bitcoin ໃນເດືອນພຶດສະພາ kennedy ເຄີຍກ່າວວ່າ ຂ້ອຍບໍ່ແມ່ນນັກລົງທຶນ ແລະ ຂ້ອຍບໍ່ໄດ້ມາເພື່ອແນະນໍາການລົງທຶນ Kennedy ເວົ້າຢ່າງຕົງໄປຕົງມາວ່າ: ໃນການສະໝັບສະໝູນ bitcoin ລວມເຖິງການຍອມຮັບສິນຊັບດິຈິຕອນ ສໍາລັບບໍລິຈາກໃນແຄມແປນ ຢ່າງໃດກໍ່ດີ CNBC ລາຍງານວ່າ ອີງຕາມສະຖານະທາງການເງິນ ລາວອາດມີປະມານ 40 BTC Kennedy Jr ສະແດງການຖືຄອງ bitcoin ຈໍານວນຫຼາຍ ເນື່ອງຈາການເລືອກຕັ້ງປະທານາທິບໍດີໃນປີ 2024 ເປັນຊ່ວງເວລາສໍາຄັນສໍາລັບການເມືອງສະຫະລັດ ແລະ ດ້ວຍອຸດສາຫະກໍາສິນຊັບດິຈິຕອນກໍາລັງເປັນກະແສສໍາຄັນ ຈຶງການເປັນຈຸດອາທິບາຍທີ່ໂດດເດັ່ນສໍາລັບຜູ້ສະໝັກ Bitcoin ເປັນສ່ວນສໍາຄັນໃນການຫາສຍງຊິ່ງຕໍາແໝ່ງປະທານາທິບໍດີ kennedy ຈົນຮອດຕອນນີ້ ໂດຍລາວອາດເວົ້າເຖິງການປົກປ້ອງສະກຸນເງິນດິຈິຕອນ ນອກນີ້ ລາວອາດເວົ້າຄວາມກັງວົນກ່ຽວກັບສິນຊັບດິຈິຕອນທີ່ອອກໂດຍລັດຖະບານ ຍ່າງໃດກໍ່ຕາມ ການເປີດເຜີຍການຖືຄອງ bitcoin ລ່າສຸດນີ້ອາດຊີ້ໃຫ້ເຫັນຜົນປະໂຫຍດກັບຜູ້ສະໝັກເລືອກຕັ້ງ

ຕະຫຼາດອາດມີຫວັງ ເມື່ອ BlackRock ມີອັດຕາການຊະນະ 575:1

ບໍລິສັດກອງທຶນທີ່ໃຫຍ່ທີ່ສຸດຂອງໂລກ BlackRock ບໍ່ດົນມານີ້ໄດ້ເຂົ້າສູ່ອຸດສາຫະກໍາ crypto ໂດຍການຍື່ນຂໍ Bitcoin ETF ກັບຄະນະກໍາມະການຫຼັກຊັບ ແລະ ຕະຫຼາດຫຼັກຊັບສະຫະລັດ (SEC). ການຍື່ນຂໍສໍາລັບ Bitcoin  ETF ໄດ້ເຮັດໃຫ້ຫຼາຍຄົນໃນຊຸມຊົນ crypto ສົງໄສວ່າຄວາມພະຍາຍາມຂອງ BlackRock ຈະສິ້ນສຸດລົງຕັ້ງແຕ່ທໍາອິດ, ແນວໃດກໍ່ຕາມ ອັດຕາຄວາມສໍາເລັດຂອງ blackRock ໃນການຍື່ນຂໍ Bitcoin  ETF ໃນອາດີດມີໂອກາດປະສົບຜົນສໍາເລັດຫຼາຍ ການເປີດກອງທຶນມີປະໂຫຍດແນວໃດ ຕໍ່ອຸດສະຫະກໍາຄິບໂຕ ຍ້ອນກັບໄປຊ່ວງແຜ່ລະບາດຂອງໂຣກ COVID-19 ສະຖາບັນຫຼາຍແຫຼ່ງເລີ່ມເບິ່ງ ຫາອຸດສາຫະກໍາ Crypto ແລະ bitcoin ກັນຢ່າງຈິງຈັງຫຼາຍຂຶ້ນ ຈົນກ່າວໄດ້ວ່າສະຖາບັນໃໝ່ ຫຼື ນັກລົງທຶນແບບດັ້ງເດີມມັກຈະຊື້ບິດຄອຍເລີຍ ເຖິງວ່າ BlackRock ຈະລັງເລໃຈໃນຕອນທໍາອິດ ແຕ່ກໍ່້ເລີ່ມຕົ້ນດ້ວຍການລົງທຶນດ້ວຍເງິນກ້ອນນ້ອຍຜ່ານ CME ແຕ່ໃນສະຖາບັນການເງິນຫຼາຍແຫຼ່ງຖອຍກັນໄປໃນຊ່ຕະຫຼາດໜີປີ 2022 BlackRock ກັບເພີ່ມເງິນລົງທຶນເປັນສອງເທົ່າ ພ້ອມທັງເລີ່ມແນວຄິດກອງທຶນ Crypto 2-3 ແລະ ໜຶ່ງໃນນັ້ນຄື Blackchain ETF […]

