ຫຼັງຈາກການປະກາດດັດຊະນີຜູ້ບໍລິໂພກ (CPI) ປະຈຳເດືອນ ມັງກອນ, ລາຄາ ຂອງ  Bitcoin ກໍມີຄວາມຜັນຜວນທີ່ສຸດ ໂດຍການດິ່ງລົງໄປທີ່ 21,600 ໂດລາ ກ່ອນທີ່ຈະເພີ່ມຂຶ້ນທະລຸ 22,000 ໂດລາ ເເລະ ຢຸດຢູ່ທີ່ 22,280 ໂດລາ. ສະເເດງໃຫ້ເຫັນເຖິງຄວາມຜັນຜວນຂອງລາຄາໃນຊ່ວງເວລາທີ່ສຳຄັນ

ຜູ້ໃຊ້ Reddit ຊື່ partymsl ໄດ້ໂພສໃນກະທູ້ ຫົວຂໍ້ “ນີ້ແມ່ນເຫດຜົນທີ່ທ່ານບໍ່ຄວນໃຊ້ leverage ສູງເກີນໄປ ຫຼັງຈາກ CPI ໄດ້ປະກາດ ນັກເທຣດທັ້ງ Short ເເລະ Long ຖືກລ້າງພັອດກວ່າ 60 ລ້ານໂດລາ”

ລາວ​ເວົ້າ​ວ່າ​ໃນ​ເວ​ລາ​ນີ້​ ມີນັກລົງທຶນຫຼາຍຄົນຕື່ນເຕັ້ນຫຼາຍ ແລະ ຫຼາຍໆຄົນທີ່ມີການເປີດ Long  ແລະ Short ໃນຂະນະທີ່ພະຍາຍາມຄາດການລາຄາໃນຕະຫຼາດ. ເຊິ່ງຜົນອອກມາບໍ່ຄ່ອຍດີເທົ່າໃດ. ໃນຂະນະທີ່ລາຄາຂອງ Bitcoin ຫຼຸດລົງຫຼັງຈາກການປະກາດ CPI ແລະ ນັກລົງທຶນຄາດວ່າຈະຫຼຸດລົງອີກ, ແຕ່ລາຄາຂອງ Bitcoin ກໍເພີ່ມຂຶ້ນຢ່າງບໍ່ຄາດຄິດ ​ເຮັດ​ໃຫ້ບັນດາ​ນັກເທຣດສາຍ Short ​ເສຍ​ເງິນໄປເຖິງ 23 ລ້ານ​ໂດ​ລາ​ໃນ​ຄັ້ງ​ດຽວ.

ລາວຍັງໄດ້ສັງເກດເຫັນວ່າ ການທີ່ລາຄາ Crypto ຜັນຜວນໃນລັກສະນະນີ້ ມັກຈະເກີດຂຶ້ນເປັນປະຈຳ ເຊິ່ງພິສູດໃຫ້ເຫັນວ່າ ພວກເຂົາຄິດຜິດທີ່ຄິດວ່າ ພວກເຂົາສາມາດຄາດການລາຄາຂອງ Bitcoin ໄດ້ຢ່າງງ່າຍດາຍ.

ຕະຫຼາດ Crypto ມີຄວາມຜັນຜວນສູງ ຍາກ​ທີ່​ຈະ​ຄາດການ​ ການເໜັງຕີງຂອງລາຄາ Crypto ອາດຈະສ້າງຜົນຕອບແທນໄວ ແຕ່ໃນເວລາດຽວກັນ ນັກລົງທຶນຈໍານວນຫຼາຍໄດ້ສູນເສຍເງິນຈໍານວນຫຼາຍຍ້ອນການຕັດສິນໃຈທີ່ບໍ່ຕາດຄິດ ໃນຕະຫຼອດເວລາທີ່ຜ່ານມາ.

ທີ່ມາ : https://cutt.ly/w3PerbD

**ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.

More Videos

Video Playlist
1/10 videos
1
bitqik Academy Live ep15
bitqik Academy Live ep15
01:04:48
2
bitqik Academy Live ep15
bitqik Academy Live ep15
3
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
01:16:04
4
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
01:23
5
Trick and Trade EP0
Trick and Trade EP0
54
6
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
01:01:46
7
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
01:06:22
8
Fiat VS Cryptocurrency 🚀
Fiat VS Cryptocurrency 🚀
48
9
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
01:01:26
10
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
42:53
About Us

bitqik INSIGHT, get our latest reports, covering all sorts of topics in the digital asset industry. From finance to economics, trends, and investment.

Services

© 2022-2023 bitqik Insight – All rights reserved.