ໃນຊ່ວງກາງເດືອນພຶດສະພາ 2022, ຫຼຽນ LUNA ສະກຸນເງິນດິຈິຕອລທີ່(ເຄີຍ)ຢູ່ໃນອັນດັບ 10 ຂອງສະກຸນເງິນ Crypto ທີ່ໃຫຍ່ທີ່ສຸດຂອງໂລກ ໄດ້ສ້າງຝັນຮ້າຍໃຫ້ເເກ່ນັກລົງທຶນ, ມູນຄ່າຂອງຫຼຽນ LUNA ໄດ້ຫຼຸດລົງຢ່າງກະທັນຫັນ ໂດຍລາຄາຂອງຫຼຽນຫຼຸດລົງເກືອບ 99.999%.

ເຫດການດັ່ງກ່າວ ເຮັດໃຫ້ຜູ້ທີ່ລົງທຶນໃນໂຄງການ Terra ຕົກໃຈ ແລະ ສູນເສຍເງິນຈາກການລົງທຶນຂອງພວກເຂົາໂດຍບໍ່ຄາດຄິດ. ເຮັດໃຫ້ເກີດການເທຂາຍຫຼຽນ ແລະ ຫຼຽນ LUNA ເອງກໍໄດ້ສູນເສຍເງິນຈໍານວນຫຼວງຫຼາຍ.

ຢ່າງໃດກໍຕາມ, UST ແລະ USDT ແມ່ນຫຼຽນ Stablecoin ທີ່ມີປະເພດແຕກຕ່າງກັນ, ດັ່ງນັ້ນການຫຼຸດ peg ຂອງ USDT ແມ່ນເກີດຂຶ້ນໄລຍະສັ້ນໆເທົ່ານັ້ນ ແລ້ວກໍກັບມາຜູກມູນຄ່າກັບເງິນໂດລາສະຫະລັດຄືນ.

ແຫຼ່ງທີ່ມາ : amarketsaffiliates.com
  • ຫຼຽນ USDT ຂອງ Tether ເເມ່ນຫຍັງ?

USDT ແມ່ນ Stablecoin ຖືກສ້າງຂຶ້ນໂດຍບໍລິສັດ Tether ທີ່ຮົງກົງ ເເລະ ມີການຜູກກັບສະກຸນເງິນໂດລາໃນອັດຕາສ່ວນ 1:1 (1USDT = 1 USD).

USDT ເປີດຕົວຄັ້ງທໍາອິດໃນເດືອນກໍລະກົດ 2014 ໃນຊື່ Realcoin, ເຊິ່ງເປັນ Token ສະກຸນເງິນດິຈິຕອລ omni-system ທີ່ສ້າງຂຶ້ນໃນ Bitcoin Blockchain, ຕໍ່ມາປ່ຽນຊື່ເປັນ USTether ແລະ ສຸດທ້າຍເປັນ USDT.

USDT ໄດ້ຖືກປັບປຸງໃຫ້ສາມາດນຳໃຊ້ໃນ Ethereum, EOS, Tron, Algorand ແລະ OmiseGo Blockchains ໄດ້ເຊັ່ນກັນ.

USDT ບໍ່ມີ blockchain ຂອງຕົນເອງ ແຕ່ຈະໃຊ້ blockchain ອື່ນໆທີ່ມີ 2 Layer ເເທນເຊັ່ນ Bitcoin, Ethereum, EOS, Tron, Algorand, Bitcoin Cash, ແລະ OmiseGo blockchains. ເຊິ່ງ Blockchains ເຫຼົ່ານີ້ມີການຮັກສາຄວາມປອດໄພໂດຍລະບົບ Algorithm

Tether ໄດ້ເປີດເຜີຍວ່າເງິນໂດລາສະຫະລັດໄດ້ມີການຖືກສຳຮອງໄວ້ ແລະ USDT ໄດ້ຖືກກວດສອບເປັນໄລຍະໂດຍຜູ້ຊ່ຽວຊານຢ່າງສະໝ່ຳສະເໝີ. ຜູ້ໃຊ້ສາມາດເຂົ້າເຖິງຂໍ້ມູນໄດ້ງ່າຍ ແລະ ສາມາດກວດສອບການເຮັດທຸລະກໍາທີ່ເກີດຂຶ້ນຢູ່ໃນ Blockchain ໄດ້.

  • ລາຍລະອຽດການປະກາດລາຍງານການສໍາຮອງຂໍ້ມູນ Tether

ເນື່ອງຈາກ Stablecoin ແຕ່ລະຫຼຽນຂອງ Tether ມີຄວາມເຊື່ອມໂຍງກັບເງິນສຳຮອງໂດຍກົງ, Tether ຈຶ່ງໄດ້ໃຫ້ບໍລິສັດກວດສອບ Moore Cayman ເຂົ້າມາກວດສອບໃນທຸກໆໄຕມາດ ແລະ ຈະມີການປະກາດລາຍງານການສຳຮອງດັ່ງກ່າວໃນເວັບໄຊທ໌ຂອງຕົນ. ເພື່ອໃຫ້ຜູ້ໃຊ້ງານໝັ້ນໃຈໃນເລື່ອງຂອງຄວາມໂປ່ງໃສ ແລະ ມີການສໍາຮອງຂໍ້ມູນຢ່າງຄົບຖ້ວນ.