USDC ແຊງ USDT ເປັນ Stablecoin ທີ່ມີສະພາບຄ່ອງຫຼາຍສຸດໃນເວັບເທດແບບ CEX

ການວິເຄາະໂດຍຜູ້ໃຫ້ບໍລິການຂໍ້ມູນຕະຫຼາດ crypto Kaiko ເປີດເຜີຍວ່າ USD Coin (USDC) ໃນປັດຈຸບັນແມ່ນຫຼຽນທີ່ມີສະພາບຄ່ອງທີ່ສຸດໃນການແລກປ່ຽນ (CEX). ສະພາບຄ່ອງຂອງ USDC ແມ່ນສູງທີ່ສຸດ, ຕິດຕາມດ້ວຍ Tether (USDT), Binance USD (BUSD), True USD (TUSD), ແລະ Dai (DAI), ອີງຕາມຂໍ້ມູນທີ່ລວບລວມໂດຍ Kaiko, ລວມທັງ bid-side 0.1% ໃນທົ່ວຕະຫຼາດທັງໝົດໂດຍນໍາໃຊ້ USDC ເປັນຊັບສິນພື້ນຖານ Kaiko ສັງເກດເຫັນວ່າ ໃນຂະນະທີ່ຜູ້ອອກ Stablecoin Circle ແລະ Tether ຫມັ້ນໃຈວ່າ tokens ຂອງເຂົາເຈົ້າຈະຮັກສາຄວາມສະທຽນລະພາບ, de-pegging ອາດຈະຍັງເກີດຂຶ້ນໃນຕະຫຼາດບາງຈຸດ. ແລະນີ້ເຮັດໃຫ້ຕະຫຼາດ stabilitycoin ມີຄວາມສໍາຄັນສໍາລັບການຄົ້ນພົບລາຄາ (rice discovery). “ໃນທາງທິດສະດີ, ຜູ້ອອກເງິນຄວນຈະຮັກສາຈຸດຢືນຂອງພວກເຂົາ, ຢ່າງໃດກໍຕາມ, de-pegging ຍັງສາມາດເກີດຂຶ້ນໃນຕະຫຼາດ. ໂດຍສະເພາະ, […]

