Binance Labs ຝ່າຍການລົງທຶນຂອງເວັບເທຣດ Crypto Binance, ມີລາຍງານວ່າໄດ້ຮັບຜົນຕອບແທນຈາກການລົງທຶນໃນອາດີດສູງເຖິງ 2,100%, ເຮັດໃຫ້ຊັບສິນທັງໝົດພາຍໃຕ້ການຄຸ້ມຄອງມີມູນຄ່າເຖິງ 7.5 ຕື້ໂດລາ, ອີງຕາມໂພສ blog ຫຼ້າສຸດ.

ເເພລັດຟອມດັ່ງກ່າວຍັງເຮັດໃຫ້ຜູ້ໃຊ້ໝັ້ນໃຈວ່າ “ສະຖານະພາບທາງດ້ານການເງິນແມ່ນດີຫຼາຍ” ເເລະ ຍັງມີທຶນສຳຮອງພຽງພໍທີ່ຈະຄອບຄຸມການດໍາເນີນງານໃນເເຕ່ລະວັນ.

Binance ກ່າວວ່າສິນຊັບຂອງຜູ້ໃຊ້ທັງໝົດໃນເເພລັດຟອມຮອງຮັບ 1:1, ຫຼາຍກວ່ານັ້ນ ລູກຄ້າຍັງມີສິດຖອນຫຼຽນໄດ້ທຸກເວລາ.

“ບາງກໍລະນີທີ່ເປັນເຊີງລົບບໍ່ແມ່ນຕົວແທນຂອງອຸດສາຫະກໍາທັງໝົດ ຫຼາຍຄົນເລິ່ມສົງໄສ ແລະ ໂຈມຕີອຸດສາຫະກໍາ crypto ໂດຍຜ່ານກໍລະນີເຊີງລົບຈໍານວນໜ້ອຍ ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ​ການ​ພັດ​ທະ​ນາ​ຂອງ​ອຸດ​ສາ​ຫະ​ກໍາ​ທັງ​ໝົດ​ຍັງ​ມີຫົນ​ທາງ​ອີກຍາວ​ໄກ​ທີ່​ຈະ​ໄປ​ໄດ້”

ຫຼັກຖານການສຳຮອງເງິນທີ່ຂຸ່ນມົວ

ຫຼັງຈາກການລົ້ມລະລາຍຂອງ FTX ໄດ້ຊຸກດັນໃຫ້ບໍລິສັດ Crypto ດໍາເນີນການຮັບຮ້ອງເອົາ proof-of-reserve. ດ້ວຍເຫດນີ້, Binance ໄດ້ເປີດຕົວລະບົບ Merkle Tree-based ສໍາລັບ Bitcoin ແລະ Ethereum, ເຊິ່ງວິທີການທີ່ຄ້າຍຄືກັນນີ້ຖືກນໍາໃຊ້ໂດຍເເພລັດຟອມອື່ນໆເຊັ່ນ: OKX, Crypto.com ແລະ ByBit ທ່າມກາງຄວາມຕ້ອງການທີ່ເພີ່ມຂຶ້ນຈາກນັກລົງທຶນທີ່ຊອກຫາຄວາມໂປ່ງໃສຈາກ Centralized exchanges ທົ່ວໂລກ.

Mazars, ບໍລິສັດກວດສອບລະດັບໂລກໄດ້ຢືນຢັນວ່າ Binance ຖື Bitcoins ແລະ Wrapped Bitcoins (WBTC) ພຽງພໍເພື່ອໃຫ້ຄອບຄຸມເອົາຍອດຄົງເຫຼືອຂອງລູກຄ້າທັງໝົດໃນເເພລັດຟອມ ໃນວັນທີ 22 ເດືອນພະຈິກ.

ຢ່າງໃດກໍຕາມ,ຜູ້ຊ່ຽວຊານໃນອຸດສາຫະກຳຫຼາຍຄົນຊີ້ໃຫ້ເຫັນວ່າ ບົດລາຍງານບໍ່ໄດ້ກ່າວເຖິງຫຼາຍກ່ຽວກັບການສຳຮອງເງິນທຶນດັ່ງກ່າວ. ເເຕ່ມຸ່ງເນ້ນໄປທີ່ການບອກແຈ້ງໃຫ້ສາທາລະນະຊົນໃຫ້ຮັບຮູ້ກ່ຽວກັບຊັບສິນທີ່ໄດ້ຮັບການຄໍ້າປະກັນ.

