Jerome Powell ປະທານ​ທະນາຄານ​ກາງສະຫາລັດ (Federal Reserve) ​ ກ່າວ​ໃນ​ການ​ໂອ້​ລົມ​ສົນທະນາ​ທີ່​ຈັດ​ຂຶ້ນ​ໂດຍ​ສະ​ໂມ​ສອນ​ເສດຖະກິດ Warshington D.C. ວ່າ “ຂະ​ບວນການ​ຂອງ​ອັດຕາ​ເງິນ​ເຟີ້​ທີ່​ຫຼຸດ​ລົງ​ໄດ້​ເລີ່​ມຂຶ້ນ​ແລ້ວ ໂດຍເລີ່ມຕົ້ນຂຶ້ນໃນຂະແໜງສິນຄ້າບໍລິໂພກ, ເຊິ່ງມີຂະໜາດ 1/4 ຂອງເສດຖະກິດອາເມລິກາ”

ປະທານ FED ກ່າວຕື່ມອີກວ່າ “ແຕ່ເສັ້ນທາງຍັງອີກຍາວໄກ, ນີ້​ແມ່ນ​ພຽງ​ຈຸດເລີ່ມ​ຕົ້ນ​ເທົ່ານັ້ນ” ແລະ​ ໄດ້ຍໍ້າ​ວ່າ​ “ໃນ​ຄວາມ​ເປັນ​ຈິງ ພວກເຮົາຕອບດ້ວຍຂໍ້ມູນ ຖ້າຂໍ້ມູນສະແດງໃຫ້ເຫັນວ່າອັດຕາເງິນເຟີ້ເພິ່ມຂຶ້ນນັ້ນ ໝາຍຄວາມວ່າພວກເຮົາມີວຽກໃຫ້ເຮັດເພີ່ມ ແລະ ມີຄວາມຈຳເປັນຈະຕ້ອງເພີ່ມອັດຕາດອກເບ້ຍຂຶ້ນ”

Fed ຍັງບໍ່ມີສັນຍານວ່າການຈະເພີ່ມອັດຕານະໂຍບາຍຈະສິ້ນສຸດລົງເມື່ອໃດ. ທ່ານ​ຍັງ​ໄດ້​ກ່າວ​ອີກ​ວ່າ ມັນ​ອາດ​ຈະ​ຕ້ອງໃຊ້​ເວ​ລາ​ເຖິງ​ປີ 2024 ​ເພື່ອ​ໃຫ້ຕົວເລກ​ເງິນ​ເຟີ້​ຫຼຸດ​ລົງ​ໄປ​ສູ່​ລະ​ດັບ​ທີ່ Fed ຮູ້ສຶກສະບາຍໃຈ.

“ພວກເຮົາຄາດວ່າປີ 2023 ຈະເປັນປີທີ່ອັດຕາເງິນເຟີ້ຫຼຸດລົງຢ່າງຫຼວງຫຼາຍ ​ແລະ​ ມັນ​ເປັນ​ໜ້າ​ທີ່​ຂອງ​ພວກ​ເຮົາ​ທີ່​ຈະ​ເຮັດ​ໃຫ້​ສິ່ງ​ນີ້​ເກີດ​ຂຶ້ນຈິງ” Jerome Powell ກ່າວ​ຕໍ່​ວ່າ “ຈາກສິ່ງທີ່ຂ້ອຍຄາດເດົາ ອັດຕາເງິນເຟີ້ແນ່ນອນຈະບໍ່ສະຫງົບລົງໃນປີນີ້ ​ແຕ່​ໃນ​ປີໜ້າ​ມັນຈະ​ຫຼຸດ​ລົງ​ຈົນໃກ້ຄຽງຕົວເລກ 2%”

ນອກຈາກນັ້ນ, Powell ຍັງໄດ້ເວົ້າເຖິງ ການຫຼຸດລົງຂອງອັດຕາເງິນເຟີ້(Disinflationary) ເປັນຄັ້ງທໍາອິດ, ແຕ່ປະທານ Fed ຕົນເອງໄດ້ຢ້ຳເຕືອນວ່າ “ພວກເຮົາຕ້ອງມີຄວາມອົດທົນ ພວກເຮົາຄິດວ່າອັດຕາດອກເບ້ຍນະໂຍບາຍຕ້ອງຢູ່ ໃນລະດັບເຂັ້ມງວດອີກໃນຕໍ່ໄປໃນໄລຍະໜຶ່ງ ກ່ອນທີ່ຈະຫຼຸດລົງມາ”

ທີ່ມາ : https://cutt.ly/O3sSrwP

**ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.

More Videos

Video Playlist
1/10 videos
1
bitqik Academy Live ep15
bitqik Academy Live ep15
01:04:48
2
bitqik Academy Live ep15
bitqik Academy Live ep15
3
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
01:16:04
4
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
01:23
5
Trick and Trade EP0
Trick and Trade EP0
54
6
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
01:01:46
7
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
01:06:22
8
Fiat VS Cryptocurrency 🚀
Fiat VS Cryptocurrency 🚀
48
9
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
01:01:26
10
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
42:53
About Us

bitqik INSIGHT, get our latest reports, covering all sorts of topics in the digital asset industry. From finance to economics, trends, and investment.

Services

© 2022-2023 bitqik Insight – All rights reserved.