ບັນຊີ Offcial ຂອງ Shiba Inu ໄດ້ອອກມາປະກາດຢ່າງເປັນທາງການໃນ Twitter ວ່າ: “Shibarium ເວີຊັນ Public Beta ຈະເປີດໃຫ້ໃຊ້ໃນອາທິດນີ້”. ຫຼັງຈາກການປະກາດດັ່ງກ່າວ ໄດ້ເຮັດໃຫ້ບັນດາຜູ້ທີ່ມັກໃນຫຼຽນ Shiba Inu ຕຶ່ນເຕັ້ນຫຼາຍ ພ້ອມກັບຕິດຕາມລາຍລະອຽດເພິ່ມເຕີມກ່ຽວກັບວິທີເຂົ້າເຖິງເວັບໄຊ Beta.

Shibarium ເວີຊັນ Public Beta ຖືເປັນບາດກ້າວສຳຄັນສຳລັບໂຄງການ Shibarium ເຊິ່ງນຳທີມໂດຍ Shytoshi Kusama ນັກພັດທະນາຊັ້ນນໍາຂອງ Shiba Inu

ໂດຍເເພລັດຟອມມີເປົ້າໝາຍເພື່ອເປັນ Layer-2 solution ທີ່ຈະມອບຜົນປະໂຫຍດຫຼາກຫຼາຍໃຫ້ກັບຊຸມຊົນ Shiba Inu, ລວມທັງການເຮັດທຸລະກໍາທີ່ໄວ ເເລະ ຖືກຂຶ້ນ, ຄວາມສາມາດໃນການປັບຂະໜາດ ເເລະ ການຮັກສາຄວາມປອດໄພທີ່ດີຂຶ້ນ.

ໃນການເປີດຕົວເວີຊັນ Public Beta ເກີດຂຶ້ນຫຼັງຈາກການຊຸ່ມພັດທະນາ ເເລະ ທົດສອບເປັນເວລາຫຼາຍ, ເຊິ່ງນັກພັດທະນາຕັ້ງໃຈເຮັດວຽກຢ່າງບໍ່ຮູ້ອິດເມື່ອຍ ເພື່ອໃຫ້ໝັ້ນໃຈວ່າເເພລັດຟອມດັ່ງກ່າວໃຫ້ພ້ອມສຳລັບການໃຊ້ງານ.

ໃນຊ່ວງ Beta ຜູ້ໃຊ້ສາມາດທົດສອບຄຸນສົມບັດຕ່າງໆຂອງເເພລັດຟອມໄດ້ ເເລະ ສາມາດຕິດຕໍ່ຫາທີມງານເຖິງຄຳເເນະນຳ ຫຼື ບັນຫາທີ່ພົບເພື່ອໄດ້ຮັບເເກ້ໄຂ.

ຢ່າງໃດກໍຕາມ, Shibarium ເວີຊັນ Public Beta ມີຈຸດປະສົງເພື່ອການທົດສອບເທົ່ານັ້ນ ດັ່ງນັ້ນຜູ້ໃຊ້ຈຶ່ງບໍ່ຄວນເຮັດທຸລະກຳການຄ້າໃດໆ. ໂດຍທີມງານຍັງໄດ້ເຕືອນຜູ້ໃຊ້ໃຫ້ລະວັງຜູ້ທີ່ບໍ່ຫວັງດີທີ່ອາດຈະໃຊ້ຜົນປະໂຫຍດຈາກການເປີດຕົວໃນຄັ້ງນີ້.

ທີ່ມາ : https://cutt.ly/e8HBwJB

https://cutt.ly/j8HBupc
**ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.

More Videos

Video Playlist
1/10 videos
1
bitqik Academy Live ep15
bitqik Academy Live ep15
01:04:48
2
bitqik Academy Live ep15
bitqik Academy Live ep15
3
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
01:16:04
4
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
01:23
5
Trick and Trade EP0
Trick and Trade EP0
54
6
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
01:01:46
7
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
01:06:22
8
Fiat VS Cryptocurrency 🚀
Fiat VS Cryptocurrency 🚀
48
9
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
01:01:26
10
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
42:53
About Us

bitqik INSIGHT, get our latest reports, covering all sorts of topics in the digital asset industry. From finance to economics, trends, and investment.

Services

© 2022-2023 bitqik Insight – All rights reserved.