David Kammerer CEO ແລະຜູ້ຮ່ວມກໍ່ຕັ້ງ Coin Ledger ກ່າວວ່າ:

“ຂ້ອຍເຫັນດີກັບຜູ້ບໍລິຫານວ່າ Binance ບໍ່ໄດ້ອອກ POR ຢ່າງໃສສະອາດ ແລະ ກໍ່ໃຫ້ເກີດຜົນເສຍຫຼາຍກວ່າຜົນດີ ລາຍການຂອງສິນຊັບທີ່ບໍ່ມີໜີ້ສິນເປັນສິ່ງທີ່ໜ້າກັງວົນກ່ຽວກັບຫຼັກຖານການສຳຮອງເງິນທຶນຂອງ Binance, ນອກຈາກນີ້ Binance ບໍ່ສາມາດພິສູດ PoR ທີ່ຖືກປ່ອຍອອກມາໄດ້ຫາກປາສະຈາກການແຊກແຊງຈາກພາກສ່ວນທີສາມ ເຊິ່ງບໍລິສັດຄວນອະນຸຍາດໃຫ້ຜູ້ກວດສອບບັນຊີອິດສະລະມີສ່ວນຮ່ວມໃນການດຳເນີນການດັ່ງກ່າວ”

ຄວາມວຸ່ນວາຍທະວີເພີ່ມຂຶ້ນຫຼັງຈາກ Mazars ລົບເວັບໄຊທ໌ທີ່ເປັນ hosting proof-of-work ສໍາລັບເວັບເທຣດ crypto, ໂດຍການເຄື່ອນໄຫວດັ່ງກ່າວມີເພື່ອ ລະງັບການດໍາເນີນງານ, ບໍ່ແມ່ນໝາຍເຖິງການລາຍງານທີ່ບໍ່ຖືກຕ້ອງ. ນີ້ອາດຈະໝາຍຄວາມວ່າບໍລິສັດກວດສອບບໍ່ຕ້ອງການທີ່ຈະມີຄວາມສ່ຽງທີ່ມາພ້ອມກັບການເຮັດວຽກຂອງເຂົາເຈົ້າ.

ຢ່າງໃດກໍຕາມ, ການກວດສອບເເບບອອນໄລນ໌ຂອງ Binance ໂດຍບໍລິສັດວິເຄາະ blockchain CryptoQuant ໄດ້ສະຫຼຸບວ່າເງິນສຳຮອງຂອງເເພລັດຟອມ, ລວມທັງ Bitcoin ແລະ cryptocurrencies ທີ່ສໍາຄັນອື່ນໆ “ບໍ່ໄດ້ສະແດງພຶດຕິກໍາທີ່ຄ້າຍຄືກັບ FTX ໃນຈຸດນີ້”

ທີ່ມາ : https://cutt.ly/e01xcl7

**ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.

ຊ່ອງທາງການຕິດຕໍ່:
Website: www.bitqik.com
bitqik Suport : https://support.bitqik.com/
Facebook: https://www.facebook.com/bitqik/
bitqik Academy : https://www.facebook.com/profile.php?id=100086347500753
bitqik Insight : https://insight.bitqik.com/
Tiktok: https://vt.tiktok.com/ZSdT86ut3/
Youtube : https://www.youtube.com/channel/UC2wf6B1zII-2jPtVfwmKvoA
Instagram : https://www.instagram.com/bitqikofficial/
Twitter : https://twitter.com/bitqikofficial

Bitcoin #bitqik #bitqikacademy #Cryptocurrency #Blockchain

**ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.

More Videos

Video Playlist
1/10 videos
1
bitqik Academy Live ep15
bitqik Academy Live ep15
01:04:48
2
bitqik Academy Live ep15
bitqik Academy Live ep15
3
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
01:16:04
4
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
01:23
5
Trick and Trade EP0
Trick and Trade EP0
54
6
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
01:01:46
7
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
01:06:22
8
Fiat VS Cryptocurrency 🚀
Fiat VS Cryptocurrency 🚀
48
9
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
01:01:26
10
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
42:53
About Us

bitqik INSIGHT, get our latest reports, covering all sorts of topics in the digital asset industry. From finance to economics, trends, and investment.

Services

© 2022-2023 bitqik Insight – All rights reserved.