ໃນປັດຈຸບັນ ໂລກປະສົບກັບບັນຫາເງີນເຟີ້ ເຄື່ອງຂອງເເພງຂຶ້ນ ຄ່າເເຮງເທົ່າເກົ່າ ເຮັດໃຫ້ຫຼາຍໆຄົນຫັນມາຫາວຽກເສີມ ເເລະ ລົງທຶນສິ່ງໃດໜຶ່ງເພື່ອມີລາຍໄດ້ເຂົ້າມາຫຼາຍທາງ.

ໃນມື້ນີ້ເຮົາຈະມາເວົ້າເຖິງຜົນຕອບເເທນສຳລັບ ການຊື້ຮຸ້ນ ຊື້ຫວຍ ເເລະ ຊື້ bitcoin ສຳລັບຫຼາຍໆທ່ານທີ່ຍັງບໍ່ຮູ້ວ່າຈະລົງທຶນກ່ຽວກັບຫຍັງ ເພື່ອເປັນທາງເລືອກໃນການຕັດສິນໃຈໃນການລົງທຶນ ດັ່ງບົດຄວາມລຸ່ມນີ້:

ຜົນຕອບເເທນຂອງຫວຍ

ຫວຍສ້າງຂຶ້ນໂດຍລັດຖະບານ ເເລະ ຂາຍເພື່ອລຸ້ນຮັບຮາງວັນ, ໂດຍລາຄາເລີ່ມຕົ້ນພຽງເເຕ່ 1000 ກີບເທົ່ານັ້ນ. ເຊິ່ງຕົວເລກທີ່ເປີດໃຫ້ປະຊາຊົນໄດ້ຊື້ລວມມີໝາຍເລກຕັ້ງເເຕ່ 000000 – 999999 ໂດຍເເບ່ງຮາງວັນອອກຕາມເລກທ້າຍຕັ້ງເເຕ່ ເລກທ້າຍ 2 ໂຕ ຈົນເຖິງ 6 ໂຕ ເງິນຮາງວັນກໍຈະໄດ້ຮັບເເຕກຕ່າງກັນໄປ ເຊັ່ນ: ຊື້ ເລກ 1000 ກີບ ຖືກເລກທ້າຍ 2 ໂຕກໍຈະໄດ້ຮັບເງິນຮາງວັນ 50 ພັນກີບ, ຊື້ ເລກ 1000 ກີບ ຖືກເລກ 6 ໂຕກໍຈະໄດ້ຮັບເງິນລາງວັນ  400 ລ້ານກີບ.

ຄວາມເປັນໄປໄດທີ່ຈະຖືກຮາງວັນ 1 ແມ່ນ 0.00001% ແລະ ຮາງວັນອື່ນໆເພີ່ມຂຶ້ນເລັກນ້ອຍຕາມລຳດັບ.

ຜົນຕອບເເທນຂອງຮຸ້ນ

ຮຸ້ນຈະມີສອງຮູບເເບບຫຼັກໆໃນການຮັບຜົນຕອບເເທນ

  • ຄວາມແຕກຕ່າງຂອງລາຄາ (ຜົນກໍາໄລ/ການສູນເສຍທຶນ)

ສ່ວນຂອງຜົນຕອບແທນນີ້ແມ່ນມາຈາກເວລາທີ່ເຮົາຊື້ເມື່ອລາຄາຖືກ ແລະ ສາມາດຂາຍໄດ້ແພງກວ່າລາຄາທີ່ຊື້ນັ້ນຈະມີກຳໄລ (Capital Gain) ແຕ່ຖ້າລາຄາຊື້ຕໍ່າກວ່າລາຄາຂາຍ. ຈະມີການສູນເສຍ (Capital Loss).

  • ເງິນປັນຜົນ

ຜົນຕອບເເທນສ່ວນນີ້ຈະເປັນສ່ວນແບ່ງຂອງກໍາໄລຂອງບໍລິສັດ. ອີງຕາມນະໂຍບາຍຂອງບໍລິສັດ ເງິນປັນຜົນຂອງບໍລິສັດຈະຈ່າຍ ຫຼື ບໍ່ຈ່າຍກໍໄດ້ ຂຶ້ນກັບນະໂຍບາຍຂອງບໍລິສັດ. ແຕ່ບໍລິສັດບໍ່ໄດ້ຈ່າຍເງິນປັນຜົນ ບໍລິສັດກໍຈະມີເງິນສົດເພື່ອລົງທຶນໃນການຂະຫຍາຍກິດຈະການຕື່ມອີກ. ເຊິ່ງຜົນກໍາໄລນັ້ນແມ່ນສະທ້ອນໃຫ້ເຫັນຢູ່ໃນລາຄາຂອງຫຼັກຊັບ ຫຼື ກໍາໄລຈາກສ່ວນຕ່າງຂອງລາຄາແທນ.

ຜົນຕອບເເທນຂອງ Bitcoin

ຖ້າພວກເຮົາຊື້ ແລະ ຖື bitcoins ຕັ້ງແຕ່ເດືອນມັງກອນ 2019 ຫາເດືອນເມສາ 2020 ໃນການລົງທຶນ 1 ລ້ານກີບຂອງພວກເຮົາຈະກາຍເປັນ 2,080,000 ກີບ, ຄິດເປັນຜົນຕອບແທນເຖິງ 108%, ໃນຊ່ວງທີ່ການມີລົງທຶນທາງລົບທີ່ສຸດເເມ່ນ 9.5% ເທົ່າກັບເຮົາຂາດທຸນ 95,000 ກີບ ແລະ ຖ້າພວກເຮົານັບຈາກຈຸດສູງສຸດຂອງຫຼັກຊັບໃນຊ່ວງເວລານີ້ແລ້ວປັບລົງມາໃນເດືອນເມສາ 2020 (Drawdown), ຈະເທົ່າກັບ -40% ແລະ ຖ້າພວກເຮົາເບິ່ງຜົນຕອບແທນໃນຊ່ວງກໍາໄລສູງສຸດ ຫຼື ເດືອນພຶດສະພາ 2019, ພວກເຮົາຈະມີເງິນໃນຫຼັກຊັບການລົງທຶນເຖິງ 3,500,000 ກີບ.

ໃນການລົງທຶນ Cryptocurrency ມີຫຼາກຫຼາຍຮູບເເບບ ຄວນສຶກສາໃຫ້ລະອຽດເພື່ອຕຽມຕົວທີ່ຈະເຂົ້າສູ່ໂລກ Crypto.

ທີ່ມາ : https://cutt.ly/t2jfN0b

https://cutt.ly/l2jf0QB
https://cutt.ly/E2jf3eJ
https://cutt.ly/E2jf4pl
https://cutt.ly/V3WtfIH
**ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.

More Videos

Video Playlist
1/10 videos
1
bitqik Academy Live ep15
bitqik Academy Live ep15
01:04:48
2
bitqik Academy Live ep15
bitqik Academy Live ep15
3
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
01:16:04
4
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
01:23
5
Trick and Trade EP0
Trick and Trade EP0
54
6
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
01:01:46
7
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
01:06:22
8
Fiat VS Cryptocurrency 🚀
Fiat VS Cryptocurrency 🚀
48
9
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
01:01:26
10
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
42:53
About Us

bitqik INSIGHT, get our latest reports, covering all sorts of topics in the digital asset industry. From finance to economics, trends, and investment.

Services

© 2022-2023 bitqik Insight – All rights reserved.