Bitcoin Cash ເເມ່ນຫຍັງ?

Bitcoin Cash ເປັນສະກຸນເງິນດິຈິຕອລທີ່ເປັນຜົນມາຈາກ Hard Fork ມາຈາກ Bitcoin. ເນື່ອງຈາກນັກພັດທະນາສັງເກດເຫັນວ່າ Bitcoin ຍັງມີຂໍ້ຈໍາກັດເລື່ອງໄລຍະເວລາທີ່ໃຊ້ໃນການກວດສອບການເຮັດທຸລະກໍາໃນ Blockchain, ເຊິ່ງມີຂອບເຂດຈໍາກັດຂະໜາດໃນເລື່ອງຂອງ blog ທີ່ມີເເຕ່ 1 MB, ໃນບາງຄັ້ງກໍເຮັດໃຫ້ຜູ້ໃຊ້ງານລໍຖ້າເຖິງ 3-4 ມື້ໃນການກວດສອບການໂອນຫຼຽນ Bitcoin ເຊິ່ງວິທີທີ່ຈະເຮັດການກວດສອບໄວຂຶ້ນກໍຄືການຈ່າຍຄ່າທຳນຽມໃນການໂອນຫຼາຍຂຶ້ນ ແຕ່ມັນຂັດກັບຈຸດປະສົງຂອງຫຼຽນ Bitcoin, ດັ່ງນັ້ນ ຈຶ່ງມີການສະເໜີສອງວິທີການແກ້ໄຂຂຶ້ນຄື: Bitcoin Unlimited ແລະ Segregated Witness (SegWit).

ຜູ້ສະເໜີ Bitcoin Unlimited ໄດ້ສະເໜີໃຫ້ຍົກເລີກການຈໍາກັດຂະໜາດ blog . ເຊິ່ງມີກຸ່ມນັກຂຸດເປັນຜູ້ສະໜັບສະໜູນຫຼັກ ເນື່ອງຈາກເງິນຈະມາຈາກການເພີ່ມຂຶ້ນທຸກໆ blog, ແຕ່ຂໍ້ເສຍຂອງວິທີການນີ້ກໍຄື ເຄືອຂ່າຍນີ້ຈະຕົກຂອງບໍລິສັດຂຸດລາຍໃຫຍ່. ສ່ວນອີກວິທີໜຶ່ງແມ່ນ SegWit, ໂດຍວິທີນີ້ມີເເນວຄິດທີ່ວ່າ ຂໍ້ມູນບໍ່ຈໍາເປັນຕ້ອງຖືກເກັບໄວ້ໃນ Blockchain, ເຊິ່ງບາງຂໍ້ມູນສາມາດຖືກເກັບໄວ້ໃນໄຟລ໌ແຍກຕ່າງຫາກ.

ດັ່ງນັ້ນ, Bitcoin cash ຈຶ່ງນຳເອົາທັງສອງແນວຄວາມຄິດນີ້ມາປັບໃຊ້ ໂດຍຈະເພີ່ມຂະໜາດຂອງ blog ທີ່ໃຊ້ໃນການເກັບຂໍ້ມູນການເຮັດທຸລະກໍາເປັນຂະໜາດ 8 MB ແລະ ເກັບຮັກສາຂໍ້ມູນບາງສ່ວນໄວ້ຂ້າງນອກ blockchain.
ເຊິ່ງການເພິ່ມຂະໜາດຂອງ blog ເຮັດໃຫ້ການກວດສອບໃນການເຮັດທຸລະກຳໄວຂຶ້ນ ເເລະ ມີຄ່າໃຊ້ຈ່າຍການເຮັດທຸລະກໍາທີ່ຕໍ່າກວ່າ Bitcoin, ຫຼັງຈາກທີ່ໄດ້ເເຍກຕົວອອກຈາກຜູ້ຖື Bticoin, ໃນເວລານັ້ນ Bitcoin Cash ມີຈຳນວນຫຼຽນເທົ່າກັບ Bitcoins ທີ່ຖືຢູ່ ແລະ ຂໍ້ມູນໄດ້ຖືກບັນທຶກລົງໃນ Bitcoin Cash blockchain.

Bitcoin Cash ມີຈັກເຄືອຂ່າຍ?

ເນື່ອງຈາກເກີດຄວາມຂັດເເຍ່ງລະຫວ່າງຜູ້ພັດທະນາ ຍ້ອນຄວາມຄິດເຫັນບໍ່ກົງກັນໃນເລື່ອງ Coinbase Rule ຄືທຸກໆການຂຸດຈະຕ້ອງຈ່າຍຄ່າທຳນຽມໃຫ້ກັບນັກຂຸດ ເພື່ອຈ່າຍເປັນກອງທຶນສະໜັບສະໜຸນໃຫ້ນັກຂຸດສຳລັບ 2 ເຄືອຂ່າຍທີ່ເເຍກອອກມາໄດ້ເເກ່:

  • Bitcoin Cash ABC ສະໜັບສະໜູນແນວຄິດຂອງ Coinbase
  • Bitcoin Cash Node ບໍ່ສະໜັບສະໜູນແນວຄິດຂອງ Coinbase Rule.

