ຕຸຣເຄຍ (Turkiye) ຫຼື ທີ່ຮູ້ຈັກກັນດີກ່ອນປ່ຽນຊື່ປະເທດແມ່ນປະເທດຕຸຣະກີ ເເມ່ນປະເທດທີ່ມີປະຫວັດສາດທີ່ຍາວນານຫຼາຍພັນປີ, ໂດຍສະສົມຮາກຖານຂອງອາລິຍະທໍາມາຕັ້ງເເຕ່ສະໄໝອານາຈັກ Byzantine ແລະ Ottoman ທີ່ຍິ່ງໃຫຍ່.
ພູມສາດຂອງຕຸຣເຄຍຖືເປັນຈຸດຍຸດທະສາດທີ່ດີເລີດ ໂດຍຕັ້່ງຢູ່ລະຫວ່າງກາງຂອງ ເອີຣົບ ແລະ ອາຊີ, ເຊິ່ງມີສາຍາວ່າດິນແດນຂອງສອງທະວີບ. ເນື່ອງຈາກມີທີ່ຕັ້ງທີ່ດີ ຖືໄດ້ວ່າເປັນທຳເລທອງ, George Friedman ຜູ້ກໍ່ຕັ້ງ Stratford ເຄີຍກ່າວວ່າ ຕຸຣເຄີຍສາມາດຂຶ້ນມາເປັນປະເທດມະຫາອໍານາດຂອງໂລກໄດ້. ຖ້າຫາກນະໂຍບາຍດ້ານເສດຖະກິດ ແລະ ການເມືອງຖືກນຳມາໃຊ້ໃຫ້ຖືກທີ່ຖືກທາງ ເພື່ອສ້າງພັນທະມິດກັບປະເທດອ້ອມຂ້າງ.
ແຕ່ຫຼັງຈາກນັ້ນ ເສດຖະກິດທີ່ເບິ່ງຄືວ່າຈະດໍາເນີນໄດ້ດີໃນທົດສະວັດທີ່ຜ່ານມາ ມັນໄດ້ຂະຫຍາຍຕົວຢູ່ໃນພື້ນຖານທີ່ອ່ອນແອ ຮອຍແຕກທີ່ເຄີຍຖືກເຊື່ອງໄວ້ເລີ່ມປາກົດຢ່າງຈະແຈ້ງ.
ໃນປັດຈຸບັນ ຕຸຣເຄຍໄດ້ກາຍມາເປັນປະເທດໜຶ່ງທີ່ກຳລັງປະສົບບັນຫາທາງດ້ານເສດຖະກິດ ແລະ ມີອັດຕາເງິນເຟີ້ທີ່ສູງເປັນອັນດັບຕົ້ນໆທີ່ຂອງໂລກ ເປັນຜົນມາຈາກນະໂຍບາຍສວນທາງກະເເສໂລກ ຂອງ Recep Tayyip Erdogan ປະທານາທິບໍດີຕຸຣເຄຍ.
ວິກິດການເສດຖະກິດທີ່ເກີດຂຶ້ນໃນຕຸຣເຄຍກາຍເປັນທີ່ເປັນສົນໃຈຂອງທົ່ວໂລກ, ທັງໃນດ້ານການເມືອງລະຫວ່າງສະຫະລັດກັບຕຸຣເຄຍ, ສະຖຽນລະພາບທາງດ້ານການເມືອງໃນປະເທດເຖິງເເມ່ນວ່າການເລືອກຕັ້ງຈະຜ່ານມາໄດ້ບໍ່ດົນ ລວມເຖິງຄວາມກັງວົນວ່າວິກິດການນີ້ຈະລະບາດລຸກລາມໄປສູ່ປະເທດອື່ນໆ.
