Rug Pull ເປັນອີກຄໍາທີ່ນິຍົມໄດ້ຍິນໃນໂລກຂອງ DeFi (Decentralized Finance) ຍ້ອນວ່າຂ່າວກ່ຽວກັບ Rug Pull ໃນເວທີຕ່າງໆໄດ້ເຮັດໃຫ້ເກີດຄວາມເສຍຫາຍຢ່າງຫຼວງຫຼາຍຕໍ່ນັກລົງທຶນ. ສະນັ້ນມື້ນີ້ເຮົາຈະພາໄປຮູ້ຈັກກັນວ່າ Rug Pull ແມ່ນຫຍັງ.

Rug Pull ມາຈາກສອງຄໍາ: Rug ຊຶ່ງຫມາຍຄວາມວ່າ ” ພົມ ” ແລະ Pull ຊຶ່ງຫມາຍຄວາມວ່າ “ດຶງ” Rug ແມ່ນເວທີໃນໂລກ DeFi ທີ່ນັກລົງທຶນເອົາເງິນຂອງເຂົາເຈົ້າເຂົ້າໄປໃນລະບົບແລ້ວຫຼັງຈາກນັ້ນ, ຜູ້ໃດຜູ້ຫນຶ່ງຖອນເງິນຈາກລະບົບ.

ເອົາຕົວຢ່າງ Rug Pull ໃນຮູບແບບການດືງ Liquidity ອອກຈາກ Pool ຫຼື LP (Liquidity Pool) ການຖອນເງິນ. ວິທີການນີ້ແມ່ນ ເເພລັດຟອມຈະມີກອງທຶນຫຼື Liquidity Pool ແລະ ມີ tokens ທີ່ທາງເເພັດຟອມໄດ້ສ້າງຂຶ້ນ. ຍົກ​ຕົວ​ຢ່າງເຊັ່ນ ມີ XYZ tokens ໃນກອງທຶນ ແລະມີຫຼຽນອື່ນໆເຊັ່ນດຽວກັນ ຕົວຢ່າງ XYZ-USDT.

ໂດຍເຈົ້າຂອງເເພລັດຟອມຈະເຮັດໃຫ້ເເພລັດຟອມຕົວມັນເອງເປັນທີ່ນ່າສົນໃຈເເລ້ວດຶງດູດນັກລົງທຶນໃຫ້ຊື້ຫຼຽນຫຼື tokens ຂອງເເພັດຟອມໃນທີ່ນີ້ແມ່ນ XYZ token ແລະເມື່ອນັກລົງທຶນຫຼາຍຄົນເຂົ້າມາໃນເເພລັດຟອມເປັນຈຳນວນຫຼາຍ. ນັ້ນຫມາຍຄວາມວ່າຈະມີ USDT ຫຼາຍໃນກອງທຶນແລະລາຄາຂອງ XYZ Coin ຈະເພີ່ມຂຶ້ນ.

ເເລ້ວເຈົ້າຂອງເວທີຈະຄ່ອຍໆທະຍອຍຂາຍ tokens XYZ ທີ່ພວກເຂົາຖື ແລະຫຼັງຈາກນັ້ນ, ກໍຈະເຮັດການຖອນ USDT ຈາກເເພລັດຟອມ ເພື່ອປະກາດການ Rug Pull ຢ່າງເປັນທາງການ.

ເມື່ອນັກລົງທຶນຮູ້ວ່າໄດ້ເກີດການ Rug Pull ຂື້ນ , XYZ tokens ທີ່ນັກລົງທຶນຖືຢູ່ນັ້ນບໍ່ສາມາດປ່ຽນເປັນ USDT ເລີຍ, ເພາະວ່າ USDT ໄດ້ຖືກດຶງອອກຈາກ Liquidity Pool ຢ່າງສົມບູນ. ເເພັດຟອມກາຍເປັນ token ທີ່ບໍ່ມີຄ່າ.

  • ສະຫຼຸບຂອງຂັ້ນຕອນການ rug pull ເເບບຖອນ LP
  1. ສ້າງຫຼຽນໃນເເພລັດຟອມ ແລະ ໃຊ້ພວກມັນເພື່ອສ້າງກອງທຶນ (Liquidity Pool) ໂດຍມີຫຼຽນອື່ນໆຢູ່ໃນກອງທຶນນຳ.
  2. ດຶງດູດນັກລົງທຶນໄປຫາເເພລັດຟອມ ແລະ ຊື້ຫຼຽນຂອງເເພັດຟອມ. ໂດຍໃຊ້ຜົນຕອບເເທນຈາກການ Staking ຫຼຽນເພື່ອດຶງດູດຜູ້ຄົນໃຫ້ສົນໃຈ.
  3. ເຈົ້າຂອງເເພັດຟອມເທຂາຍຫຼຽນແລະດຶງ USDT ອອກຈາກລະບົບ, ເຮັດໃຫ້ລາຄາຫຼຽນຂອງເເພັດຟອມຕົກລົງ.
  4. ໃນໂລກຂອງ DeFi, ບໍ່ມີການປົກປ້ອງ 100% ຕໍ່ກັບການໂຈມຕີ Rug Pull, ແຕ່