  • ອັດຕາສ່ວນເງິນສຳຮອງຂອງ Tether

ອີງຕາມບົດລາຍງານ Tether Reserves Q1 2022, Tether ມີເງິນສຳຮອງ 82 ຕື້ໂດລາ. ເຊິ່ງມີມູນຄ່າໃກ້ຄຽງກັບມູນຄ່າຕະຫຼາດ (Market Cap) ຂອງຫຼຽນ USDT ໃນເວລານັ້ນ.

ໂດຍອັດຕາສ່ວນເງິນສຳຮອງສ່ວນໃຫຍ່ຂອງ Tether ແມ່ນເງິນສົດ ແລະ ສິ່ງທີ່ທຽບເທົ່າເງິນສົດ. ລວມທັງເງິນຝາກໄລຍະສັ້ນ ແລະ ພັນທະບັດກວມເອົາ 85,64% ຂອງອັດຕາສ່ວນທັງໝົດ (ພັນທະບັດລັດຖະບານສະຫະລັດ 55.53%, ພັນທະບັດ ແລະ ໃບຢັ້ງຢືນເງິນຝາກ 28.47%, ກອງທຶນຕະຫຼາດເງິນ 9.63%).

ບົດລາຍງານການກວດສອບບັນຊີຂອງ Tether Q1 ປີ 2022 , ເຫັນວ່າໄດ້ມີການປ່ຽນແປງທີ່ສໍາຄັນໃນການຖືຄອງເຊັ່ນ:

ບົດລາຍງານການກວດສອບບັນຊີຂອງ Tether Q1 ປີ 2022 , ເຫັນວ່າໄດ້ມີການປ່ຽນແປງທີ່ສໍາຄັນໃນການຖືຄອງເຊັ່ນ:

  • ຫຼຸດການຖືຄອງພັນທະບັດໄລຍະສັ້ນ ແລະ ໃບຢັ້ງຢືນເງິນຝາກລົງ 17% ຈາກ 24 ຕື້ຫາໂດລາເປັນ 20 ຕື້ໂດລາ ແລະ ຈະຫຼຸດລົງອີກ 20% ໃນບົດລາຍງານການກວດສອບ Q2 ປີ 2022, ໃນ​ຂະ​ນະ​ດຽວ​ກັນ ອັດ​ຕາ​ສ່ວນ​ສຳຮອງ​ໃນ​ບັນ​ຊີ​ການ​ຄັງ​ຂອງ​ອາ​ເມລິ​ກາ​ໄດ້​ເພີ່ມ​ຂຶ້ນ 13% ຈາກ 34,5 ຕື້​ໂດ​ລາ​ເປັນ 39 ຕື້​ໂດ​ລາ​ສະ​ຫະ​ລັດ.

ຍິ່ງໄປກວ່ານັ້ນ ຄ່າສະເລ່ຍຂອງພັນທະບັດໄລຍະສັ້ນ ແລະ ໃບຢັ້ງຢືນເງິນຝາກທີ່ຖືຄອງຢູ່ມີອັດຕາສ່ວນດີຂຶ້ນ ຈາກ A-2 ເປັນ A-1.

ຢ່າງໃດກໍ່ຕາມ ເມື່ອທຽບອັດຕາສ່ວນການຄອງໃນ Q4 ປີ 2021, ເຫັນວ່າ ມີການຫຼຸດລົງຂອງການຖືຄອງໃນກຸ່ມ A-2 ແລະ ເພີ່ມການຖືຄອງໃນກຸ່ມ A-1+. ເມື່ອເບິ່ງຕາມເງື່ອນໄຂຂອງບໍລິສັດການຈັດອັນດັບສິນເຊື່ອ ຖືວ່າຍັງຢູ່ໃນເກນທີ່ສາມາດລົງທຶນໄດ້

ທີ່ມາ : https://cutt.ly/A3NJltl

https://cutt.ly/S3NJz73
https://cutt.ly/D3NJcJk
**ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.

More Videos

Video Playlist
1/10 videos
1
bitqik Academy Live ep15
bitqik Academy Live ep15
01:04:48
2
bitqik Academy Live ep15
bitqik Academy Live ep15
3
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
01:16:04
4
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
01:23
5
Trick and Trade EP0
Trick and Trade EP0
54
6
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
01:01:46
7
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
01:06:22
8
Fiat VS Cryptocurrency 🚀
Fiat VS Cryptocurrency 🚀
48
9
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
01:01:26
10
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
42:53
About Us

bitqik INSIGHT, get our latest reports, covering all sorts of topics in the digital asset industry. From finance to economics, trends, and investment.

Services

© 2022-2023 bitqik Insight – All rights reserved.