Silk Road ເເມ່ນຫຍັງ?

ເສັ້ນທາງສາຍໄໝ (Silk Road) ບໍ່ເເມ່ນຫົນທາງສາຍໃດສາຍໜຶ່ງ ເເຕ່ເປັນເຄືອຂ່າຍການຄ້າບູຮານທີ່ເຊື່ອມຕໍ່ລະຫວ່າງຈີນກັບປະເທດຕາເວັນຕົກ, ເຊິ່ງໄດ້ນຳເອົາສິນຄ້າ ເເລະ ຄວາມຄິດລະຫວ່າງສອງອາລິຍາທຳທີ່ຍິ່ງໃຫຍ່ຂອງໂຣມ ເເລະ ຈີນເຂົ້າດ້ວຍກັນ.

Silk Road ມີໄລຍະທາງຍາວເຖິງ 6,437 km (4,000 miles) ໂດຍຈຸດເລີ່ມຕົ້ນຂອງມັນເເມ່ນເມືອງ Xi’an (ເເຂວງ Shaanxi ໃນປັດຈຸບັນ) ພາກເໜືອຕອນກາງຂອງປະເທດຈີນ. ຂະບວນຄາລາວານຍາວໄປທາງຕາເວັນຕົກຕາມເເນວກຳເເພງເມືອງຈີນ, ຂ້າມ Pamirs ຜ່ານ Afghanistan, ເຂົ້າສູ່ Levant ເເລະ Anatolia.

ໂດຍສິນຄ້າຈະຖືກສົ່ງໄປຫາຢູໂຣບຜ່ານທະເລເມດິເຕີເລນຽນ. ຈີນຈະສົ່ງອອກຜ້າໄໝໄປໃຫ້ລູກຄ້າທາງຕາເວັນຕົກ. ສ່ວນ Rome ແລະ ອານາຈັກຄຣິສຕຽນ ຈະສົ່ງ ຂົນແກະ, ຄໍາ ແລະ ເງິນໄປຍັງລູກຄ້າທາງຕາເວັນອອກ.

ນອກ​ເໜືອ​ໄປ​ຈາກ​ສິນ​ຄ້າ​ວັດ​ສະ​ດຸ​ແລ້ວ, ສາດ​ສະ​ໜາ​ກໍ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ສິນ​ຄ້າ​ທີ່ສຳຄັນຂອງຊາວ​ຕາ​ເວັນ​ຕົກ​ຕາມ​ເສັ້ນ​ທາງ​ສາຍ​ໄໝ. ຊາວຄຣິສຕຽນຊາວແອັດສຊີຣຽນໃນຍຸກຕົ້ນໆ ໄດ້ເອົາຄວາມເຊື່ອຂອງພວກເຂົາໄປເຜີຍເເຜ່ໃນເອເຊຍກາງ ແລະ ຈີນ, ໃນຂະນະທີ່ພໍ່ຄ້າຈາກອິນເດຍກໍນຳພຸດທະສາດສະໜາເຂົ້າມາເຜີຍເເຜ່ໃຫ້ກັບຈີນ.

ນອກຈາກນັ້ນ ໂຣກລະບາດກໍ່ເດີນທາງໄປຕາມເສັ້ນທາງສາຍໄໝ. ນັກວິຊາການຫຼາຍຄົນເຊື່ອວ່າໂຣກລະບາດໄດ້ແຜ່ລາມໄປສູ່ເອີຣົບຈາກອາຊີ, ເຊິ່ງກໍ່ໃຫ້ເກີດການລະບາດຂອງພະຍາດ Black Death ໃນກາງສະຕະວັດທີ 14.

ເສັ້ນທາງ​ສາຍ​ໄໝ​ໄດ້​ຮັບ​ຄວາມ​ນິຍົມ​ໃນການຄ້າຂາຍຈາກຫຼາຍຊົນຊາດເຊັ່ນ: ຈີນ, ຊາວ​ເປີ​ເຊຍ, ຊາວ​ກຣີກ, ຊາວ​ຊີ​ຣີ, ຊາວ​ໂລມັນ, ຊາວ​ອາ​ເມ​ເນຍ, ອິນ​ເດຍ ມາເປັນເວລາຫຼາຍສະຕະວັດ. ຕໍ່​ມາເສັ້ນທາງ​ສາຍ​ໄໝ​ທາງ​ບົກ​ກໍໄດ້ເສື່ອມຄ່ານິຍົມລົງ ແລະ ​ຜູ້​ຄົນ​ພະຍາຍາມ​ຫຼີກ​ລ່ຽງ​ເນື່ອງຈາກມີ​​ສົງຄາມເກີດຂຶ້ນ ເເລ້ວກໍຖືກຍົກເລີກໃຊ້ໃນທີ່ສຸດ.

