ຕຸຣເຄຍ (Turkiye) ຫຼື ທີ່ຮູ້ຈັກກັນດີກ່ອນປ່ຽນຊື່ປະເທດແມ່ນປະເທດຕຸຣະກີ ເເມ່ນປະເທດທີ່ມີປະຫວັດສາດທີ່ຍາວນານຫຼາຍພັນປີ, ໂດຍສະສົມຮາກຖານຂອງອາລິຍະທໍາມາຕັ້ງເເຕ່ສະໄໝອານາຈັກ Byzantine ແລະ Ottoman ທີ່ຍິ່ງໃຫຍ່.

ພູມສາດຂອງຕຸຣເຄຍຖືເປັນຈຸດຍຸດທະສາດທີ່ດີເລີດ ໂດຍຕັ້່ງຢູ່ລະຫວ່າງກາງຂອງ ເອີຣົບ ແລະ ອາຊີ, ເຊິ່ງມີສາຍາວ່າດິນແດນຂອງສອງທະວີບ. ເນື່ອງຈາກມີທີ່ຕັ້ງທີ່ດີ ຖືໄດ້ວ່າເປັນທຳເລທອງ, George Friedman ຜູ້ກໍ່ຕັ້ງ Stratford ເຄີຍກ່າວວ່າ ຕຸຣເຄີຍສາມາດຂຶ້ນມາເປັນປະເທດມະຫາອໍານາດຂອງໂລກໄດ້. ຖ້າ​ຫາກ​ນະ​ໂຍ​ບາຍ​ດ້ານ​ເສດ​ຖະ​ກິດ​ ແລະ​ ການ​ເມືອງ​ຖືກນຳມາໃຊ້ໃຫ້ຖືກທີ່ຖືກທາງ ເພື່ອສ້າງພັນທະມິດກັບປະເທດອ້ອມຂ້າງ.

ແຕ່ຫຼັງຈາກນັ້ນ ເສດຖະກິດທີ່ເບິ່ງຄືວ່າຈະດໍາເນີນໄດ້ດີໃນທົດສະວັດທີ່ຜ່ານມາ ມັນໄດ້ຂະຫຍາຍຕົວຢູ່ໃນພື້ນຖານທີ່ອ່ອນແອ ຮອຍແຕກທີ່ເຄີຍຖືກເຊື່ອງໄວ້ເລີ່ມປາກົດຢ່າງຈະແຈ້ງ.

ໃນປັດຈຸບັນ ຕຸຣເຄຍໄດ້ກາຍມາເປັນປະເທດໜຶ່ງທີ່ກຳລັງປະສົບບັນຫາທາງດ້ານເສດຖະກິດ ແລະ ມີອັດຕາເງິນເຟີ້ທີ່ສູງເປັນອັນດັບຕົ້ນໆທີ່ຂອງໂລກ ເປັນຜົນມາຈາກນະໂຍບາຍສວນທາງກະເເສໂລກ ຂອງ Recep Tayyip Erdogan ປະທານາທິບໍດີຕຸຣເຄຍ.

ວິ​ກິດ​ການ​ເສດ​ຖະ​ກິດ​ທີ່ເກີດຂຶ້ນໃນຕຸຣເຄຍກາຍເປັນທີ່ເປັນສົນໃຈຂອງທົ່ວ​ໂລກ, ທັງ​ໃນ​ດ້ານ​ການ​ເມືອງ​​ລະຫວ່າງ​ສະຫະລັດກັບຕຸຣເຄຍ, ສະຖຽນລະພາບທາງດ້ານການເມືອງໃນປະເທດເຖິງເເມ່ນວ່າການເລືອກຕັ້ງຈະຜ່ານມາໄດ້ບໍ່ດົນ ລວມເຖິງຄວາມກັງວົນວ່າວິກິດການນີ້ຈະລະບາດລຸກລາມໄປສູ່ປະເທດອື່ນໆ.

ຕຸຣເຄຍໄດ້ປະເຊີນກັບວິກິດການເສດຖະກິດມາເເລ້ວຫຼາຍຄັ້ງ ​ແຕ່​ເຫດການ​ທີ່​ຮ້າຍ​ແຮງ​ທີ່​ສຸດ​ເກີດ​ຂຶ້ນ​ໃນ​ປີ 1999-2001​. ວິ​ກິດ​ການ​ດັ່ງ​ກ່າວ​ແມ່ນ​ສາ​ເຫດ​ຂອງ​ການ​ປະ​ຕິ​ຮູບ​ເສດ​ຖະ​ກິດ​ຄັ້ງ​ໃຫຍ່ ​ນຳໂດຍ​ Kemel Dervis ອະ​ດີດ​ນັກ​ເສດ​ຖະ​ສາດ​ທະ​ນາ​ຄານ​ໂລກ​ທີ່​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ເປັນ​ລັດ​ຖະ​ມົນ​ຕີ​ເສດ​ຖະ​ກິດ.

