ຫຼຽນ Meme ແມ່ນຫຼຽນ altcoins ທີ່ຖືກສ້າງຂື້ນເພື່ອຄວາມມ່ວນຊື່ນ ຫຼັງຈາກນັ້ນກໍໄດ້ພັດທະນາໃຫ້ມີການໃຊ້ງານຈິງໃນອຸດສາຫະກຳ Crypto.

ໂດຍຫຼຽນ meme ທີ່ຖືກສ້າງຂຶ້ນເປັນຫຼຽນທໍາອິດຂອງໂລກເເມ່ນ Dogecoin ເປັນຜູ້ບຸກເບີກພື້ນທີ່ Crypto, ຫຼັງຈາກນັ້ນກໍມີຫຼຽນ Shiba Inu ຕາມກົ້ນມາເເບບຕິດໆ.

ເນື່ອງຈາກຫຼຽນ meme ເຫຼົ່ານີ້ເປັນທີ່ນິຍົມຫຼາຍ, ນັກລົງທຶນອາດຈະເຮັດກຳໄລຈາກຫຼຽນນີ້ໄດ້ຢ່າງມະຫາສານພຽງຂ້າມຄືນ! ເເລະ 5 ຫຼຽນ meme ຕໍ່ໄປນີ້ທີ່ນັກລົງທຶນຕ້ອງຈັບຕາເບິ່ງດີໆເພາະມັນອາດຈະມີມູນຄ່າເພິ່ມຂຶ້ນໃນອາທິດນີ້

– QUACK

Rich Quack ແມ່ນຫຼຽນ crypto ທີ່ມີ theme ເປັນຮູບເປັດ ເເລະ ເປັນທີ່ຮູ້ຈັກໜ້ອຍ. ເເຕ່ເຖິງຢ່າງນັ້ນ ມັນກໍເປັນອີກໜຶ່ງຫຼຽນ meme ທີ່ຊຸມຊົນ Crypto ໃຫ້ຄວາມສົນໃຈໃນບາງກຸ່ມ ບໍ່ໜ້ອຍກວ່າ Shiba Inu ເລີຍ ອີງຕາມຂໍ້ມູນຂອງ Phoenix Group.

ຈາກຂໍ້ມູນຂອງ Coingecko, ຫຼຽນມີອັດຕາກໍາໄລສູງສຸດຂອງ 11% ທຸກໆສອງອາທິດ ແລະ ພວກເຮົາອາດຈະເຫັນການເຄື່ອນໄຫວຂອງລາຄາເພິ່ມຫຼາຍຂຶ້ນ. ເນື່ອງຈາກຕະຫຼາດ bulls ພະຍາຍາມສ້າງຖານໃຫ້ຢູ່ເທິງເເນວຮັບປັດຈຸບັນໂດຍມີລາຄາຢູ່ທີ່ 1.6731 ໂດລາ.

– Floki

Floki inu ໄດ້ຮັບຄວາມນິຍົມຫຼາຍໃນຕະຫຼາດ ດ້ວຍມູນຄ່າຕະຫຼາດເກືອບ 500 ລ້ານໂດລາ ເນື່ອງຈາກ Floki ມີລາຍຊື່ຢູ່ໃນກະດານເທຣດທີ່ມີຊື່ສຽງເຊັ່ນ KuCoin, OKX ເເລະ ອາດຈະເຂົ້າໄປຢູ່ໃນລາຍຊື່ຂອງເວັບເທຣດທີ່ໃຫຍ່ທີ່ສຸດຄື Binance ໃນອະນາຄົດ, ສິ່ງນີ້ດຶງດູດໃຫ້ນັກລົງທຶນຈຳນວນຫຼາຍ ເຮັດໃຫ້ປະລິມານການຊື້ຂາຍຂອງ token ເພິ່ມຂຶ້ນເກືອບ 200 ລ້ານໂດລາໃນມື້ທີ່ເພິ່ມລາຍຊື່ຫຼຽນເຂົ້າ.

ເຖິງແມ່ນວ່າລາຄາຂອງຫຼຽນ FLOKI ໄດ້ຫຼຸດລົງນັບຕັ້ງແຕ່ເເຕະລະດັບສູງສຸດທີ່ 0.00006793 ໂດລາ, ເເຕ່ token ຍັງສືບຕໍ່ເຕີບໂຕໃນເວລາຕໍ່ມາ. ຜູ້ທີ່ສົນໃຈໃນການເຂົ້າຮ່ວມ FLOKI ຈະຕ້ອງພະຍາຍາມບໍ່ໃຫລາຄາຕໍ່າກວ່າ 0.00003774 ໂດລາ, ຈຶ່ງຈະຊ່ວຍໃຫ້ token ເພີ່ມຂຶ້ນໄປສູ່ເປົ້າໝາຍສູງສຸດ.