ETH ເປັນຫຍັງຈຶ່ງເປັນ Proof of stake

ການປ່ຽນເເປງສໍາລັບ Ethereum (ETH) ໃນປີ 2022 ທີ່ຜ່ານມາ ຖືວ່າເປັນການປ່ຽນເເປງທີ່ສຳຄັນ ເເລະ ເປັນທີ່ເປັນທີ່ໜ້າສົນໃຈ. ໂດຍ Ethereum ຈະປ່ຽນເຄືອຂ່າຍຈາກການເຮັດວຽກເເບບ Proof-of-Work (PoW) ເປັນ Proof-of-Stake (PoS) ລວມໄປເຖິງການປັບປຸງອື່ນໆອີກ ທີ່ຈະຊ່ວຍເສີມສ້າງຮາກຖານຂອງ ETH ສາມາດເຂົ້າເຖິງຜູ້ໃຊ້ທົ່ວໂລກໂດຍບໍ່ສູນເສຍການກະຈາຍອຳນາດ ເເລະ ຄວາມປອດໄພຂອງເຄືອຂ່າຍ. The Merge ແມ່ນການປ່ຽນ Ethereum blockchain ຈາກກົນໄກການ Proof-of-work (PoW) ເປັນ Proof-of-stake (PoS). ເຊິ່ງລວມເເມ່ນການລວມ mainnet ໃນປັດຈຸບັນເຂົ້າກັບ Beacon chain, ມີຈຸດປະສົງເພື່ອໃຫ້ໄວຂຶ້ນ ແລະ ປະຫຍັດພະລັງງານຫຼາຍຂຶ້ນ. ເຊິ່ງການຍົກລະດັບ Beacon Chain ແມ່ນຮາກຖານທີ່ສຳຄັນຂອງໂຄງສ້າງ Ethereum 2.0 ທີ່ອີງໃສ່ກົນໄກ Proof-of-Stake. ໂດຍເຮັດວຽກເເບບຄູ່ຂະໜານໃນ Ethereum mainnet, ແຕ່ບໍ່ໄດ້ເຮັດທຸລະກໍາໃນ ເຄືອຂ່າຍຫຼັງ. […]

Exchange ອັນດັບ 1 ຂອງສະຫະລັດ “Coinbase” ປະກາດລະງັບການຊື້ຂາຍ Binance USD ຢ່າງເປັນທາງ

Brian Armstrong CEO ຂອງ Coinbase ກ່າວວ່າ ການຕັດສິນໃຈໃນຄັ້ງນີ້ເກີດຂຶ້ນຍ້ອນຄວາມກັງວົນເລື່ອງຂອງສະພາບຄ່ອງ. Coinbase (COIN) ບໍລິສັດການແລກປ່ຽນ Cryptocurrency ໄດ້ປະກາດລະງັບການຊື້ຂາຍ Stablecoin ຂອງ Binance USD (BUSD) ຢ່າງເປັນທາງການເເລ້ວ. ການຕັດສິນໃຈດັ່ງກ່າວມີຂຶ້ນຫຼັງຈາກຜູ້ Paxos ບໍລິສັດທີ່ອອກຫຼຽນ BUSD ຢຸດເຊົາການສ້າງຫຼຽນ Stablecoin ທີ່ເປັນຜົນມາຈາກການດຳເນີນການດ້ານກົດລະບຽບຂອງພະແນກການບໍລິການທາງດ້ານການເງິນຂອງນິວຢອກ ແລະ ອີງຕາມບົດລາຍງານ Federal Securities and Exchange Commission. ຢ່າງໃດກໍ່ຕາມ, ຜູ້ໃຊ້ Coinbase ທີ່ຖື BUSD ຍັງສາມາດຖອນສິນຊັບຂອງເຂົາເຈົ້າໄດ້ທຸກຕະຫຼອດເວລາ. ອີງຕາມການປະກາດຂອງ Coinbase. ທີ່ມາ : https://cutt.ly/Z86xkdA

