• Time Frame ເເມ່ນຫຍັງ?

Time Frame ຫຼື TF ເເມ່ນກອບຂອງເວລາ, ເຊິ່ງມີເເທ່ງທຽນຈຳນວນຫຼາຍປະກອບກັນເປັນກຣາຟ, ໂດຍ 1 ເເທ່ງທຽນຈະສະເເດງໃຫ້ເຫັນລາຄາເປີດ ລາຄາສູງສຸດ ລາຄາຕໍ່າສຸດ ເເລະ ລາຄາປິດ (OHLC) ຂອງກອບເວລາ

ຕົວຫຍໍ້ຂອງໄລຍະເວລາ TF.

  • M1 = 1 ນາທີ.
  • M5 = 5 ນາທີ.
  • M15 = 15 ນາ​ທີ​
  • M30 = 30 ນາ​ທີ​
  • H1 = 1 ຊົ່ວ​ໂມງ​
  • H4 = 4 ຊົ່ວ​ໂມງ​
  • D1 = 1 ມື້
  • W1 = 1 ອາທິດ
  • MN = 1 ເດືອນ

ໂດຍຫຼັກໆແມ່ນຈະສະແດງອອກໃນຮູບແບບຂອງເເທ່ງທຽນ (Candles) ຫຼື ແທ່ງ (Bars), ໃນ 1 ແທ່ງທຽນ ຈະບອກເຖິງການເຄື່ອນໄຫວຂອງລາຄາໃນໄລຍະເວລາທີ່ກຳນົດ ຕົວຢ່າງ: ໃນ TF 1 ຊົ່ວໂມງ, ການເຄື່ອນໄຫວໃນແຕ່ລະ 1 ແທ່ງທຽນ ແມ່ນການເຄື່ອນໄຫວຂອງລາຄາໃນ 1 ຊົ່ວໂມງນັ້ນເອງ.

ໂດຍຫຼັກໆແມ່ນຈະສະແດງອອກໃນຮູບແບບຂອງເເທ່ງທຽນ (Candles) ຫຼື ແທ່ງ (Bars), ໃນ 1 ແທ່ງທຽນ ຈະບອກເຖິງການເຄື່ອນໄຫວຂອງລາຄາໃນໄລຍະເວລາທີ່ກຳນົດ ຕົວຢ່າງ: ໃນ TF 1 ຊົ່ວໂມງ, ການເຄື່ອນໄຫວໃນແຕ່ລະ 1 ແທ່ງທຽນ ແມ່ນການເຄື່ອນໄຫວຂອງລາຄາໃນ 1 ຊົ່ວໂມງນັ້ນເອງ.

  • ຂໍ້ເເຕກຕ່າງລະຫວ່າງກັນເລືອກ Time Frame ເເລະ ຮູບເເບບໃນການລົງທຶນ
  • ການເທຣດໄລຍະຍາວ ນັບຕັ້ງເເຕ່ລາຍອາທິດ, ລາຍເດືອນ, ຈົນເຖິງລາຍປີ. ຂໍ້ດີເເມ່ນຈະເຫັນເເນວໂນ້ມການເຄື່ອນໄຫວຂອງລາຄາໄດ້ກວ້າງຂຶ້ນ, ໃຊ້ເວລາບໍ່ດົນໃນການເທຣດ ເໝາະກັບ trend Following. ຂໍ້ເສຍ ການເເກວ່ງຕົວຂອງລາຄາເປັນວົງກວ້າງ, ສາມາດເທຣດໄດ້ຈຳກັດ, ໃຊ້ເວລາໃນການຕິດຕາມການເຄື່ອນໄຫວຂອງລາຄາດົນ ຕ້ອງໃຈເຢັນ ເເລະ ມີຄວາມອົດທົນສູງ.
  • ການເທຣດໄລຍະສັ້ນ (Swing) ນັບຕັ້ງເເຕ່ ລາຍຊົ່ວໂມງຈົນເຖິງລາຍອາທິດ. ຂໍ້ດີເເມ່ນການເທຣດໄດ້ຫຼາຍຄັ້ງກວ່ານັກລົງທຶນໄລຍະຍາວ. ຂໍ້ເສຍເເມ່ນ ຄ່າຂອງ Spreads ຂຶ້ນລົງຕາມ order, ຄວາມສ່ຽງເພີ່ມຂຶ້ນເມື່ອຖືຂ້າມຄືນ.
  • ການເທຣດພາຍໃນ 1 ມື້, ນັບຕັ້ງເເຕ່ 1 ນາທີ ຫາ 15 ນາທີ. ຂໍ້ດີ ເເມ່ນເທຣດໄດ້ຕະຫຼອດເວລາ ເເລະ ຮູ້ເຖິງຜົນກຳໄລ – ຂາດທຶນໃນຕອນນັ້ນ. ຂໍ້ເສຍ ຄ່າຂອງ Spreads ຫຼາຍກວ່າການເທຣດທີ່ກ່າວມາຂ້າງເທິງ ເເລະ ຄວາມເເມ້ນຢຳໃນການເທຣດໜ້ອຍເພາະກຣາຟລາຄາຂຶ້ນໆລົງໃນໄລຍະສັ້ນໆ.
  • ການໃຊ້ Time Frame ທີ່ເໝາະສົມ

