ຖ້າເວົ້າເຖິງ Cryptocurrency ຫຼຽນທີ່ນິຍົມເເລະມູນຄ່າຫຼາຍທີ່ສຸດກໍຕ້ອງເເມ່ນ Bitcoin ຮອງລົງມາສິເປັນໃຜໄປບໍ່ໄດ້ເລີຍນອກຈາກ Ethereum ເຊິ່ງເປັນນິຍົມຫຼາຍ ເເລະມີມູນຄ່າຮອງລົງມາຈາກຫຼຽນຫຼັກຄື Bitcoin

ໃນມື້ນີ້ເຮົາຈະມາທຳຄວາມຮູ້ຈັກກ່ຽວກັບຫຼຽນ Ethereum ວ່າເເມ່ນຫຍັງ? ມີຄວາມເປັນມາເເນວໃດ? ມີຂໍ້ດີເເລະຂໍ້ເສຍຫຍັງເເນ່? ຕາມຂໍ້ມູນຂ້າງລຸ່ມນີ້ໄດ້ເລີຍ.

Ethereum ເເມ່ນຫຍັງ?

Ethereum ເປັນເຄືອຂ່າຍ Blockchain ເເບບກະຈາຍສູນທີ່ຂັບເຄື່ອນດ້ວຍໂທເຄນ Ether ທີ່ຊ່ວຍໃຫ້ຜູ້ໃຊ້ສາມາດເຮັດທຸລະກໍາຮັບດອກເບ້ຍຈາກການຖືຄອງຂອງພວກເຂົາໂດຍການ Stacking, ນຳໃຊ້ ຫຼື ຈັດເກັບ nonfungible tokens (NFTs), ເເລກປ່ຽນ cryptocurrencies, ເລ່ນເກມ, ນໍຳໃຊ້ social media ເເລະອື່ນໆ

Ethereum ເປັນແພລັດຟອມທີ່ເປີດເຜີຍໂຄ໊ດລະຫັດການພັດທະນາຂອງໂປຣດເເກມ ຫຼື ເປັນເເບບ Open-Source ແລະເຄືອຂ່າຍ Ethereum ຈະມີຫຼຽນ cryptocurrencies ຂອງຕົນເອງທີ່ໃຊ້ໃນເຄືອຂ່າຍຕົວເອງແມ່ນເອີ້ນວ່າ “Ether Coin”, ເຊິ່ງມັກຈະຫຍໍ້ເປັນ “ETH”.

  • ETH Coin ແມ່ນຫຍັງ?

ETH Coin ແມ່ນຫຼຽນທີ່ໃຊ້ໃນລະບົບນິເວດ Ethereum, ເປັນທີ່ຮູ້ຈັກກັນດີສໍາລັບຮູບແບບຫຍໍ້ຫຼືສັນຍາລັກ ETH ການເຮັດທຸລະກໍາໃນເຄືອຂ່າຍ Ethereum ຈະຕ້ອງຈ່າຍຄ່າທໍານຽມເປັນ ETH.

ເນື່ອງຈາກວ່າ cryptocurrencies ທັງໝົດສາມາດເອີ້ນວ່າ ‘ເງິນອິນເຕີເນັດ’ ການເປັນເຈົ້າຂອງສິນຊັບພື້ນຖານຂອງ Ethereum ໝາຍຄວາມວ່າມັນໄດ້ຮັບການຮັກສາຄວາມປອດໄພດ້ວຍການເຂົ້າລະຫັດ. ແນ່ນອນ ການເປັນເຈົ້າຂອງສິນຊັບ Ethereum ນັ້ນມີປະໂຫຍດຢ່າງຫຼວງຫຼາຍ.

