ພາວະເງິນເຟີ້ປຽບເໝືອນໂລກພະຍາດຊຳເຮື້ອຂອງລະບົບເງິນ fiat, ເພາະເງິນໃນກະເປົ໋າຂອງເຮົາຈະມີຄ່າໜ້ອຍລົງຫາກວ່າອັດຕາເງິນເຟີ້ສູງຂຶ້ນເລື້ອຍໆ ເເລະ ນັບຕັ້ງເເຕ່ໂລກຂອງເຮົາເລິ່ມໃຊ້ລະບົບເງິນ fiat ປັນຫາເງິນເຟີ້ກໍປຽບສະເໝືອນໂລກໄພທີ່ຄອຍຈະທຳຮ້າຍຜູ້ທີ່ເກັບອອມເງິນຢູ່ຕະຫຼອດ.

ເຊິ່ງສາເຫດຍ້ອນເງິນສະກຸນຫຼັກຂອງໂລກແມ່ນເງິນໂດລາສະຫະລັດໄດ້ຖືກຜະລິດເປັນຈຳນວນຫຼາຍເພື່ອອຸ້ມເສດຖະກິດຂອງສະຫະລັດຈາກການເເຜ່ລະບາດຂອງເຊື້ອພະຍາດ covid-19, ໃນປີ 2020 ເງິນໂດລາໄດ້ຖືກຜະລິດຂຶ້ນຫຼາຍເຖິງ 50% ຂອງປະລິມານທັງໝົດ ເເລະ ໃນປະຈຸບັນວົງເງິນການຜະລິດເພີ່ມຂຶ້ນຕໍ່ເດືອນຂອງ FED ຢູ່ທີ່ 2 ລ້ານລ້ານໂດລາ ນັບຕັ້ງເເຕ່ການລະບາດຂອງເຊື້ອ Covid-19 ເເລະ ບໍ່ມີທ່າທີຈະຢຸດພິມເງິນເມື່ອໃດ.

ສຳລັບເງິນຫຼັກຂອງໂລກເຮົາຢ່າງໂດລານີ້ ໄດ້ເລີ່ມນຳໃຊ້ຕັ້ງເເຕ່ອະດີດ ເຊິ່ງເປັນເງິນທີ່ມີມູນຄ່າຂຶ້ນຢູ່ກັບຄວາມໜ້າເຊື່ອຖື ເເລະ ຢູ່ໃນການຄວບຄຸມການເຄື່ອນໄຫວທັງໝົດຂອງລັດຖະບານ, ເຮັດໃຫ້ເງິນໂດລາໃນຫຼາຍໆປະເທດທີ່ຖືຄອງໄວ້ເປັນເງິນສຳຮອງ ໄດ້ຮັບຜົນກະທົບທຸກໆຄັ້ງທີ່ລັດຖະບານຄວບຄຸມເງິນ.

ຖ້າຫາກເຮົາບໍ່ມີລາຍໄດ້ທີ່ເພິ່ມຂຶ້ນທຽບເທົ່າກັບອັດຕາເງິນເຟີ້ ນັ້ນກໍສະເເດງວ່າ ລາຍໄດ້ເຮົາກຳລັງຫຼຸດໜ້ອຍລົງ ອີກທັງຍັງສົ່ງຜົນກະທົບຕໍ່ຜູ້ເກັບອອມເງິນ ເນື່ອງຈາກເງິນເຫຼົ່ານັ້ນຈະສູນເສຍມູນຄ່າລົງໄປເລື້ອຍໆ ຍ້ອນເງິນຖືກຜະລິດຂຶ້ນມາໃໝ່.

ທາງເສດຖະກິດຂອງ Austrian ແມ່ນສະໜັບສະໜູນໃຫ້ເສດຖະກິດນໍາໃຊ້ “ເງິນທີ່ໝັ້ນຄົງ” (Sound Money) ແມ່ນເງິນທີ່ຈະບໍ່ສູນເສຍມູນຄ່າໃນໄລຍະຍາວ. ເພາະເຊື່ອວ່າການຜະລິດເງິນຄວນຈະກ່ຽວຂ້ອງກັບອັນໃດກໍຕາມທີ່ບໍ່ຂຶ້ນກັບລະບົບເຊັ່ນ: ເມື່ອລະບົບການເງິນຖືກຮອງຮັບດ້ວຍທອງຄໍາ ເພາະ​ຄຳ​ເປັນ​​ສິນ​ຊັບທີ່​ມີຈຳນວນຈຳ​ກັດ ດັ່ງນັ້ນ, ລັດຖະບານຈະບໍ່ສາມາດຜະລິດເງິນເພິ່ມຂຶ້ນໄດ້ຫາກບໍ່ມີທອງຄໍາ ແລະ ເມື່ອປະຊາຊົນມີຄວາມປອດໄພທາງດ້ານການເງິນ ກໍຈະສ້າງການລົງທຶນ ແລະ ນໍາໄປສູ່ການຜະລິດທີ່ມີຄຸນະພາບ.

ໃນຄວາມເປັນຈິງ, ແນວຄວາມຄິດນີ້ ແມ່ນແນວຄວາມຄິດທີ່ອະນຸຍາດໃຫ້ປະຊາຊົນມີອໍານາດທາງດ້ານການເງິນຂອງຕົນເອງ. ແຕ່ໃນໄລຍະສັ້ນ ມັນບໍ່ດີສໍາລັບຜູ້ທີ່ມີອໍານາດ ເພາະຈະເຮັດໃຫ້ຜູ້ມີອຳນາດບໍ່ສາມາດຄວບຄຸມເງິນໂດຍຜ່ານການອອກນະໂຍບາຍການເງິນໃດໆ. ແລະ ນັ້ນເຮັດໃຫ້ແນວຄວາມຄິດຂອງ Keynesian ເລີ່ມເຂົ້າມາມີບົດບາດຫຼັງສົງຄາມໂລກໂດຍການນໍາສະເໜີແນວຄວາມຄິດໃໝ່ທີ່ເບິ່ງຄືວ່າດີໃນໄລຍະສັ້ນ, ແນວຄວາມຄິດ debt is money, deficit spending ເຊິ່ງເປັນການເພິ່ມອຳນາດໃຫ້ກັບລັດຖະບານ.

ທີ່ມາ : https://cutt.ly/O0801bS

https://cutt.ly/c0802mO
https://cutt.ly/O0804h8
**ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.

More Videos

Video Playlist
1/10 videos
1
bitqik Academy Live ep15
bitqik Academy Live ep15
01:04:48
2
bitqik Academy Live ep15
bitqik Academy Live ep15
3
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
01:16:04
4
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
01:23
5
Trick and Trade EP0
Trick and Trade EP0
54
6
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
01:01:46
7
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
01:06:22
8
Fiat VS Cryptocurrency 🚀
Fiat VS Cryptocurrency 🚀
48
9
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
01:01:26
10
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
42:53
About Us

bitqik INSIGHT, get our latest reports, covering all sorts of topics in the digital asset industry. From finance to economics, trends, and investment.

Services

© 2022-2023 bitqik Insight – All rights reserved.