ລາຄາ Bitcoin ໄດ້ເພີ່ມຂຶ້ນຫຼາຍກວ່າ 13.94% ໃນ 24 ຊົ່ວໂມງທີ່ຜ່ານມາ

ສະຖານະການລົ້ມລະລາຍຂອງ Signature Bank ແລະ Silicon Valley Bank ເຮັດໃຫ້ລາຄາ Bitcoin ເລີ່ມກັບມາດີຂຶ້ນໃນມື້ວານນີ້, ຫຼຽນ Stablecoin ຍັກໃຫຍ່ຄື USDC ກໍໄດ້ກັບມາຜູກເງິນໂດລາອີກຄັ້ງ. ໃນຊ່ວງເຊົ້າມື້ວານນີ້ ລາຄາຂອງ Bitcoin ໄດ້ເພີ່ມຂຶ້ນຫຼາຍກວ່າ 14% ໃນ 24 ຊົ່ວໂມງທີ່ຜ່ານມາ ແລະ ເພີ່ມຂຶ້ນ 12% ໃນເຈັດມື້ທີ່ຜ່ານມາ, ໂດຍມີລາຄາເທົ່າກັບ 25,300ໂດລາ ເຊິ່ງສູງທີ່ສຸດໃນຮອບຫຼາຍເດືອນທີ່ຜ່ານມາ. ການລົ້ມລະລາຍຂອງທະນາຄານ Signature Bank ແລະ Silicon Valley Bank, ໄດ້ກະຕຸ້ນໃຫ້ FED ຈັດຕັ້ງກອງປະຊຸມພິເສດ ເພື່ອສ້າງຄວາມເຊື່ອໝັ້ນໃຫ້ລະບົບທະນາຄານ, ແຕ່ຄຳຖະເເຫຼງຂອງ Joe Biden ປະທານາທິບໍດີ ຂອງສະຫະລັດ ໄດ້ອອກມາກ່າວເພື່ອສ້າງຄວາມໝັ້ນໃຈໃຫ້ແກ່ຊາວອາເມຣິກັນວ່າ ລະບົບທະນາຄານຈະປອດໄພພາຍຫຼັງການລົ້ມລະລາຍຢ່າງແມ່ນແນ່ນອນ. ນອກຈາກນັ້ນ, ຫຼຽນ Stablecoin ຍັກໃຫຍ່ຄື USDC ກໍກັບມາຜູກກັບເງິນໂດລາອີກຄັ້ງ ເຮັດໃຫ້ເກີດຄວາມຮັ່ງມີໃນຕະຫຼາດ […]

Ray Dalio ເບິ່ງການປ່ຽນແປງມະຫາອໍານາດໃນໂລກແນວໃດ ໃນຮອບ 500 ປີ

Ray Dalio ຜູ້ກໍ່ຕັ້ງບໍລິສັດ Bridgewater Associates ເຊິ່ງເເມ່ນກອງທຶນຄຸ້ມຄອງຄວາມສ່ຽງທີ່ໃຫຍ່ສຸດໃນໂລກ. ບໍລິສັດ Bridgewater Associates ຄຸ້ມຄອງເງິນຫຼາຍກວ່າ 160 ຕື້ໂດລາທົ່ວໂລກ ລວມທັງສະຖາບັນ, ລັດຖະບານຕ່າງປະເທດ, ທະນາຄານກາງ, ກອງທຶນບໍານານ, ທຶນຊ່ວຍເຫຼືອຈາກມະຫາວິທະຍາໄລ ແລະ ມູນນິທິການກຸສົນ ແລະ​ອື່ນໆ​ອີກນັບ​ບໍ່​ຖ້ວນ. ໂດຍໃນປັດຈຸບັນ Ray Dalio ມີສິນຊັບຢູ່ທີ່ 19,000 ລ້ານໂດລາ ເເລະ ເປັນມະຫາເສດຖີອັນດັບ 79 ຂອງໂລກ (ຂໍ້ມູນຫຼ້າສຸດເມື່ອວັນທີ 11 ເດືອນມີນາ ປີ 2023). ນອກຈາກບົດບາດຂອງການເປັນນັກລົງທຶນ ລາວຍັງເປັນນັກຂຽນທີ່ສຸດຍອດອີກດ້ວຍ. ໂດຍປຶ້ມທີ່ລາວຂຽນທັງໝົດຍັງເປັນເປັນ Best seller, ມັນໄດ້ສ້າງແຮງບັນດານໃຈ ເເລະ ປ່ຽນແປງຊີວິດຂອງຫຼາຍຄົນໃຫ້ດີຂຶ້ນ. ເເຕ່ມື້ນີ້ເຮົາຈະມາສະຫຼຸບໃຈຄວາມສຳຄັນຂອງໜັງສື “Principles for Dealing with the Changing World Order” ຂອງ Ray Dalio […]

