ມື້ນີ້ເຮົາຈະປຽບທຽບການລົງທຶນໃນຫຼາຍໆຫຼຽນເພື່ອກະຈາຍຄວາມສ່ຽງ (Diversification) ຫຼື ການລົງທຶນໃນຫຼຽນດຽວເເບບ All in ໄປເລີຍ ວ່າການລົງທຶນເເບບໃດຈະດີກວ່າກັນ?

ກົນລະຍຸດເເບບ Diversification ເເມ່ນຫຍັງ?

ການວາງແຜນເເບບກະຈາຍຄວາມສ່ຽງ (Diversification) ແມ່ນກົນລະຍຸດກະຈາຍຄວາມສ່ຽງໃນການລົງທຶນໃນສິນຊັບຕ່າງໆ ເພື່ອບໍ່ໃຫ້ນັກລົງທຶນຂາດທຶນຢ່າງໜັກຈາກການລົງທຶນຢ່າງໃດຢ່າງໜຶ່ງຫຼາຍເກີນໄປ, ເຊິ່ງກົນລະຍຸດນີ້ນີ້ສາມາດປັບໃຊ້ໄດ້ກັບການລົງທຶນທຸກຮູບເເບບ ບໍ່ແມ່ນໃຊ້ນຳພຽງແຕ່ການລົງທຶນໃນກອງທຶນ ຫຼື ຮຸ້ນເທົ່ານັ້ນ.

ກົນລະຍຸດເເບບ All in ເເມ່ນຫຍັງ?

ສຳລັບກົນລະຍຸດນີ້ເເມ່ນເຮົາຈະເອົາເງິນລົງທຶນທັງໝົດ 100% ໄປລົງທຶນໃນຫຼຽນໃດໜຶ່ງ.

  • ຕົວຢ່າງການລົງທຶນ
  • ກົນລະຍຸບເເບບ All in : ເຮົາມີເງິນທຶນຢູ່ 100 ໂດລາ ເເລ້ວເອົາເງິນທັງໝົດໄປລົງທຶນໃນ Bitcoin, ໃນຊ່ວງລະຫວ່າງເດືອນມັງກອນ ປີ 2015 ຫາ ເດືອນ ກໍລະກົດປີ 2020 ຈະເຫັນໄດ້ວ່າ Equity Curve ໄດ້ມີການເຕີບໂຕຂຶ້ນຫຼາຍ ເເລະ ນັ້ນກໍເເມ່ນກຳໄລທີ່ເຮົາເຮັດໄດ້ ຈາກລາຄາທີ່້ເປັນຂາຂຶ້ນຍາວນານນັ້ນເອງ ເເລະ ເເນ່ນອນວ່າເມື່ອເຮົາມີກົນລະຍຸດການຂາຍທີ່ຊັດເຈນ ເຖິງເເມ່ນວ່າຈະມີການປັບຕົວໃນລະຫວ່າງທາງ ເເຕ່ເຮົາກໍສາມາດເອົາຕົວລອດຈາກຄວາມເສຍຫາຍນັ້ນໄດ້.

ຜົນຕອບແທນຂອງການລົງທຶນຕັ້ງແຕ່ຕົ້ນປີ 2015 CAGR ຢູ່ທີ່ 115%  ແລະ Max DD ຢູ່ທີ່ 49% ໝາຍຄວາມວ່າອັດຕາສ່ວນ Mar ຂອງພວກເຮົາແມ່ນ 2.3 ເຊິ່ງສູງກວ່າຊັບສິນທີ່ມີຄວາມສ່ຽງສູງອື່ນໆ.

ກົນລະຍຸດເເບບ Diversification: ເຮົາມີເງິນທຶນຢູ່ 100 ໂດລາ ໃນ Cryptocurrency 5 ຕົວ ໄດ້ເເກ່: Bitcoin (BTC), Ethereum (ETH), Ripple (XRP), Litecoin (LTC) ເເລະ Bitcoin Cash (BCH), ໂດຍເຮົາລົງທຶນໃນເເຕ່ລະຫຼຽນໃນອັດຕາສ່ວນ 20% ເທົ່າໆກັນ ນັບຕັ້ງເເຕ່ ເດືອນມັງກອນ ປີ 2015 ຫາ ເດືອນ ກໍລະກົດປີ 2020 ເເລະ ເຮັດການຊື້ຂາຍຕາມສັນຍານການຊື້ຂາຍຂອງແຕ່ຫຼຽນ, ຖ້າບໍ່ມີສັນຍານການຊື້ຂາຍກໍຈະຖືຄອງໄວ້ຊື່ໆ.

