ແຫຼ່ງທີ່ມາ : www.indiatoday.in

ເກືອເປັນວັດຖຸດິບທີ່ພົບເຫັນໄດ້ທົ່ວໄປ ຫາໄດ້ງ່າຍຫຼາຍ ແລະ ລາຄາບໍ່ແພງຫຼາຍ ຈົນເຮົາລືມໄປວ່າຕັ້ງແຕ່ຕົ້ນຂອງອາລິຍະທໍາຈົນເຖິງປະມານ 100 ປີກ່ອນ ເກືອແມ່ນໜຶ່ງໃນສິນຄ້າທີ່ຜູ້ຄົນສະເເຫວງຫຼາຍທີ່ສຸດໃນປະຫວັດສາດ ເເລະ ມັນຍັງຖືກໃຊ້ເປັນສື່ກາງໃນການເເລກປ່ຽນຢູ່ໄລຍະໜຶ່ງ.

  • ການຊື້ຂາຍເກືອ

ເກືອແມ່ນສະກຸນເງິນທີ່ສຳຄັນໃນສະໄໝບູຮານ ແລະ ຍຸກກາງ, ມັນຖືກ ນຳໃຊ້ຢ່າງໃຫຍ່ຫຼວງໃນການເເລກປ່ຽນສິນຄ້າ, ທຸລະກິດການນຳເຂົ້າ ແລະ ສົ່ງອອກໃນເວລານັ້ນ. ກ່ອນທີ່ Alexander the Great ຈະເຂົ້າມາ, ຊາວອີຍິບໄດ້ຊື້ຂາຍ cedar, ແກ້ວ ແລະ ສີຍ້ອມຜ້າ ກັບຊາວ Phoenicians ໂດຍຈ່າຍເປັນເກືອ ແລະ ປາເຄັມເປັນຕົ້ນ.

ຊາວ Celts ແມ່ນຜູ້ໃຊ້ເກືອຈໍານວນຫຼາຍ ເເລະ ຮັ່ງມີຂຶ້ນໂດຍການໃຊ້ເກືອແລກປ່ຽນກັບສິນຄ້າຢ່າງຟຸ່ມເຟືອຍເຊັ່ນ: ເຫຼົ້າທີ່ຜະລິດໂດຍນັກທຸລະກິດກຣີກ ແລະ ໂຣມັນ.

ເເຕ່ໃນສຸດທ້າຍມັນກໍຕ້ອງຈົບລົງ, ດັ່ງທີ່ປະຫວັດສາດໄດ້ບອກພວກເຮົາວ່າ Alexander ໄດ້ລັກເອົາຂໍ້ສະເໜີທາງທຸລະກິດທີ່ຈະເລີນຮຸ່ງເຮືອງເຫຼົ່ານີ້ ແລະ ໜີໄປພ້ອມກັບທອງຄຳທັງໝົດ, ເຊິ່ງເປັນໄປໄດ້ວ່າລາວອາດຈະເອົາເກືອທີ່ມີຄຸນຄ່າສູງໄປນຳ.

ໃນປະເທດທີ່ທຸກຍາກທີ່ສຸດຂອງອາຟຣິກາ, ເກືອໄດ້ຖືກຕີຄຸນຄ່າໃຫ້ມີລາຄາສູງເພື່ອໃຊ້ໃນການເເລກປ່ຽນ. ໃນ​ຮູບ​ແບບ​ຂອງ​ເງິນ​ the salt moles ມີ​ນໍ້າ​ໜັກ​ປະ​ມານ 5 Kg ຍັງຄົງໝຸນວຽນ​ ຢູ່ໃນ The Horn ຂອງ​ອາ​ຟຣິ​ກາ​, ເຊິ່ງເປັນ​ພາກ​ພື້ນ​ທີ່​ທຸກ​ຍາກ​ທີ່​ສຸດ​ໃນໂລກ​.

