“ເຮືອນ” ເປັນຊັບສິນທີ່ທຸກຄົນເວົ້າວ່າເປັນການລົງທຶນທີ່ດີທີ່ສຸດໃນຊີວິດ. ເຮືອນມັກຈະຖືກເບິ່ງວ່າເປັນຊັບສິນທີ່ປອດໄພຍ້ອນເຫດຜົນຫຼາຍຢ່າງ, ທີ່ຊັດເຈນທີ່ສຸດກໍຄືຢ່າງໜ້ອຍພວກເຮົາຍັງມີບ່ອນໃຫ້ຢູ່ໃຫ້ນອນ. ກົງກັນຂ້າມກັບນັກລົງທຶນທີ່ເຮັດໄດ້ເເຕ່ທຳໃຈເວລາທີ່ຮຸ້ນຫຼຸດລົງ, ເຮືອນໄດ້ກາຍເປັນທາງເລືອກທົ່ວໄປສໍາລັບຜູ້ທີ່ຕ້ອງການລົງທຶນບາງສິ່ງບາງຢ່າງໃນຈຳນວນເງິນທີ່ຫຼາຍ.
ແຕ່ດ໋ຽວກ່ອນໃຜທີ່ຄິດວ່າການຊື້ເຮືອນເເມ່ນການລົງທຶນທີ່ປອດໄພ ອາດຈະຕ້ອງປ່ຽນໃຈ ເມື່ອຮູ້ຈັກກັບສິ່ງທີ່ເອິ້ນວ່າ Subprime Crisis.
Subprime Crisis ເເມ່ນວິກິດການທີ່ໃຫຍ່ທີ່ສຸດໃນປະຫວັດສາດ ທີ່ລາຄາທີ່ຢູ່ອາໄສ (ເຮືອນ) ເຮັດໃຫ້ຄວາມຮັ່ງມີຂອງຄົນເຮົາຫາຍໄປເກືອບ 10 ພັນຕື້ໂດລາ. ວິກິດການທີ່ເກືອບຈະລົບລ້າງທຶນນິຍົມຈາກໂລກ.
ຍ້ອນກັບໄປໃນປີ 1890, ໃນຕອນນັ້ນ ອາເມຣິກາເປັນປະເທດເສດຖະກິດທີ່ໃຫຍ່ທີ່ສຸດໃນໂລກ ເນື່ອງຈາກນະວັດຕະກຳໃນການຜະລິດ, ການເງິນ, ເທັກໂນໂລຢີ ເເລະ ມີຜູ້ຄົນຫຼາກຫຼາຍປະເທດໄດ້ເຂົ້າມາຕັ້່ງຖິ່ນຖານເພື່ອເຮັດວຽກເປັນຈຳນວນຫຼາຍດ້ວຍຄ່າຈ້າງທີ່ສູງ. ຫຼັງຈາກສົງຄາມໂລກຄັ້ງທີ 1 ເເລະ 2, ອາເມຣິກາໄດ້ມີການເຕີບໂຕມາຕະຫຼອດ 80 ປີ ເຖິງເເມ່ນວ່າຈະມີການຫົດຕົວ ເເລະ ວິກິດການໃນບາງຊ່ວງໃນໄລຍະສັ້ນໆເທົ່ານັ້ນ, ເເຕ່ອະສັງຫາລິມະສັບກໍໄດ້ເຕີບໃຫຍ່ພ້ອມກັບເສດຖະກິດຂອງສະຫະລັດທີ່ຂະຫຍາຍຕົວຕະຫຼອດ.
ໃນຊ່ວງໄລຍະເວລາທີ່ອະສັງຫາລິມະສັບຂອງສະຫະລັດໄດ້ເຕີບໂຕເປັນຂາຂຶ້ນໃນຮອບໃຫຍ່ ເເຕ່ມັນກໍມາພ້ອມກັບໜີ້ສິນກ້ອນໃຫຍ່ເຊັ່ນກັນ ແລະ ໃຊ້ເວລາສະສົມເກືອບ 30 ປີ (ໄລຍະເວລາຂອງອັດຕາດອກເບ້ຍຫຼຸດລົງນັບຕັ້ງແຕ່ 1982) ກ່ອນວິກິດການ subprime ໃນປີ 2008.
ເມື່ອດອກເບ້ຍຫຼຸດລົງ ການອະນຸມັດເງິນກູ້ງ່າຍຂຶ້ນ ຄ່າໃຊ້ຈ່າຍໜ້ອຍລົງ ເຮັດໃຫ້ຜູ້ຄົນກູ້ຂຶ້ນຫຼາຍຂຶ້ນເລື້ອຍໆ, ລວມທັງພາກັນຊື້ເຮືອນຫຼາຍຂຶ້ນ ມີທັງຄົນທີ່ຊື້ເຮືອນເພື່ອຢູ່ອາໄສ ຫຼື ຊື້ໄວ້ເພື່ອເກັງກຳໄລໄລຍະຍາວ. ເມື່ອເຫັນວ່າມີຫຼາຍຄົນເກີດປະສົບຄວາມສຳເລັດຈາກການຊື້ເຮືອນມາຂາຍ ເເລະ ປ່ອຍໃຫ້ເຊົ່າເພິ່ມຂຶ້ນເລື້ອຍໆ ເປັນເວລາເກືອບ 30 ປີ ທີ່ລາຄາເຮືອນເພິ່ມຂຶ້ນສູງຕະຫຼອດເວລາ, ເຮັດໃຫ້ໃຜກໍຊື້ໄວ້ກິນກຳໄລ ໂດຍບໍ່ຄິດເລີຍວ່າ ລາຄາຂອງມັນຈະຫຼຸດລົງເພາະຖືກເບິ່ງວ່າເປັນ safe asset.
