• US Dollar Index ເເມ່ນຫຍັງ?

Dollar Index ເເມ່ນດັດຊະນີວັດເເທກມູນຄ່າຂອງສະກຸນເງິນໂດລາທຽບກັບ 6 ສະກຸນເງິນໃຫຍ່ທີ່ສຳຄັນຂອງໂລກ. Dollar Index ຖືກສ້າງຂື້ນໂດຍສະຫະລັດໃນປີ 1973 ຫຼັງຈາກການລົ້ມລະລາຍຂອງລະບົບ Bretton Woods, ໂດຍມີທອງຄຳໜຸນຫຼັງສະກຸນເງິນນີ້.

US Dollar Index ມີການຄຳນວນໂດຍອີງໃສ່ການປຽບທຽບກັບອັດຕາແລກປ່ຽນຂອງ 6 ສະກຸນເງິນໃຫຍ່ທົ່ວໂລກ, ປະກອບມີ ຢູໂຣ (EUR) 57.6%, ເຢນ (JPY) 13.6%, ປອນ (GBP) 11.9%, ເງິນໂດລາການາດາ (CAD) 9.1%, Swedish Krona (SEK) 4.2% ແລະ Swiss Franc (CHF) 3.6%.

ແຫຼ່າທີ່ມາ: www.fxtradingrevolution.com
  • ວິທີການຄຳນວນລາຄາດັດຊະນີ USDX

ເຮົາສາມາດຄຳນວນໂດຍໃຊ້ສູດດັ່ງນີ້:

USDX = 50.14348112 × EURUSD^-0.576 × USDJPY^0.136 × GBPUSD^-0.119 × USDCAD^0.091 × USDSEK^0.042 × USDCHF^0.036

  • US Dollar Index ບອກເເນວໂນ້ມລາຄາສິນຊັບຕ່າງໆ

USDX ສາມາດນໍາໃຊ້ເພື່ອຊີ້ໃຫ້ເຫັນແນວໂນ້ມຂອງລາຄາສິນຊັບຕ່າງໆໄດ້ ຈາກການທີ່ USDX ວັດແທກຄວາມແຂງຄ່າຂອງເງິນໂດລາສະຫະລັດ ເມື່ອປຽບທຽບກັບສະກຸນເງິນອື່ນ, ທຸກຄັ້ງທີ່ USDX ປັບເພີ່ມຂຶ້ນ, ນັ້ນກໍໝາຍຄວາມວ່າເງິນໂດລາສະຫະລັດເເຂງຄ່າຂຶ້ນນັ້ນເອງ. ການແຂງຄ່າຂອງເງິນໂດລາສະຫະລັດ ເເປວ່າເງິນໂດລາສະຫະລັດ ມີຄ່າໃນຕົວມັນເອງຫຼາຍ, ການຊື້ສິນຄ້າໃນປະລິມານເທົ່າເກົ່າ ເເຕ່ໃຊ້ເງິນໜ້ອຍລົງ.

ຕົວຢ່າງ: ຖ້າ USDX ເພີ່ມຂຶ້ນ ລາຄາ ນ້ໍາມັນຈະຫຼຸດລົງ ແລະ ໃນທາງກັບກັນ, ຖ້າ USDX ຫຼຸດລົງ, ລາຄາສິນຄ້າຈະເພີ່ມຂຶ້ນ.

ແນວໃດກໍ່ຕາມ, ສໍາລັບການເຄື່ອນໄຫວຂອງເງິນທຶນ ຫຼື Fund Flow, ເຊິ່ງເເມ່ນການບອກທິດທາງການລົງທຶນຂອງຕ່າງປະເທດ. ການແຂງຄ່າຂອງເງິນໂດລາສະຫະລັດ ໂດຍທົ່ວໄປແລ້ວເເມ່ນໝາຍເຖິງການອ່ອນຄ່າຂອງສະກຸນເງິນອື່ນ. ໂດຍທໍາມະຊາດ ນັກລົງທຶນຈະຕ້ອງການທີ່ຈະລົງທຶນໃນປະເທດທີ່ສະກຸນເງິນທີ່ແຂງຄ່າ. ເນື່ອງຈາກວ່າມັນເຮັດໃຫ້ສະກຸນເງິນທີ່ພວກເຂົາລົງທຶນນັ້ນມີມູນຄ່າເພີ່ມຂຶ້ນ ເມື່ອສະກຸນເງິນນັ້ນໆມີຄ່າເພີ່ມຂຶ້ນ ກໍຈະດຶງດູດນັກລົງທຶນເຂົ້າມາລົງທຶນຫຼາຍຂຶ້ນ.

