ມະຫາເສດຖີ David Rubenstein ຢືນຢັນ! Crypto ຈະບໍ່ຫາຍໄປໃສ ໃນຂະນະທີ່ຕະຫຼາດກຳລັງດິ່ງລົງ
ມະຫາເສດຖີອາເມຣິກາແລະອະດີດເຈົ້າໜ້າທີ່ທໍານຽບຂາວ David Rubenstein ຄາດຄະເນວ່າອຸດສາຫະກໍາ crypto “ຈະບໍ່ຫາຍໄປ”
ຄໍາຄິດເຫັນຂອງເຂົາໄດ້ເກີດຂຶ້ນໃນໄລຍະທີ່ຕະຫຼາດກຳລັງຕົກຕ່ຳ ເຊິ່ງສົ່ງຜົນກະທົບຕໍ່ຊັບສິນດິຈິຕອນເປັນຈໍານວນຫຼວງຫຼາຍ, Bitcoin ໃນປັດຈຸບັນໄດ້ລົດລົງເຖິງ 70% ເມື່ອທຽບກັບລະດັບສູງສຸດໃນເດືອນພະຈິກ 2021 ທີ່ຜ່ານມາ
Crypto ໃຫ້ສິດເສລີພາບທາງດ້ານການເງິນ
ໃນການສໍາພາດທີ່ຜ່ານມາກັບ Bloomberg, ຜູ້ຮ່ວມກໍ່ຕັ້ງ The Carlyle Group ທ່ານ David Rubenstein ໄດ້ກ່າວວ່າ ລາວບໍ່ໄດ້ສະໜັບສະໜູນຫຼືຊຸກຍູ້ໃຫ້ປະຊາຊົນລົງທຶນໃນ Cryptocurrency ມາໂດຍຕະຫຼອດ, ໃນຫຼາຍປີກ່ອນ ລາວຄິດວ່າ Crypto ສາມາດທີ່ຈະຊ່ວຍໃຫ້ປະຊາຊົນມີຄວາມສຸກກັບມັນໄດ້ ຄືກັບການຫຼິ້ນການພະນັນຫຼືຕີກ໋ອບ. ເເຕ່ເຖິງຢ່າງໃດກໍຕາມ ລາວໄດ້ຕັກເຕືອນຜູ້ທີ່ຈະເຂົ້າມາສູ່ໂລກຂອງ Crypto ດ້ວຍເຫດຜົນທີ່ກ່າວມານັ້ນຄວນລະມັດລະວັງ ເເລະ ມີສະຕິກ່ອນທີ່ຈະໃຊ້ຈ່າຍວ່າ:
“ຖ້າເຈົ້າມີຄວາມສຸກຈາກການເບິ່ງໜ້າຈໍເເຕ່ເຊົ້າຮອດຄໍ່າ ແລະ ຖ້າເຈົ້າໄດ້ເງິນຫຼາຍຈາກການລົງທຶນໃນ crypto ແລະອື່ນໆ, ເຈົ້າສາມາດຈັດສັນການລົງທຶນຂອງຕົນເອງທີ່ຄິດວ່າຈະສູນເສຍມັນໄດ້. ສະນັ້ນ ຖ້າເຈົ້າສູນເສຍມັນ, ມັນບໍ່ແມ່ນຈຸດສິ້ນສຸດຂອງຊີວິດຂອງເຈົ້າ”
ຕໍ່ມາ Rubenstein ໄດ້ປ່ຽນຈຸດຢືນຂອງລາວແລະໃນປັດຈຸບັນເຫັນວ່າ crypto ເປັນຂະແໜງທີ່ຈະຄົງຢູ່ຕໍ່ໄປ ໃນມຸມມອງຂອງລາວ ອຸດສາຫະກໍາດັ່ງກ່າວໄດ້ຮັບຄວາມນິຍົມເປັນພິເສດໂດຍສະເພາະໃນບັນດາໄວໜຸ່ມອາຍຸ 20-30ປີ ທີ່ມີຄ່າເສລີນິຍົມ ແລະ ຕ້ອງການຄວາມເປັນອິດສະຫຼະຈາກສະຖາບັນສູນກາງ:
“ຕອນນີ້ຂ້ອຍຄິດວ່າ crypto ຈະບໍ່ຫາຍໄປຕາມທີ່ຄິດ ແລະ ໃນຂະນະທີ່ເຈົ້າສາມາດໂຕ້ຖຽງວ່າມັນບໍ່ມີຄ່າໃນບາງເເງ່ມຸມ, ແຕ່ຫຼາຍສິ່ງຫຼາຍຢ່າງທີ່ພວກເຂົາຊື້ອາດບໍ່ມີຄ່າ ເຊິ່ງຂ້ອຍຕ້ອງການທີ່ຈະບອກວ່າພວກເຂົາມີມຸມມອງເເລະອິດສະຫຼະໃນຄວາມຄິດຂອງຕົນເອງແລະພວກເຂົາມັກທີ່ຈະຕໍ່ຕ້ານລັດຖະບານ.”
ເພື່ອພິສູດຈຸດຢືນຂອງເຂົາ, Rubenstein ຊີ້ໃຫ້ເຫັນເຖິງຣັດເຊຍ ເຊິ່ງຜູ້ມີອຳນາດຈໍານວນຫຼາຍໄດ້ຖືກອາຍັດບັນຊີຫຼັງຈາກທີ່ Vladimir Putin ໄດ້ສັ່ງໃຫ້ “ປະຕິບັດການທາງທະຫານພິເສດ” ຕໍ່ Ukraine ແລະການນໍາໃຊ້ cryptocurrencies ສາມາດບັນເທົາບັນຫາເຫຼົ່ານັ້ນໄດ້ ເນື່ອງຈາກຄວາມເປັນອິດສະຫຼະທາງດ້ານການເງິນທີ່ພວກເຂົາໄດ້ຕອບສະໜອງໃຫ້:
“ລັດຖະບານບໍ່ຮູ້ວ່າເຈົ້າມີຫຍັງແດ່ ເຈົ້າສາມາດຍ້າຍມັນໄປທຸກບ່ອນໃນໂລກ. ມັນຈະບໍ່ຖືກປະເມີນໂດຍອັດຕາເງິນເຟີ້ຂອງລັດຖະບານ ມັນບໍ່ແມ່ນສິ່ງທີ່ບໍ່ດີຖ້າຫາກເຈົ້າເອົາເງິນຂອງເຈົ້າເຂົ້າໄປຝາກໃນບ່ອນນັ້ນ.”
ມະຫາເສດຖີຍອມຮັບວ່າ ລາວບໍ່ໄດ້ລົງທຶນໂດຍກົງໃນຊັບສິນດິຈິຕອນ ເເຕ່ເຖິງຢ່າງໃດ ລາວແລະສະມາຊິກຄອບຄົວບາງຄົນໄດ້ລົງທຶນໃນບໍລິສັດທີ່ນຳໃຊ້ອຸດສາຫະກໍານີ້
ທີ່ມາ : cryptopotato.com
ຊ່ອງທາງການຕິດຕໍ່ :
Website: www.bitqik.com
Facebook: https://www.facebook.com/bitqik/
Tiktok: https://vt.tiktok.com/ZSdT86ut3/