ARTICLE web 5.0-01
1603

ອິນເຕີເນັດຈະບໍ່ແມ່ນແບບທີ່ມັນເຄີຍເປັນອີກຕໍ່ໄປ ແລະມັນຈະສືບຕໍ່ປ່ຽນແປງຕື່ມອີກໃນອະນາຄົດ. ນັບຕັ້ງແຕ່ມີອິນເຕີເນັດໃນປີ 1993, application ຈໍານວນຫຼາຍໄດ້ຖືກສ້າງຂື້ນເພື່ອປ່ຽນແປງຊີວິດຂອງຄົນທົ່ວໄປ ການຮັບປະກັນປະສົບການຂອງຜູ້ໃຊ້ທີ່ດີຂຶ້ນດ້ວຍພະລັງຂອງອິນເຕີເນັດໄດ້ ເປັນເເຮງຊຸກດັນອັນສໍາຄັນສໍາລັບການຮັບຮອງເອົາອິນເຕີເນັດມານຳໃຊ້.

ໃນຂະນະທີ່ເວົ້າເຖິງວິວັດທະນາການຂອງອິນເຕີເນັດ ປ່ຽນໄປສູ່ web 5.0, ສິ່ງສໍາຄັນແມ່ນຫາຄໍານິຍາມຂອງ web 5.0 ທີ່ເໝາະສົມ ແລະ ຮູ້ວ່າມັນກ່ຽວຂ້ອງກັບຫຍັງກັນແທ້.

ບົດຄວາມຕໍ່ໄປນີ້ອາດຈະຊ່ວຍໃຫ້ທ່ານພິຈາລະນາເຖິງການປ່ຽນແປງຂອງອິນເຕີເນັດຈາກ web 1.0 ໄປຫາ web 5.0. ທ່ານຈະສາມາດເຂົ້າໃຈຄຸນສົມບັດທີ່ແຕກຕ່າງກັນຂອງ web 5.0 ຄຽງຄູ່ກັບຂໍ້ດີ ແລະ ຂໍ້ຈໍາກັດ ທີ່ກ່ຽວຂ້ອງກັບອິນເຕີເນັດເວີຊັນໃໝ່.

  • ການວິວັດທະນາການຂອງ Web 5.0

Web site ​ໄດ້​ພັດ​ທະ​ນາ​ໂດຍ​ຜ່ານ​ຫຼາຍ​ຂັ້ນ​ຕອນ​ເພື່ອ​ໄປສູ່ຂັ້ນຕອນຂອງ​ການ​ສ້າງ​ web 5.0​.

ໂຄງຮ່າງຂອງ web 5.0 ອະທິບາຍຢ່າງລະອຽດ ຈະເນັ້ນໃສ່ການປ່ຽນເເປງລະຫວ່າງເວີຊັນຕ່າງໆຂອງເວັບ. ເເມ່ນຫຍັງທີ່ເຮັດໃຫ້ປັດໄຈທີ່ຊຸກດັນໃຫ້ເກີດການປ່ຽນແປງໃນຂັ້ນຕອນຕ່າງໆຂອງການວິວັດທະນາການເວັບ? ນີ້ແມ່ນພາບລວມໂດຍຫຍໍ້ຂອງການປ່ຽນແປງໃນເວັບໃນໄລຍະຫຼາຍປີທີ່ຜ່ານມາ.

  • Web 1.0

ອິນເຕີເນັດຍຸກທຳອິດ web 1.0 ເນັ້ນໃສ່ແອັບພລິເຄຊັນທີ່ອ່ານໄດ້ຢ່າງດຽວ. ໃນລະຫວ່າງຂັ້ນຕອນນີ້, web site ມີໜ້າທີ່ຫຼັກໃນການກຳນົດສະຖານະອອນໄລນ໌ສໍາລັບການຈັດສົ່ງເນື້ອຫາຕ່າງໆ.

