ຮູບແບບການເທຣດທີ່ໄດ້ຮັບຄວາມນິຍົມຫລາຍໃນປັດຈຸບັນແບ່ງອອກເປັນ 2 ຮູບແບບຄື Spot ແລະ Future ເຊິ່ງກໍມີຮູບແບບການເທຣດ ແລະ ຄ່າຕອບແທນທີ່ແຕກຕ່າງກັນອອກໄປ

🛸Crypto spot

Spot ຫຼື ເອີ້ນໄດ້ວ່າແມ່ນການເກງກຳໄລຍະຍາວ ເປັນການຊື້ຖືກຂາຍແພງ ເມື່ອທ່ານຊື້ Bitcoin ໃນຕະຫຼາດ Spot ທ່ານຈະສາມາດເກງກຳໄລໄດ້ກໍຕໍ່ເມື່ອລາຄາໃນຕະຫຼາດສູງຂຶ້ນ ແຕ່ທ່ານບໍ່ສາມາດເກງກຳໄລໄດ້ໃນຕະຫຼາດຂາລົງ

ຕະຫຼາດ Spot ເປັນຕະຫຼາດທີ່ບໍ່ມີ Leverage ເປັນການ ຊື້-ຂາຍ ໂດຍໃຊ້ເງີນທຶນທີ່ສາມາດຈັບຕ້ອງໄດ້ ແລະ ໄດ້ຄອບຄອງຫຼຽນ, ດັ່ງນັ້ນການເທຣດແບບ Spot ມີຄວາມສ່ຽງຕ່ຳກ່ວາ ເມື່ອທຽບກັບ Future

ຕົວຢ່າງເຊັ່ນ: ຖ້າທ່ານຊື້ຫຼຽນໃນລາຄາໜຶ່ງ ແຕ່ເມື່ອເວລາຜ່ານໄປລາຄາຫຼຽນໃນຕະຫຼາດມີການລົດລົງ ຫຼຽນທີ່ທ່ານຊື້ຈະມີມູນຄ່າລົດລົງຈາກລາຄາທີ່ຊື້ມາ ເຮັດໃຫ້ຫຼຽນທີ່ທ່ານຄອບຄອງຢູ່ມີມູນລະຄ່າລົດລົງ ຕໍ່າກວ່າລາຄາທີ່ທ່ານຊື້ ຈຶ່ງມີການຍອມຂາຍໃນເຣດລາຄາທີ່ຂາດທຶນ ແຕ່ຖ້າຫຼຽນນັ້ນມີມູນຄ່າເພີ່ມຂຶ້ນຫຼຽນທີ່ທ່ານມີຢູ່ ກໍຈະມີມູນຄ່າເພີ່ມຂຶ້ນຕາມມູນຄ່າໂຕຈິງຂອງຕະຫຼາດ

ສະຫຼຸບໃຫ້ເຂົ້າໃຈງ່າຍໆໄດ້ວ່າຕະຫຼາດ Spot ຄືຜູ້ຊື້ ແລະ ຜູ້ຂາຍສະກຸນເງິນ Digital ແລກປ່ຽນສະກຸນເງິນກັນໂດຍໄດ້ຮັບສິນຄ້າທີ່ເປັນສະກຸນເງິນ Digital ເຂົ້າໃນກະເປົາ Wallet

🛸Crypto Futures

ແມ່ນການເກງກໍາໄລໄດ້ທັງຂາຂຶ້ນ ແລະ ຂາລົງ ນັກເທຣດໃນຕະຫຼາດ Future ຈຳເປັນຕ້ອງຮູ້ກົນລະຍຸດໃນການ ຊື້-ຂາຍ ທີ່ຊັບຊ້ອນເຊັ່ນ: ການ ເທຣດຕະຫຼາດຂາລົງ ແລະ ຂາຂຶ້ນໃນເວລາດຽວກັນ ເຊິ່ງນັກເທຣດໄລຍະຍາວ (Spot) ມັກໃຊ້ການເທຣດແບບ Future ເພື່ອປ້ອງກັນພ໋ອດຈາກຄວາມສ່ຽງໃນຕະຫຼາດທີ່ເປັນຕະຫຼາດຂາລົງແບບບໍ່ຄາດຄິດ

ຕະຫຼາດ Futures ເປັນຕະຫຼາດທີ່ມີ Leverage ສົ່ງຜົນໃຫ້ການຊື້ຂາຍລ່ວງໜ້າປະຢັດເງິນທຶນຫຼາຍຂຶ້ນ

