Michaël van de Poppe ນັກວິເຄາະ Crypto ຊື່ດັງ ເຊື່ອວ່າ Bitcoin (BTC) ຢູ່ໃນຊ່ວງຂາຂຶ້ນ ເເລະ ກຳລັງກຽມທີ່ຈະເເຕະລະດັບ 28,000 ໂດລາ, ເນື່ອງຈາກໃນປັດຈຸບັນກຳລັງຊື້ຂາຍຢູ່ເໜືອລະດັບເເນວຕ້ານທີ່ສຳຄັນ.
Van de Poppe ບອກຜູ້ຕິດຕາມໃນ Twitter ຂອງລາວ 647,300 ຄົນວ່າ “Bitcoin ແມ່ນຢູ່ໃນຊ່ວງຈອດເຕີມນໍ້າມັນເຊື້ອໄຟ, ກ່ອນທີ່ລາຄາຈະເພີ່ມຂຶ້ນຮອດເປົ້າໝາຍທີ່ລະດັບ 28,000 ໂດລາ”
“ຜູ້ຄົນເລີ່ມທີ່ຈະ Short ຢ່າງເໝາະສົມ, ດັ່ງນັ້ນການເພິ່ມຂຶ້ນເຖິງລະດັບ 23,200 ໂດລາ ຈຶ່ງມີເເນວໂນ້ມໃນການເພິ່ມຂຶ້ນຢ່າງຕໍ່ເນື່ອງຮອດລະດັບ 26,000 – 28,000 ໂດລາໃນຕາຕະລາງຢ່າງຫຼີກລ່ຽງບໍ່ໄດ້”
ໃນປັດຈຸບັນ Bitcoin ກໍາລັງຊື້ຂາຍຢູ່ທີ່ 23,267 ໂດລາ, ເຊິ່ງມີລາຄາສູງກວ່າເເນວ ຕ້ານທີ່ສໍາຄັນຂອງ Van de Poppe.
Van de Poppe ກ່າວວ່າ ລາວຍັງຊອກຫາ Worse case ລາຄາຂອງ Bitcoin ທີ່ອາດຈະປັບຖານລົງໄປສູ່ລະດັບ 21,700 ໂດລາ, ເເຕ່ລາວຍັງເຊື່ອໝັ້ນວ່າກິດຈະກຳໃນການຊື້ຂາຍ Bitcoin ໃນຕອນນີ້ກຳລັງຢູ່ໃນຊ່ວງຂາຂຶ້ນ ເເລະ ນັ້ນກໍໝາຍຄວາມວ່າ Worse case ທີ່ກຳລັງຈັບຕາເບິ່ງຢູ່ນັ້ນອາດຈະບໍ່ເກີດ.
“Bitcoin ຍັງຢູ່ໃນລະດັບລາຄາທີ່ຕໍ່າ, ຂ້ອຍຄິດວ່າໃນຊ່ວງເວລາທີ່ຈະຕັກເອົາຢູ່ທີ່ລະດັບ 21,700 ໂດລາ ຖືເປັນໂອກາດໃນການລົງທຶນໄລຍະຍາວທີ່ດີທີ່ສຸດ ແຕ່ນັກເທຣດໃນປັດຈຸບັນມີຄວາມຕື່ນເຕັ້ນຫຼາຍທີ່ຈະເຂົ້າສູ່ຕະຫຼາດ, ເຊິ່ງມີຄວາມເປັນໄປໄດ້ຫຼາຍກວ່າ ເເລະ ພວກເຮົາອາດຈະບໍ່ເຫັນລາຄານັ້ນອີກ.
ໃນກໍລະນີນັ້ນ ການໄປຕໍ່ສໍາລັບລາຄາ 26,000 – 28,000 ໂດລາ ຂ້ອຍຄິດວ່າມັນໜ້າຈະເປັນໄປໄດ້”
Pentoshi ນັກວິເຄາະລາຄາ Crypto, ກໍໄດ້ເເບ່ງປັນມຸມມອງກ່ຽວກັບ Bitcoin ທີ່ຄ້າຍຄືກັນ, ໂດຍນັກວິເຄາະທີ່ເຄີຍຄາດການຈຸດສິ້ນຂອງຕະຫຼາດ bull ໄດ້ຢ່າງຖືກຕ້ອງ ໃນປີ 2021, ກ່າວວ່າ “ການເຄື່ອນໄຫວຢູ່ເໜືອລະດັບ 23,300 ໂດລາ ມີແນວໂນ້ມທີ່ຈະຊຸກຍູ້ Bitcoin ໄປສູ່ລະດັບ 25,000ໂດລາ”
ທີ່ມາ : https://cutt.ly/S3sWzqN
© 2022-2023 bitqik Insight – All rights reserved.