BRIC ເກີດຂຶ້ນໃນປີ 2001 ໂດຍນັກວິເຄາະດ້ານເສດຖະກິດເຊິ່ງລວມເອົາຕົວຫຍໍ້ຂອງ 4 ປະເທດທີ່ມີສັກກະຍະພາບ ເເລະ ​ຄວາມ​ສາ​ມາດ​ສູງພໍທີ່ຈະກາຍເປັນ​ເສົາຫຼັກໃນການຂັບເຄື່ອນ​ຂອງ​ເສດ​ຖະ​ກິດ​ໂລກ​ໃນ​ປີ 2050 ຄື: ບຣາຊິລ (Brazil), ຣັດເຊຍ (Russia), ອິນເດຍ (India) ແລະ ຈີນ (China) ຕາມລໍາດັບ, ຕໍ່ມາ ປະເທດເຫຼົ່າໄດ້ມາລວມຕົວຊຸມນຸມກັນຢ່າງແທ້ຈິງໃນປີ 2009 ແລະ ໃນປີ 2010, ໂດຍປະເທດຕໍ່ໄປທີ່ເຂົ້າມາຮ່ວມແມ່ນປະເທດຍັກໃຫຍ່ດ້ານເສດຖະກິດຄື ອາຟຣິກາໃຕ້ (South Africa) ເລີຍກາຍເປັນ BRICS ທີ່ເຮົາເອີ້ນໃນປະຈຸບັນ.

ເຄິ່ງໜຶ່ງຂອງປະເທດເຫຼົ່ານັ້ນບໍ່ໄດ້ມີການເຕີບໂຕຕາມທີ່ຄາດໄວ້ໃນຕອນນັ້ນ. ມາຮອດມື້ນີ້ ​ມີພຽງ​ແຕ່​ປະ​ເທດ​ບຣາຊິລ, ອິນ​ເດຍ ​ແລະ ຈີນ ​ໃນ​ບັນດາກຸ່ມ BRICS ​ທີ່ຍັງ​ສາມາດ​ດຳ​ເນີນ​ຕໍ່​ໄປ​ໄດ້.

ໃນອະນາຄົດຄາດວ່າຈະມີອີກສອງປະເທດເຂົ້າຮ່ວມຄື ອັງກິດ (England) ເເລະ ອິນໂດເນເຊຍ (Indonesia). ໃນ​ພາກ​ສ່ວນ​ຂອງ​ອັງ​ກິດນັ້ນ​ ຕ້ອງຍອມຮັບວ່າການອອກຈາກສະຫະພາບເອີຣົບ ເຮັດໃຫ້ອັງກິດກາຍເປັນປະເທດທີ່ຖືວ່າເປັນປະເທດນ້ອງໃໝ່ ຂອງກຸ່ມປະເທດທີ່ດາວເດັ່ນທີ່ມີສັກກະຍະພາບທາງດ້ານເສດຖະກິດໃນອະນາຄົດ. ເຊິ່ງເອີ້ນກຸ່ມໃໝ່ນີ້ວ່າ ກຸ່ມ BECII ເຊິ່ງປະກອບດ້ວຍ ບຣາຊິລ, ອັງກິດ, ຈີນ, ອິນເດຍ ແລະ ອິນໂດເນເຊຍ ດັ່ງນີ້:

ອັງກິດ – ຫຼັງຈາກ Richie Sunak, ນາຍົກລັດຖະມົນຕີອັງກິດຄົນໃໝ່ ເບິ່ງຄືວ່າ​ຈະມີຄວາມສຳພັນ​ກັບ​ຈີນ, ພ້ອມ​ກັບ​ Jeremy Hunt ລັດຖະມົນຕີ​ກະຊວງ​ການ​ເງິນ. ໄດ້ປະກາດ master plan ດ້ານການຄັງຂອງສະບັບໃໝ່ ທີ່​ເອີ້ນກັນວ່າ Autumn Statement ນັ້ນເອງ​.

Hunt ວາງແຜນທີ່ຈະຂຶ້ນພາສີສຳລັບຄົນລວຍ, ເອກະຊົນ ແລະ ກໍາໄລຈາກຕະຫຼາດທຶນ ພາຍຫຼັງຈາກປີ 2024, ຄາດວ່າຈະມີການເລືອກຕັ້ງໃຫຍ່ຂອງອັງກິດ. ​ເຊິ່ງຄາດ​ການ​ວ່າ ອັງກິດ​ຈະ​ປະສົບ​ກັບ​ສະພາບ​ເສດຖະກິດ​ຖົດ​ຖອຍ​ໃນ​ປີ 2023.

