ນັກລົງທຶນໃນຕະຫຼາດຄຣິບໂຕນັ້ນຮູ້ຈັກເທັກໂນໂລຢີ Blockchain ເປັນຢ່າງດີ ໃນຖານະລະບົບຫຼັງບ້ານຂອງ ຄຣິບໂຕ ແລະ ເປັນເທັກໂນໂລຢີທີ່ ມັກຈະຖືກເວົ້າເຖິງຢູ່ສະເໝີວ່າເປັນລະບົບທີ່ມີຄວາມປອດໄພ ແລະ ໂປ່ງໃສ. ແຕ່ເຄືອຄ່າຍ Blockchain ນັ້ນມີກົນໄກການເຮັດວຽກເບື້ອງຫຼັງ ທີ່ເຮັດໃຫ້ທັງເຄືອຄ່າຍສາມາດຮັບຮອງຄວາມຖືກຕ້ອງຮ່ວມກັນໄດ້ເມື່ອເກີດຂໍ້ມູນທຸລະກຳຊຸດໃໝ່ ກົນໄກດັ່ງກ່າວເອີ້ນວ່າ “Consensus Algorithm” ນັບເປັນປັດໄຈສຳຄັນທີ່ເຮັດໃຫ້ Blockchain ສາມາດຮັກສາຄວາມປອດໄພ ໂປ່ງໃສ ແລະ ໜ້າເຊື່ອຖື ເອົາໄວ້ໄດ້.

ເຊິ່ງການກວດສອບຂໍ້ມູນໃນ Blockchain ນັ້ນມີກົນໄກຫຼາຍຮູບແບບ ບໍ່ວ່າຈະເປັນ Proof of Work (PoW); Proof of Stake (PoS) ແລະ Proof of Authority (PoA).

ສ່ວນມື້ນີ້ເຮົາຈະພາໄປຮູ້ຈັກກຳໜຶ່ງໃນກົນໄກກວດໃນການກວດສອບຂໍ້ມູນໃນ Blockchain ນັ້ນກໍຄື Proof of Authority (PoA) ເຊິ່ງອະທິບາຍງ່າຍໆກໍຄື ກົນໄກທີ່ໃຊ້ຊື່ສຽງຂອງຜູ້ກວດສອບ (Validator Node) ເພື່ອສະແດງໃຫ້ເຫັນເຖິງຄວາມໜ້າເຊື່ອຖືຂອງລະບົບ. ດັ່ງນັ້ນ Node ທີ່ຈະເຮັດໜ້າທີ່ກວດສອບຄວາມຖືກຕ້ອງຂອງທຸລະກຳ ຈຳເປັນຕ້ອງ ເປີດເຜີຍຕົວຕົນ ວ່າແມ່ນໃຜ ຫຼື ອົງກອນໃດ.

ເຊິ່ງ Blockchain ເປັນເຄືອຄ່າຍທີ່ສາມາດກວດສອບໄດ້ຢ້ອນຫຼັງວ່າທຸລະກຳທີ່ໄດ້ຮັບການຍືນຍັນໄປນັ້ ໃຜເປັນຜູ້ຍືນຍັນ ແລະ ເປັນໄປຢ່າງສຸດຈະລິດ ຫຼືບໍ່ ຫາກກວດສອບຢ້ອນຫຼັງ ແລ້ວພົບການສໍ້ໂກງ ຫຼື ຂໍ້ຜິດພາດ ຜູ້ທີ່ຍືນຍັນກໍຈະສຽງຊື່ສຽງໄປນຳ.

        ທັງນີ້ການທີ່ຈະມາເປັນ Validator Node ໃນກົນໄກນີ້ໄດ້ນັ້ນຈຳ ເປັນຕ້ອງໄດ້ຮັບຄວາມຍິນຍອມເຫັນດີຈາກ ເຫຼົ່າ Validator ຄົນອື່ນໆ ໃນເຄືອຄ່າຍເສຍກ່ອນ ເຊິ່ງລວມເຖິງການປົດອອກຈາກການເປັນ Validator ກໍຕ້ອງໄດ້ຮັບຄວາມຍິນຍອມຈາກ Validator ຄົນອື່ນໆເຊັ່ນດຽວກັນ.