  • ເປັນຫຍັງ USDX ຈຶ່ງສຳຄັນ

ສະຫະລັດມີຂະໜາດ​​ເສດຖະກິດ​ເປັນອັນ​ດັບ 1 ​ໃນ​ໂລກ, ສະພາບ​ເສດຖະກິດ​ມີຄວາມ​ແຂງ​ແຮງ​ເມື່ອ​ທຽບ​ໃສ່​ກັບ​ບັນດາ​ປະ​ເທດ​ໃນ​ທົ່ວ​ໂລກ. ດ້ວຍເຫດຜົນນີ້, ເງິນໂດລາມີບົດບາດຕໍ່ລະບົບການເງິນທົ່ວໂລກ  ບໍ່ວ່າຈະເປັນທຶນສຳຮອງລະຫວ່າງປະເທດໃນທົ່ວໂລກທີ່ມີເງິນໂດລາກວມເອົາປະມານ 60%, ຕາມດ້ວຍເງິນຢູໂຣຢູ່ທີ່ 20% (ຂໍ້ມູນ Q4 2020).

ສ່ວນຕະຫຼາດຊື້ຂາຍເງິນຕາທົ່ວໂລກກວມເອົາ 90% ຂອງປະລິມານການຊື້ຂາຍເງິນໂດລາທັງໝົດ ແລະ ມີຕາສານໜີ້ທັງໝົດເປັນສະກຸນເງິນໂດລາ 40% ຂອງປະລິມານຕຣາສານໜີ້ທັງໝົດ.

ບົດບາດ​ສຳຄັນຂອງ​ເງິນ​ໂດ​ລາ​ຈຶ່ງ​ສົ່ງ​ຜົນ​ໃຫ້ການ​ຄ້າ​ລະຫວ່າງ​ປະ​ເທດ​ ​ແລະ ​ການ​ຊື້​ຂາຍ​ຊັບ​ສິນ​ການ​ລົງທຶນສ່ວນ​ໃຫຍ່​ເປັນ​ເງິນ​ໂດ​ລາ​ເຊັ່ນ: ນ້ຳມັນ, ຄຳ, ສິນຄ້າ, ຕຣາສານໜີ້ ແລະ​ ຫຸ້ນ.​

ດັ່ງນັ້ນ ທິດທາງຂອງ Dollar Index ທີ່ຊີ້ໃຫ້ເຫັນເຖິງຄວາມເຂັ້ມແຂງ ຫຼືຄວາມອ່ອນແອຂອງເງິນໂດລາ, ແມ່ນກ່ຽວຂ້ອງກັບສິນຄ້າ ແລະ ຊັບສິນ.

ທີ່ມາ : https://cutt.ly/Z3k4Mr6

https://cutt.ly/L3k41kT
https://cutt.ly/y3k49Iy
https://cutt.ly/O3k44sI
**ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.

More Videos

Video Playlist
1/10 videos
1
bitqik Academy Live ep15
bitqik Academy Live ep15
01:04:48
2
bitqik Academy Live ep15
bitqik Academy Live ep15
3
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
01:16:04
4
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
01:23
5
Trick and Trade EP0
Trick and Trade EP0
54
6
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
01:01:46
7
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
01:06:22
8
Fiat VS Cryptocurrency 🚀
Fiat VS Cryptocurrency 🚀
48
9
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
01:01:26
10
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
42:53
About Us

bitqik INSIGHT, get our latest reports, covering all sorts of topics in the digital asset industry. From finance to economics, trends, and investment.

Services

© 2022-2023 bitqik Insight – All rights reserved.