• ພັນທະບັດລັດຖະບານແມ່ນຫຍັງ?

ພັນທະບັດຂອງລັດຖະບານ (government bond ຫຼື sovereign bond) ແມ່ນພັນທະບັດທີ່ອອກໂດຍລັດຖະບານແຫ່ງຊາດ ໂດຍມີສັນຍາວ່າຈະຈ່າຍດອກເບ້ຍໃນງວດທີ່ເອີ້ນວ່າ Coupon Payments ແລະ ຊຳລະເງິນໃຫ້ຄືນຕາມມູນຄ່າທີ່ກຳນົດໄວ້.

ຈຸດປະສົງຂອງພັນທະບັດຂອງລັດຖະບານແມ່ນເພື່ອສະໜັບສະໜູນການໃຊ້ຈ່າຍຂອງລັດຖະບານ. ພັນທະບັດລັດຖະບານປົກກະຕິແລ້ວແມ່ນຢູ່ໃນສະກຸນເງິນຂອງປະເທດຂອງຕົນເອງ. ໃນກໍລະນີທີ່ລັດຖະບານບໍ່ສາມາດຜິດນັດຊໍາລະໜີ້ໄດ້ ເເຕ່ກໍເລືອກທີ່ຈະເຮັດ ສື່ມວນຊົນມັກຈະອ້າງເຖິງສິ່ງເຫຼົ່ານີ້ວ່າເປັນວິກິດການໜີ້ສິນສາທາລະນະ.

ເງື່ອນໄຂທີ່ລັດຖະບານສາມາດຂາຍພັນທະບັດແມ່ນຂຶ້ນກັບຢູ່ກັບຄວາມໜ້າເຊື່ອຖືຂອງຕະຫຼາດວ່າໃນປັດຈຸບັນເປັນຢ່າງໃດ. ໜ່ວຍງານຈັດອັນດັບສິນເຊື່ອລະຫວ່າງປະເທດຈະໃຫ້ອັນດັບສໍາລັບພັນທະບັດ ແຕ່ຜູ້ເຂົ້າຮ່ວມການຕະຫຼາດຈະຕັດສິນໃຈຂອງດ້ວຍຕົວເອງກ່ຽວກັບເລື່ອງນີ້.

ຍົກ​ຕົວ​ຢ່າງ ຜູ້ຖືພັນທະບັດໄດ້ລົງທຶນ 20,000 ໂດລາ (ເອີ້ນວ່າ par value) ເຂົ້າໃນພັນທະບັດລັດຖະບານ 10 ປີ ດອກເບ້ຍ 10% ຕໍ່ປີ; ລັດຖະບານຈະຈ່າຍໃຫ້ຜູ້ຖືພັນທະບັດ 10% ຂອງ 20,000 ໂດລາຕໍ່ປີ. ໃນວັນຄົບກໍານົດ ລັດຖະບານຈະສົ່ງຄືນເງິນຕົ້ນທຶນ 20,000 ໂດລາ.

ພັນທະບັດທະນາຄານກາງ

ທະນາຄານກາງຈະຈໍາໜ່າຍພັນທະບັດເຊິ່ງເປັນຮຸ້ນທີ່ກູ້ຢືມໃນໄລຍະສັ້ນ ໂດຍຜູ້ຊື້ພັນທະບັດທະນາຄານກາງແມ່ນທະນາຄານ, ທຸລະກິດ, ບໍລິສັດປະກັນໄພ ເເລະອື່ນໆ.

ຈຸດປະສົງຂອງທະນາຄານກາງທີ່ຈຳໜ່າຍພັນທະບັດຍ້ອນວ່າ ມັນມີລະດັບຄວາມສ່ຽງຕ່ຳ, ໄລຍະເວລາສັ້ນ, ເພື່ອໃຫ້ກູ້ຢືມເງິນເພື່ອຮັກສາສະຖຽນລະພາບຂອງສະກຸນເງິນໂດຍການອອກພັນທະບັດ ເປັນໄປດ້ວຍຄວາມເໝາະສົມ ພ້ອມທັງປະກອບສ່ວນເຂົ້າໃນການພັດທະນາຕະຫຼາດເງິນຕາ ແລະ ຕະຫຼາດພັນທະບັດຍິ່ງຂຶ້ນ.. ດັ່ງນັ້ນ, ພັນທະບັດທະນາຄານກາງຈຶ່ງມີສະພາບຄ່ອງ, ເຊິ່ງທະນາຄານທຸລະກິດນິຍົມໃຊ້ເປັນຫຼັກຊັບຄໍ້າປະກັນ ເພື່ອກູ້ຢືມທຶນຈາກທະນາຄານກາງ.

ທີ່ມາ : https://cutt.ly/B3TD2lb

https://cutt.ly/z3TD3gv
**ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.

More Videos

Video Playlist
1/10 videos
1
bitqik Academy Live ep15
bitqik Academy Live ep15
01:04:48
2
bitqik Academy Live ep15
bitqik Academy Live ep15
3
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
01:16:04
4
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
01:23
5
Trick and Trade EP0
Trick and Trade EP0
54
6
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
01:01:46
7
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
01:06:22
8
Fiat VS Cryptocurrency 🚀
Fiat VS Cryptocurrency 🚀
48
9
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
01:01:26
10
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
42:53
About Us

bitqik INSIGHT, get our latest reports, covering all sorts of topics in the digital asset industry. From finance to economics, trends, and investment.

Services

© 2022-2023 bitqik Insight – All rights reserved.