Crypto.com ໄດ້ເຜີຍແຜ່ຫຼັກຖານຂອງການສໍາຮອງເງິນ (proof-of-reserves) ທີ່ໄດ້ຮັບການການກວດສອບແລ້ວ. ເຊິ່ງນີ້ສະແດງໃຫ້ເຫັນວ່າບໍລິສັດມີສິນຊັບ crypto ສໍາຮອງພຽງພໍເພື່ອຮັບຜິດຊອບໜີ້ສິນສໍາລັບລູກຄ້າຂອງຕົນ.

ອີງຕາມຄໍາຖະແຫຼງທີ່ 9 ເດືອນທັນວາຢູ່ໃນເວັບໄຊທ໌ Crypto.com ສະເເດງໃຫ້ເຫັນວ່າເວັບເທຣດມີ 102% ຂອງ Bitcoin, 101% ຂອງ ETH ແລະ 102% ຂອງຫຼຽນ USD ທີ່ຕ້ອງການ ເພື່ອດໍາເນີນການຖອນເງິນ.

Tether, XRP, Dogecoin, Shiba Inu, Chainlink ແລະ MANA ຂອງ Decentraland ກໍຖືກລວມຢູ່ໃນບົດລາຍງານ ໂດຍເເຕ່ລະລາຍການມີເງິນສໍາຮອງຫຼາຍກວ່າ 100%.

ຕາມຄຳຖະເເລງການ, ການ​ກວດ​ສອບ​ໄດ້​ດຳ​ເນີນ​ໂດຍ​ Mazars Group, ສຳນັກງານກວດ​ສອບ​ພາສີ ແລະ ການ​ບັນຊີລະຫວ່າງປະເທດໃນວັນ​ທີ 7 ທັນວາ​.

ຊຸມຊົນ crypto ໄດ້ສັງເກດເບິ່ງ centralized exchange ຢ່າງໃກ້ຊິດຫຼາຍຂຶ້ນ ນັບຕັ້ງແຕ່ FTX ລົ້ມລະລາຍໃນເດືອນພະຈິກ, ໂດຍ Crypto.com ເອງກໍໄດ້ຮັບຜົນກະທົບຈາກວິກິດການນີ້ ເນື່ອງຈາກຕ້ອງໄດ້ຢຸດການຖອນເງິນໃນເຄືອຂ່າຍ Solana ຊົ່ວຄາວ ຫຼັງຈາກການລົ້ມລະລາຍຂອງ FTX.

ທີມງານ Crypto.com ກ່າວວ່າ: ຫວັງວ່າຈະໃຫ້ພວກເຮົາໄດ້ຈະສະແດງໃຫ້ເຫັນ ວ່າພວກເຮົາເປັນຜູ້ດູເເລຊັບສິນຂອງລູກຄ້າທີ່ດີ ແລະ ເຊື່ອຖືໄດ້, ດັ່ງທີ່ Kris Marszalek CEO Crypto.com ອະທິບາຍວ່າ:

“ການສະເເດງໃຫ້ເຫັນຫຼັກຖານ proof-of-reserves ທີ່ຜ່ານການກວດສອບເເລ້ວ ເປັນຂັ້ນຕອນທີ່ສໍາຄັນສໍາລັບອຸດສາຫະກໍາທັງໝົດເພື່ອເພີ່ມຄວາມໂປ່ງໃສ ແລະ ລິເລີ່ມຂະບວນການຟື້ນຟູຄວາມໄວ້ວາງໃຈ […] Crypto.com ມີຄວາມມຸ່ງໝັ້ນຢ່າງເຕັມທີ່ ທີ່ຈະໃຫ້ບໍລິການລູກຄ້າຂອງພວກເຮົາທົ່ວໂລກໃນວິທີການທີ່ປອດໄພ, ໝັ້ນຄົງ ເເລະ ປະຕິບັດຕາມຂໍ້ກໍານົດເພື່ອເຂົ້າຮ່ວມໃນ cryptocurrencies

ເນື່ອງຈາກວ່າຜູ້ໃຊ້ບາງຄົນບໍ່ໄວ້ວາງໃຈບົດລາຍງານຂອງບໍລິສັດ, ດັ່ງນັ້ນ Crypto.com ຈຶ່ງອະນຸຍາດໃຫ້ຜູ້ໃຊ້ສາມາດກວດສອບເງິນສຳຮອງໄດ້ດ້ວຍຕົນເອງ. ຜູ້ໃຊ້ສາມາດເຂົ້າສູ່ລະບົບ ແລະ ກວດເບິ່ງສິນຊັບທີ່ພວກເຂົາຖື, ພວກເຂົາຍັງສາມາດຄັດລອກ Merkle hash ທີ່ໄດ້ຮັບຈາກຍອດເງິນຄົງເຫຼືອຂອງພວກເຂົາ.

ເມື່ອລູກຄ້າໄດ້ຮັບ Merkle hash ແລ້ວ, ພວກເຂົາສາມາດເຂົ້າໄປທີ່ໜ້າຜູ້ກວດສອບ Mazars ,ເຊິ່ງຈະໄດ້ຮັບຫຼັກຖານຢ່າງລະອຽດວ່າຊັບສິນຂອງພວກເຂົາເປັນສ່ວນໜຶ່ງຂອງ Merkle tree ທີ່ຜ່ານການກວດສອບແລ້ວ.

ທີ່ມາ : https://cutt.ly/l0pg3OY

**ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.

ຊ່ອງທາງການຕິດຕໍ່:
Website: www.bitqik.com
bitqik Suport : https://support.bitqik.com/
Facebook: https://www.facebook.com/bitqik/
bitqik Academy : https://www.facebook.com/profile.php?id=100086347500753
bitqik Insight : https://insight.bitqik.com/
Tiktok: https://vt.tiktok.com/ZSdT86ut3/
Youtube : https://www.youtube.com/channel/UC2wf6B1zII-2jPtVfwmKvoA
Instagram : https://www.instagram.com/bitqikofficial/
Twitter : https://twitter.com/bitqikofficial

Bitcoin #bitqik #bitqikacademy #Cryptocurrency #Blockchain

**ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.

More Videos

Video Playlist
1/10 videos
1
bitqik Academy Live ep15
bitqik Academy Live ep15
01:04:48
2
bitqik Academy Live ep15
bitqik Academy Live ep15
3
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
01:16:04
4
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
01:23
5
Trick and Trade EP0
Trick and Trade EP0
54
6
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
01:01:46
7
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
01:06:22
8
Fiat VS Cryptocurrency 🚀
Fiat VS Cryptocurrency 🚀
48
9
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
01:01:26
10
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
42:53
About Us

bitqik INSIGHT, get our latest reports, covering all sorts of topics in the digital asset industry. From finance to economics, trends, and investment.

Services

© 2022-2023 bitqik Insight – All rights reserved.