ພັດທະນາການຂອງ Bitcoin Cash

  • ຈຸດເດັ່ນຂອງ Bitcoin Cash ກໍຄືຊຸມຊົນນັກພັດທະນາມີການເຄື່ອນໄຫວຫຼາຍ ເວລາທີ່ເກີດບັນຫາຕ່າງໆ ເຮົາສາມາດເຊື່ອໄດ້ວ່າພວກເຂົາໃຊ້ເວລາບໍ່ດົນເພື່ອທີ່ຈະເເກ້ໄຂບັນຫາເຫຼົ່ານັ້ນ

  • Bitcoin Cash ໄດ້ໃຊ້ລະບົບທີ່ເອີ້ນວ່າ Delta Blocks ຫຼື Storm ເພື່ອຢືນຢັນການເຮັດທຸລະກໍາໃນລະບົບ Weak Proof-of-Work (PoW). ເວົ້າງ່າຍໆກໍຄື ທຸລະກໍາຈະຖືກຢືນຢັນເກືອບທັນທີທີ່ມີການຖືກໂອນ. ແຕ່ຫຼຽນມັກມີສອງດ້ານຢູ່ສະເໝີ ການຍືນຍັນດ້ວຍຄວາມໄວເເບບນີ້ ອາດຈະເກີດຄວາມຜິດພາດ ຫຼື ການແຮັກເກີດຂຶ້ນໄດ້.

  • Bitcoin cash ໃຊ້ Cashscript ເຊິ່ງເປັນໂປຣເເກຣັມລະດັບສູງ ເເລະ ໄດ້ຮັບຄວາມນິຍົມຫຼາຍໃນກຸ່ມນັກຄອມພິວເຕີ, ນັ້ນເຮັດໃຫ້ການໃຊ້ Cashscript ກັບ Smart contract ຂອງ Bitcoin cash ໄດ້ຮັບຄວາມສົນໃຈໄປນຳ.

  • ທີມນັກພັດທະນາຂອງ Bitcoin Cash ເຫັນວ່າບາງ nodes ຖືກໂອນໄປຫາຫຼຽນອື່ນໆ, ດັ່ງນັ້ນ ເຮັດໃຫ້ຈໍານວນເຄືອຂ່າຍ ແລະ ປະສິດທິພາບຂອງການຢືນຢັນການເຮັດທຸລະກໍາຫຼຸດລົງໄປນຳ. ເພື່ອສ້າງຄວາມເຂັ້ມແຂງໃຫ້ກັບເຄືອຂ່າຍ BCH ແມ່ນເພື່ອສຸມໃສ່ການປັບປຸງໂຄງສ້າງພື້ນຖານຂອງ BCH ໃຫ້ດີຂຶ້ນແທນ.

  • ອີງຕາມແຜນການລະດົມທຶນຄືພວກເຂົາຕ້ອງການບໍລິຈາກ 2-3% ຈົນເຖິງປີ 2021 ແລະ ພວກເຂົາຕ້ອງການ 1% ຫຼັງຈາກປີນັ້ນ. ເຊິ່ງຄິດວ່າໜ້າຈະພຽງພໍທີ່ຈະສ້າງຄວາມເຂັ້ມແຂງ ແລະ ຊ່ວຍໃຫ້ BCH ກາຍເປັນເຄືອຂ່າຍທີ່ເຊື່ອຖືໄດ້ຫຼາຍຂຶ້ນໃນອະນາຄົດ.

  • ການພັດທະນາລະບົບເກົ່າ ເເລະ ເນັ້ນໄປທີ່ປະສິດທິພາບຂອງໂປໂຕຄອລ Graphene ເປັນຫຼັກ, ໂດຍການດໍາເນີນການໃນຄັ້ງນີ້ຈະເກີດຂຶ້ນໃນສອງຂັ້ນຕອນທີ່ເເຕກຕ່າງກັນຄື: ໃນໄລຍະທຳອິດເເມ່ນການເພີ່ມປະສິດທິພາບຂອງ ໂປໂຕຄອລ Graphene ດ້ວຍການປັບປຸງປະສິດທິພາບຂອງໂປໂຕຄອລທີ່ມີຢູ່ໃຫ້ມີຄວາມໄວເພີ່ມຂຶ້ນ, ໄລຍະທີ 2 ເເມ່ນການນຳໄປໃຊ້ງານ ການຂະຫຍາຍເພິ່ມເຕີມນີ້ຈະຖືກເພີ່ມໄປເຂົ້າໃນໂປໂຕຄອລ Graphene ເຮັດໃຫ້ມີປະໂຫຍດຫຼາຍຂຶ້ນໃນເຄືອຂ່າຍ BHC ນັ້ນເອງ.

ທີ່ມາ : https://cutt.ly/j8kiwTZ

https://cutt.ly/V8kiyRm
https://cutt.ly/78kiiFi
**ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.

More Videos

Video Playlist
1/10 videos
1
bitqik Academy Live ep15
bitqik Academy Live ep15
01:04:48
2
bitqik Academy Live ep15
bitqik Academy Live ep15
3
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
01:16:04
4
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
01:23
5
Trick and Trade EP0
Trick and Trade EP0
54
6
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
01:01:46
7
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
01:06:22
8
Fiat VS Cryptocurrency 🚀
Fiat VS Cryptocurrency 🚀
48
9
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
01:01:26
10
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
42:53
About Us

bitqik INSIGHT, get our latest reports, covering all sorts of topics in the digital asset industry. From finance to economics, trends, and investment.

Services

© 2022-2023 bitqik Insight – All rights reserved.