ຕຸຣເຄຍໄດ້ປະເຊີນກັບວິກິດການເສດຖະກິດມາເເລ້ວຫຼາຍຄັ້ງ ແຕ່ເຫດການທີ່ຮ້າຍແຮງທີ່ສຸດເກີດຂຶ້ນໃນປີ 1999-2001. ວິກິດການດັ່ງກ່າວແມ່ນສາເຫດຂອງການປະຕິຮູບເສດຖະກິດຄັ້ງໃຫຍ່ ນຳໂດຍ Kemel Dervis ອະດີດນັກເສດຖະສາດທະນາຄານໂລກທີ່ໄດ້ຮັບການແຕ່ງຕັ້ງເປັນລັດຖະມົນຕີເສດຖະກິດ.
ພາຍໃຕ້ການຊ່ວຍເຫຼືອດ້ານການເງິນຈາກກອງທຶນການເງິນສາກົນ ຫຼື IMF ວິທີການປະຕິຮູບຂອງທ່ານ Kemel ແມ່ນການປ່ອຍໃຫ້ເງິນ lira ເຄື່ອນໄຫວໄປຕາມການຊື້ຂາຍໃນຕະຫຼາດ. ການໃຫ້ທະນາຄານກາງເປັນອິດສະຫຼະຈາກລັດຖະບານ ແລະ ສຸມໃສ່ການຮັກສາສະຖຽນລະພາບດ້ານເສດຖະກິດຫຼາຍກ່ວາການເຕີບໂຕ, ລວມທັງການອອກກົດໝາຍກ່ຽວກັບນະໂຍບາຍການເງິນເພື່ອຄວບຄຸມການໃຊ້ຈ່າຍຂອງລັດຖະບານຢ່າງເຂັ້ມງວດ ແລະ ມີຄວາມໂປ່ງໃສຂຶ້ນ.
ເພື່ອບໍ່ໃຫ້ສະຖາບັນການເງິນລົ້ມສະຫຼາຍ ລັດຖະບານໄດ້ເຂົ້າມາຄວບຄຸມການເຄື່ອນໄຫວທີ່ສຳຄັນຂອງທະນາຄານ, ເຊິ່ງນໍາໄປສູ່ການການສືບສວນການສໍ້ໂກງ ເເລະ ໄດ້ລົງໂທດຜູ້ບໍລິຫານລະດັບສູງຂອງທະນາຄານຈຳນວນຫຼາຍ. ນີ້ເຮັດໃຫ້ຄວາມເຊື່ອໝັ້ນຂອງປະຊາຊົນກັບຄືນມາຕໍ່ສະຖາບັນການເງິນອີກຄັ້ງ.
ເສດຖະກິດທີ່ເຕີບໂຕມາເປັນເວລາໜຶ່ງທົດສະວັດ ສົ່ງຜົນໃຫ້ຕຸຣເຄຍກາຍເປັນປະເທດເສດຖະກິດທີ່ມີຂະໜາດໃຫຍ່ເປັນອັນດັບ 17 ຂອງໂລກ, ໂດຍລວມມີຜະລິດຕະພັນພາຍໃນປະເທດ ຕໍ່ຫົວຄົນເພີ່ມຂຶ້ນເປັນ 11.000 ໂດລາ. ສະເລ່ຍຕໍ່ຄົນຢູ່ໃນປະເທດສາມາດສ້າງລາຍໄດ້ສູງຢູ່ທີ່ 12,056 ໂດລາ ຕໍ່ຫົວຄົນຕໍ່ປີ.