Silk Road ໃນສັດຕະວັດທີ 20

ຫຼາຍຄົນອາດມີຄຳຖາມໃນໃຈວ່າ Silk Road ໃນສັດຕະວັດທີ 20 ມັນມີນຳບໍ່? ຂໍບອກເລີຍວ່ານີ້ຖືເປັນຕະຫຼາດທີ່ຖືວ່າເປັນຍຸກບຸກເບິກຂອງການໃຊ້ Bitcoin ເປັນຕົວກາງໃນການຊື້ຂາຍ ເເລະ ເເລກປ່ຽນສິນຄ້າກັນ.

ເວັບໄຊທີ່ມີຊື່ວ່າ Silk Road ເປັນເວັບໄຊສຳລັບຄ້າຂາຍສິ່ງເສບຕິດຊື່ດັງລະດັບໂລກ ທີ່ມາພ້ອມກັນເເນວຄິດ “Anonymous” ເພື່ອສ້າງຕະຫຼາດອອນໄລນ໌ສຳລັບຜູ້ຊື້ ເເລະ ຜູ້ຂາຍທີ່ບໍ່ຈຳເປັນຕ້ອງລະບຸຕົວຕົນ.

ດ້ວຍເເນວຄິດການປົກປິດຕົວຕົນຂອງຜູ້ໃຊ້ເເບບບໍ່ຖິ້ມຮ່ອງຮອຍໄວ້ ຈຶ່ງເປັນການຍາກທີ່ຈະຄົ້ນຫາ ເເລະ ງ່າຍຕໍ່ການຫຼົບໜີການຈັບກຸມ, ຜູ້ພັດທະນາຊື່ວ່າ “Ross Ulbricht” ໄດ້ພັດທະນາເວັບໄຊ Dark E-Commerce ນີ້ຂຶ້ນມາໃນຮູບເເບບ Dark Web ເຊິ່ງສາມາດເຂົ້າເຖິງໄດ້ໂດຍຜ່ານ TOR ຜ່ານ Network ສະເພາະທີ່ມີຄຸນສົມບັດໃນການປົກປິດ IP Address ລວມໄປເຖິງຂໍ້ມູນຂອງຜູ້ໃຊ້   ເເລະ ການລ້າງຂໍ້ມູນທັງໝົດທີ່ໃຊ້ໃນການຄົ້ນຫາ.

ເວັບໄຊທີ່ຊື້ຂາຍໄດ້ຢ່າງອິດສະຫຼະ ເເລະ ບໍ່ຕ້ອງກັງວົນກ່ຽວກັບກົດໝາຍນີ້ ຖືເປັນເວັບໄຊຕຳນານຂອງຕະຫຼາດ Bitcoin, ມັນໄດ້ຖືກສ້າງຂຶ້ນໃນເດືອນກຸມພາ ປີ 2011.

ທຳອິດ Ross Ulbricht ໄດ້ມີການເວົ້າເຖິງເເນວຄິດທີ່ຈະສ້າງເວັບໄຊຂາຍສິ່ງເສບຕິດອອນໄລນ໌ໃນ Bitcointalk ຕັ້ງເເຕ່ຊ່ວງເດືອນມິຖຸນາ ປີ 2010,ໂດຍລາວຈະຕັ້ງຊື່ເວັບໄຊວ່າ “A Heroin Store” ເນື່ອງຈາກຊື່ມັນເດັ່ນ ເເລະ ກົງຕົວເກີນໄປ ຕໍ່ມາຈຶ່ງໄດ້ປ່ຽນຊື່ມາເປັນ Silk Road ໃນທີ່ສຸດ, ໃນການຊື້ຂາຍຕ່າງໆໃນເວັບໄຊຈະຊຳລະເງິນເປັນ Bitcoin ເທົ່ານັ້ນ ເພື່ອປ້ອງການຄົ້ນຫາຜູ້ໃຊ້ຜ່ານທະນາຄານໄດ້.