ພາຍໃຕ້ການຊ່ວຍເຫຼືອດ້ານການເງິນຈາກກອງທຶນການເງິນສາກົນ ຫຼື IMF ວິທີ​ການ​ປະຕິ​ຮູບ​ຂອງ​ທ່ານ Kemel ​ແມ່ນ​ການປ່ອຍໃຫ້ເງິນ lira ເຄື່ອນໄຫວໄປຕາມການຊື້ຂາຍໃນຕະຫຼາດ. ການໃຫ້ທະນາຄານກາງເປັນອິດສະຫຼະຈາກລັດຖະບານ ​ແລະ ​ສຸມ​ໃສ່​ການຮັກສາສະຖຽນ​ລະ​ພາບ​ດ້ານ​ເສດຖະກິດ​ຫຼາຍກ່ວາ​ການ​ເຕີບ​ໂຕ, ລວມທັງການອອກກົດໝາຍກ່ຽວກັບນະໂຍບາຍການເງິນເພື່ອຄວບຄຸມການໃຊ້ຈ່າຍຂອງລັດຖະບານຢ່າງເຂັ້ມງວດ ແລະ ມີຄວາມໂປ່ງໃສຂຶ້ນ.

ເພື່ອບໍ່ໃຫ້ສະຖາບັນການເງິນລົ້ມສະຫຼາຍ ລັດຖະບານໄດ້ເຂົ້າມາຄວບຄຸມການເຄື່ອນໄຫວທີ່ສຳຄັນຂອງທະນາຄານ, ເຊິ່ງນໍາໄປສູ່ການການສືບສວນການສໍ້ໂກງ ເເລະ ໄດ້ລົງໂທດຜູ້ບໍລິຫານລະດັບສູງຂອງທະນາຄານຈຳນວນຫຼາຍ. ນີ້ເຮັດໃຫ້ຄວາມເຊື່ອໝັ້ນຂອງປະຊາຊົນກັບຄືນມາຕໍ່ສະຖາບັນການເງິນອີກຄັ້ງ.

ເສດຖະກິດ​ທີ່​ເຕີບ​ໂຕ​ມາ​ເປັນ​ເວລາ​ໜຶ່ງ​ທົດ​ສະ​ວັດ ສົ່ງຜົນໃຫ້ຕຸຣເຄຍກາຍ​ເປັນ​ປະ​ເທດ​ເສດຖະກິດ​ທີ່ມີຂະໜາດໃຫຍ່​ເປັນອັນ​ດັບ 17 ​ຂອງ​ໂລກ, ໂດຍລວມມີ​ຜະລິດ​ຕະພັນ​ພາຍ​ໃນ​ປະເທດ ຕໍ່​ຫົວຄົນ​ເພີ່ມ​ຂຶ້ນ​ເປັນ 11.000 ໂດລາ. ສະເລ່ຍຕໍ່ຄົນຢູ່ໃນປະເທດສາມາດສ້າງລາຍໄດ້ສູງຢູ່ທີ່ 12,056 ໂດລາ ຕໍ່ຫົວຄົນຕໍ່ປີ.