ຖ້າທ່ານຕ້ອງການຊື້ຂາຍ Ether  ເພື່ອໃຫ້ມີຄວາມເໝາະສົມມັກຈະເທຣດ Ether CFDs ເພາະວ່າການຊື້ຂາຍສາມາດເຮັດໄດ້ທັນທີ ແລະທັງສອງຍັງໄດ້ຮັບການກໍາຈັດຄ່າທໍານຽມເຄືອຂ່າຍ Ethereum ໂດຍບໍ່ຈໍາເປັນຕ້ອງກັງວົນກ່ຽວກັບການເປັນເຈົ້າຂອງເເທ້ ຂອງສິນຊັບນັ້ນ.

  • ປະຫວັດຄວາມເປັນມາຂອງ Ethereum

Ethereum ບໍ່ແມ່ນໂຄງການ blockchain ທີ່ໃຫຍ່ທີ່ສຸດອັນດັບສອງໃນໂລກ, Vitalik Buterin ຮ່ວມກັນສ້າງໂຄງການເພື່ອແກ້ໄຂຂໍ້ບົກຜ່ອງຂອງ Bitcoin.

Buterin ໄດ້ເຜີຍ white paper Ethereum ໃນປີ 2013 ທີ່ມີລາຍລະອຽດກ່ຽວກັບ smart contracts – ຄຳສັ່ງ ” if-then” ທີ່ບໍ່ປ່ຽນຮູບເເບບອັດຕະໂນມັດທີ່ຊ່ວຍພັດທະນາ applications ເເບບກະຈາຍສູນໄດ້.

ເປົ້າຫມາຍຂອງ Vitalik ແມ່ນເພື່ອ applications ເເບບກະຈາຍສູນ ຫຼືທີ່ເອີ້ນກັນວ່າ “dApp” (Decentralized Application), ມັນບໍ່ແມ່ນພຽງແຕ່ການສ້າງສະກຸນເງິນເທົ່ານັ້ນ ແຕ່ມັນເເຊກຊຶມເຂົ້າໄປໃນອຸດສາຫະກໍາທີ່ສໍາຄັນທີ່ອາດຈະໄດ້ຮັບຜົນປະໂຫຍດຈາກຄຸນສົມບັດຂອງ dApp ທີ່ມີຄວາມໂປ່ງໃສ ເພາະຂໍ້ມູນທຸກຢ່າງມີການກະຈາຍສູນ ເເລະເປັນສາທາລະນະ.

ແນ່ນອນ, ການສ້າງເຄືອຂ່າຍດັ່ງກ່າວບໍ່ແມ່ນລາຄາຖືກ, ດັ່ງນັ້ນ Buterin ແລະຜູ້ຮ່ວມກໍ່ຕັ້ງຂອງລາວ – Gavin Wood, Jeffrey Wilcke, Charles Hoskinson, Mihai Alisie, Anthony Di Iorio ແລະ Amir Chetrit – ໄດ້ຈັດການຂາຍ token ເພື່ອລະດົມທຶນ 18,439,086 ໂດລາ ໃນ Ether, ໂດຍສະໜອງທຶນໃຫ້ແກ່ການພັດທະນາ Ethereum ໃນປະຈຸບັນ ແລະອະນາຄົດ.

Ethereum ເປີດສູ່ສາທາລະນາຄັ້ງທຳອິດໃນກອງປະຊຸມ Bitcoin ທີ່ Miami ໃນເດືອນມັງກອນ ປີ 2014, ໂດຍຫຼັງຈາກນັ້ນ ພະນັກງານຂອງ Ethereum ສ່ວນໃຫຍ່ເເມ່ນຢູ່ໃນ Zug, Switzerland. ເຊິ່ງເມືອງ Zug ມີສະຖານະເປັນ “ສູນກາງຂອງໂລກ Crypto” ຢ່າງບໍ່ເປັນທາງການໄປຮຽບຮ້ອຍເເລ້ວ ເເລະ Ethereum Foundation ກໍຖືກກໍ່ຕັ້ງໃນເມືອງເເຫ່ງນີ້.