ທະນາຄານ HSBC ເຂົ້າຊື້ກິດຈະການ Silicon Valley Bank.UK ໃນລາຄາ 1 GBP

ທະນາຄານຮົງກົງ ແລະ ບໍລິສັດ Shanghai Banking Corporation (HSBC) ໄດ້ປະກາດການຊື້ກິດຈະການທະນາຄານ Silicon Valley Bank (SVB) ສາຂາສະຫະລາຊະອານາຈັກ ຫຼັງຈາກທະນາຄານໄດ້ປະກາດລົ້ມລະລາຍໃນວັນສຸກທີ່ຜ່ານມາ (ວັນທີ 10 ເດືອນມີນາ ປີ2023). ທາງ HSBC ຢືນຢັນວ່າ ໄດ້ນໍາເອົາບໍລິສັດຍ່ອຍ HSBC UK ເຂົ້າຊື້ສາຂາຂອງ Silicon Valley Bank ຂອງສະຫະລາຊະອານາຈັກ ໃນລາຄາພຽງແຕ່ 1 ປອນ (1,21 ໂດລາ). ໂດຍຊັບສິນ ແລະ ໜີ້ສິນຂອງທະນາຄານ Silicon Valley ບໍລິສັດແມ່ ຈະບໍ່ຖືກລວມເຂົ້າໃນຂໍ້ຕົກລົງນີ້. Noel Quinn CEO ຂອງ HSBC Group ກ່າວເຖິງຈຸດປະສົງໃນການເຂົ້າຊື້ຄັ້ງນີ້ວ່າ: “ເພື່ອເສີມສ້າງຄວາມເຂັ້ມເເຂງໃຫ້ກັບ franchise ທະນາຄານການຄ້າຂອງພວກເຮົາ ແລະ ເພີ່ມຄວາມສາມາດໃນການຮັບໃຊ້ບໍລິສັດທີ່ມີນະວັດຕະກໍາ ແລະ ການຂະຫຍາຍຕົວທີ່ວ່ອງໄວ, […]

ເກົາຫຼີໃຕ້ລົງທຶນໃນກອງທຶນ Metaverse ເພື່ອການເຕີບໂຕທາງດ້ານເສດຖະກິດ

ເກົາຫຼີໃຕ້ໄດ້ລົງສຸມເງິນລົງຈຳນວນຫຼາຍລົງທຶນໃນ Metaverse ການຄ້າ ດ້ວຍການລົງທຶນໃນກອງທຶນເພື່ອສະໜັບສະໜູນກິດຈະກໍາ Metaverse. ໂດຍມີເປົ້າໝາຍເພື່ອສະໜັບສະໜູນການລວມກິດຈະການ ແລະ ການມີສ່ວນຮ່ວມຂອງບໍລິສັດຕ່າງໆໃນລະບົບນີ້ ແລະ ຊ່ວຍໃຫ້ບໍລິສັດທີ່ກ່ຽວຂ້ອງກັບ Metaverse ໃນປະເທດສາມາດແຂ່ງຂັນກັບຜູ້ຫຼິ້ນລະດັບໂລກໄດ້. ລັດຖະບານເກົາຫຼີໃຕ້ໄດ້ລົງທຶນ 24 ຕື້ KRW (18.1 ລ້ານໂດລາ) ເພື່ອສ້າງກອງທຶນ Metaverse ມູນຄ່າຫຼາຍກວ່າ 40 ຕື້ KRW (30.2 ລ້ານໂດລາ) ເພື່ອສະໜັບສະໜູນການພັດທະນາຂອງ Metaverse ໃນປະເທດ. ເປົ້າໝາຍຂອງກອງທຶນແມ່ນເພື່ອຊ່ວຍໃຫ້ຜູ້ຫຼິ້ນພາຍໃນປະເທດສາມາດເພີ່ມເງິນທຶນຂອງພວກເຂົາ ແລະ ແຂ່ງຂັນກັບບໍລິສັດເທັກໂນໂລຢີໃຫຍ່ໆ ທີ່ມີຄວາມສົນໃຈເພີ່ມຂຶ້ນໃນ metaverse ລັດຖະບານຮັບຮູ້ວ່າການເພີ່ມເງິນທຶນຜ່ານການລົງທຶນສ່ວນຕົວອາດຈະມີຄວາມສ່ຽງ. ດັ່ງນັ້ນ, ກອງທຶນ Metaverse ຈຶ່ງເປັນທາງເລືອກໃໝ່ສຳລັບການລົງທຶນ ແລະ ການສະໜັບສະໜູນບໍລິສັດພາຍໃນປະເທດທີ່ຕ້ອງການຂະຫຍາຍຕົວໃນ Metaverse ການຄ້າຂອງພວກເຂົາ. ນອກເໜືອຈາກການລົງທຶນໃນກອງທຶນ Metaverse ລັດຖະບານເກົາຫຼີໃຕ້ຍັງມີແຜນທີ່ຈະສະໜັບສະໜູນບໍລິສັດທີ່ກ່ຽວຂ້ອງກັບ Metaverse ໃນປະເທດອີກດ້ວຍ. ໂດຍມີຈຸດປະສົງເພື່ອຊ່ວຍໃຫ້ບໍລິສັດເຫຼົ່ານີ້ສາມາດແຂ່ງຂັນກັບຜູ້ຫຼິ້ນທົ່ວໂລກແລະ ຊ່ວຍໃນການເຕີບໂຕ ແລະ ການພັດທະນາຂອງພວກເຂົາ. ຢ່າງໃດກໍ່ຕາມ, ໃນຂະນະທີ່ເກົາຫຼີໃຕ້ກໍາລັງລົງທຶນຢ່າງໜັກໃນ Metaverse, […]