  • ທີ່ມາຂອງຄຳວ່າ “Salary”

ໃນສະໄໝໂຣມັນຈົນເຖິງຍຸກກາງ ເກືອເປັນສິນຄ້າອັນລ້ຳຄ່າ ແລະ ມີຊື່ເອີ້ນອີກຊື່ໜຶ່ງວ່າ “ທອງຄຳຂາວ”, ເກືອເປັນທີ່ນິຍົມໃນການເກັບຮັກສາອາຫານ ໂດຍສະເພາະຊີ້ນ ແລະ ປາ, ເວົ້າໄດ້ວ່າຄວາມຕ້ອງການເກືອຫຼາຍກວ່າການສະໜອງ, ສະນັ້ນ ຈິ່ງເຮັດໃຫ້ມູນຄ່າຂອງມັນເພີ່ມຂຶ້ນ.

600 ປີກ່ອນ ຄ.ສ ໄລ​ຍະ​ຂອງ​ກອງ​ທັບ​ໂຣ​ມັນ​ ບາງຄັ້ງທະຫານໃນກອງທັບໄດ້ຮັບເກືອແທນທີ່ເບ້ຍລ້ຽງປະຈໍາເດືອນຂອງເຂົາເຈົ້າເອີ້ນວ່າ “salarium” ເຊິ່ງເປັນຄໍານາມທີ່ມາຈາກຄໍາວ່າ salt ທີ່ເເປວ່າເກືອ.

ແນວໃດກໍ່ຕາມ, ມີນັກວິຊາການບາງຄົນທີ່ບໍ່ເຊື່ອວ່າທະຫານໂຣມັນໄດ້ຮັບເງິນເບ້ຍລ້ຽງເປັນເກືອແທ້ໆ, ເຂົາເຈົ້າອາດຈະໄດ້ຮັບເງິນເເລ້ວໃຊ້ມັນເພື່ອຊື້ເກືອ.

ການຜະລິດເກືອໂດຍການຕົ້ມນໍ້າທະເລໃຫ້ລະເຫີຍເເລ້ວຈະໄດ້ເປັນເມັດເກືອ ເເມ່ນວິທີການດັ້ງເດີມທີ່ຜະລິດໄດ້ຊ້າ ແລະ ປະລິມານໜ້ອຍ. ​ເມື່ອ​ຄວາມ​ຕ້ອງການ​ເກືອ​ສູງ​ແຕ່​ຜະລິດ​ໄດ້​ຕ່ຳ, ​ເຮັດ​ໃຫ້​ເກືອ​ຂາດ​ຕະຫຼາດ​ ແລະ ລາຄາຂອງເກືອເພີ່ມຂຶ້ນ. ເພື່ອຜະລິດເກືອໃຫ້ພຽງພໍ ຈຶ່ງໄດ້ມີການຂຸດບໍ່ເກືອຂຶ້ນເປັນເເຫ່ງທຳອິດເມື່ອ 200 ປີກ່ອນ ຄ.ສ.

ຕໍ່ມາໃນ​ປີ ຄ.ສ 200 ອາຍເເກັສທຳມະຊາດໄດ້ຖືກປ່ອຍອອກມາຈາກບໍ່ເກືອທີ່ຖືກຂຸດນັ້ນ, ​ອາຍ​ແກັ​ສ​ທໍາ​ມະ​ຊາດ​ໄດ້​ຖືກ​ນໍາ​ໃຊ້​ເປັນ​ເຊື້ອ​ໄຟ​ເພື່ອ​ໃຫ້​ຄວາມ​ຮ້ອນກັບໝໍ້ຕົ້ມນ້ຳທະເລ ເພື່ອໃຫ້ລະເຫີຍໄວ​ຂຶ້ນ. ນີ້ເຮັດໃຫ້ເກືອເປັນຜະລິດຕະພັນທີ່ນິຍົມ ແລະ ເປັນອີກໜຶ່ງອຸດສາຫະກໍາທີ່ສ້າງລາຍຮັບໄດ້ດີ.

