Kevin O’Leary, Shark America ເຕືອນ! “ການລົ້ມລະລາຍ FTX ຈະເກີດຂື້ນອີກ”

Kevin O’Leary, ນັກລົງທຶນ ແລະ ນັກທຸລະກິດທີ່ມີຊື່ສຽງ ຈາກລາຍການໂທລະພາບທີ່ອອກອາກາດໃນສະຫະລັດ “Shark Tank” ເຊິ່ງເປັນລາຍການກ່ຽວກັບການນໍາສະເໜີທຸລະກິດເພື່ອຍື່ນຂໍ້ສະເໜີການລົງທຶນ ແລກກັບການມີຮຸ້ນສ່ວນໃນບໍລິສັດ, O’Leary ໄດ້ເຕືອນວ່າການລົ້ມລະລາຍເເບບ FTX, ອາດີດ centralized cryptocurrency exchange ອັນດັບ 2 ຂອງໂລກ ຈະເກີດຂຶ້ນອີກໃນໂລກ crypto. O’Leary ເວົ້າວ່າການແລກປ່ຽນ crypto ທີ່ບໍ່ມີລະບຽບຈະລົ້ມລົງຄືກັບໂດມິໂນ ຕໍ່ຈາກ FTX. ນອກຈາກນັ້ນ, ຍັງເຕືອນວ່າການລົ້ມລະລາຍຈະມີຫຼາຍຂຶ້ນອີກ. Kevin O’Leary ເປັນອະດີດໂຄສົກ ແລະ ຜູ້ສະໜັບສະໜຸນ FTX. ລາວໄດ້ໃຫ້ສໍາພາດໃນຊ່ອງ YouTube Kitco News, ເຊິ່ງເປັນສຳນັກຂ່າວການລົງທືນ ໂດຍກ່າວວ່າ: ການລົ້ມລະລາຍຂອງ FTX ແມ່ນພຽງແຕ່ໜຶ່ງໃນແຖວຍາວຢຽດຂອງ “Exchange ທີ່ບໍ່ຮັບການຄຸ້ມຄອງດູເເລ ” ທີ່ລໍຖ້າຕໍ່ຄິວຢູ່. “ຖ້າເຈົ້າຖາມຂ້ອຍວ່າ ຈະມີບໍລິສັດອື່ນໃດທີ່ລົ້ມລະລາຍເຖິງຈົນເຫຼືອສູນບໍ? ເເນ່ນອນ100% ວ່າມັນຈະເກີດຂຶ້ນ ແລະ ເກີດຂຶ້ນອີກເລື້ອຍໆ” […]