ສໍາລັບຜົນກະທົບຂອງລາຄາພະລັງງານຕໍ່ຄົວເຮືອນທີ່ມີລາຍໄດ້ຕໍ່າຂອງອັງກິດຈາກສົງຄາມຢູເຄຣນ, ຈະ​ມີ​ໃບ​ເກັບ​ເງິນ​ຄ່າ​ພະ​ລັງ​ງານ​ສູງສຸດທີ່ຊາວອັງກິດຈະຕ້ອງຈ່າຍກ່ອນບໍ່ເກີນ 3,000 ປອນ​ຕໍ່​ປີ. ໂດຍອັດຕາສ່ວນຫນີ້ສິນຂອງລັດຖະບານຕໍ່ GDP ຂອງອັງກິດຈະຫຼຸດລົງໃນປີ 2027, ອີງຕາມແຜນການຂອງລັດຖະບານອັງກິດໃໝ່ ເຊິ່ງຕະຫຼາດເຫັນວ່າມີຄວາມໜ້າເຊື່ອຖືພຽງພໍ.

ຖ້າທຽບກັບ 5 ປະເທດໃນກຸ່ມນີ້ ປະເທດອັງກິດມີສາມຈຸດແຂງຄື:

  • soft power: ເຫັນໄດ້ວ່າບານເຕະ Premier League ມັນເປັນຍີ່ຫໍ້ທີ່ຊາວໂລກເວົ້າເຖິງຫຼາຍ ເມື່ອເວົ້າເຖິງກິລາທີ່ນິຍົມທີ່ສຸດໃນໂລກເຊັ່ນບານເຕະ. ໃນ​ສື່​ມວນ​ຊົນ​ທີ່​ປະ​ຊາ​ຊົນ​ໃນ​ທົ່ວ​ໂລກ​ໄວ້​ວາງ​ໃຈ​ໃນ​ລະ​ດັບ​ທີ່​ຂ້ອນ​ຂ້າງ​ສູງ​ເຊັ່ນ​ BBC ຂອງອັງກິດ ຫຼື ແມ່ນແຕ່ເລື່ອງຂອງລາຊະວົງອັງກິດທີ່ເປັນທີ່ສົນໃຈຂອງໂລກເຊັ່ນ: series  the Crown  ໃນ Netflix. ເຊິ່ງໄດ້ຮັບຄວາມນິຍົມສູງສຸດຢ່າງຕໍ່ເນື່ອງເປັນເວລາຫຼາຍກວ່າ 6 ປີ
  • ເຕັກໂນໂລຢີທີ່ໂດດເດັ່ນໃນບາງສ່ວນເຊັ່ນ: ການອອກແບບຊິບຄອມພິວເຕີເເມ່ນ ບໍລິສັດ ARM ແລະ ອຸປະກອນດັກຈັບກາສຄາບອນໄດອັອກໄຊ, ເຊິ່ງຊາວອັງກິດມີຄວາມກ້າວຫນ້າທາງດ້ານເທັກໂນໂລຢີນີ້ຫຼາຍ.
  • ລະບົບການຄຸ້ມຄອງການສຶກສາ ແລະ ການຄົ້ນຄວ້າທົ່ວໂລກ: ສາມາດເຫັນໄດ້ວ່າໃນຊ່ວງ COVID ທີ່ຜ່ານມາ ວັກຊີນ AstraZeneca ເປັນທີ່ໂດດເດັ່ນຫຼາຍ ຖືເປັນຜະລິດຕະພັນຂອງລະບົບການຄົ້ນຄວ້າ ແລະ ການຄຸ້ມຄອງການສຶກສາໃນທົ່ວໂລກຄື ມະຫາວິທະຍາໄລ Oxford ຮ່ວມກັບບໍລິສັດເອກະຊົນອັງກິດ.

ທີ່ມາ : https://cutt.ly/23s5d6R

https://cutt.ly/53s5vty
https://cutt.ly/Q3s5Qe1
**ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.

More Videos

Video Playlist
1/10 videos
1
bitqik Academy Live ep15
bitqik Academy Live ep15
01:04:48
2
bitqik Academy Live ep15
bitqik Academy Live ep15
3
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
01:16:04
4
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
01:23
5
Trick and Trade EP0
Trick and Trade EP0
54
6
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
01:01:46
7
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
01:06:22
8
Fiat VS Cryptocurrency 🚀
Fiat VS Cryptocurrency 🚀
48
9
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
01:01:26
10
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
42:53
About Us

bitqik INSIGHT, get our latest reports, covering all sorts of topics in the digital asset industry. From finance to economics, trends, and investment.

Services

© 2022-2023 bitqik Insight – All rights reserved.