ສອງສາມຊົ່ວໂມງກ່ອນທີ່ຈະມີຂ່າວການຈັບກຸມ, Sam Bankman-Fried ອອກມາ Tweet ປະຕິເສດການມີສ່ວນຮ່ວມ ຫຼື ຮູ້ເຫັນກ່ຽວຂອງກັບກຸ່ມສົນທະນາລັບທີ່ເອີ້ນວ່າ “Wirefraud” ເຊິ່ງມີຂ່າວລືວ່າກ່ຽວຂ້ອງກັບອະດີດຜູ້ບໍລິຫານ FTX ແລະ Alameda.

ລາຍງານຈາກ Australian Financial Review (AFR) ເມື່ອວັນທີ 12 ທັນວາ, Bankman-Fried ໄດ້ໃຊ້ Twitter ເພື່ອປະຕິເສດການມີສ່ວນຮ່ວມ ຫຼື ຮູ້ເຫັນກ່ຽວກັບກຸ່ມ “Wirefraud” ຢູ່ໃນແອັບສົ່ງຂໍ້ຄວາມ Signal, ເຊິ່ງໄດ້ຖືກລາຍງານວ່າມີສະມາຊິກວົງໃນຂອງ Bankman-Fried ໄດ້ເເກ່: Zixiao “Gary” Wang ຜູ້ຮ່ວມກໍ່ຕັ້ງ, Nishad Singh ວິສະວະກອນ FTX ແລະ Caroline Ellison ອະດີດ CEO ຂອງ Alameda.

ບົດລາຍງານຂອງ AFR ໄດ້ລະບຸວ່າ ການສົນທະນາຖືກນໍາໃຊ້ເພື່ອສົ່ງຂໍ້ມູນລັບກ່ຽວກັບການດໍາເນີນງານຂອງ FTX ແລະ Alameda, ເຊິ່ງນໍາໄປສູ່ຄວາມລົ້ມເຫຼວ.

ບໍ່ດົນມານີ້, Sam Bankman-Fried ກໍາລັງກະກຽມທີ່ຈະເດີນທາງໄປທາງໄກເພື່ອເປັນພະຍານຕໍ່ຄະ​ນະ​ກຳ​ມະ​ການ​ສະ​ພາ​ສະ​ຫະ​ລັດໃນວັນທີ 13 ທັນວາ, ເພື່ອອະທິບາຍເຖິງການລົ້ມລະລາຍຂອງເວັບເທຣດ FTX, ແຕ່ໄດ້ຖືກຄວບຄຸມຕົວໂດຍເຈົ້າໜ້າທີ່ Bahamian ໃນວັນທີ 12 ທັນວາ ແລະ ຖືກສົ່ງກັບສະຫະລັດ.

ໃນວັນ​ທີ 12 ທັນວາ​ນີ້, ປະທານ​ຄະນະກຳມະການ Maxine Waters ໄດ້ຢືນຢັນໃນພາຍຫຼັງ​ວ່າ “ບໍ່​ສາ​ມາດ​ຮັບຟັງ” ຄຳໃຫ້ການຂອງເຂົາໃນການໄຕ່ສວນຂອງຄະ​ນະ​ກໍາ​ມະ​ການ​ຂອງ​ສະ​ພາ​ໄດ້​ເນື່ອງ​ມາ​ຈາກ​ການ​ຈັບ​ກຸມ​.

Bankman-Fried ຍັງໄດ້ຮັບການຮ້ອງຂໍໃຫ້ເຂົ້າຮ່ວມການໄຕ່ສວນແຍກຕ່າງຫາກໃນວັນທີ 14 ທັນວາກັບຄະນະກໍາມະການທະນາຄານວຸດທິສະພາ, ແຕ່ຍັງບໍ່ໄດ້ຮັບການຢືນຢັນຈາກລາວວ່າຈະເຂົ້າຮ່ວມ. ໃນຂະນະທີ່ທະນາຍຄວາມຂອງລາວປະຕິເສດທີ່ຈະຮັບເອົາໝາຍສານທີ່ບັງຄັບໃຫ້ລາວເປັນພະຍານ. ຕາມ​ຖະ​ແຫຼງການ​ຮ່ວມ​ໃນ​ວັນ​ທີ 12 ທັນວາ​ຈາກສະມາຊິກ​ສະພາ​ສູງ Sherrod Brown ​ແລະ Pat Toomey.

ທີ່ມາ : https://cutt.ly/v0jsNZP

**ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.

More Videos

Video Playlist
1/10 videos
1
bitqik Academy Live ep15
bitqik Academy Live ep15
01:04:48
2
bitqik Academy Live ep15
bitqik Academy Live ep15
3
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
01:16:04
4
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
01:23
5
Trick and Trade EP0
Trick and Trade EP0
54
6
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
01:01:46
7
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
01:06:22
8
Fiat VS Cryptocurrency 🚀
Fiat VS Cryptocurrency 🚀
48
9
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
01:01:26
10
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
42:53
About Us

bitqik INSIGHT, get our latest reports, covering all sorts of topics in the digital asset industry. From finance to economics, trends, and investment.

Services

© 2022-2023 bitqik Insight – All rights reserved.