ໃນເວລາທີ່ທຸກສິ່ງກຳລັງໄປດ້ວຍດີ ທຸກຄົນຕ່າງກໍດີໃຈ, ລັດຖະບານກໍຈັດງານສະເຫຼີມສະຫຼອງການຂຶ້ນເປັນປະເທດທີ່ມີລາຍໄດ້ສູງ ແຕ່ບໍ່ມີໃຜສັງເກດເຫັນຮອຍແຕກທີ່ເຊື່ອງໄວ້ນີ້. ທ່ານ Dani Rodrik ນັກເສດຖະສາດທີ່ມີຊື່ສຽງໄດ້ວິຈານກ່ຽວກັບການເຕີບໂຕທາງເສດຖະກິດຂອງຕຸຣເຄຍໃນປີ 2015 ວ່າຄວາມຈິງແລ້ວ, ການເຕີບໂຕທາງເສດຖະກິດຂອງຕຸຣເຄຍແຕ່ປີ 2002 ຫາປີ 2014 ແມ່ນບໍ່ສູງກວ່າແຕ່ປະເທດກຳລັງພັດທະນາອື່ນໆ, ເສດຖະກິດຕຸຣເຄຍໃນປີ 2014 ເມື່ອທຽບໃສ່ປີ 2002 ທີ່ເລີ່ມປະຕິຮູບ ຂະຫຍາຍຕົວພຽງແຕ່ 50 ສ່ວນຮ້ອຍ, ເຊິ່ງໃກ້ຄຽງກັບປະເທດທີ່ກໍາລັງພັດທະນາອື່ນໆ.
ເສດຖະກິດຕຸຣເຄຍຍັງຕ້ອງການຊ່ວຍເຫຼືອຈາກເງິນທຶນຕ່າງປະເທດ ໂດຍສະເພາະການກູ້ຢືມຂອງພາກເອກະຊົນ ແກນຕັ້ງສະແດງໃຫ້ເຫັນຍອດເງິນໃນບັນຊີປະຈຸບັນເປັນເປີເຊັນຂອງລວມຍອດຜະລິດຕະພັນພາຍໃນປະເທດ (Current Account to GDP), ເຊິ່ງສະແດງເຖິງຈໍານວນເງິນລົງທຶນສຸດທິທີ່ໄຫຼເຂົ້າ ແລະ ອອກຈາກປະເທດ. ຖ້າຕົວເລກຕິດລົບ ໝາຍຄວາມວ່າມີເງິນທຶນເຂົ້າປະເທດຫຼາຍກວ່າທຶນພາຍໃນທີ່ອອກໄປລົງທຶນ, ສ່ວນຫຼາຍແມ່ນມາຈາກເອີຣົບນັ້ນເອງ. ໃນຂະນະທີ່ແກນນອນສະແດງໃຫ້ເຫັນການເຕີບໂຕຂອງ GDP ພາຍໃນປະເທດຕໍ່ຫົວຄົນ (GDP per capita growth), ເມື່ອພວກເຮົາແຕ້ມເສັ້ນການພົວພັນ (ສີແດງ), ກໍຈະເຫັນການພົວພັນທີ່ກົງກັນຂ້າມຂອງຕົວຊີ້ວັດທັງສອງ ນັ້ນແມ່ນຊ່ວງເວລາທີ່ເສດຖະກິດຕຸຣເຄຍຂະຫຍາຍຕົວດີ, ການຂາດດຸນບັນຊີກະແສລາຍວັນ ແລະ ການກູ້ຢືມຈາກຕ່າງປະເທດສູງຂຶ້ນ.
ການປ່ຽນເເປງທີ່ຫຼຸດລົງຫຼັງຈາກປີ 2005 ແມ່ນຢູ່ທີ່ 4.5% (ຂອງ GDP). ນີ້ແມ່ນການປ່ຽນແປງທາງລົບອັນໃຫຍ່ຫຼວງ, ສະແດງໃຫ້ເຫັນການປະຢັດພາຍໃນປະເທດທີ່ຫຼຸດລົງ ແລະ ການເພິ່ງພາທີ່ເພິ່ມຂຶ້ນຂອງ AKP ສ່ວນຕ່າງຂອງເເຫຼ່ງເງິນທຶນຈາກພາຍນອກ.
