ຈາກການເຄື່ອນໄຫວໃນປັດຈຸບັນ bitcoin ໄດ້ມີລາຄາເພິ່ມຂຶ້ນ 30% ຕັ້ງເເຕ່ຕົ້ນປີ 2023 ເເລະ ເພິ່ມຂຶ້ນເຖິງລະດັບ 23,000 ໂດລາ ຫຼັງຈາກທີ່ຢູ່ໃນລະດັບທີ່ຕໍ່າກວ່າ 16,000 ໂດລາ ໃນຊ່ວງທ້າຍປີທີ່ຜ່ານມາ. ເຊິ່ງການເພິ່ມຂຶ້ນເເບບກະໂດດໃນຊ່ວງຕົ້ນປີເປັນສິ່ງທີ່ໜ້າເຫຼືອເຊື່ອຫຼາຍ, ນີ້ອາດຈະບອກເຖິງເເນວໂນ້ມການປັບອັດຕາດອກເບ້ຍທີ່ຊະລໍຕົວລົງເລັກນ້ອຍ.

www.wsj.com

Arthur Hayes, ຜູ້ກໍ່ຕັ້ງ crypto exchange BitMex, ໄດ້ເຕືອນວ່າ Bitcoin ແລະ ຕະຫຼາດ crypto ອາດຈະພົບກັບຕະຫຼາດໝີອີກເທື່ອ, ເຊິ່ງອາດຈະເຮັດໃຫ້ລາຄາຊັບສິນດິຈິຕອລຫຼຸດລົງຖ້າຫາກວ່າ Federal Reserve ບໍ່ມີການປັບນະໂຍບາຍການເງິນ, ເຊິ່ງລາວໄດ້ຢືນຢັນວ່າແນວໂນ້ມ Bitcoin ໃນປະຈຸບັນບໍ່ຄວນຖືກເບິ່ງວ່າເປັນການເລີ່ມຕົ້ນຂອງຕະຫຼາດ bull ໃໝ່.

ຕົວ​ເລກ​ຫຼ້າ​ສຸດ​ຂອງ​ສຳ​ນັກ​ງານ​ສະ​ຖິ​ຕິ​ແຮງ​ງານ​ຂອງ​ອາ​ເມ​ຣິ​ກາ​ສະ​ແດງ​ໃຫ້​ເຫັນ​ວ່າ​ໄພ​ເງິນ​ເຟີ້​ໄດ້​ຫຼຸດ​ລົງ​ເຖິງ 10% ໃນ​ກາງ​ປີ 2023 ແລະ​ ຫຼຸດ​ລົງ​ຕື່ມ​ອີກ​ເປັນ 2%.

www.coindesk.com/

ນັກວິເຄາະຕະຫຼາດຈໍານວນໜຶ່ງເຊື່ອວ່າເເນວໂນ້ມນີ້ສາມາດຊີ້ໃຫ້ເຫັນເຖິງການປ່ຽນແປງຂອງນະໂຍບາຍຂອງ Jerome Powell ປະທານທະນາຄານກາງ Federal Reserve, ໂດຍພະຍາຍາມອອກຫ່າງຈາກການເຮັດ Quantitative Tightening (QT) ເພື່ອຕອບສະໜອງຕໍ່ຄວາມສ່ຽງຕໍ່ການຖົດຖອຍ.

Jerome Powell ໄດ້ລະບຸວ່າວ່າອັດຕາດອກເບ້ຍຈະຕ້ອງເພີ່ມຂຶ້ນໃນປີ 2023, ເຊິ່ງເປັນຄວາມຮູ້ສຶກທີ່ສະທ້ອນໂດຍສະມາຊິກ FED ຫຼາຍຄົນໃນການສະໜັບສະໜູນການເພີ່ມເປົ້າໝາຍຂອງ Federal Reserve ຫຼາຍກວ່າ 5%.

ທີ່ມາ : https://cutt.ly/Y9fVqGa

**ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.

More Videos

Video Playlist
1/10 videos
1
bitqik Academy Live ep15
bitqik Academy Live ep15
01:04:48
2
bitqik Academy Live ep15
bitqik Academy Live ep15
3
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
01:16:04
4
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
01:23
5
Trick and Trade EP0
Trick and Trade EP0
54
6
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
01:01:46
7
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
01:06:22
8
Fiat VS Cryptocurrency 🚀
Fiat VS Cryptocurrency 🚀
48
9
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
01:01:26
10
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
42:53
About Us

bitqik INSIGHT, get our latest reports, covering all sorts of topics in the digital asset industry. From finance to economics, trends, and investment.

Services

© 2022-2023 bitqik Insight – All rights reserved.