ເມື່ອເວົ້າເຖິງສະກຸນເງິນທີ່ມີອິດທິພົນ ຈະເປັນໃຜໄປບໍ່ໄດ້ເລີຍນອກຈາກສະກຸນເງິນໂດລາຂອງສະຫາລັດອາເມຣິກາ. ທ່ານເຄີຍສັງເກດບໍ່ວ່າ ເມື່ຶອເວລາເຮັດທຸລະກິດຊື້ຂາຍລະຫວ່າງປະເທດ ຫຼື ເມື່ອເວົ້າເຖິງສິນຊັບບາງຢ່າງ ເຂົາເຈົ້າມັກຈະຕີມູນຄ່າເຫຼົ່ານັ້ນໃນຮູບເເບບຂອງເງິນໂດລາ.

ໃນມື້ນີ້ເຮົາຈະມາເວົ້າເຖິງປະຫວັດຂອງເງິນໂດລາ ທີ່ກວ່າຈະມາເງິນສະກຸນຫຼັກທີ່ໃຊ້ໃນການຄ້າຂອງໂລກ?

ຍ້ອນກັບໄປໃນຍຸກຕັ້ງເເຕ່ກ່ອນປະຫວັດສາດ “ເງິນ” ເເມ່ນສື່ກາງທີ່ໃຊ້ໃນການແລກປ່ຽນ. ແຕ່​ເງິນ​ໃນ​ຍຸກ​ນັ້ນ​ບໍ່​ແມ່ນ​​ຫຼຽນ​ ຫຼື​ ທະ​ນາ​ບັດ​ທີ່​ພວກ​ເຮົາ​ໃຊ້​ໃນ​ທຸກ​ມື້​ນີ້.

ທຳອິດຈະເປັນຄອງ​ມີ​​ຄ່າ​ເຊັ່ນ​: ຂວານຫີນ​, ສາຍ​ແຂນ​ ແລະ ​ເຄື່ອງປະດັບ, ຕໍ່ມາໄດ້ມີການພັດທະນາມາໃຊ້ເຄື່ອງປັ້ນດິນເຜົາ, ເປືອກຫອຍ, ທອງສຳລິດ, ໂລຫະ ແລະ ອື່ນໆ, ທີ່ສຳຄັນແມ່ນສາມາດເເປຮູບໄດ້ໂດຍບໍ່ສູນເສຍຄຸນຄ່າໃນຕົວ.

ເມື່ອມາຮອດຍຸກອານານິຄົມ ອານານິຄົມຕ່າງໆ ເລີ່ມປະທັບກາເຄື່ອງໝາຍຂອງຕົນເອງໃສ່ເງິນທີ່ໃຊ້ຈ່າຍສໍາລັບສິນຄ້າ, ດັ່ງນັ້ນໂລຫະທີ່ຖືກປະທັບກາ ຈຶ່ງເປັນ​ຕົ້ນ​ກໍາ​ເນີດ​ຂອງ ‘ເງິນ​ຕາ’ ໃນ​ປັດຈຸບັນ​.

ແຕ່ສິ່ງທີ່ເຮັດໃຫ້ໂລກຮູ້ຈັກກັບເງິນເຈ້ຍຄັ້ງທຳອິດແມ່ນບັນທຶກຂອງ Marco Polo, ນັກທ່ອງທ່ຽວທີ່ມີຊື່ສຽງຈາກ Venice ຜູ້​ທີ່​ຂຽນ​ບົດ​ລາຍ​ງານ​ກ່ຽວ​ກັບ​ທະ​ນາ​ບັດ​ຫຼັງ​ຈາກ​ທີ່​ມີ​ໂອ​ກາດ​ໄປ​ຢ້ຽມ​ຢາມ​ຈີນ​ໃນ​ລະ​ຫວ່າງ​ປີ ຄ.ສ 1214-1294.

ແຕ່​ທະນະບັດ​ນີ້ກໍ​ບໍ່​ໄດ້​ຖືກຍອມຮັບໃນທັນທີ ມັນໃຊ້ເວລາ 20-30 ປີ ຈົນເອີຣົບຈະນຳມາພິມອອກເປັນເງິນເຈ້ຍ ເເລ້ວກໍຖືກຍອມຮັບໃນທົ່ວໂລກໃນເວລາຕໍ່ມາ.

ໃນຊ່ວງສະໄໝສົງຄາມໂລກຄັ້ງທີ່ 1 ຫຼາຍປະເທດທີ່ເຂົ້າຮ່ວມສົງຄາມໄດ້ປະກາດການຍົກເລີກການແລກປ່ຽນເງິນຕາກັບທອງຄໍາ ​ແລະ ມີ​ນະ​ໂຍບາຍ​ຫ້າມ​ສົ່ງ​ອອກທອງ​ຄຳ​ເພື່ອ​ຮັກສາ​ຄັງ​ສຳຮອງ​ຂອງ​ປະ​ເທດ.

ໃນ​ຊ່ວງເວລາດຽວ​ກັນ​ ເສດຖະກິດຂອງປະເທດອັງກິດ ໄດ້ຮັບຜົນກະທົບຈາກສົງຄາມ. ເຮັດໃຫ້ປະຊາຊົນເລີ່ມບໍ່ເຊື່ອໃນລະບົບ Gold Standard.

