Thur Hayes ຜູ້ຮ່ວມກໍ່ຕັ້ງ ແລະ ອະດີດ CEO ຂອງເວັບເທຣດ BitMEX, ໄດ້ອອກມາເຕືອນວ່າ ການປັບຖານລາຄາຂອງ Cryptocurrency ຄັ້ງໃຫຍ່ທີ່ກໍາລັງຈະມາເຖິງ, ເເຕ່ຫຼັງຈາກນັ້ນລາຄາຈະມີການເພິ່ມຂຶ້ນຢ່າງຕໍ່ເນື່ອງ.

ໃນລະຫວ່າງການໃຫ້ສໍາພາດຂອງລາຍການ Crypto Banter, Hayes ກ່າວວ່າ cryptocurrency Bitcoin ແລະ ຊັບສິນທີ່ມີຄວາມສ່ຽງອື່ນໆ ມີແນວໂນ້ມທີ່ຈະປັບຖານຄັ້່ງໃຫຍ່ໃນອະນາຄົດທີ່ໃກ້ເຂົ້າມານີ້ ເນື່ອງຈາກສະພາບຄ່ອງຈໍານວນຫຼາຍກຳລັງໄຫຼອອກຈາກຕະຫຼາດ.

ໃນ blog ທີ່ຜ່ານມາ Hayes ສັງເກດເຫັນວ່າ ສະຫະລັດມີເເນວໂນມທີ່ຈະເພີ່ມເພດານໜີ້ສິນໃນປີນີ້ ແລະ ຈະອອກພັນທະບັດຄັງເງິນມູນຄ່າ 1.1 ຫາ 1.2 ພັນຕື້ໂດລາເພື່ອສະໜອງການຂາດດຸນຂອງ FED ໃນປີ 2023, ເຊິ່ງສຳນັກງານງົບປະມານຂອງລັດຖະສະພາປະເມິນວ່າມີຄວາມໃກ້ຄຽງກັບຕົວເລກເຫຼົ່ານັ້ນ.

ໃນໂພສຂອງ Hayes ຍັງຕັ້້ງຂໍ້ສັງເກດອີກວ່າ Federal Reserve ຍັງຄົງມຸ່ງໝັ້ນທີ່ຈະຫຼຸດຜ່ອນການຖືຄອງຄັງເງິນຂອງສະຫະລັດລົງ 100 ຕື້ໂດລາຕໍ່ເດືອນ, ເຊິ່ງລາວເບິ່ງເຫັນໃນຈຸດນີ້ວ່າມັນເປັນໄພຄຸກຄາມຕໍ່ຊັບສິນທີ່ມີຄວາມສ່ຽງ ຍ້ອນວ່າມັນເຮັດໃຫ້ຕະຫຼາດຂາດສະພາບຄ່ອງທີ່ສໍາຄັນ.

ຕາມຄໍາເວົ້າຂອງລາວ, ໜີ້ສິນຂອງກະຊວງການຄັງຈະໄຫຼເຂົ້າໄປສູ່ຕະຫຼາດ, ບວກກັບການສົ່ງສັນຍານເຕືອນຂອງ Federal Reserve, ໄດ້ສ້າງສະພາບແວດລ້ອມທີ່ບໍ່ມີຄວາມແນ່ນອນ ແລະ ນັກລົງທຶນຄວນລະມັດລະວັງ. ໂດຍ Hayes ແນະນໍາໃຫ້ຜູ້ອ່ານຂອງລາວຕິດຕາມຕະຫຼາດຢ່າງໃກ້ຊິດ ແລະ ກຽມພ້ອມຮັບມືຢູ່ຕະຫຼອດເວລາ.

ເຂົາກ່າວວ່າບັນຊີ Treasury General Account (TGA) ແມ່ນຕົວຊີ້ວັດທີ່ສໍາຄັນທີ່ຕ້ອງຈັບຕາເບິ່ງ. ເນື່ອງຈາກສິ່ງນີ້​ຈະສົ່ງ​ສັນຍານ​ເຕືອນ​ເມື່ອ​ລັດຖະບານ​ໃຊ້ງົບດຸນເງິນສົດຈົນໝົດ ແລະ ​ເຂົ້າ​ໃກ້​ເພດານ​ໜີ້​ສິນ.

ທີ່ມາ : https://cutt.ly/m8j9nzn

**ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.

More Videos

Video Playlist
1/10 videos
1
bitqik Academy Live ep15
bitqik Academy Live ep15
01:04:48
2
bitqik Academy Live ep15
bitqik Academy Live ep15
3
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
01:16:04
4
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
01:23
5
Trick and Trade EP0
Trick and Trade EP0
54
6
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
01:01:46
7
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
01:06:22
8
Fiat VS Cryptocurrency 🚀
Fiat VS Cryptocurrency 🚀
48
9
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
01:01:26
10
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
42:53
About Us

bitqik INSIGHT, get our latest reports, covering all sorts of topics in the digital asset industry. From finance to economics, trends, and investment.

Services

© 2022-2023 bitqik Insight – All rights reserved.