  • Web 2.0

Web 2.0 ບົ່ງບອກເຖິງຈຸດເລີ່ມຕົ້ນຂອງເວັບເເບບອ່ານ ເເລະ ຂຽນ, ເຊິ່ງສະໜອງສິ່ງອໍານວຍຄວາມສະດວກສໍາລັບການໂຕ້ຕອບຄຽງຄູ່ກັບການຄວບຄຸມທີ່ມີປະສິດທິພາບຕໍ່ຜູ້ໃຊ້. ບາງບໍລິສັດຍັກໃຫຍ່ດ້ານເທັກໂນໂລຢີທີ່ພວກເຮົາຮູ້ຈັກໃນປັດຈຸບັນເຊັ່ນ Facebook ແລະ Twitter… ເຕີບໃຫຍ່ໃນຍຸກ web 2.0 ຂອງອິນເຕີເນັດ.

  • Web 3.0

ການເລີ່ມຕົ້ນຂອງການສົນທະນາກ່ຽວກັບ “ເວັບ 5.0 ແມ່ນຫຍັງ” ເບິ່ງສົມເຫດສົມຜົນເມື່ອພິຈາລະນາການພັດທະນາ web 3.0.

web 3.0 ຖືກກໍານົດເປັນ semantic web, web 3.0 ມີການລວມການເຊື່ອມໂຍງ, ຂໍ້ມູນ, ລະບົບອັດຕະໂນມັດ ແລະການຄົ້ນພົບ ຄຽງຄູ່ກັບການຊຸກດັນໃຫ້ໂລກາພິວັດ ແລະ ຄວາມຄ່ອງຕົວ. ດ້ວຍພະລັງຂອງການກະຈາຍອຳນາດ web 3.0 ມີຈຸດປະສົງເພື່ອສະເໜີສິ່ງທີ່ດີທີ່ສຸດຂອງ AI, machine learning ແລະ spatial 3D computing ອອກມາ.

  • Web 4.0

ແນວຄວາມຄິດຂອງ web 4.0 ອາໄສການເຮັດວຽກເປັນຫຼັກ. ເນັ້ນໃສ່ການນໍາໃຊ້ການສື່ສານໄຮ້ສາຍເພື່ອໃຫ້ສາມາດເຊື່ອມຕໍ່ລະຫວ່າງຜູ້ຄົນ ແລະວັດຖຸທີ່ເຊື່ອມຕໍ່ໃນໂລກຈິງ ກັບ virtual. ຜູ້ຫຼົງໄຫຼດ້ານເທັກໂນໂລຍີບາງຄົນເອີ້ນວ່າ web 4.0 ເປັນ web symbiotic ເຊິ່ງສົ່ງສັນຍານເຖິງການມີຢູ່ຂອງມະນຸດ ແລະ ຄອມພິວເຕີໃນຄວາມສໍາພັນທາງ symbiotic.

  • ຄໍານິຍາມຂອງ web 5.0

Web 5.0 ໄດ້ຖືກອອກແບບໃຫ້ເປັນແພລັດຟອມ web site ເເບບ decentralized ທີ່ຄວາມຍືດຢຸ່ນ ແລະ ຊັບພະຍາກອນສໍາລັບການພັດທະນາ decentralized web applications.

ຈຸດປະສົງຫຼັກຂອງ web 5.0 ຈະເນັ້ນໃສ່ການໃຫ້ອໍານາດເເກ່ຜູ້ໃຊ້ເພື່ອເອິ້ນຄືນການຄວບຄຸມ ແລະການເປັນເຈົ້າຂອງຂໍ້ມູນຂອງຕົວເອງ. ໃນປັດຈຸບັນ, ເວີຊັ່ນ web 5.0 ແມ່ນຍັງຢູ່ໃນການພັດທະນາ. ຢ່າງໃດກໍ່ຕາມ, ຜູ້ຊ່ຽວຊານບາງຄົນໄດ້ຊີ້ໃຫ້ເຫັນວ່າ web 5.0 ຈະເປັນການປະສົມປະສານລະຫວ່າງ web 2.0 ແລະ web 3.0.