– TSUKA

Dejitaru Tsuka ເປັນຫຼຽນ meme ອີກຫຼຽນໜຶ່ງທີ່ບໍ່ຄ່ອຍມີໃຜຮູ້ຈັກ, ໃນປັດຈຸບັນ Tsuka ຢູ່ໃນອັນດັບທີ່ 270 (ການຈັດອັບດັບໃນ CoinGecko) ເຊິ່ງສະເເດງໃຫ້ເຫັນ ສັກກະຍະພາບໃນການສ້າງຜົນກຳໄລໃນໄລຍະກາງເຖິງໄລຍະຍາວ, ເມື່ອບໍ່ດົນມານີ້ Token ມີຈຳນວນຜູ້ຖືທະລຸ 10,000 ລາຍເເລ້ວ, ນີ້ສະເເດງໃຫ້ເຫັນເຖິງຄວາມກະຕືລືລົ້ນຂອງຊຸມຊົນ TSUKA ຕໍ່ກັບຕະຫຼາດ Crypto.

ເເນວຮັບໃນຕອນນີ້ຢູ່ທີ່ 0.11756 ໂດລາ ເຊິ່ງອາດເປັນເເນວຮັບທີ່ເເຂງເເຮງພຽງພໍທີ່ຈະເຮັດໃຫ້ລາຄາເພິ່ນຂຶ້ນສູງໄດ້, ຢ່າງໃດກໍຕາມ ເເນວຕ້ານທີ່ລາຄາ 0.15815 ໂດລາຍັງຄົງສ້າງຄວາມກັງວົນ, ເຊິ່ງ​ຖ້າ​ຫາກ​ຈະໃຫ້​​ດີ ລາຄາຈໍາເປັນຕ້ອງທໍາລາຍລະດັບເເນວຕ້ານນີ້ໃຫ້ໄດ້.

– Baby Doge

Baby Doge Coin ປະຈຸບັນເປັນໜຶ່ງໃນ Tokens ທີ່ນິຍົມທີ່ສຸດໃນຕະຫຼາດ. ດ້ວຍມູນຄ່າຕະຫຼາດຫຼາຍກວ່າ 500 ລ້ານໂດລາ, ນອກຈາກນີ້ ຊຸມຊົນ BABYDOGE ຍັງຮຽກຮ້ອງໃຫ້ມີການເພີ່ມລາຍຊື່ Token ນີ້ເຂົ້າໃນ Binance.

ເເນວຮັບສຳຄັນຂອງ Token ນີ້ຢູ່ທີ່ 2.8PE ໂດລາ, ເຊິ່ງຢູ່ເໜືອລະດັບ ເປັນຈຸດເລີ່ມຕົ້ນສໍາລັບການເຄື່ອນໄຫວຂາຂຶ້ນຢ່າງເຕັມຮູບເເບບຂອງ Baby Doge.

– DOGE

Dogecoin (DOGE) ແມ່ນ “ພໍ່ຕູ້” ຂອງຫຼຽນ meme ທັງໝົດ ແລະ ມີເເນວໂນ້ມທີ່ຈະເຕີບໂຕຫຼາຍຂຶ້ນ. DOGE ມີມູນຄ່າເພີ່ມຂຶ້ນເກືອບ 8% ໃນຂອບເວລາ TF ປະຈໍາອາທິດ.

DOGE ປະຈຸບັນຊື້ຂາຍຢູ່ທີ່ 0.0882 ໂດລາ ແລະ ມີເເນວຮັບຢູ່ທີ່ 0.08585 ໂດລາ. ການຊື້ຂາຍ Token ພຽງເລັກນ້ອຍສາມາດເປັນຕົວກະຕຸ້ນໃຫ້ການເຄື່ອນໄຫວທີ່ເເຂງເເຮງໃນໄລຍະກາງຫາໄລຍະຍາວ. ແຕ່ມັນບໍ່ແນ່ໃຈວ່າລາຄາຈະໄປໃນທິດທາງໃດ, ເຊິ່ງຕ້ອງລໍຖ້າເບິ່ງຕໍ່ໄປວ່າເເນວໂນ້ມໃດຈະເເຂງເເຮງກວ່າກັນ

ທີ່ມາ : https://cutt.ly/A38UA7z

**ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.

More Videos

Video Playlist
1/10 videos
1
bitqik Academy Live ep15
bitqik Academy Live ep15
01:04:48
2
bitqik Academy Live ep15
bitqik Academy Live ep15
3
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
01:16:04
4
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
01:23
5
Trick and Trade EP0
Trick and Trade EP0
54
6
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
01:01:46
7
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
01:06:22
8
Fiat VS Cryptocurrency 🚀
Fiat VS Cryptocurrency 🚀
48
9
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
01:01:26
10
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
42:53
About Us

bitqik INSIGHT, get our latest reports, covering all sorts of topics in the digital asset industry. From finance to economics, trends, and investment.

Services

© 2022-2023 bitqik Insight – All rights reserved.