  • ຂໍ້ດີຂອງ Ethereum

ນອກເຫນືອຈາກການກະຈາຍອໍານາດແລະການປິດບັງຊື່, Ethereum ຍັງມີຜົນປະໂຫຍດອື່ນໆ ເຊັ່ນ: ການຂາດການເຊັນເຊີ.

ຕົວຢ່າງ, ຖ້າຜູ້ໃດຜູ້ຫນຶ່ງ tweets ບາງສິ່ງບາງຢ່າງທີ່ບໍ່ເໝາະສົມ, Twitter ສາມາດລົບມັນອອກ ແລະລົງໂທດຜູ້ໃຊ້ນັ້ນ.

ຢ່າງໃດກໍຕາມ, ໃນເເພລັດຟອມ Social media ໃນ Ethereum, ມັນສາມາດເກີດຂຶ້ນໄດ້ພຽງແຕ່ຖ້າຊຸມຊົນລົງຄະແນນສຽງທີ່ຈະເຮັດມັນເທົ່ານັ້ນ.

ຂໍ້ກໍານົດຂອງຊຸມຊົນຍັງປ້ອງກັນບໍ່ໃຫ້ຜູ້ມີເຈດຕະນາທີ່ບໍ່ດີເຂົ້າມາຄອບຄອງເເລະ server ຍັງມີຄວາມປອດໄພ ຍາກທີ່ຈະຖືກເຈາະເຂົ້າມາໄດ້

  • ຂໍ້ເສຍ Ethereum

ປັດໄຈສ່ວນໃຫຍ່ທີ່ເຮັດໃຫ້ ETH ມີມູນຄ່າຫຼຸດລົງແມ່ນມີປັນຫາມາຈາກເລື່ອງປະສິດທິພາບ, ຄວາມຫນ້າເຊື່ອຖື ແລະການຮັກສາຄວາມເປັນຜູ້ນໍາເທິງເເພລັດຟອມສໍາລັບການສ້າງ Application ໃນ blockchain.

ໃນປັດຈຸບັນ, ໂຄງການຈໍານວນຫຼາຍກໍາລັງຖືກສ້າງຂື້ນໃນເຄືອຂ່າຍ Ethereum Network ແລະກໍາລັງເປີດຕົວຫຼຽນ ICO ຂອງຕົນເອງ. ເຊິ່ງມັນກໍເປັນຂໍ້ດີທີ່ລະບົບ Ethereum ມີຜູ້ໃຊ້ຫຼາຍຂຶ້ນ. ແຕ່ໃນເວລາດຽວກັນກໍເຮັດໃຫ້ເກີດບັນຫາຕາມມາຄືຄວາມລ່າຊ້າໃນການປະມວນຜົນນັ້ນເອງ.

ບັນຫາອີກອັນໜື່ງທີ່ເກີດຂື້ນແມ່ນວ່າຄ່າບໍລິການສູງ (Gas) ເຮັດໃຫ້ຜູ້ໃຊ້ທົ່ວໄປຕ້ອງຈ່າຍເງີນຫຼາຍກ່ວາການໃຊ້ blockchain ຂອງເຄືອຂ່າຍທີ່ຄູ່ເເຂ່ງ

ທີ່ມາ :  https://cutt.ly/rNDmXsR

https://cutt.ly/VNDm4z5
**ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.

More Videos

Video Playlist
1/10 videos
1
bitqik Academy Live ep15
bitqik Academy Live ep15
01:04:48
2
bitqik Academy Live ep15
bitqik Academy Live ep15
3
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
01:16:04
4
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
01:23
5
Trick and Trade EP0
Trick and Trade EP0
54
6
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
01:01:46
7
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
01:06:22
8
Fiat VS Cryptocurrency 🚀
Fiat VS Cryptocurrency 🚀
48
9
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
01:01:26
10
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
42:53
About Us

bitqik INSIGHT, get our latest reports, covering all sorts of topics in the digital asset industry. From finance to economics, trends, and investment.

Services

© 2022-2023 bitqik Insight – All rights reserved.