ໃນເວລາທີ່ທຸກສິ່ງກຳລັງໄປດ້ວຍດີ ທຸກຄົນຕ່າງກໍດີໃຈ, ລັດ​ຖະ​ບານ​ກໍຈັດງານສະ​ເຫຼີມ​ສະ​ຫຼອງ​ການ​ຂຶ້ນ​ເປັນ​ປະ​ເທດ​ທີ່​ມີ​ລາຍ​ໄດ້​ສູງ ແຕ່ບໍ່ມີໃຜສັງເກດເຫັນຮອຍແຕກທີ່ເຊື່ອງໄວ້ນີ້. ທ່ານ Dani Rodrik ນັກ​ເສດຖະສາດ​ທີ່​ມີ​ຊື່​ສຽງ​ໄດ້ວິຈານກ່ຽວກັບການ​ເຕີບ​ໂຕ​ທາງ​ເສດຖະກິດ​ຂອງ​ຕຸຣເຄຍ​ໃນ​ປີ 2015 ວ່າຄວາມ​ຈິງ​ແລ້ວ, ການ​ເຕີບ​ໂຕ​ທາງ​ເສດຖະກິດ​ຂອງຕຸຣເຄຍ​ແຕ່​ປີ 2002 ຫາ​ປີ 2014 ​ແມ່ນ​ບໍ່​ສູງ​ກວ່າ​ແຕ່​ປະ​ເທດ​ກຳລັງ​ພັດທະນາ​ອື່ນໆ, ​ເສດຖະກິດ​ຕຸຣເຄຍ​ໃນ​ປີ 2014 ​ເມື່ອ​ທຽບ​ໃສ່​ປີ 2002 ທີ່​ເລີ່​ມປະຕິ​ຮູບ ຂະຫຍາຍຕົວພຽງແຕ່ 50 ສ່ວນຮ້ອຍ, ເຊິ່ງໃກ້ຄຽງກັບປະເທດທີ່ກໍາລັງພັດທະນາອື່ນໆ.  

ເສດຖະກິດຕຸຣເຄຍຍັງຕ້ອງການຊ່ວຍເຫຼືອຈາກເງິນທຶນຕ່າງປະເທດ ໂດຍສະເພາະການກູ້ຢືມຂອງພາກເອກະຊົນ ແກນຕັ້ງສະແດງໃຫ້ເຫັນຍອດເງິນໃນບັນຊີປະຈຸບັນເປັນເປີເຊັນຂອງລວມຍອດຜະລິດຕະພັນພາຍໃນປະເທດ (Current Account to GDP), ເຊິ່ງສະແດງເຖິງຈໍານວນເງິນລົງທຶນສຸດທິທີ່ໄຫຼເຂົ້າ ແລະ ອອກຈາກປະເທດ. ຖ້າຕົວເລກຕິດລົບ ໝາຍ​ຄວາມ​ວ່າ​ມີ​ເງິນທຶນ​ເຂົ້າ​ປະ​ເທດ​ຫຼາຍ​ກວ່າ​ທຶນ​ພາຍ​ໃນ​ທີ່​ອອກ​ໄປ​ລົງທຶນ, ສ່ວນຫຼາຍແມ່ນມາຈາກເອີຣົບນັ້ນເອງ. ໃນຂະນະທີ່ແກນນອນສະແດງໃຫ້ເຫັນການເຕີບໂຕຂອງ GDP ພາຍໃນປະເທດຕໍ່ຫົວຄົນ (GDP per capita growth), ເມື່ອພວກເຮົາແຕ້ມເສັ້ນການພົວພັນ (ສີແດງ), ກໍຈະເຫັນການພົວພັນທີ່ກົງກັນຂ້າມຂອງຕົວຊີ້ວັດທັງສອງ ນັ້ນແມ່ນຊ່ວງເວລາທີ່ເສດຖະກິດຕຸຣເຄຍຂະຫຍາຍຕົວດີ, ການຂາດດຸນບັນຊີກະແສລາຍວັນ ແລະ ການກູ້ຢືມຈາກຕ່າງປະເທດສູງຂຶ້ນ.

ການປ່ຽນເເປງທີ່ຫຼຸດລົງຫຼັງຈາກປີ 2005 ແມ່ນຢູ່ທີ່ 4.5% (ຂອງ GDP). ນີ້​ແມ່ນ​ການ​ປ່ຽນ​ແປງ​ທາງ​ລົບ​ອັນ​ໃຫຍ່​ຫຼວງ, ສະ​ແດງ​ໃຫ້​ເຫັນ​ການ​ປະຢັດ​ພາຍ​ໃນ​ປະ​ເທດ​ທີ່​ຫຼຸດລົງ ​ແລະ​ ການ​ເພິ່ງພາທີ່ເພິ່ມຂຶ້ນ​ຂອງ AKP ສ່ວນຕ່າງຂອງເເຫຼ່ງ​ເງິນທຶນ​ຈາກ​ພາຍ​ນອກ.

