ARBI ເເມ່ນໂທເຄັນດັ້ງເດີມຂອງ ArbiSwap ໄດ້ຫຼຸດລົງ 1,5 ໂດລາໃນ 24 ຊົ່ວໂມງທີ່ຜ່ານມາ. ເມື່ອບໍ່ດົນມານີ້ໄດ້ມີການເປີດຕົວຂອງເເອັບ ArbiSwap ເເລະ ໄດ້ເຮັດ Rugpull ໂດຍຫອບເງິນໄປກວ່າ 100,000 ໂດລາຈາກສະພາບຄ່ອງຂອງຕະຫຼາດ.

ຂໍ້ມູນຈາກ Blockchain ໄດ້ສະເເດງໃຫ້ເຫັນວ່າ ນັກພັດທະນາໄດ້ສ້າງໂທເຄັນປອມມູນຄ່າ 1 ຕື້ໂດລາສຳລັບເເອັບ ArbiSwap ເເລະ ໄດ້ເເລກປ່ຽນເປັນ USDC ເເລະ Ethereum ກວ່າ 69 ETH.

ຂໍ້ມູນ Blockchain ຈາກ DEXTools ສະແດງໃຫ້ເຫັນວ່າສະພາບຄ່ອງຂອງໂຄງການແມ່ນຢູ່ທີ່ 4 ລ້ານໃນ ArbiSwap ເທົ່ານັ້ນ, ໂຄງການເປີດຕົວໃນເດືອນກຸມພາ ແລະ TVL ເພີ່ມຂຶ້ນຢ່າງໄວວາເຖິງ 4.4 ລ້ານ ໂດລາ.

ກ່ອນຫນ້ານີ້ ArbiSwap ໄດ້ສະເໜີການແລກປ່ຽນ cryptocurrency ຕ່າງໆ ດ້ວຍຄ່າທໍານຽມຕໍ່າໃນເເພລັດຟອມຂອງພວກເຂົາ ແລະ ໂຄສະນາວ່າຈະຄືນລາຍໄດ້ໃຫ້ຜູ້ໃຊ້ທັງໝົດ 100% ສຳລັບຜູ້ຖືຄອງ ARBI, ເຊິ່ງເຮັດໃຫ້ບັນນັກລົງທຶນເກີດຄວາມສົນໃຈໃນ ArbiSwap.

ນັກວິເຄາະເຊື່ອວ່າການເຄື່ອນໄຫວດັ່ງກ່າວເປັນພຽງການຫຼອກລວງຕາມກົນລະຍຸດຂອງນັກຕົ້ມຕຸ໋ນເທົ່ານັ້ນ. ໂດຍເລີ່ມຈາກການເປີດ decentralized finance application ທີ່ເຮັດວຽກ ແລະ ດໍາເນີນການຕະຫຼາດ social media ເພື່ອໃຫ້ ໄດ້ຮັບຄວາມນິຍົມກ່ອນທີ່ຈະອອກ token ແລະ ຈົດທະບຽນໃນການເປັນ decentralized exchange.

ທີ່ມາ : https://cutt.ly/J8nkI4r

**ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.

More Videos

Video Playlist
1/10 videos
1
bitqik Academy Live ep15
bitqik Academy Live ep15
01:04:48
2
bitqik Academy Live ep15
bitqik Academy Live ep15
3
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
01:16:04
4
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
01:23
5
Trick and Trade EP0
Trick and Trade EP0
54
6
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
01:01:46
7
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
01:06:22
8
Fiat VS Cryptocurrency 🚀
Fiat VS Cryptocurrency 🚀
48
9
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
01:01:26
10
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
42:53
About Us

bitqik INSIGHT, get our latest reports, covering all sorts of topics in the digital asset industry. From finance to economics, trends, and investment.

Services

© 2022-2023 bitqik Insight – All rights reserved.