ໃນໄລຍະປີ 2021 ທີ່ຜ່ານມາ ນັກລົງທຶນທັງໃນຕະຫຼາດ Cryptocurrency ແລະ ຕະຫຼາດອື່ນໆ ຕ່າງກໍຕື່ນເຕັ້ນ ແລະ ຫັນມາຈັບຕາເບິ່ງຫຼຽນໆໜຶ່ງຢ່າງໃກ້ຊິດ ນັ້ນກໍຄື Non-Fungible Token ຫຼື ທີ່ເຮົາເອີ້ນຕິດປາກກັນວ່າ  NFT. ມື້ນີ້ເຮົາຈະພາມາເບິ່ງກັນວ່າ ແທ້ຈິງແລ້ວ NFT ແມ່ນຫຍັງ ແລະ ເປັນຫຍັງນັກລົງທຶນຫຼາຍຄົນຈຶ່ງສົນໃຈ.

        Non-Fungible Token ຫຼື NFT ແທ້ຈິງແລ້ວກໍຄື Cryptocurrency ປະເພດໜຶ່ງທີ່ສະແດງຄວາມເປັນເຈົ້າຂອງ ຂອງສິນຊັບ ໂດຍໃນແຕ່ລະຫຼຽນຈະມີຄວາມແຕກຕ່າງ ມີມູນຄ່າທີ່ບໍ່ເທົ່າກັນ ແລະ Non-Fungible Token ຫຼຽນອື່ນໆ ບໍ່ສາມາດທົດແທນກັນໄດ້.

ຍົກຕົວຢ່າງ ເຮົາມີ ຄອມພິວເຕີ້ 1 ໜ່ວຍ ແລ້ວໝູ່ມາຢືມໄປ ເວລາໝູ່ເຮົາຈະມາສົ່ງຄືນ ຈະຕ້ອງເອົາຄອມພິວເຕີ້ໜ່ວຍເກົ່າທີ່ຢືມເຮົາໄປນັ້ນມາສົ່ງຄືນເທົ່ານັ້ນ ບໍ່ສາມາດໄປຊື້ໜ່ວຍໃໝ່ ແລ້ວມາສົ່ງ ຄອມພິວເຕີ້ທີ່ເຮົາໃຊ້ມີຄວາມສະເພາະຕົວສູງ ເຖິງຈະເປັນຮຸ່ນດຽວກັນ ປີດຽວກັນກໍມີມູນຄ່າຕ່າງກັນ ຂໍ້ມູນໃນເຄື່ອງທີ່ຕ່າງກັນ ເຊິ່ງບໍ່ສາມາດເອົາມາທົດແທນກັນໄດ້.

ເຊິ່ງແຕກຕ່າງຈາກ Cryptocurrency ປະເພດ Fungible Token ທົ່ວໄປຢ່າງທີ່ເຮົາຮູ້ຈັກກັນເຊັ່ນ: Bitcoin , Dogecoin, BNB, ETH ກໍຄື ບັນດາຫຼຽນປະເພດ Fungible Token ນັ້ນ ສາມາດທົດແທນກັນໄດ້ເຊັ່ນ ຖ້າໝູ່ເຮົາຍືມໄປ 1Bitcoin ເວລາໝູ່ຈະເອົາມາສົ່ງເຮົາ ໝູ່ເຮົາສາມດໄປຢືມອີກ 1​ Bitcoin ຂອງຜູ້ອື່ນມາສົ່ງເຮົາໄດ້ ເພາະມີມູນຄ່າ ແລະ ລັກສະນະທີ່ບໍ່ແຕກຕ່າງກັນນັ້ນເອງ.

ດັ່ງນັ້ນດ້ວຍຄວາມທີ່ NFT ມີຄວາມສະເພາະຕົວທີ່ສູງ ແລະ ການຖືຄອງ NFT ກໍເພື່ອສະແດງຄວາມເປັນເຈົ້າຂອງໃນສິນຊັບນັ້ນໆ ເຮັດໃຫ້ບໍ່ສາມາດຊື້ເປັນ ໜ່ວຍຍ່ອຍໄດ້ ຄືກັບ Cryptocurrency ປະເພດອື່ນໆ ເພາະຖ້າປຽບ NFT ຫຼຽນນັ້ນເປັນຮູບແຕ້ມຈັກຮູບໜຶ່ງ ເຮົສກໍບໍ່ສາມາດຊື້ແຕ່ເຄິ່ງຮູບໄດ້ນັ້ນເອງ.