ລະເເລ້ວວິກິດການ Subprime ກໍ່ໄດ້ເລີ່ມຕົ້ນຂຶ້ນຈາກຄວາມໂລບມາກຂອງທຸກຝ່າຍ, ເມື່ອສະຖາບັນການເງິນເລີ່ມປ່ອຍເງິນກູ້ໃຫ້ຄົນທີ່ມີ credit ທາງດ້ານການເງິນຕໍ່າກວ່າທີ່ເຂົາເຈົ້າທີ່ຄວນອະນຸມັດ. ເພື່ອແລກປ່ຽນກັບການໄດ້ຮັບຄ່າທໍານຽມທີ່ສູງກວ່າປົກກະຕິ ແລະ ເອົາເຮືອນເປັນຫຼັກປະກັນ.
ສະຖາບັນການເງິນເຫັນວ່າຄວາມສ່ຽງບໍ່ໄດ້ເພີ່ມຂຶ້ນ ເພາະຄິດວ່າບໍ່ມີໃຜທີ່ຈະຖິ້ມເຮືອນຂອງຕົວເອງ ຜູ້ທີ່ກູ້ຈະຕ້ອງຍອມຖືກຂູດຮີດເພື່ອແລກປ່ຽນກັບການມີເຮືອນຢູ່ ແລະ ລາຄາເຮືອນກໍຈະເພິ່ມຂຶ້ນຕະຫຼອດ, ອີກບໍ່ດົນກໍຂາຍໄດ້ແພງກວ່າເກົ່າ.
ນອກຈາກນີ້, ສະຖາບັນການເງິນຍັງເອົາເຮືອນທີ່ໄດ້ເປັນຫຼັກປະກັນ ມາເຮັດເປັນຫຸ້ນກູ້ເພື່ອດຶງເງິນຈາກນັກລົງທຶນມາປ່ອຍໃຫ້ປະຊາຊົນກູ້ຢືມຫຼາຍຂຶ້ນ. ຖ້ານັກລົງທືນບໍ່ສົນໃຈຫຼັງໃດ ກໍ່ເອົາມາມັດເຂົ້າກັບຫຼັງດີໆແລ້ວນຳມາຂາຍໃໝ່.
ເຖິງແມ່ນວ່າຄົນໃນອຸດສາຫະກໍາຈະຮູ້ວ່າ ຄຸນນະພາບຂອງຫຸ້ນກູ້ເຫຼົ່ານັ້ນບໍ່ຄ່ອຍດີ ແຕ່ບໍລິສັດທີ່ໂຄສະນາກໍສາມາດໂຄສະນາໃຫ້ມັນດີໄດ້, ເພາະເຂົາເຈົ້າເຫັນຜົນກຳໄລຂອງຕົນເອງເໜືອກວ່າຄວາມຈິງ ແລະ ຕໍ່ໃຫ້ເຮົາບໍ່ໂຄສະນາໃຫ້ ເຂົາເຈົ້າກໍຈະໄປໃຊ້ບໍລິການຂອງເຈົ້າອື່ນຢູ່ດີ. ເຫດການດັ່ງກ່າວໄດ້ສືບຕໍ່ເປັນເວລາຫຼາຍປີຈົນ ຄົນທີ່ກູ້ຢືມເລິ່ມຈ່າຍດອກເບ້ຍບໍ່ໄຫວ ແລະ ເລີ່ມຖິ້ມເຮືອນ, ເຮັດໃຫ້ຫຼາຍຝ່າຍລົ້ມລຽງກັນເປັນ dominoes.
ລາຄາເຮືອນທີ່ບໍ່ມີໃຜຄິດວ່າຈະຫຼຸດລົງ ກໍຫຼຸດລົງສະເລ່ຍຫຼາຍກວ່າ -30%, ຕະຫຼາດຫຼັກຊັບສະຫະລັດຫຼຸດລົງຫຼາຍກວ່າ -50%. ເມື່ອລາຄາຂອງຊັບສິນຫຼຸດລົງ ເຮັດໃຫ້ຄວາມຮັ່ງມີຂອງປະຊາຊົນໃນທົ່ວປະເທດຫາຍໄປ ແລະ ເລີ່ມຊະລໍການໃຊ້ຈ່າຍ ເຮັດໃຫ້ເສດຖະກິດກ້າວເຂົ້າສູ່ໄລຍະຫົດຕົວໃນທີ່ສຸດ.
ໜີ້ທີ່ເພີ່ມຂຶ້ນຫຼາຍກວ່າ 5%, ມີການລົ້ມລະລາຍຂອງທຸລະກິດ, ມີຫຼາຍຄົນທີ່ຫວ່າງງານ, ຈໍານວນຄວາມເສຍຫາຍທັງໝົດບໍ່ສາມາດຄິດໄລ່ເປັນຕົວເລກໄດ້. ແຕ່ຖ້າຫາກນັບພຽງແຕ່ຄວາມເສຍຫາຍຈາກຫຼັກຊັບໃນຕະຫຼາດຫຸ້ນ ແລະ ເຮືອນທີ່ສູນເສຍມູນຄ່າຂອງຕົວເອງ, ຄິດເປັນມູນຄ່າຫຼາຍກວ່າ 20 ພັນຕື້ໂດລາໃນເວລານັ້ນ.
ທີ່ມາ : https://cutt.ly/N8nYWEt
© 2022-2023 bitqik Insight – All rights reserved.