ອີງຕາມການລາຍງານຈາກສື່ຂ່າວ Wall Street Journal, ໃນວັນທີ 8 ເດືອນມີນາທີ່ຜ່ານມາ. Joe Biden ປະທານາທິບໍດີສະຫະລັດໄດ້ສະເໜີໃຫ້ເພິ່ມພາສີ Crypto ໃນເເຜນງົບປະມານ 2024, ໂດຍການປ່ຽນເເປງກົດການເກັບພາສີນີ້ຈະມີຜົນກະທົບຕໍ່ນັກລົງທຶນ Crypto ໃນສະຫະລັດໂດຍກົງ.

ແຜນງົບປະມານຂອງ Biden ມີເປົ້າໝາຍເນັ້ນໜັກໄປທີ່ການຫຼຸດຜ່ອນການຂາດດຸນຂອງລັດຖະບານກາງລົງ 3ພັນຕື້ໂດລາສະຫະລັດໃນໄລຍະ 10 ປີນີ້, ໂດຍການເພິ່ມພາສີ crypto ອີກ 24 ຕື້ໂດລາ, ເຊິ່ງແມ່ນສ່ວນໜຶ່ງຂອງເເຜນງົບປະມານໃນປີ 2024.

ນະໂຍບາຍພາສີ Crypto ໃໝ່ນີ້ອາດຈະມີຜົນກະທົບຕໍ່ນັກລົງທຶນໃນການຊື້ຂາຍ Crypto, ເນື່ອງຈາກການປ່ຽນແປງກົດຂອງພາສີນີ້ອາດຈະສົ່ງຜົນໃຫ້ນັກລົງທືນຂາຍສິນຊັບ ແລະ ນໍາເອົາເງິນລົງທຶນບາງສ່ວນອອກມາ ເຮັດໃຫ້ຂາດທຶນ, ຫຼັງຈາກນັ້ນ ຈຶ່ງນຳໄປຫຼຸດຜ່ອນຄ່າພາສີ ກ່ອນທີ່ຈະກັບມາລົງທຶນໃໝ່ອີກຄັ້ງ ເຊິ່ງນີ້ຖືເປັນການກະທຳທີ່ຜິດກົດໝາຍ.

ເຖິງແມ່ນວ່າ Baiden ຈະແມ່ນຜູ້ນໍາ ແລະ ສະພາສູງຈາກພັກປະຊາທິປະໄຕ (Democratic Party) ກໍຕາມ, ເເຕ່ຂໍ້ສະເໜີດັ່ງກ່າວອາດຈະບໍ່ປະສົບຜົນສໍາເລັດ. ເນື່ອງຈາກການຕໍ່ຕ້ານຂອງຈາກພັກ Republican, ເຊິ່ງມີສິດສຽງຄ່ອນຂ້າງຫຼາຍໃນສະພາໃນປັດຈຸບັນ, ທັງນີ້ ຄາດວ່າ Baiden ຈະເປີດເຜີຍງົບປະມານໃໝ່ໃນວັນພະຫັດ 9 ເດືອນມີນາ.

ຢ່າງໃດກໍ່ຕາມ, ການປ່ຽນແປງນີ້ຍັງບໍ່ຜົນບັງຄັບໃຊ້. ສະນັ້ນ, ການຕັດສິນໃຈການລົງທຶນໃນ Crypto ຈະຕ້ອງພິຈາລະນາປັດໃຈອື່ນໆ, ລວມທັງຄວາມສ່ຽງ ແລະ ຜົນກະທົບຂອງນະໂຍບາຍອື່ນໆໃນອະນາຄົດ.

ທີ່ມາ : https://cutt.ly/L8Z24Vc

**ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.

More Videos

Video Playlist
1/10 videos
1
bitqik Academy Live ep15
bitqik Academy Live ep15
01:04:48
2
bitqik Academy Live ep15
bitqik Academy Live ep15
3
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
01:16:04
4
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
01:23
5
Trick and Trade EP0
Trick and Trade EP0
54
6
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
01:01:46
7
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
01:06:22
8
Fiat VS Cryptocurrency 🚀
Fiat VS Cryptocurrency 🚀
48
9
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
01:01:26
10
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
42:53
About Us

bitqik INSIGHT, get our latest reports, covering all sorts of topics in the digital asset industry. From finance to economics, trends, and investment.

Services

© 2022-2023 bitqik Insight – All rights reserved.