ໂດຍ NFT ສ່ວນໃຫຍ່ແມ່ນຈະຖືກສ້າງເທີງ Blockchain ຂອງ Ethereum ໂດຍໃຊ້ມາດຕະຖານ ERC-721ແລະ ERC-1155 ເຊິ່ງສິນຊັບທີ່ສາມາດເອົາມາແປງເປັນ NFT Token ໄດ້ນັ້ນມີຫຼາກຫຼາຍປະເພດເຊັ່ນ ຮູບຖ່າຍ, ຮູບແຕ້ມ, ໄຟລສຽງ, ຂອງສະສົມ, ມີມໃນໂລກອິນເຕີເນັດ, ກາດເກມ, ໄອເທັມໃນເກມ ແລະ ອື່ນໆ ເຊິ່ງສິ່ງເລົ່ານີ້ເອງທີ່ເຮັດໃຫ້ຄົນຈາກຫຼາຍໆວົງການເຂົ້າມາໃນໂລກ NFT.

ສ່ວນວ່າເປັນຫຍັງຫຼາຍຄົນຈຶ່ງສົນໃຈທີ່ຈະລົງທຶນໃນ NFT ສ່ວນໜຶ່ງກໍຄົງຈະຍ້ອນວ່າ NFT ນັ້ນຊ່ວຍໃຫ້ສິນຊັບທີ່ມີມູນຄ່າສູງ ຫາຍາກ ມີຄວຍາມສະເພາະຕົວສູງ ສາມາດຊື້ຂາຍກັນໄດ້ສະດວກສະບາຍຫຼາຍຂຶ້ນ ແລະ ຍັງເປີດໂອກາດໃຫ້ບັນດາສິນລະປິນ ແລະ ນັກສ້າງສັນຜົນງານທຸກຮູບແບບສາມາດຂາຍຜົນງານຕົນເອງໄດ້ໃນວົງກວ້າງ ໃນຂະນະດຽວກັນ ນັກສະສົມກໍສາມາດເຂົ້າເຖິງຜົນງານຂອງສິນລະປິນທົ່ວໂລກ ໂດຍທີ່ທັງສອງຜ່າຍສາມາດເຊື່ອມຕໍ່ກັນໄດ້ໂດຍກົງ.

ລອງຈິນຕະນາການເບິ່ງວ່າ ສິີ່ງຂອງໃດທີ່ມີຈຳນວນຈຳກັດ ແຕ່ຄວາມຕ້ອງການນັ້ນເພີ່ມຂຶ້ນຈາກຄົນທົ່ວໂລກ ກໍຈະເຮັດໃຫ້ຄວາມຕ້ອງການເພີ່ມສູງຂຶ້ນ ເຮັດໃຫ້ມູນຄ່າຂອງສິ່ງນັ້ນໆເພີ່ມສູງຂຶ້ນນັ້ນເອງ. ສຳລັບນັກລົງທຶນແລ້ວ ສິນຊັບໃດທີ່ມີທ່າອ່ຽງລາຄາທີ່ຊັດເຈນ ມີຄວາມຕ້ອງການທີ່ຫຼາຍກວ່າຈຳນວນທີ່ມີຢູ່ ນັ້ນຖືເປັນໂອກາດດີທີ່ຈະລົງທຶນກັບສິ່ງນັ້ນໆ.

**ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.

ຊ່ອງທາງການຕິດຕໍ່:
Website: www.bitqik.com
bitqik Suport : https://support.bitqik.com/
Facebook: https://www.facebook.com/bitqik/
bitqik Academy : https://www.facebook.com/profile.php?id=100086347500753
bitqik Insight : https://insight.bitqik.com/
Tiktok: https://vt.tiktok.com/ZSdT86ut3/
Youtube : https://www.youtube.com/channel/UC2wf6B1zII-2jPtVfwmKvoA
Instagram : https://www.instagram.com/bitqikofficial/
Twitter : https://twitter.com/bitqikofficial

bitqik #bitcoin #bitqik #bitqikacademy #cryptocurrency #blockchain

**ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.

More Videos

Video Playlist
1/10 videos
1
bitqik Academy Live ep15
bitqik Academy Live ep15
01:04:48
2
bitqik Academy Live ep15
bitqik Academy Live ep15
3
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
01:16:04
4
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
01:23
5
Trick and Trade EP0
Trick and Trade EP0
54
6
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
01:01:46
7
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
01:06:22
8
Fiat VS Cryptocurrency 🚀
Fiat VS Cryptocurrency 🚀
48
9
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
01:01:26
10
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
42:53
About Us

bitqik INSIGHT, get our latest reports, covering all sorts of topics in the digital asset industry. From finance to economics, trends, and investment.

Services

© 2022-2023 bitqik Insight – All rights reserved.