ໃນຊ່ວງປີ 1980 ແລະ 1990, ມີກະແສຄວາມຄິດທີ່ເອີ້ນວ່າຄໍາສອນຂອງ Lawson ເຊິ່ງກ່າວວ່າ ພວກເຮົາບໍ່ຄວນກັງວົນກ່ຽວກັບການຂາດດຸນພາຍນອກທີ່ເປັນຜົນມາຈາກການຕັດສິນໃຈໃນການອົດອອມ ແລະ ການລົງທຶນຂອງພາກເອກະຊົນ. ບັນດານັກເສດຖະສາດທີ່ບໍ່ເຊື່ອເລື່ອງນີ້ອີກຕໍ່ໄປ ເມື່ອຄຳນຶງເຖິງຜົນທີ່ຕາມມາຂອງລະບົບຄວາມໂງ່ຈ້າຂອງພາກເອກະຊົນ. ວິກິດການໜີ້ສິນຂອງພາກເອກະຊົນມີເເນວທາງທີ່ຈະຖ່ວງດຶງເສດຖະກິດທັງໝົດ ແລະ ຜົນທີ່ຕາມກໍຄື ໜີ້ສິນພາກເອກະຊົນທີ່ບໍ່ສາມາດຈັດການໄດ້ ຫັນເຂົ້າສູ່ການຫາງົບດຸນຈາກສາທາລະນະເເທນ.
ສິ່ງສຳຄັນທີ່ສຸດແມ່ນລັດຖະບານ AKP ບໍ່ໄດ້ມີການປ່ຽນແປງພື້ນຖານໃດໆໃນຍຸດທະສາດເສດຖະກິດ ພຽງແຕ່ເຮັດໃຫ້ປະຊານິຍົມເສດຖະກິດມະຫາພາກແບບດັ້ງເດີມຂອງຕຸຣເຄຍທີ່ປັບປຸງໃຫ້ທັນສະໄໝຂຶ້ນ, ໂດຍອີງໃສ່ຕະຫຼາດທຶນຈາກຕ່າງປະເທດຫຼາຍຂຶ້ນ ແລະ ສົ່ງເສີມການໃຊ້ຈ່າຍພາກເອກະຊົນ. ການປ່ຽນເເປງເຫຼົ່ານີ້ບໍ່ໄດ້ເຮັດໃຫ້ການເຕີບໂຕຂອງເສດຖະກິດຕຸຣເຄຍດີຂຶ້ນເລີຍ.
ປະຈຸບັນ, ຕຸຣເຄຍປະເຊີນໜ້າກັບວິກິດການເງິນເຟີ້ສູງເຖິງ 85,5%, ເງິນ lira ຂອງຕຸຣເຄຍອ່ອນຄ່າລົງຢ່າງຕໍ່ເນື່ອງ. ນີ້ແມ່ນຜົນມາຈາກນະໂຍບາຍການສວນທາງທີ່ໄດ້ກົດດັນທະນາຄານກາງຂອງຕຸຣເຄຍຫຼຸດອັດຕາດອກເບ້ຍ ຂອງປະທານາທິບໍດີ Erdogan.
ຕອນນີ້ຕຸລະກີຕົກຢູ່ໃນສະພາວະທີ່ບໍ່ມີພັນທະມິດ ຄວາມບໍ່ໝັ້ນຄົງທາງດ້ານການເມືອງ ປະຊາຊົນສູນເສຍຄວາມເຊື່ອໝັ້ນໃນລັດຖະບານ. ໃນຂະນະນັ້ນ, ວິກິດການເງິນເຟີ້ຍັງສືບຕໍ່ເພີ່ມຂຶ້ນໃນທ່າມກາງສົງຄາມ ແລະ ພະຍາດລະບາດທີ່ຍັງບໍ່ທັນສິ້ນສຸດລົງ.
ທີ່ມາ : https://cutt.ly/F93Pdwf
© 2022-2023 bitqik Insight – All rights reserved.