• GDP ເເມ່ນຫຍັງ?

GDP ຫຍໍ້ມາຈາກ Gross Domestic Product ໂດຍມີຄວາມໝາຍວ່າ: ຜະ​ລິດ​ຕະ​ພັນ​ທັງ​ໝົດ​ໃນ​ປະ​ເທດ,​ ມູນຄ່າຂອງສິນຄ້າ ແລະ ການບໍລິການພາຍໃນຂອງປະເທດນັ້ນໆ.

ເຊິ່ງ​ປະກອບ​ດ້ວຍ 5 ພາກສ່ວນ​ຄື:

(+) C (Consumption) ແມ່ນການບໍລິໂພກຂອງພາກເອກະຊົນ ເຊັ່ນ ການໃຊ້ຈ່າຍໃນຄົວເຮືອນ…

(+) I (Investment) ແມ່ນການລົງທຶນຈາກພາກເອກະຊົນ ເຊັ່ນ: ການສ້າງອະສັງຫາລິມະຊັບ…

(+) G (Government Spending) ແມ່ນການໃຊ້ຈ່າຍຂອງລັດຖະບານ ຫຼື ການລົງທຶນຈາກລັດຖະບານ ເຊັ່ນ: ການກໍ່ສ້າງພື້ນຖານໂຄງຮ່າງ…

(+) X (Export) ແມ່ນການສົ່ງອອກ ຕົວຢ່າງ: ປະເທດລາວສົ່ງເຂົ້າອອກໄປຂາຍຕ່າງປະເທດ…

(-) M (Import) ແມ່ນການນໍາເຂົ້າ ຕົວຢ່າງ: ປະເທດລາວນໍາເຂົ້າສິນຄ້າຈາກຈີນເພື່ອມາຂາຍ…

ສູດຄິດໄລ່: GDP = C + I +G + (X-M)

ໂດຍພື້່ນຖານເເລ້ວ GDP ຈະເເບ່ງອອກເປັນ 3 ປະເພດຄື : Nominal GDP, Real GDP ເເລະ GDP Per Capita.

  • GDP ມີຄວາມສຳຄັນເເນວໃດຕໍ່ເສດຖະກິດ

ຄ່າ GDP ຊ່ວຍໃຫ້ເຫັນພາບລວມຂອງເສດຖະກິດພາຍໃນປະເທດໃນເເຕ່ລະໄລຍະເວລາ, ເຊິ່ງສາມາດວັດຂະໜາດ ແລະ ອັດຕາການເຕີບໂຕຂອງເສດຖະກິດໄດ້.

ນອກຈາກນັ້ນ, ການຄິດໄລ່ GDP ສາມາດນຳມາປັບປ່ຽນໄດ້ຕາມພາວະເງິນເຟີ້ ແລະ ປະຊາກອນໃນປະເທດ. ທີ່ສໍາຄັນ ມັນຍັງເປັນເຄື່ອງມືທີ່ສໍາຄັນທີ່ຊ່ວຍໃຫ້ກຳນົດນະໂຍບາຍ, ນັກລົງທຶນ ແລະ ເຈົ້າຂອງທຸລະກິດ ໃຊ້ເປັນແນວທາງໃນການຕັດສິນໃຈວາງກົນລະຍຸດຕ່າງໆໃນການລົງທຶນ.

GDP ຖືເປັນຄ່າວັດເເທກທາງເສດຖະກິດທີ່ເກີດຂຶ້ນພາຍໃນປະເທດ ກ່ຽວກັບມູນຄ່າການຜະລິດສິນຄ້າ ແລະ ການບໍລິການທີ່ສ້າງລາຍຮັບໃຫ້ປະເທດ, ມູນຄ່າ GDP ບໍ່ພຽງແຕ່ໃຫ້ເຮົາເຫັນເຖິງພາບລວມຂອງການເຕີບໂຕເສດຖະກິດຂອງປະເທດເທົ່ານັ້ນ ມັນຍັງເປັນເຄື່ອງມືວາງເເຜນກົນລະຍຸດຕ່າງໆສຳລັບນັກລົງທຶນ, ຜູ້ປະກອບການ, ຜູ້ສ້າງນະໂຍບາຍດ້ານເສດຖະກິດ ແລະ ການເງິນ.

ທີ່ມາ : https://cutt.ly/t3oxN9B
https://cutt.ly/93ox0Uz
https://cutt.ly/X3ox37l

**ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.

More Videos

Video Playlist
1/10 videos
1
bitqik Academy Live ep15
bitqik Academy Live ep15
01:04:48
2
bitqik Academy Live ep15
bitqik Academy Live ep15
3
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
01:16:04
4
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
01:23
5
Trick and Trade EP0
Trick and Trade EP0
54
6
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
01:01:46
7
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
01:06:22
8
Fiat VS Cryptocurrency 🚀
Fiat VS Cryptocurrency 🚀
48
9
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
01:01:26
10
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
42:53
About Us

bitqik INSIGHT, get our latest reports, covering all sorts of topics in the digital asset industry. From finance to economics, trends, and investment.

Services

© 2022-2023 bitqik Insight – All rights reserved.