ໃນເວລານັ້ນກໍມີສູນກາງທາງດ້ານການເງິນໃໝ່ໆເພີ່ມຂຶ້ນ ພ້ອມກັບການຂາດແຄນທອງຄໍາ. ໃນທີ່ສຸດກໍເຮັດໃຫ້ຕ້ອງຍົກເລີກການໃຊ້ລະບົບ Gold Standard

ແລະ ປ່ຽນມາໃຊ້ສະກຸນເງິນສຳຄັນໆ ເປັນເງິນຄັງສຳຮອງລະຫວ່າງປະເທດເເທນ.

ເມື່ອຍຸກ Gold Standard ໄດ້ຈົບລົງ, ເສດຖະກິດໂລກກໍຍັງບໍ່ສາມາດກ້າວຕໍ່ໄປໄດ້. ເນື່ອງຈາກວ່າການຄ້າລະຫວ່າງປະເທດໄດ້ເຂົ້າສູ່ສະພາວະການລົ້ມລົງຢ່າງຮ້າຍແຮງ  ເກືອບຈະ​ບໍ່​ສາ​ມາດ​ເຮັດການ​ຄ້າ​ລະຫວ່າງປະເທດໄດ້​ ເນື່ອງຈາກວ່າບໍ່ມີມາດຕະຖານລະບົບການເງິນກາງທີ່ໃຊ້ຮ່ວມກັນ

ບັນຫາດັ່ງກ່າວໄດ້ກະຕຸ້ນໃຫ້ 44 ປະເທດເສດຖະກິດໃຫຍ່ ຈັດກອງປະຊຸມຢູ່ Bretton Woods ລັດ New Hampshire ສະຫະລັດອາເມຣິກາ ໃນປີ 1944 ເພື່ອກໍານົດມາດຕະຖານທາງການເງິນຂອງໂລກໃໝ່. ຈະໃຊ້ເງິນໂດລາເປັນມາດຕະຖານໃຫມ່ພາຍໃຕ້ ‘ລະບົບ Bretton Woods’ ໄດ້ຖືກຕັ້ງຊື່ຕາມເມືອງກອງປະຊຸມ.

ໂດຍກໍານົດໃຫ້ທອງຄຳ 1 ອອນ ໃຫ້ມີຄ່າເທົ່າກັບ 35 ໂດລາ, ເຊິ່ງເອີ້ນກັນວ່າ “ລະບົບຄ່າສະເໝີພາບ”

ເຫດຜົນທີ່ເງິນໂດລາເປັນສະກຸນເງິນຫຼັກຂອງໂລກ

  • ເງິນມີີການເຄື່ອນໄຫວໄດ້ຢ່າງເສລີ ໂດຍບໍ່ຂຶ້ນກັບລັດຖະບານ
  • ຕະຫຼາດພັນທະບັດມີຂະໜາດໃຫຍ່ ແລະ ມີສະພາບຄ່ອງພໍທີ່ນັກລົງທຶນຕ່າງປະເທດຈະເຂົ້າເຖິງໄດ້.
  • ທະນາຄານກາງມີຄວາມເປັນອິດສະຫຼະໃນການດຳເນີນນະໂຍບາຍຂອງພວກເຂົາ.
  • ຖືກໃຊ້ໃນການຄ້າເປັນວົງກວ້າງ ເເລະ ໃຊ້ໃນການເຮັດທຸລະກຳທົ່ວໂລກ
  • ການຄ້າທີ່ສໍາຄັນຂອງໂລກທີ່ເປັນນໍ້າມັນ ແລະ ພະລັງງານ ມີກົດຕາຍຕົວຕ້ອງໃຊ້ເງິນໂດລາເທົ່ານັ້ນ ຫ້າມໃຊ້ເງິນສະກຸນອື່ນ ບໍ່ເວັ້ນສະເພາະແມ່ນຄໍາ
  • ມີຕະຫຼາດຮຸ້ນທີ່ເຂັ້ມແຂງທີ່ສຸດໃນໂລກ ໂດຍສະເພາະ Wall Street Market ທີ່ທຸກຄົນທົ່ວໂລກໃຫ້ຄວາມສົນໃຈໃນການລົງທຶນ

ທີ່ມາ : https://cutt.ly/48x9W1A

https://cutt.ly/o8x9THS
https://cutt.ly/e8x9UMR
**ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.

More Videos

Video Playlist
1/10 videos
1
bitqik Academy Live ep15
bitqik Academy Live ep15
01:04:48
2
bitqik Academy Live ep15
bitqik Academy Live ep15
3
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
01:16:04
4
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
01:23
5
Trick and Trade EP0
Trick and Trade EP0
54
6
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
01:01:46
7
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
01:06:22
8
Fiat VS Cryptocurrency 🚀
Fiat VS Cryptocurrency 🚀
48
9
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
01:01:26
10
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
42:53
About Us

bitqik INSIGHT, get our latest reports, covering all sorts of topics in the digital asset industry. From finance to economics, trends, and investment.

Services

© 2022-2023 bitqik Insight – All rights reserved.