Nayib Bukele ປະທານາທິບໍດີ ໄດ້ປະຕິວັດໂລກການເງິນໃນປະເທດໃຫ້ຫັນເຂົ້າສູ່ໂລກການເງິນທີ່ກະຈາຍສູນໄປອີກກ້າວ. ເທັກໂນໂລຍີ Blockchain ຖືວ່າເປັນສູນກາງເທັກໂນໂລຢີຂອງສະຕະວັດທີ 21 ແລະ ໂຄງການ Crypto ໃໝ່ຂອງ Metacade ສະແດງໃຫ້ເຫັນວ່າເທັກໂນໂລຢີນີ້ມີປະໂຫຍດຫຼາຍເທົ່າໃດ.
ໃນເດືອນມິຖຸນາ 2022, El Salvador ໄດ້ຍອມຮັບ Bitcoin ເເລະ ຖືເປັນຄັ້ງທໍາອິດທີ່ປະເທດຮອງຮັບການຊໍຳລະເງິນດ້ວຍ Crypto ຢ່າງຖືກຕ້ອງຕາມກົດໝາຍ. ນີ້ຖືເປັນເຫດການໃຫຍ່ໃນໜ້າປະຫວັດສາດຂອງ cryptocurrencies ໃນ blockchain.
ນັບຕັ້ງແຕ່ El Salvador ເປີດຮັບ Bitcoin ເຂົ້າມາ, ສະກຸນເງິນດິຈິຕອລໄດ້ຮັບຄວາມນິຍົມ ເເລະ ຂະຫຍາຍຕົວຢ່າງກວ້າງຂວາງ. ປະເທດຈີນ, ໄນຈີເລຍ, ແລະ ອິນເດຍໄດ້ເປີດຕົວການສະເໜີໃຫ້ມີ ສະກຸນເງິນດິຈິຕອລຂອງທະນາຄານກາງ (CBDC) ຂອງຕົນເອງ, ເຊິ່ງເປັນສະກຸນເງິນ Blockchain ເພື່ອຮັກສາສູນກາງໃນການຊຳລະເງິນ.
ການທີ່ El Salvador ຍອມຮັບ Bitcoin ເປັນສະກຸນເງິນຖືກຕ້ອງຕາມກົດໝາຍກົດໝາຍ ປຽບສະເໝືອນສະກຸນເງິນດັ້ງເດິມ ເເຕ່ມີຄວາມເໜືອກວ່າດ້ວຍຄຸນສົມບັດທີ່ບໍ່ລະບຸຕົວຕົນ, ມີລະບົບການຈ່າຍເງິນແບບ peer-to-peer, ໃນອີກດ້ານໜຶ່ງ CBDC ແມ່ນສະກຸນເງິນທີ່ອອກເພື່ອໃຫ້ສາມາດຕິດຕາມ ແລະ ຄວບຄຸມໂດຍລັດຖະບານຄື: ເງິນຢວນດິຈິຕອລຂອງຈີນ (DCEP) ໄດ້ຖືກນໍາໃຊ້ເພື່ອຄວບຄຸມພຶດຕິກຳໃນການຊໍາລະຂອງປະຊາຊົນ. ເຮັດໃຫ້ການຍອມຮັບເອົາ bitcoin ຂອງ El Salvador ເບິ່ງຄືວ່າເປັນນະໂຍບາຍທີ່ກ້າວໜ້າຫຼາຍ.
ໃນປັດຈຸບັນ, ໂລກຂອງເທັກໂນໂລຢີ Web3 ແມ່ນກໍາລັງເປັນທີ່ສົນໃຈຫຼາຍ, ການທີ່ແອັບພລິເຄຊັນ Web3 ມີຜູ້ໃຊ້ເພິ່ມຂຶ້ນເລື້ອຍໆ ແລະ ເກມ Blockchain ທີ່ເຂົ້າມາໃໝ່ເຊັ່ນ Metacade ອາດມີສ່ວນຮ່ວມໃນການປະຕິວັດເກມແບບດັ້ງເດີມ, ຍ້ອນວ່າ Metacade ສາມາດສ້າງປະສົບການການຫຼີ້ນເກມໃໝ່ທີ່ເກມແບບດັ້ງເດີມເຮັດບໍ່ໄດ້.
ທີ່ມາ : https://cutt.ly/j3TTOqD
© 2022-2023 bitqik Insight – All rights reserved.