ຄະນະກໍາມະການຫຼັກຊັບ ແລະ ຕະຫຼາດຫຼັກຊັບສະຫະລັດ (SEC) ໄດ້ຍື່ນຄໍາຟ້ອງຮ້ອງເພື່ອຄັດຄ້ານຕໍ່ການຂາຍຊັບສິນຂອງ Voyager Digital ໃຫ້ກັບ crypto exchange Binance.US ໃນຂໍ້ຕົກລົງມູນຄ່າ 1 ຕື້ໂດລາ. 

ອີງຕາມການຍື່ນເອກກະສານຟ້ອງຮອງຕໍ່ສານຂອງນິວຢອກໃນວັນພຸດທີ່ຜ່ານມາ, SEC ໄດ້ກ່າວຫາວ່າ ການເຮັດທຸລະກໍາດັ່ງກ່າວຈະກ່ຽວຂ້ອງກັບການຂາຍຫຼັກຊັບທີ່ບໍ່ໄດ້ລົງທະບຽນ. 

ໃນເດືອນທັນວາປີກ່ອນ Voyager Digital ໄດ້ເຮັດຂໍ້ຕົກລົງກັບ Binance.US ເພື່ອຂາຍຊັບສິນຂອງຕົນໃຫ້ກັບ American exchange. ເມື່ອສໍາເລັດຕາມສັນຍາທີ່ຕົກລົງໄວ້ເເລ້ວ ຜູ້ໃຊ້ຂອງ Voyager ສາມາດເຂົ້າເຖິງກອງທຶນຂອງພວກເຂົາໃນເເພລັດຟອມ Binance.US. 

ໃນເດືອນມັງກອນ, CryptoPotato ລາຍງານວ່າ SEC ຄັດຄ້ານຕໍ່ຂໍ້ຕົກລົງດັ່ງກ່າວຍ້ອນວ່າໃນຂໍ້ຕົກລົງບໍ່ມີລາຍລະອຽດກ່ຽວກັບການຈ່າຍຄືນຂອງລູກຄ້າ. ຄະນະກໍາມະການໄດ້ຮຽກຮ້ອງໃຫ້ Voyager ໃຫ້ລາຍລະອຽດເພີ່ມເຕີມກ່ຽວກັບວິທີການຮັກສາຄວາມປອດໄພຕໍ່ສິນຊັບຂອງລູກຄ້າ ແລະ ປ້ອງກັນການລັກ ຫຼື ການສູນເສຍຈາກຜູ້ປະກອບການ ແລະ Binance US. 

ໜ່ວຍງານຄຸ້ມຄອງຍັງຕ້ອງການຮັບປະກັນວ່າລູກຄ້າຈະໄດ້ຮັບເງິນຄືນເຕັມຈຳນວນ ກ່ອນທີ່ Voyager ຈະດຳເນີນການອື່ນໆຈາກຂໍ້ຕົກລົງ. 

SEC ໄດ້ຍື່ນການຄັດຄ້ານອີກເທື່ອໜຶ່ງ ໂດຍລະບຸວ່າ: ກຳລັງສືບສວນວ່າ Voyager ລະເມີດກົດໝາຍວ່າດ້ວຍການສໍ້ໂກງຂອງລັດຖະບານກາງຫຼືບໍ່. ຂໍ້ຕົກລົງອາດບໍ່ໄດ້ກ່ຽວຂ້ອງກັບການຂາຍຫຼັກຊັບທີ່ບໍ່ໄດ້ລົງທະບຽນ ເນື່ອງຈາກຍັງມີການກວດສອບ token VGX ຂອງ Voyager ຢູ່. 

ທີ່ມາ : https://cutt.ly/a8eekL0 

**ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.

More Videos

Video Playlist
1/10 videos
1
bitqik Academy Live ep15
bitqik Academy Live ep15
01:04:48
2
bitqik Academy Live ep15
bitqik Academy Live ep15
3
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
01:16:04
4
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
01:23
5
Trick and Trade EP0
Trick and Trade EP0
54
6
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
01:01:46
7
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
01:06:22
8
Fiat VS Cryptocurrency 🚀
Fiat VS Cryptocurrency 🚀
48
9
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
01:01:26
10
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
42:53
About Us

bitqik INSIGHT, get our latest reports, covering all sorts of topics in the digital asset industry. From finance to economics, trends, and investment.

Services

© 2022-2023 bitqik Insight – All rights reserved.