ໃນຊ່ວງປີ 1980 ແລະ 1990, ມີກະແສຄວາມຄິດທີ່ເອີ້ນວ່າຄໍາສອນຂອງ Lawson ເຊິ່ງກ່າວວ່າ ພວກເຮົາບໍ່ຄວນກັງວົນກ່ຽວກັບການຂາດດຸນພາຍນອກທີ່ເປັນຜົນມາຈາກການຕັດສິນໃຈໃນການອົດອອມ ແລະ ການລົງທຶນຂອງພາກເອກະຊົນ. ບັນດານັກເສດຖະສາດທີ່ບໍ່ເຊື່ອເລື່ອງນີ້ອີກຕໍ່ໄປ ເມື່ອຄຳນຶງເຖິງຜົນທີ່ຕາມມາຂອງລະບົບຄວາມໂງ່ຈ້າຂອງພາກເອກະຊົນ. ວິກິດການໜີ້ສິນຂອງພາກເອກະຊົນມີເເນວທາງທີ່ຈະຖ່ວງດຶງເສດຖະກິດທັງໝົດ ແລະ ຜົນທີ່ຕາມກໍຄື ໜີ້ສິນພາກເອກະຊົນທີ່ບໍ່ສາມາດຈັດການໄດ້ ຫັນເຂົ້າສູ່ການຫາງົບດຸນຈາກສາທາລະນະເເທນ.

ສິ່ງສຳຄັນທີ່ສຸດແມ່ນລັດຖະບານ AKP ບໍ່ໄດ້ມີການປ່ຽນແປງພື້ນຖານໃດໆໃນຍຸດທະສາດເສດຖະກິດ ພຽງແຕ່ເຮັດໃຫ້ປະຊານິຍົມເສດຖະກິດມະຫາພາກແບບດັ້ງເດີມຂອງຕຸຣເຄຍທີ່ປັບປຸງໃຫ້ທັນສະໄໝຂຶ້ນ, ໂດຍອີງໃສ່ຕະຫຼາດທຶນຈາກຕ່າງປະເທດຫຼາຍຂຶ້ນ ແລະ ສົ່ງເສີມການໃຊ້ຈ່າຍພາກເອກະຊົນ. ການປ່ຽນເເປງເຫຼົ່ານີ້ບໍ່ໄດ້ເຮັດໃຫ້ການເຕີບໂຕຂອງເສດຖະກິດຕຸຣເຄຍດີຂຶ້ນເລີຍ.

ປະຈຸ​ບັນ, ຕຸຣເຄຍປະ​ເຊີນ​ໜ້າ​ກັບ​ວິ​ກິດ​ການ​ເງິນ​ເຟີ້​ສູງ​ເຖິງ 85,5%, ​ເງິນ​ lira ​ຂອງຕຸຣເຄຍ​ອ່ອນຄ່າລົງຢ່າງຕໍ່ເນື່ອງ. ນີ້ແມ່ນຜົນມາຈາກນະໂຍບາຍການສວນທາງທີ່ໄດ້ກົດດັນທະນາຄານກາງຂອງຕຸຣເຄຍຫຼຸດອັດຕາດອກເບ້ຍ ຂອງປະທານາທິບໍດີ Erdogan.

ຕອນນີ້ຕຸລະກີຕົກຢູ່ໃນສະພາວະທີ່ບໍ່ມີພັນທະມິດ ຄວາມບໍ່ໝັ້ນຄົງທາງດ້ານການເມືອງ ປະຊາຊົນສູນເສຍຄວາມເຊື່ອໝັ້ນໃນລັດຖະບານ. ​ໃນ​ຂະນະ​ນັ້ນ, ວິ​ກິດ​ການ​ເງິນ​ເຟີ້​ຍັງ​ສືບ​ຕໍ່​ເພີ່ມ​ຂຶ້ນ​ໃນ​ທ່າມກາງ​ສົງຄາມ ​ແລະ ພະຍາດ​ລະບາດ​ທີ່​ຍັງ​ບໍ່​ທັນ​ສິ້ນ​ສຸດ​ລົງ.

ທີ່ມາ : https://cutt.ly/F93Pdwf   

https://cutt.ly/e93PlpX
https://cutt.ly/893PvVt
https://cutt.ly/j95f0OL
**ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.

More Videos

Video Playlist
1/10 videos
1
bitqik Academy Live ep15
bitqik Academy Live ep15
01:04:48
2
bitqik Academy Live ep15
bitqik Academy Live ep15
3
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
01:16:04
4
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
01:23
5
Trick and Trade EP0
Trick and Trade EP0
54
6
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
01:01:46
7
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
01:06:22
8
Fiat VS Cryptocurrency 🚀
Fiat VS Cryptocurrency 🚀
48
9
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
01:01:26
10
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
42:53
About Us

bitqik INSIGHT, get our latest reports, covering all sorts of topics in the digital asset industry. From finance to economics, trends, and investment.

Services

© 2022-2023 bitqik Insight – All rights reserved.