ການນຳໃຊ້ພະລັງງານຂອງ Bitcoin (BTC) ແມ່ນເພີ່ມຂຶ້ນ 41% ໃນປີຕໍ່ປີ (YoY), ເຖິງວ່າຈະມີການປັບປຸງປະສິດທິພາບພະລັງງານແລະການປະສົມປະສານພະລັງງານທີ່ຫລາກຫລາຍແລະຍາວນານ ​ແຕ່​ກໍຍັງມີ​ຄວາມ​ເປັນ​ກັງວົນ​ທີ່​ວ່າ​ການ​ເພີ່ມ​ຂຶ້ນ​ນີ້ອາດເຮັດໃຫ້ໜ່ວຍງານກວດກາເຂົ້າມາຄວບຄຸມການຂຸດບໍ່ເເຮ່.

ຂໍ້ມູນຈາກບົດລາຍງານ Q3 2022 ໂດຍ Bitcoin Mining Council (BMC), ເຊິ່ງເປັນຕົວແທນຂອງ  ບໍລິສັດຂຸດຄົ້ນ Bitcoin ທີ່ໃຫຍ່ທີ່ສຸດໃນ 51 ເເຫ່ງຂອງໂລກ, ພົບວ່າການຂຸດຄົ້ນ Bitcoin ໃຊ້ພະລັງງານພຽງແຕ່ 0.16% ຂອງອັດຕາການຜະລິດພະລັງງານທົ່ວໂລກ. ເຊິ່ງໜ້ອຍກວ່າພະລັງງານທີ່ໃຊ້ໂດຍເກມຄອມພິວເຕີເລັກນ້ອຍ ແລະປະລິມານດັ່ງກ່າວຖືກວ່າເປັນ “ປະລິມານພະລັງງານທົ່ວໂລກທີ່ບໍ່ຄ່ອຍສຳຄັນ” . ທັງນີ້ການຂຸດຄົ້ນ Bitcoin ຍັງປ່ອຍກາສຄາບອນ 0.10% ຂອງໂລກ, ເຊິ່ງ BMC ຖືວ່າ “ບໍ່ສໍາຄັນ”.

ການເພີ່ມຂຶ້ນຂອງການໃຊ້ພະລັງງານຂອງ Bitcoin ແມ່ນເນື່ອງມາຈາກອັດຕາ hash ຂອງເຄືອຂ່າຍທີ່ເພີ່ມຂຶ້ນ 8.34% ໃນໄຕມາດທີ3 ປີ 2022 ແລະ 73% YoY, ເຖິງວ່າຈະມີການສ້າງ blog ນ້ອຍລົງພ້ອມກັບລາຄາທີ່ຫຼຸດລົງ.

ບໍລິສັດວິເຄາະຂໍ້ມູນ Blockchain Glassnode ເຊື່ອວ່າ “ການເພີ່ມຂຶ້ນຂອງອັດຕາ hash ນັ້ນເເມ່ນເກີດຈາກການທີ່ hardware ຂຸດໄດ້ຢ່າງມີປະສິດທິພາບກັບມາອອນໄລນ໌ອີກຄັ້ງ. ໃນ​ຂະ​ນະ​ດຽວ​ກັນ ປະສິດທີ່ພາບການຂຸດ Bitcoin ທີ່ເພີ່ມຂື້ນ 23% YOY ແລະ 5,814% ໃນຊ່ວງ 8 ປີທີ່ຜ່ານມາ, ເຊັ່ນດຽວກັນກັບການເພີ່ມຂຶ້ນຂອງການໃຊ້ພະລັງງານໂດຍລວມ, ອາດຈະກະຕຸ້ນໃຫ້ໜ່ວຍງານກວດກາເຂົ້າມາກວດສອບບັນຫານີ້.”

ນັກຂຸດ Bitcoin ຖືກກົດດັນຢ່າງຫນັກໂດຍນັກອະນຸລັກສິ່ງແວດລ້ອມ, ໂດຍອ້າງວ່າການໃຊ້ພະລັງງານເປັນອັນຕະລາຍຕໍ່ສິ່ງແວດລ້ອມ. ຊຸມຊົນອະນຸລັກສິ່ງແວດລ້ອມ Greenpeace ກໍາລັງດໍາເນີນໂຄງການລົນນະລົງ “change the code not the climate” ເພື່ອກະຕຸ້ນໃຫ້ເຄືອຂ່າຍ Bitcoin ປ່ຽນໄປໃຊ້Proof-of-Stake (PoS). ຢ່າງໃດກໍຕາມ, ບັນຊີ ທາງການມີຜູ້ຕິດຕາມມາພຽງແຕ່ 1,100 ຄົນຈົນຮອດຕອນນີ້.

ໃນວັນທີ 18 ເດືອນຕຸລາ, ສະຫະພາບເອີຣົບໄດ້ເຜີຍແຜ່ເອກະສານສຸຫຼຸບເເຜນປະຕິບັດການເພື່ອດຳເນີນການຕາມເເຜນທີ່ European Green Deal ເເລະ REPowerEU ໂດຍທັງສອງເເຜນການນີ້ກໍເພື່ອຕິດຕາມການຂຸດ Crypto ເເລະ ຜົນກະທົບຕໍ່ສິ່ງແວດລ້ອມຢ່າງໃກ້ຊິດ.

European Blockchain Observatory and Forum (EUBOG) ຍັງສະເຫນີໃຫ້ ສະຫະພາບເອີຣົບໃຊ້ມາດຕະການຫຼຸດຜ່ອນ ເພື່ອຫຼຸດຜ່ອນຜົນກະທົບທາງລົບຕໍ່ສະພາບອາກາດທີ່ເກີດຈາກຂະແຫນງສິນຊັບດິຈິຕອນ.

ທີ່ມາ : https://cutt.ly/tBNY3Db

**ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.

ຊ່ອງທາງການຕິດຕໍ່:
Website: www.bitqik.com
bitqik Suport : https://support.bitqik.com/
Facebook: https://www.facebook.com/bitqik/
bitqik Academy : https://www.facebook.com/profile.php?id=100086347500753
bitqik Insight : https://insight.bitqik.com/
Tiktok: https://vt.tiktok.com/ZSdT86ut3/
Youtube : https://www.youtube.com/channel/UC2wf6B1zII-2jPtVfwmKvoA
Instagram : https://www.instagram.com/bitqikofficial/
Twitter : https://twitter.com/bitqikofficial

bitqik #bitcoin #bitqik #bitqikacademy #cryptocurrency #blockchain

**ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.

More Videos

Video Playlist
1/10 videos
1
bitqik Academy Live ep15
bitqik Academy Live ep15
01:04:48
2
bitqik Academy Live ep15
bitqik Academy Live ep15
3
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
01:16:04
4
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
01:23
5
Trick and Trade EP0
Trick and Trade EP0
54
6
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
01:01:46
7
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
01:06:22
8
Fiat VS Cryptocurrency 🚀
Fiat VS Cryptocurrency 🚀
48
9
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
01:01:26
10
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
42:53
About Us

bitqik INSIGHT, get our latest reports, covering all sorts of topics in the digital asset industry. From finance to economics, trends, and investment.

Services

© 2022-2023 bitqik Insight – All rights reserved.