ເຫັນໄດ້ວ່າຖ້າເຮົາລົງທຶນດ້ວຍເງິນ 100 ໂດລາ ຕັ້ງແຕ່ຕົ້ນປີ 2015 ມາເຖິງເດືອນກໍລະກົດ 2020 ເຮົາຈະມີເງິນເພີ່ມຂຶ້ນເປັນ 236,000 ໂດລາ, ເຊິ່ງຫຼາຍກວ່າກົນລະຍຸດ All in ເຖິງ 3.3 ເທົ່າ! ນີ້ເປັນຂໍ້ພິສູດວ່າໃນເວລາທີ່ພວກເຮົາສົນທະນາກ່ຽວກັບການລົງທຶນ ພວກເຮົາບໍ່ຄວນອີງໃສ່ຄວາມເຊື່ອເປັນທີ່ຕັ້ງ. ແຕ່ຄວນພະຍາຍາມຊອກຫາຂໍ້ມູນ ເເລະ ນຳໃຊ້ກົນລະຍຸດສູດທີ່ດີທີ່ສຸດ.

ສໍາລັບການລົງທຶນປະເພດນີ້, ຕົວເລກ CAGR ແມ່ນຢູ່ທີ່ 166% ຕໍ່ປີ, ໃນຂະນະທີ່ Max DD% ແມ່ນ 38%, ເຊິ່ງຕໍ່າກວ່າ All In. ສະຫຼຸບ ອັດຕາສ່ວນ Mario ແມ່ນ 4.3 ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງວ່າເຮັດຜົນຕອບແທນໄດ້ດີກວ່າຫຼາຍ.

ສະຫຼຸບ

ການທີ່ລົງທຶນທັງໝົດໃນຫຼຽນດຽວນັ້ນອາດຈະຊ່ວຍໃຫ້ເຮົາຫຼຸດຜ່ອນຄວາມສ່ຽງໄດ້ ເມື່ອຫຼຽນອື່ນໆນັ້ນມີມູນຄ່າຫຼຸດລົງເເບບບໍ່ທັນຕັ້ງໂຕ, ເເຕ່ການກະຈາຍລົງທຶນອອກໄປຫຼາຍໆຫຼຽນນັ້ນຈະຊ່ວຍໃຫ້ເຮົາມີໂອກາດ ເເລະ ມີຊ່ອງທາງໃນການເຮັດຜົນຕອບເເທນຈາກຫຼຽນອື່ນໆ ເຖິງເເມ່ນວ່າບາງຫຼຽນທີ່ເຮົາລົງທຶນອາດຈະບໍ່ຄ່ອຍດີແບບທີ່ຄິດກໍຕາມ.

ແຕ່ລະຄົນມີກົນລະຍຸດທີ່ຖະນັດ ເເລະ ມັກຢູ່ເເລ້ວ. ບໍ່ວ່າຈະເລືອກກົນລະຍຸດເເບບໃດກໍ່ຕາມ ກໍຄວນຈະສຶກສາຫາຂໍ້ມູນໃນເຊິງເລິກ ເເລະ ໝັ່ນຕິດຕາມຂ່າວຢູ່ຢ່າງສະໝ່ຳສະເໝີ, ມີລະບຽບວິໄນ ເເລະ ລົງທຶນຕາມແຜນການທີ່ວາງໄວ້. ຢ່າງໃດກໍ່ຕາມ, ການລົງທຶນທີ່ເຮັດຕາມກົນລະຍຸດທີ່ວາງໄວ້ຢ່າງສະໝ່ຳສະເໝີ ມັນຈະສ້າງຜົນກໍາໄລໃຫ້ພວກເຮົາຢ່າງເເນ່ນອນ.

ທີ່ມາ : https://cutt.ly/P2DfWXJ

https://cutt.ly/C36iPHC
**ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.

More Videos

Video Playlist
1/10 videos
1
bitqik Academy Live ep15
bitqik Academy Live ep15
01:04:48
2
bitqik Academy Live ep15
bitqik Academy Live ep15
3
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
01:16:04
4
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
01:23
5
Trick and Trade EP0
Trick and Trade EP0
54
6
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
01:01:46
7
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
01:06:22
8
Fiat VS Cryptocurrency 🚀
Fiat VS Cryptocurrency 🚀
48
9
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
01:01:26
10
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
42:53
About Us

bitqik INSIGHT, get our latest reports, covering all sorts of topics in the digital asset industry. From finance to economics, trends, and investment.

Services

© 2022-2023 bitqik Insight – All rights reserved.