ຕະຫຼາດ ຫຼື ລາຄາໃນ Time Frame ທີ່ໃຫຍ່, ໄລຍະເວລາທີ່ຍາວຈະມີໂອກາດໃນການເຮັດກຳໄລໄດ້ເລື້ອຍໆ. ເເນວຮັບ – ເເນວຕ້ານຈະເເຂງເເຮງກວ່າ Time Frame ທີ່ນ້ອຍ ຫຼື ໄລຍະເວລາສັ້ນໆ, ການທີ່ເຮົາຈະເລືອກໃຊ້ເພື່ອຫາຈຸດເຂົ້າຊື້ ຫຼື ຂາຍ ລວມທັງກຳນົດຈຸດ Stop Loss ຫຼື Take profit ກໍສາມາດເບິ່ງໄດ້ກ່ອນຈາກພາບລວມຂອງຕະຫຼາດວ່າຈະໄປໃນທິດທາງເຊັ່ນ: TF ປະຈໍາເດືອນ, TF ປະຈໍາອາທິດ, ຫຼັງຈາກນັ້ນຄ່ອຍໆຊູມເຂົ້າໄປໃນ TF ປະຈໍາວັນ ຈົນເຖິງ TF ລາຍນາທີ ເພື່ອໃຊ້ປະກອບການໃນການຕັດສິນໃຈເປີດ Order ເຊິ່ງຈະສະຫຼຸບໃນການເລືອກໃຊ້ Time Frame ເເບບເປັນຂັ້ນຕອນຄື:

  • Time Frame ທີ່ໃຫຍ່ ໃຊ້ເພື່ອເປັນ trend ຫຼັກຂອງເຮົາ ເຊິ່ງມັນຊ່ວຍໃຫ້ເຮົາເຫັນພາບລວມທີ່ຈະເຂົ້າເທຣດ.
  • Time Frame ທີ່ນ້ອຍຖັດລົງມາ ຈະໃຊ້ເພື່ອເບິ່ງສັນຍານການຊື້ ຫຼື ຂາຍ.
  • ສ່ວນ Time Frame ທີ່ນ້ອຍທີ່ສຸດ ຈະສະເເດງ trend ນ້ອຍໆ, ຊ່ວຍໃຫ້ເຮົາຫາຈຸດເຂົ້າ ຫຼື ຈຸດອອກຈາກ trend ໄດ້ດີ.

ສຳລັບ Time Frame ທີ່ເໝາະສຳລັບນັກລົງທຶນໜ້າໃໝ່ເເມ່ນ Time Frame ລາຍຊົ່ວໂມງ (H1) , ເເຕ່ Time Frame ໃດທີ່ໃຊ້ເເລ້ວສະບາຍໃຈ ເເລະ ເຮັດກຳໄລໃຫ້ເຮົາໄດ້ຫຼາຍກວ່າເສຍ Time Frame ນັ້ນເໝາະກັບເຮົາທີ່ສຸດເເລ້ວ.

ທີ່ມາ : https://cutt.ly/Q8W68se

https://cutt.ly/F8EqrkT
https://cutt.ly/q8EqykJ
https://cutt.ly/t8Equ9v
**ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.

More Videos

Video Playlist
1/10 videos
1
bitqik Academy Live ep15
bitqik Academy Live ep15
01:04:48
2
bitqik Academy Live ep15
bitqik Academy Live ep15
3
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
01:16:04
4
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
01:23
5
Trick and Trade EP0
Trick and Trade EP0
54
6
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
01:01:46
7
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
01:06:22
8
Fiat VS Cryptocurrency 🚀
Fiat VS Cryptocurrency 🚀
48
9
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
01:01:26
10
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
42:53
About Us

bitqik INSIGHT, get our latest reports, covering all sorts of topics in the digital asset industry. From finance to economics, trends, and investment.

Services

© 2022-2023 bitqik Insight – All rights reserved.