        ໂດຍແນວຄິດຂອງ Proof of Authority ເກີດຂຶ້ນມາໃນປີ 2017 ໂດຍ Gavin Wood ຜູ້ຮ່ວກໍ່ຕັ້ງ Ethereum ແລະ ຜູ້ກໍ່ຕັ້ງ Polkadot. ຕົວຢ່າງຂອງ Blockchain ທີ່ໃຊ້ລະບົບ Proof of Authority ໄດ້ແກ່ Microsoft Azure, Kovan ແລະ VeChainThor ເປັນຕົ້ນ

        ເຊິ່ງຂໍ້ດີ ແລະ ໄດ້ປຽບຂອງລະບົບ Proof of Authority ກໍຄື Blockchain ແບບ Proof of Authority ກໍຄືຈໍານວນ Node ທີ່ບໍ່ຫຼາຍຈົນເກີນໄປ ດັ່ງນັ້ນຈຶ່ງມີຄວາມໄວໃນການກວດສອບທຸລະກຳ ເຊິ່ງຂໍ້ດີກໍຄື ມີຄວາມໜ້າເຊື່ອຖືສູງ; ປະຫຍັດພະລັງງານໃນການກວດສອບ ແລະ ຍືນຍັນທຸກລະກຳ; ມີຄວາມສາມາດໃນການຂະຫຍາຍເຄືອຄ່າຍ ແລະ ສາມາດກວດສອບທຸລະກຳຢ້ອນຫຼັງໄດ້.

        ແຕ່ຢ່າງໃດກໍຕາມເຖິງແມ່ນວ່າລະບົບນີ້ຈະມີຂໍ້ໄດ້ປຽບໃນເລື່ອງຂອງຄວາມໄວໃນການກວດສອບທຸລະກຳ ແລະ ຄວາມໂປ່ງໃສຂອງຜູ້ກວດສອບ ແຕ່ລະບົບດັ່ງກ່າວມັກຈະບໍ່ໄດ້ຮັບການຍອມຮັບວ່າເປັນ Decentralized ປານໃດ ແຕ່ກັບຖືກເບິ່ງວ່າເປັນການພັດທະນາສັກກະຍະພາບຂອງລະບົບແບບ Centralized ໃຫ້ສູງຂຶ້ນຫຼາຍກວ່າ

        ສະຫຼຸບກໍຄືລະບົບ Proof of Authority ກໍຄືການເດີມພັນດ້ວຍຊື່ສຽງຂອງອົງກອນ ຫຼື ໜ່ວຍງານຕ່າງໆ ທີ່ຈະປະຕິບັດໜ້າທີ່ດ້ວຍຄວາມຊື່ສັດ ເພື່ອໃຫ້ເຄືອຄ່າຍມຮຄວາມໜ້າເຊື່ອຖືສູງ ແລະ ໄດ້ຮັບຄວາມເຊື່ອໝັ້ນຈາກຜູ້ໃຊ້ງານ.

** ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.


Follow our channels for more updates:

Website: www.bitqik.com
bitqik Suport :  https://support.bitqik.com/
bitqik Insight: https://insight.bitqik.com/
Facebook: https://www.facebook.com/bitqik/
Tiktok: https://vt.tiktok.com/ZSdT86ut3/
Youtube :ps:/www.youtube.com/channel/UC2wf6B1zII-2jPtVfwmKvoA
Instagram : https://www.instagram.com/bitqikofficial/
Twitter : https://twitter.com/bitqikofficial
Facebook Academy: https://www.facebook.com/profile.php?id=100086347500753

bitqik #bitcoin #cryptocurrency#Laos

**ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.

More Videos

Video Playlist
1/10 videos
1
bitqik Academy Live ep15
bitqik Academy Live ep15
01:04:48
2
bitqik Academy Live ep15
bitqik Academy Live ep15
3
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
01:16:04
4
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
01:23
5
Trick and Trade EP0
Trick and Trade EP0
54
6
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
01:01:46
7
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
01:06:22
8
Fiat VS Cryptocurrency 🚀
Fiat VS Cryptocurrency 🚀
48
9
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
01:01:26
10
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
42:53
About Us

bitqik INSIGHT, get our latest reports, covering all sorts of topics in the digital asset industry. From finance to economics, trends, and investment.

Services

© 2022-2023 bitqik Insight – All rights reserved.