ຕົວຢ່າງເຊັ່ນ: ຖ້າທ່ານຕ້ອງການຊື້ 1 BTC ທ່ານຈະຕ້ອງໃຊ້ຕົ້ນທຶນຫຼັກຫມື່ນໂດລາ ຕາມອັດຕາຕະຫຼາດ ແຕ່ຖ້າທ່ານໃຊ້ Leverage ທ່ານຈະສາມາດຊື້ຂາຍ BTC ເປັນຈຳນວນນ້ອຍຕາມຕົ້ນທຶນທີ່ທ່ານພໍໃຈໄດ້ ທ່ານສາມມາດເຮັດໄດ້ກໍຕໍ່ເມື່ອໃຊ້ Leverage ເທົ່ານັ້ນ ຖ້າທ່ານໃຊ້ Leverage ສູງເທົ່າໃດທ່ານຈະໄດ້ໃຊ້ເງິນທຶນໜ້ອຍລົງເທົ່ານັ້ນ ໃນທາງກົງກັນຂ້າມຖ້າໃຊ້ Leverage ຫຼາຍເທົ່າໃດ ຖ້າລາຄາບໍ່ໄດ້ໄປຕາມທິດທາງທີ່ວາງໄວ້ ອາດຈະເປັນການລ້າງພອດເລີຍກໍວ່າໄດ້ .

ສະຫຼຸບໄດ້ງ່າຍໆວ່າ ຕະຫຼາດ Futures ເປັນການຊື້ຂາຍສັນຍາລ່ວງໜ້າທີ່ອ້າງອິງກັບລາຄາ Crypto ໃນຕະຫຼາດໂລກ ບໍ່ແມ່ນການຊື້ຫຼຽນມາຖືຄອງ ແລະອີກ ຂໍ້ແຕກຕ່າງທີ່ເຫັນໄດ້ຊັດເຈນກໍຄື ນັກລົງທຶນສາມາດເກງກຳໄລລາຄາ ໄດ້ທັງຂາຂຶ້ນ ແລະ ຂາລົງ ຖ້າທຽບກັບຕະຫຼາດ Spot ທີ່ສາມາດເກງກຳໄລໄດ້ສະເພາະຊ່ວງຕະຫຼາດຂາຂຶ້ນ

📌 ບໍ່ວ່າຈະເປັນການລົງທຶນໃນຮູບແບບໃດກໍຕາມ ນັກລົງທຶນຄວາມສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນທີ່ຈະລົງທຶນ ເພື່ອປ້ອງກັນຄວາມສ່ຽງຈາກຜົນກະທົບທາງການເງິນ ແລະ ຜົນທີ່ຈະໄດ້ຮັບຈາກຫຼາຍປັດໃຈທີ່ຕາມມາ

****ຫມາຍເຫດ: ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.

ສາມາດຕິດຕາມຜ່ານຊ່ອງທາງ faceboook bitqik ພວກເຮົາຈະອັບເດດຂ່າວສານກ່ຽວກັບການເຄື່ອນໄຫວຂອງບໍລິສັດ ແລະ ຂໍ້ມູນຂ່າວສານຂອງໂລກ Cryptocurrency

ຊ່ອງທາງການຕິດຕໍ່:

Website: www.bitqik.com

Facebook: https://www.facebook.com/bitqik/

Tiktok: https://vt.tiktok.com/ZSdT86ut3/

**ໝາຍເຫດ : ການລົງທຶນມີຄວາມສ່ຽງ ສະກຸນເງິນດິຈິຕອນແຕ່ລະສະກຸນມີຄວາມແຕກຕ່າງກັນ ຄວນສຶກສາຂໍ້ມູນໃຫ້ລະອຽດທຸກຄັ້ງກ່ອນລົງທຶນ.

More Videos

Video Playlist
1/10 videos
1
bitqik Academy Live ep15
bitqik Academy Live ep15
01:04:48
2
bitqik Academy Live ep15
bitqik Academy Live ep15
3
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
bitqik Academy Live ep14: ການບໍລິຫານເງິນ ແລະ ພອສການລົງທຶນຂອງຕົວເອງ(Money management)
01:16:04
4
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
ເກມທວາຍຄຳຊັບ Crypto ຈາກຮູບພາບ #shorts
01:23
5
Trick and Trade EP0
Trick and Trade EP0
54
6
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
🔴bitqik Aacademy Live ep 11: ສອນການໃຊ້ງານແອັບເບື້ອງຕົ້ນ
01:01:46
7
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
bitqik Academy Live EP10:ປັດໃຈສໍາຄັນທີ່ສຸດໃນການລົງທຶນທຸກໆຕະຫຼາດແມ່ນການຄວບຄຸມຄວາມສ່ຽງ.
01:06:22
8
Fiat VS Cryptocurrency 🚀
Fiat VS Cryptocurrency 🚀
48
9
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
bitqik Academy live ep9:ເປັນຫຍັງບິດຄິກຈຶ່ງ Rebrand? ພວກເຮົາມີບໍລິການຫຍັງແດ່ໃນປັດຈຸບັນ?
01:01:26
10
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
bitqik Academy Live ep8: CPI ແມ່ນຫຍັງ? ມີຜົນແນວໃດຕໍ່ຕະຫຼາດ? ຄາດການຕະຫຼາດຈະໄປໃນທິດທາງໃດ?
42:53
About Us

bitqik INSIGHT, get our latest reports, covering all sorts of topics in the digital asset industry. From finance to economics, trends, and investment.

Services

© 2022-2023 bitqik Insight – All rights reserved.