ເມື່ອເຂົ້າໄປໃນໂລກ crypto ການສ້າງກໍາໄລສາມາດເຮັດໄດ້ໃນຫຼາຍວິທີ ທັງການຖືຫຼຽນເພື່ອລໍຖ້າໃຫ້ມັນມີມູນຄ່າເພີ່ມຂຶ້ນແລະຫຼັງຈາກນັ້ນກໍຂາຍມັນຫຼືການຊື້ແລະຂາຍເພື່ອເກັງກຳໄລຈາກສ່ວນຕ່າງຂອງແຕ່ລະຕະຫຼາດຊືຶ່ງພວກເຮົາເອີ້ນວ່າ Arbitrage, ມື້ນີ້ພວກເຮົາຈະພາທ່ານໄປຮູ້ຈັກກັບກົນລະຍຸດໃນການເຮັດກໍາໄລນີ້ ໄປເບີ່ງກັນເລີຍ

Arbitrage ແມ່ນຫຍັງ?

Arbitrage ແມ່ນກົນລະຍຸດໃນການເຮັດກໍາໄລທີ່ມີຄວາມນິຍົມຫຼາຍໃນຕະຫຼາດ crypto. ໂດຍອາໄສກໍາໄລສ່ວນຕ່າງຂອງຜະລິດຕະພັນດຽວກັນເພື່ອສ້າງກໍາໄລຈາກສ່ວນຕ່າງນັ້ນໆ ຕົວຢ່າງເຊັ່ນ: ພວກເຮົາຊື້ສະກຸນເງິນ X ຈາກຮ້ານ A ໃນລາຄາ 100 ບາດ, ໃນຂະນະທີ່ຢູ່ຮ້ານ B ລາຄາຂອງສະກຸນເງິນ X ແມ່ນ 120 ບາດ, ຖ້າພວກເຮົາຊື້ສະກຸນເງິນ X ຈາກຮ້ານ A ແລະຂາຍໃຫ້ຮ້ານ B, ພວກເຮົາສ້າງກໍາໄລ 20 ບາດ. ອັນນີ້ເອີ້ນວ່າ Simple Arbitrage, ເຊິ່ງບໍ່ສັບສົນຫຼາຍ ເເຕ່ຈະອາໄສຄວາມວ່ອງໄວຂອງການປ່ຽນແປງລາຄາແລະການນໍາໃຊ້ເງິນກ້ອນໃຫຍ່ເພື່ອເຮັດໃຫ້ກໍາໄລ.

Arbitrage ໃນໂລກ crypto

ໃນໂລກ crypto, ເຮົາສາມາດໃຊ້ກົນລະຍຸດ arbitrage ນີ້ເພື່ອເຮັດກໍາໄລຈາກຄວາມແຕກຕ່າງຂອງລາຄາຕະຫຼາດ ໂດຍຈະເປັນການເຮັດກໍາໄລສໍາລັບໃນສ່ວນຕ່າງຂອງລາຄາຂອງຫຼຽນດຽວກັນທີ່ຢູ່ໃນຕະຫຼາດທີ່ແຕກຕ່າງກັນ (ແຕ່ລະຕະຫຼາດມີຄວາມຕ້ອງການ, ການສະຫນອງ, ປະລິມານແລະປັດໃຈອື່ນໆທີ່ແຕກຕ່າງກັນ, ເຊິ່ງເຮັດໃຫ້ລາຄາຫຼຽນຂອງແຕ່ລະກະດານແຕກຕ່າງກັນນັ້ນເອງ)

ທ່ານຮູ້ຫຼື​ບໍ່?

ໃນໂລກ crypto ນັ້ນ ຍັງມີສິ່ງທີ່ເອີ້ນວ່າ Crypto Arbitrage Exchanges Bots.

ໂດຍສິ່ງນີ້ເປັນໂປຣເເກຣມທີ່ເຮັດໜ້າທີ່ກວດເບີ່ງລາຄາຫຼຽນໃນແຕ່ລະກະດານເທຣດເພື່ອທຳການ ຊື້ – ຂາຍ ແລະເຮັດກໍາໄລຈາກສ່ວຮຕ່າງຂອງລາຄານັ້ນ.

ໂດຍໂປຣເເກຣມຈະຄິດໄລ່ຕົ້ນທຶນ (ຫຼັກໆແມ່ນຄ່າທໍານຽມ) ແລະເຮັດໃຫ້ການຊື້ຂາຍໄວເພື່ອຮັບກໍາໄລສູງສຸດ ຖືວ່າເປັນອີກໜຶ່ງໃນຕົວຊ່ວຍໃນການສ້າງຜົນກຳໄລເຊັ່ນກັນ ເຊິ່ງ Crypto Arbitrage Exchanges Bots ຈະມີຫຼາກຫຼາຍເເບບໃຫ້ເຮົາເລືອກ, ມີຄ່າທໍານຽມ ແລະກະດານຊື້ຂາຍເເຕກຕ່າງກັນໄປເຊັ່ນ: Pionex, Cryptohopper, Bitsgap ແລະ Coinrule, ແລະອື່ນໆ.