Web 5.0 ຍັງແນະນໍາ  emotional intelligence ໃນເວັບອີກດ້ວຍ. ວິໄສທັດທີ່ຢູ່ເບື້ອງຫຼັງ web 5.0 ມຸ້ງເນັ້ນໄປການເປີດໃຊ້ງານການເຊື່ອມຕໍ່ທາງດ້ານອາລົມລະຫວ່າງມະນຸດກັບຄອມພິວເຕີ.

web 5.0 ສາມາດໃຊ້ການຈົດຈຳໃບໜ້າເປັນເຄື່ອງມືສໍາລັບການສ້າງເເບບເເຜນຄວາມຮູ້ສຶກຂອງບຸກຄົນໃນເວລາທີ່ຜູ້ໃຊ້ໃສ່ຫູຟັງ ຜູ້ໃຊ້ສາມາດໂຕ້ຕອບກັບ web site ແລະ web site ຈະຕອບສະໜອງຕາມຄວາມຮູ້ສຶກຂອງບຸກຄົນນັ້ນໆ.

  • ການເຮັດວຽກຂອງ web 5.0

ໃນຄວາມເປັນຈິງ, web 5 ຈະມີຄວາມກ່ຽວຂ້ອງກັບເກືອບທຸກກິດຈະກໍາຂອງບຸກຄົນ. Web 5.0 ຈະໃຊ້ປະໂຫຍດຈາກພະລັງງານຂອງ AI ເພື່ອເພິ່ມຂີດຄວາມສາມາດໃນການສື່ສານລະຫວ່າງຄອມພິວເຕີ ຄຽງຄູ່ກັບການສ້າງປະຕິສໍາພັນລະຫວ່າງມະນຸດ ແລະຄອມພິວເຕີທີ່ຄ້າຍຄືກັນກັບການໂຕ້ຕອບລະຫວ່າງມະນຸດ.

Web 5.0 ຍັງສະເໜີປະສົບການໃໝ່ ແລະພິເສດສຸດສໍາລັບຜູ້ໃຊ້ແຕ່ລະຄົນໂດຍອີງໃສ່ຄວາມຮູ້ສຶກຂອງເຂົາເຈົ້າ. ໃນອະນາຄົດ ໂດເມນຂອງ blockchain, AI ແລະການຮຽນຮູ້ຂອງເຄື່ອງຈັກຈະເຮັດໜ້າທີ່ເປັນປັດໃຈນຳເຂົ້າໃນການປັບປຸງ web 5.0.

