ໃນວັນເສົາທີ 11 ເດືອນກຸມພາ Banco do Brasil ທະນາຄານທີ່ເກົ່າເເກ່ທີ່ສຸດຂອງ Brasil ໄດ້ປະກາດການຮອງຮັບໃຫ້ປະຊາຊົນສາມາດຈ່າຍພາສີດ້ວຍ Cryptocurrency ໄດ້ ຈາກການຮ່ວມມືກັບບໍລິສັດ Bitfy ບໍລິສັດ Crypto ໃນ Brasil.
ໂດຍບໍລິສັດ Bitfy ຈະເຮັດໜ້າທີ່ຈັດເກັບຮັກສາສິນຊັບ Crypto ໃຫ້ກັບ Banco do Brasil, ສຳລັບຜູ້ທີ່ຝາກ Crypto ໄວ້ນຳ Bitfy ມາກ່ອນໜ້ານີ້ເເລ້ວ ສາມາດນໍາເອົາ Crypto ທີ່ຝາກໄວ້ນັ້ນມາໃຊ້ຈ່າຍພາສີໄດ້ທັນທີເລີຍ.
ຜູ້ໃຊ້ສາມາດສະແກນ QR Code ແລ້ວຈ່າຍໄດ້ເລີຍ ຄືກັນກັບການສະແກນເພື່ອຊຳລະຄ່າສິນຄ້າ ຫຼື ການບໍລິການອື່ນໆພາຍໃນປະເທດ. ໂດຍໃນໃບແຈ້ງພາສີຈະແຈ້ງເປັນສະກຸນຂອງປະເທດ Brasil ກ່ອນ ຫຼັງຈາກນັ້ນຜູ້ຈ່າຍຈະຕ້ອງເລືອກເປັນການຈ່າຍໃນຮູບແບບຂອງ Crypto.
ການທີ່ທະນາຄານໄດ້ຮອງຮັບລະບົບການຈ່າຍພາສີດ້ວຍ Crypto ຊ່ວຍໃຫ້ມີຄວາມສະດວກສະບາຍຫຼາຍຂຶ້ນ, ທະນາຄານຍັງເບິ່ງເຫັນວ່າບໍລິສັດດັ່ງກ່າວ ຍັງຊ່ວຍການຂະຫຍາຍການໃຊ້ງານ ເເລະ ການເຂົ້າເຖິງລະບົບນິເວດຂອງສິນຊັບດິຈິຕອລອີກດ້ວຍ, ໂດຍມີທະນາຄານທີ່ມີຊື່ສຽງ Banco ເປັນຜູ້ດູເເລ.
Lucas Schoch ຜູ້ກໍ່ຕັ້ງ ເເລະ CEO ຂອງ Bitfy ກ່າວຕື່ມວ່າ “ເສດຖະກິດດິຈິຕອລຍຸດໃໝ່ແມ່ນຕົວກະຕຸ້ນສຳລັບການສ້າງຄວາມໄດ້ປຽບໃນອະນາຄົດ”
ການເຄື່ອນໄຫວຄັ້ງນີ້ຖືເປັນອີກໜຶ່ງບາດກ້າວທີ່ສຳຄັນສຳລັບວົງການ Crypto ໃນ Brasil. ໃນໄລຍະເດືອນ ທັນວາ ປີ 2022 ທີ່ຜ່ານມາ ນະໂຍບາຍ ກ່ຽວກັບການອະນຸຍາດໃຫ້ໃຊ້ Crypto ເປັນຕົວກາງໃນການຊໍາລະຄ່າສິນຄ້າ ແລະ ບໍລິການ ພາຍໃນປະເທດໄດ້ຢ່າງຖືກກົດໝາຍ ເຊິ່ງຄາດວ່າກົດໝາຍດັ່ງກ່າວຈະຖືກປະກາດໃຊ້ໃນເດືອນ ມິຖຸນາ ປີ 2023 ນີ້.
ທີ່ມາ : https://cutt.ly/T3Gij2Z
© 2022-2023 bitqik Insight – All rights reserved.