ຂໍ້ຄວນລະວັງ!

ເພື່ອທີ່ເຮັດໃຫ້ກໍາໄລໂດຍໃຊ້ກົນລະຍຸດ Arbitrage ນັ້ນກໍມີຄວາມສ່ຽງເຊັ່ນກັນ

ຊຶ່ງຄວາມສ່ຽງຫຼັກໆທີ່ນັກລົງທຶນຕ້ອງຮູ້ແມ່ນ:

  1. ການຄຳນວນຕົ້ນທຶນແລະການຜົນຕອບເເທນຜິດພາດ

ການເກີດຊ່ອງຫວ່າງລາຄາຫຼືຄວາມຜິດພາດມັກເກີດຂຶ້ນເລື້ອຍໆແລະເກິດຂື້ນໃນໄລຍະສັ້ນ. ພວກເຮົາຈໍາເປັນຕ້ອງຄິດໄລ່ຄຳນວນຕົ້ນທຶນຢ່າງລອບຄອບ ທັງຄ່າທຳນຽມ, ອັດຕາເເລກປ່ຽນ ເເລະຄ່າໃຊ້ຈ່າຍອື່ນໆຢ່າງລະມັດລະວັງເພື່ອທີ່ຈະນໍາມາຄຳນວນເຖີງຜົນກຳໄລຢ່າງຖືກຕ້ອງ. ເຊີ່ງຂະບວນການເຫຼົ່ານີ້ຕ້ອງໄດ້ອາໄສຄວາມໄວຢ່າງຫຼາຍ ຖ້າບໍ່ດັ່ງນັ້ນ, ອາດຈະພາດໂອກາດທີ່ຈະເຮັດໃຫ້ກໍາໄລໄປເລີຍ ໃນອີກກໍລະນີກໍຄືເຮົາສາມາດເຂົ້າໄປ ຊື້ – ຂາຍ ໄດ້ທັນ,ເເຕ່ຄຳນວນຕົ້ນທຶນເເລະຄ່າທຳນຽມຜິດ ມັນກໍສາມາດເຮັດໃຫ້ພວກເຮົາເສຍຜົນກຳໄລເເລະຂາດທຶນຈາກ Arbitrage ໄດ້.

2. ການເໜັງຕີງຂອງລາຄາ

ໃນຕະຫຼາດມີການຜັນປ່ຽນລາຄາຢ່າງໄວວາ ຜູ້ລົງທຶນຈະຕ້ອງການຄວາມຊໍານານແລະຄວາມເຂົ້າໃຈກ່ຽວກັບຕະຫຼາດທີ່ພວກເຮົາຈະຫຼິ້ນ. ຢ່າລືມວ່ານອກຈາກຜູ້ຫຼິ້ນໃໝ່ເຊັ່ນພວກເຮົາ ກໍຍັງມີ Pro Traders ຫຼາຍຄົນລໍຖ້າໂອກາດສ້າງກໍາໄລ. ເມື່ອມີການຊື້ແລະຂາຍຫຼຽນ ປັດໄຈໃນແຕ່ລະຕະຫຼາດກໍຈະປ່ຽນແປງແລະນັ້ນກໍສົ່ງຜົນກະທົບຕໍ່ລາຄາຫຼຽນໄດ້ເຊັ່ນກັນ.

ທີ່ມາ : https://cutt.ly/zBUT7Sp

** ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.


Follow our channels for more updates:

Website: www.bitqik.com
bitqik Suport :  https://support.bitqik.com/
bitqik Insight: https://insight.bitqik.com/
Facebook: https://www.facebook.com/bitqik/
Tiktok: https://vt.tiktok.com/ZSdT86ut3/
Youtube :ps:/www.youtube.com/channel/UC2wf6B1zII-2jPtVfwmKvoA
Instagram : https://www.instagram.com/bitqikofficial/
Twitter : https://twitter.com/bitqikofficial
Facebook Academy: https://www.facebook.com/profile.php?id=100086347500753

bitqik #bitcoin #cryptocurrency#Laos

**ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.

More Videos

Video Playlist
1/10 videos
1
bitqik Academy Live ep15
bitqik Academy Live ep15
01:04:48
2
bitqik Academy Live ep15
bitqik Academy Live ep15
3
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
01:16:04
4
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
01:23
5
Trick and Trade EP0
Trick and Trade EP0
54
6
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
01:01:46
7
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
01:06:22
8
Fiat VS Cryptocurrency 🚀
Fiat VS Cryptocurrency 🚀
48
9
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
01:01:26
10
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
42:53
About Us

bitqik INSIGHT, get our latest reports, covering all sorts of topics in the digital asset industry. From finance to economics, trends, and investment.

Services

© 2022-2023 bitqik Insight – All rights reserved.