ພວກເຮົາສາມາດສຶກສາແລະວິເຄາະວ່າເວທີໃດທີ່ດີທີ່ສຸດແລະເຊື່ອຖືໄດ້. ດັ່ງນັ້ນ, ພວກເຮົາແນະນໍາວິທີການເບິ່ງຂໍ້ມູນຕໍ່ໄປນີ້ :

  • ເບິ່ງວ່າເເພລັດຟອມມີຄວາມຫນ້າເຊື່ອຖືຫຼືບໍ່. ເຊີ່ງເບິ່ງຜ່ານເວັບໄຊທ໌ທີ່ພວກເຂົາມີຄວາມຕັ້ງໃຈທີ່ແທ້ຈິງ, ບໍ່ແມ່ນການຄັດລອກຄົນອື່ນ.
  • ເປີດເຜີຍໜ້າຂອງບັນດານັກພັດທະນາແລະທີມງານ ນີ້ຈະເພີ່ມຄວາມຫມັ້ນໃຈຂອງນັກລົງທຶນໄດ້ຂ້ອນຂ້າງຫຼາຍ.
  • ສຶກສາ Community ຕ່າງໆວ່າເປັນແນວໃດ? ອັບເດດຂ່າວສານ, ສົນທະນາຫຼືຕອບຄໍາຖາມກັບນັກລົງທືນໄດ້ດີຫຼືບໍ່ເຊັ່ນ Twitter, Telegram ແລະ Medium
  • ເບິ່ງ TVL (Total Value Locked) ຂອງເເພລັດຟອມເຊິ່ງເປັນຕົວຊີ້ວັດຄວາມຫມັ້ນໃຈຂອງນັກລົງທຶນທີ່ມີຕໍ່ເເພັດຟອມ, ເເຮງ TVL ຫຼາຍກໍຫມາຍຄວາມວ່າມີຄົນໄວ້ວາງໃຈທີ່ເອົາເງີນຂອງພວກເຂົາໃນການລົງທຶນໃນເເພັດຟອມນັ້ນ.
  • ກວດເບິ່ງວ່າມີການ Audit ຈາກບໍລິສັດ Audit ທີ່ມີຊື່ສຽງເຊັ່ນ Certik, ນີ້ຈະຊ່ວຍໄດ້ໃນລະດັບໃດຫນຶ່ງ. ເນື່ອງຈາກວ່າບໍ່ແມ່ນນັກລົງທຶນທຸກຄົນຈະສາມາດອ່ານ Smart Contract ໄດ້ ຈຳເປັນໄດ້ມີບໍລິສັດ Audit ເພື່ອຊ່ວຍກວດສອບ.

ທີ່ມາ : https://cutt.ly/wNyYFZN

**ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.

ຊ່ອງທາງການຕິດຕໍ່:
Website: www.bitqik.com
bitqik Suport : https://support.bitqik.com/
Facebook: https://www.facebook.com/bitqik/
bitqik Academy : https://www.facebook.com/profile.php?id=100086347500753
bitqik Insight : https://insight.bitqik.com/
Tiktok: https://vt.tiktok.com/ZSdT86ut3/
Youtube : https://www.youtube.com/channel/UC2wf6B1zII-2jPtVfwmKvoA
Instagram : https://www.instagram.com/bitqikofficial/
Twitter : https://twitter.com/bitqikofficial

bitqik #bitcoin #bitqik #bitqikacademy #cryptocurrency #blockchain

**ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.

More Videos

Video Playlist
1/10 videos
1
bitqik Academy Live ep15
bitqik Academy Live ep15
01:04:48
2
bitqik Academy Live ep15
bitqik Academy Live ep15
3
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
01:16:04
4
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
01:23
5
Trick and Trade EP0
Trick and Trade EP0
54
6
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
01:01:46
7
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
01:06:22
8
Fiat VS Cryptocurrency 🚀
Fiat VS Cryptocurrency 🚀
48
9
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
01:01:26
10
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
42:53
About Us

bitqik INSIGHT, get our latest reports, covering all sorts of topics in the digital asset industry. From finance to economics, trends, and investment.

Services

© 2022-2023 bitqik Insight – All rights reserved.