ເປັນຫຍັງ Warren Buffett ບໍ່ມັກ Crypto

Bitcoin ໃນເມື່ອກ່ອນຍັງບໍ່ເປັນທີ່ນິຍົມ ຫຼາຍໆຄົນຄິດວ່າມັນຄືການເເຊຣ໌ຕ່ອງໂສ້ຮູບເເບບໜື່ງ, ເເຕ່ໃນປັດຈຸບັນ Bitcoin ໄດ້ຮັບການຍົກຍ້ອງຢ່າງຕໍ່ເນື່ອງໃນໂລກຂອງການເງິນ ຫຼາຍຄົນຍົກໃຫ້ມັນເປັນສິນຊັບທີ່ມີມູນຄ່າຊະນິດໜຶ່ງ, ບາງຄົນກໍບອກວ່າມັນຈະກາຍເປັນທອງຄຳໃນໂລກຂອງ Cryptocurrency. ເຖິງເເມ່ນວ່າ Bitcoin ຈະພວມເກີດຂຶ້ນມາບໍ່ດົນ ເເຕ່ກະເເສຕອບຮັບໃນປັດຈຸບັນຖືວ່າດີຫຼາຍ, ເເຕ່ເຖິງຢ່າງນັ້ນ Warren Buffett CEO ຂອງບໍລິສັດ Berkshire Hathaway ເເລະ ເປັນນັກລົງທຶນທີ່ປະສົບຄວາມສຳເລັດຫຼາຍທີ່ສຸດໃນໂລກ ກໍຍັງຢຶດໝັ້ນໃນຈຸດຢືນຕົວເອງວ່າ Bitcoin ບໍ່ມີຄ່າ, ບໍ່ສາມາດສ້າງລາຍໄດ້ ເເລະ ບໍ່ຄິດຈະສົນໃນລົງທຶນໃນສະກຸນເງິນດິຈິຕອລນີ້. Warren Buffett ກ່າວຂຶ້ນໃນກອງປະຊຸມທີ່ຈັດຂຶ້ນເມື່ອວັນທີ 30 ເດືອນເມສາ ປີ 2022 ວ່າ Bitcoin ບໍ່ເເມ່ນຊັບສິນທີ່ມີຜົນຜະລິດ ເເລະ ຈັບຕ້ອງບໍ່ໄດ້, ເຖິງເເມ່ນວ່າຈະມີການປ່ຽນໃນການຮັບຮູ້ຂອງສາທາລະນະກ່ຽວກັບ Cryptocurrency ເເຕ່ລາວກໍຍັງບໍ່ຊື້ Bitcoin. “ບໍ່ວ່າລາຄາຂອງມັນຈະຂຶ້ນ ຫຼື ລົງໃນປີໜ້າ ຫຼືໃນອີກ 5 ປີ ຫຼື 10ປີກໍຕາມ, ສິ່ງໜຶ່ງທີ່ຂ້ອຍໝັ້ນໃຈວ່າ ມັນບໍ່ໄດ້ມີຜົນຜະລິດຫຍັງເລີຍ ມັນເກີດຂຶ້ນຈາກເວດມົນ […]