ໃນຊ່ວງທຳອິດທີ່ເວັບໄຊເປີດຕົວ ມັນໄດ້ສ້າງຄວາມຫຍຸ້ງຍາກຫຼາຍໃຫ້ກັບຕຳຫຼວດໃນການສືບຫາຂໍ້ມູນເພື່ອຈັບກຸມ. ຕຳຫຼວດໄດ້ໃຊ້ເວລາເຖິງປີ 1 ໃນການສືບຫາເບາະເເສຈົນໄດ້ພົບຫຼັກຖານທີ່ສຳຄັນ ເເລະ ກໍໄດ້ເຂົ້າຈັບກຸມ Ross Ulbricht ໃນທີ່ສຸດ.

Ross Ulbricht ໄດ້ຖືກຈັບກຸມໃນຊ່ວງເດືອນຕຸລາ ປີ 2013 ເເລະໄດ້ຖືກຕັດສິນໃຫ້ຈຳຄຸກຕະຫຼອດຊີວິດ, ຫຼັງຈາກນັ້ນລັດຖະບານກໍໄດ້ສັ່ງລະງັບເວັບໄຊໃນເວລາຕໍ່ມາ.

ຕໍ່ມາຕຳຫຼວດກໍໄດ້ເລີ່ມຫາເບາະເເສຜູ້ໃຊ້ລາຍອື່ນໆຈາກປະຫວັດການເຮັດທຸລະກຳ ເເລະ ຄົ້ນຫາເບາະເເສ ຈົນໃນທີ່ສຸດກໍສາມາດຈັບກຸມໄດ້ອີກຫຼາຍລາຍ, ເປັນການປິດຕຳນານຕະຫຼາດເເຫ່ງທຳອິດທີ່ Bitcoin ຖືກໃຊ້ເປັນຕົວກາງໃນການເເລກປ່ຽນໄດ້ຢ່າງສົມບູນ.

ກ່ອນທີ່ເວັບໄຊທ໌ຈະຖືກປິດໂດຍ FBI (Federal Bureau of Investigation) ໃນເດືອນຕຸລາ 2013, ຈາກການກວດສອບພົບວ່າເວັບໄຊມີສິນຄ້າຫຼາຍກວ່າ 10,000 ຜະລິດຕະພັນວາງຂາຍຢູ່, ລວມໄປເຖິງຜູ້ໃຊ້ຫຼາຍກວ່າ 3,877 ລາຍ ແລະ ມີລູກຄ້າຫຼາຍເຖິງ 146,946. ເນື່ອງຈາກຕົວເລກທີ່ສູງ, ຄາດວ່າ ເມື່ອປຽບທຽບກັບມູນຄ່າຂອງ Bitcoin ໃນປັດຈຸບັນ, ມູນຄ່າການແລກປ່ຽນຢູ່ໃນເວັບໄຊ Silk Road ອາດຈະສູງເຖິງ  9,519,664 BTC.

ທີ່ມາ : https://cutt.ly/y8UCpdq

https://cutt.ly/M8UCsmQ
https://cutt.ly/h8UCgYL
https://cutt.ly/t8UCjt2
**ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.

More Videos

Video Playlist
1/10 videos
1
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
01:16:04
2
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
3
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
01:23
4
Trick and Trade EP0
Trick and Trade EP0
54
5
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
01:01:46
6
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
01:06:22
7
Fiat VS Cryptocurrency 🚀
Fiat VS Cryptocurrency 🚀
48
8
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
01:01:26
9
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
42:53
10
bitqik Academy live ep7: ສະຫຼຸບເຫດການທີ່ສຳຄັນໃນໂລກຄຣິບໂຕ
bitqik Academy live ep7: ສະຫຼຸບເຫດການທີ່ສຳຄັນໃນໂລກຄຣິບໂຕ
54:48
About Us

bitqik INSIGHT, get our latest reports, covering all sorts of topics in the digital asset industry. From finance to economics, trends, and investment.

Services

© 2022-2023 bitqik Insight – All rights reserved.