• Producer Price Index (PPI) ເເມ່ນຫຍັງ?

PPI ເເມ່ນການຄຳນວນດັດຊະນີລາຄາ ເພື່ອວັດແທກການປ່ຽນແປງຂອງລາຄາສິນຄ້າໂດຍສະເລ່ຍຈາກຜູ້ຜະລິດໃນໄລຍະເວລາໜຶ່ງ.

PPI ທີ່ບໍ່ລວມຈຳພວກອາຫານ ແລະ ພະລັງງານແມ່ນເອີ້ນວ່າ Core PPI, ເຊິ່ງຈະຖືກຈັບຕາເບິ່ງຫຼາຍ ເນື່ອງຈາກມັນມີຜົນກະທົບຕໍ່ອັດຕາເງິນເຟີ້, ເພາະ PPI ແມ່ນຕົວທີ່ອອກມາກ່ອນ CPI, ຖ້າ PPI ມີຄ່າສູງ ກໍຈະເຮັດໃຫ້ CPI ມີຄ່າສູງເຊັ່ນກັນ.

ຄ່າ PPI ໄດ້ຖືກຄຳນວນ ແລະ ເຜີຍເເຜ່ທຸກໆປະຈໍາເດືອນ, ໃນທຸກໆປະເທດມີສະຖາບັນແຫ່ງຊາດທີ່ດູເເລກ່ຽວກັບພວກນີ້.

ຕົວຢ່າງ: ໃນສະຫະລັດ ດັດຊະນີແມ່ນຄຳນວນໂດຍສໍານັກງານສະຖິຕິແຮງງານ ແລະໃນປະເທດອັງກິດ ເເມ່ນ ໂດຍຫ້ອງການສະຖິຕິແຫ່ງຊາດ.

  • ວິທີການໃຊ້ PPI ໃນການຊື້ຂາຍ

ຕົວຢ່າງການໃຊ້ດັດຊະນີເພື່ອຊື້ຂາຍໃນຕະຫຼາດເງິນຕາ

ໃນວັນທີ 15 ເດືອນກັນຍາ 2021, ອັງກິດໄດ້ເຜິຍເເຜ່ຄ່າຂອງ PPI, ແທນທີ່ຈະເປັນ 0.4% ກັບເປັນ 0.7% ຜູ້ຕາງໜ້າທະນາຄານກາງກ່າວວ່າ 4 ໃນ 8 ສະມາຊິກສະພາໄດ້ລົງຄະແນນສຽງສໍາລັບການເພີ່ມຂຶ້ນຂອງອັດຕາດອກເບີ້ຍ.

ເມື່ອນຳມາຮ່ວມກັນ, ຕະຫຼາດປັບຕົວໄດ້ດີຂຶ້ນ ແລະ GBP / USD ແກ້ໄຂທຸກຄື້ນຫຼຸດລົງກ່ອນໜ້ານີ້ທັງໝົດ. ຖ້າດັດຊະນີກີນຄວາມຄາດໝາຍ ຕະຫຼາດຈະກາຍເປັນຂາຂຶ້ນ ແລະ ໃນທາງກັບກັນ ຖ້າດັດຊະນີບໍ່ເຖິງເປົ້າໝາຍ ຕະຫຼາດຈະກາຍເປັນຂາລົງ. ດັ່ງທີ່ພວກເຮົາສາມາດເຫັນໄດ້ໃນກຣາຟ GBP / USD, ໃນມື້ທີ່ PPI ໄດ້ຖືກເຜີຍເເຜ່, ຕະຫຼາດໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍ ຂ້າມຜ່ານ 1.3815 ແລະ ແກ້ໄຂເປັນ 1.3853.


 ·      Producer Price Index ມີການຄາດການເເນວໃດ?
PPI ເບິ່ງຈາກອັດຕາເງິນເຟີ້ຂອງອຸດສາຫະກໍາ ແລະ ທຸລະກິດ. ວິທີການນີ້ວັດແທກການປ່ຽນແປງຂອງລາຄາກ່ອນທີ່ຜູ້ບໍລິໂພກຈະຊື້ສິນຄ້າ ແລະ ການບໍລິການເທື່ອສຸດທ້າຍ. ດັ່ງນັ້ນ, ນັກວິເຄາະຫຼາຍຄົນຖືວ່າມັນຄາດການຕາເງິນເຟີ້ກ່ອນ CPI.
 
ທີ່ມາ : https://cutt.ly/K8eflXs
         https://cutt.ly/j8efcSf
         https://cutt.ly/X8efQFT
**ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.

More Videos

Video Playlist
1/10 videos
1
bitqik Academy Live ep15
bitqik Academy Live ep15
01:04:48
2
bitqik Academy Live ep15
bitqik Academy Live ep15
3
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
01:16:04
4
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
01:23
5
Trick and Trade EP0
Trick and Trade EP0
54
6
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
01:01:46
7
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
01:06:22
8
Fiat VS Cryptocurrency 🚀
Fiat VS Cryptocurrency 🚀
48
9
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
01:01:26
10
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
42:53
About Us

bitqik INSIGHT, get our latest reports, covering all sorts of topics in the digital asset industry. From finance to economics, trends, and investment.

Services

© 2022-2023 bitqik Insight – All rights reserved.