ສື່ຂ່າວ crypto ລາຍງານວ່າ: Digital Currency Group DCG ກຳລັງປະສົບວິກິດໃນຫຼາຍສິ່ງຫຼາຍຢ່າງກຳລັງຮ້າຍເເຮງຂຶ້ນເລື້ອຍໆ, ເຊິ່ງອາດຈະເຮັດໃຫ້ຈໍາເປັນຕ້ອງໄດ້ຂາຍ Coindesk.

ໃນວັນທີ 18 ມັງກອນ, ສຳນັກງານຂ່າວ CNBC ລາຍງານວ່າ Coindesk ສື່ຂ່າວ Crypto ທີ່ມີຊື່ສຽງໄດ້ຖືກ Digital Currency Group (DCG) ເຂົ້າຊື້ກິດຈະການເອົາໄວ້, ເຊິ່ງກໍາລັງຈະຖືກຂາຍກິດຈະການບາງສ່ວນ ຫຼື ທັງໝົດໃນໄວໆນີ້ ຫຼັງຈາກໄດ້ມີການສົນທະນາກັບ Lazard ບໍລິສັດໃຫ້ຄຳເເນະນຳທາງດ້ານການເງິນ ເເລະ ການຈັດສັນສິນຊັບ.

ແຫຼ່ງທີ່ມາ: www.businesswire.com

ໃນການຖະເເຫຼງການທາງອີເມລ CEO Kevin Worth ໄດ້ກ່າວວ່າ: “ໃນໄລຍະສອງສາມເດືອນທີ່ຜ່ານມາ ເຮົາໄດ້ຮັບຂໍ້ມູນ ເເລະ ມີຄວາມສົນໃຈໃນ CoinDesk ຫຼາຍ ”CoinDesk ໄດ້ເລີ່ມຕົ້ນກິດຈະການໃນປີ 2013 ກ່ອນຈະຖືກ DCG ເຂົ້າຊື້ໃນປີ 2016 ໃນມູນຄ່າ 500,000 ໂດລາອີງຕາມຂໍ້ມູນຈາກ Wall Street Journal. ນອກຈາກນີ້ DCG ຍັງເປັນບໍລິສັດເເມ່ຂອງ Grayscale ບໍລິສັດຄຸ້ມຄອງສິນຊັບທີ່ປະກາດກຽມຍື່ນລົ້ມລະລາຍໃນອາທິດນີ້.

ບັນຫາຂອງ DCG ໄດ້ຮັບການເເກ້ໄຂຫຼັງຈາກການລົ້ມລະລາຍຂອງ FTX. Genesis ບໍລິສັດເງິນກູ້ crypto ແມ່ນກຳລັງຈະລົ້ມລະລາຍ ເນື່ອງຈາກໄດ້ຮັບຜົນກະທົບຈາກການປ່ອຍສິນເຊື່ອທີ່ບໍ່ມີຫຼັກຄໍ້າປະກັນ. ມັນໄດ້ສົ່ງຜົນກະທົບໃຫ້ບໍລິສັດ Crypto Exchange Gemini ເຊິ່ງມີເງິນທຶນສຳຮອງຂອງລູກຄ້າຈຳນວນ 900 ລ້ານໂດລາຖືກລັອກໄວ້ກັບ Genesis ເຮັດໃຫ້ບໍ່ສາມາດຖອນອອກໄດ້.

ແຫຼ່ງທີ່ມາ: nymag.com

ໃນຈົດໝາຍເຖິງຜູ້ຖືຫຸ້ນໃນຕົ້ນເດືອນນີ້, CEO Barry Silbert ກ່າວວ່າ DCG ເປັນໜີ້ Genesis Capital  447.5 ລ້ານໂດລາ ແລະ 4,550 BTC. ເງິນກູ້ຈະຄົບກຳນົດໃນເດືອນພຶດສະພາ 2023.

DCG ຍັງມີຮຸ້ນໃນ Bitcoin Trust (GBTC). ລາຍງານໄດ້ລະບຸວ່າ ບໍລິສັດໄດ້ຊື້ GBTC ມູນຄ່າ 722 ລ້ານໂດລານັບຕັ້ງແຕ່ເດືອນມີນາ 2021, ເເຕ່ໃນປັດຈຸບັນໄດ້ເທຂາຍໃນລາຄາທີ່ຕໍ່າກວ່າຂອງມູນຄ່າສຸດທິເຖິງ 40%.

ໃນວັນທີ 18 ມັງກອນນີ້, ບໍລິສັດ DCG ໄດ້ສົ່ງຈົດໝາຍເຖິງຜູ້ຖືຫຸ້ນໂດຍລະບຸວ່າ ທາງບໍລິສັດໄດ້ດຳເນີນການຢຸດຈ່າຍການແບ່ງເງິນປັນຜົນປະຈໍາໄຕມາດ ເພື່ອສະຫງວນກອງທຶນໄວ້. ຍິ່ງໄປກວ່ານັ້ນ DCG ໄດ້ປິດກິດຈະການຂອງຕົນໃນຕົ້ນເດືອນທີ່ຜ່ານມາ ແລະ ຫຼຸດພະນັກງານບາງສ່ວນ.

ທີ່ມາ : https://cutt.ly/A9wjOF6

https://cutt.ly/R9wjDdw
**ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.

More Videos

Video Playlist
1/10 videos
1
bitqik Academy Live ep15
bitqik Academy Live ep15
01:04:48
2
bitqik Academy Live ep15
bitqik Academy Live ep15
3
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
01:16:04
4
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
01:23
5
Trick and Trade EP0
Trick and Trade EP0
54
6
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
01:01:46
7
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
01:06:22
8
Fiat VS Cryptocurrency 🚀
Fiat VS Cryptocurrency 🚀
48
9
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
01:01:26
10
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
42:53
About Us

bitqik INSIGHT, get our latest reports, covering all sorts of topics in the digital asset industry. From finance to economics, trends, and investment.

Services

© 2022-2023 bitqik Insight – All rights reserved.