  • ມູນຄ່າຂອງເກືອໃນສະຕະວັດທີ 21

ໃນອະດີດ, ສາມາດເຫັນໄດ້ວ່າເກືອມີບົດບາດ ແລະ ອິດທິພົນຕໍ່ມະນຸດທັງເປັນເຄື່ອງປຸງເພື່ອເພິ່ມລົດຊາດ, ເປັນສ່ວນປະກອບໃນການເກັບຮັກສາອາຫານ. ລວມທັງເປັນສິນຄ້າສົ່ງອອກ ທີ່ສ້າງລາຍຮັບ ແລະ ຄວາມຮັ່ງມີໃນປະເທດ

ແຕ່​ປະຈຸ​ບັນ ເກືອ​ບໍ່​ແມ່ນ​ສື່​ກາງ​ໃນ​ການ​ແລກປ່ຽນອີກຕໍ່ໄປ ເຮັດໃຫ້ບົດບາດສໍາຄັນຂອງເກືອໜ້ອຍລົງ. ມັນຖືກໃຊ້ເປັນພຽງສ່ວນຜະສົມໃນອຸດສາຫະກໍາເທົ່ານັ້ນ. ເມື່ອປຽບທຽບການຜະລິດເກືອໃນອະດີດກັບປັດຈຸບັນເເມ່ນເເຕກຕ່າງກັນຫຼາຍ ເພາະໃນປັດຈຸບັນມີເຄື່ອງມີທີ່ທັນສະໄໝ ເເລະ ມີຕົ້ນທຶນທີ່ຕໍ່າ ນີ້ອາດເປັນອີກສາເຫດໜຶ່ງທີ່ເຮັດໃຫ້ບົດບາດຂອງມັນໜ້ອຍລົງ.

ນອກຈາກນີ້ ເກືອຍັງຖືກສັງເຄາະຂຶ້ນມາເອງໄດ້ ເເລະ ມີປະໂຫຍດບໍ່ເເຕກຕ່າງຫຍັງຈາກເກືອທຳມະຊາດ, ເກືອຈຶ່ງມີຄ່າພຽງເຄື່ອງປຸງພື້່ນຖານໃນການປຸງຣົດຊາດ ໃນຂະນະທີ່ລະບົບເງິນຕຣາ ເເລະ ທອງຄຳໄດ້ຮັບຄວາມນິຍົມຫຼາຍຂຶ້ນ.

ໃນປັດຈຸບັນດ້ວຍເທັກໂນໂລຢີທີ່ມີຄວາມກ້າວໜ້າ ລະບົບເງິນຕຣາຖືກພັດທະນາເປັນລະບົບເງິນທີ່ຕ້ອງເຂົ້າລະຫັດ smart contrace ເຊິ່ງຮູ້ຈັກກັນໃນຊື່ “Crypto” ສະກຸນເງິນດິຈິຕອລທີ່ຖືກກ່າວເຖິງກັນຈົນເປັນກະເເສນິຍົມຄື Bitcoin, Ethereum… ເປັນຕົ້ນ ເຮັດໃຫ້ລະບົບເງິນຕຣາໃນເເບບເກົ່າຂອງມະນຸດປ່ຽນໄປ.

ທີ່ມາ : https://cutt.ly/q8FWXyt

https://cutt.ly/M8FWC36
https://cutt.ly/O8FWNdJ
**ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.

More Videos

Video Playlist
1/10 videos
1
bitqik Academy Live ep15
bitqik Academy Live ep15
01:04:48
2
bitqik Academy Live ep15
bitqik Academy Live ep15
3
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
01:16:04
4
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
01:23
5
Trick and Trade EP0
Trick and Trade EP0
54
6
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
01:01:46
7
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
01:06:22
8
Fiat VS Cryptocurrency 🚀
Fiat VS Cryptocurrency 🚀
48
9
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
01:01:26
10
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
42:53
About Us

bitqik INSIGHT, get our latest reports, covering all sorts of topics in the digital asset industry. From finance to economics, trends, and investment.

Services

© 2022-2023 bitqik Insight – All rights reserved.