  • ຂໍ້ດີ ເເລະ ຂໍ້ເສຍ ຂອງ web 5.0
  • ລັກສະນະທາງດ້ານອາລົມຂອງ web 5.0 ຈະເປັນເເພລັດຟອມທີ່ເໝາະສົມສໍາລັບຜູ້ໃຊ້ເພື່ອຂະຫຍາຍຄວາມຄິດສ້າງສັນຂອງພວກເຂົາ.
  • ພາກອີຄອມເມີດສາມາດໃຊ້ປະໂຫຍດຈາກອົງປະກອບຄວາມສະຫຼາດທາງດ້ານອາລົມໃນ web 5.0 ສໍາລັບການພັດທະນາໂຄງສ້າງພື້ນຖານເພື່ອການສື່ສານໃນເວລາທີ່ແທ້ຈິງກັບຜູ້ໃຊ້. ດ້ວຍການມຸ່ງເນັ້ນສະເພາະກ່ຽວກັບການຕີຄວາມຫມາຍຄວາມຮູ້ສຶກຂອງຜູ້ໃຊ້, ພາກອີຄອມເມີດສາມາດໃຊ້ປະໂຫຍດຈາກ web 5.0 ເພື່ອປັບປຸງມູນຄ່າໃນປະສົບການຂອງຜູ້ໃຊ້.
  • ໜື່ງໃນຈຸດເດັ່ນທີ່ສໍາຄັນ ແລະເກີດຂຶ້ນເລື້ອຍໆໃນພາບລວມຂອງ web site 5.0 ໄດ້ອະທິບາຍຈຸດທີ່ມີປະໂຫຍດຂອງການຄວບຄຸມຕົວຕົນ ແລະຂໍ້ມູນຂອງທ່ານເອງ. ເວີຊັ່ນທີ່ມີຢູ່ແລ້ວຂອງ web ແມ່ນເປັນສູນກາງໂດຍທຳມະຊາດ ຜູ້ທີ່ອ້າງວ່າມີການແບ່ງຂັ້ນຄຸ້ມຄອງທີ່ດີກວ່ານັ້ນບໍ່ກົງກັບຄຳກ່າວອ້າງ ຂອງເຂົາເຈົ້າ. Web 5.0 ຈະຊ່ວຍໃຫ້ທ່ານຄວບຄຸມຂໍ້ມູນຂອງທ່ານຢ່າງສົມບູນ ແລະຕັດສິນໃຈວ່າຈະໃຊ້ມັນແນວໃດ. ຜູ້​ໃຊ້​ຍັງ​ສາ​ມາດ​ນໍາ​ໃຊ້​ຕົວ​ຕົນ​ດິ​ຈິ​ຕອລ​ຂອງ​ເຂົາ​ເຈົ້າ​ຢ່າງ​ປອດ​ໄພ​ໃນ​ applications ​ແລະ​ການ​ບໍ​ລິ​ການ​ອື່ນໆ.
  • ເມື່ອເວົ້າເຖິງຄວາມປອດໄພ, ພື້ນຖານຂອງ web 5.0 ຈະພັດທະນາບົນພື້ນຖານເເຮງບັນດານໃຈຈາກ Bitcoin. Jack Dorsey ເຊື່ອວ່າ Bitcoin ເປັນເຄືອຂ່າຍການກະຈາຍສູນກາງທີ່ປອດໄພທີ່ສຸດ ແລະຍຸດຕິຄວາມສົງໃສກ່ຽວກັບສົມຜົນ blockchain ຂອງ web5. Web 5.0 ຈະສະເໜີຜົນປະໂຫຍດຂອງການກະຈາຍອໍານາດ ແລະຄວາມປອດໄພຂອງລະຫັດລັບເເກ່ຜູ້ໃຊ້ດ້ວຍການຊ່ວຍເຫຼືອຂອງ blockchain.

ທີ່ມາ : https://cutt.ly/B1ZqWI2

**ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.

ຊ່ອງທາງການຕິດຕໍ່:
Website: www.bitqik.com
bitqik Suport : https://support.bitqik.com/
Facebook: https://www.facebook.com/bitqik/
bitqik Academy : https://www.facebook.com/profile.php?id=100086347500753
bitqik Insight : https://insight.bitqik.com/
Tiktok: https://vt.tiktok.com/ZSdT86ut3/
Youtube : https://www.youtube.com/channel/UC2wf6B1zII-2jPtVfwmKvoA
Instagram : https://www.instagram.com/bitqikofficial/
Twitter : https://twitter.com/bitqikofficial

bitqik #bitcoin #bitqik #bitqikacademy #cryptocurrency #blockchain

**ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.

More Videos

Video Playlist
1/10 videos
1
bitqik Academy Live ep15
bitqik Academy Live ep15
01:04:48
2
bitqik Academy Live ep15
bitqik Academy Live ep15
3
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
01:16:04
4
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
01:23
5
Trick and Trade EP0
Trick and Trade EP0
54
6
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
01:01:46
7
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
01:06:22
8
Fiat VS Cryptocurrency 🚀
Fiat VS Cryptocurrency 🚀
48
9
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
01:01:26
10
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
42:53
About Us

bitqik INSIGHT, get our latest reports, covering all sorts of topics in the digital asset industry. From finance to economics, trends, and investment.

Services

© 2022-2023 bitqik Insight – All rights reserved.